Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 19 - ພຣະຄຳພີລາວສະບັບສະໄໝໃໝ່


ໂປໂລ​ໃນ​ເມືອງ​ເອເຟໂຊ

1 ຂະນະ​ທີ່​ອາໂປໂລ​ຍັງ​ຢູ່​ທີ່​ເມືອງ​ໂກຣິນໂທ, ໂປໂລ​ໄດ້​ເດີນທາງ​ຂ້າມ​ເຂດ​ພູເຂົາ ແລະ ມາ​ຮອດ​ເມືອງ​ເອເຟໂຊ. ເພິ່ນ​ໄດ້​ພົບ​ສາວົກ​ບາງຄົນ​ຢູ່​ທີ່​ນັ້ນ

2 ແລະ ຖາມ​ພວກເຂົາ​ວ່າ, “ເມື່ອ​ພວກເຈົ້າ​ໄດ້​ຮັບ​ເຊື່ອ​ນັ້ນ​ພວກເຈົ້າ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ແລ້ວ​ບໍ?” ພວກເຂົາ​ຕອບ​ວ່າ, “ບໍ່ ພວກເຮົາ​ບໍ່​ເຄີຍ​ແມ່ນ​ແຕ່​ໄດ້​ຍິນ​ວ່າ​ມີ​ພຣະວິນຍານບໍລິສຸດເຈົ້າ”.

3 ດັ່ງນັ້ນ ໂປໂລ​ຈຶ່ງ​ຖາມ​ວ່າ, “ແລ້ວ​ພວກເຈົ້າ​ໄດ້​ຮັບ​ບັບຕິສະມາ​ແບບ​ໃດ?” ພວກເຂົາ​ຕອບ​ວ່າ, “ບັບຕິສະມາ​ຂອງ​ໂຢຮັນ”.

4 ໂປໂລ​ຈຶ່ງ​ເວົ້າ​ວ່າ, “ບັບຕິສະມາ​ຂອງ​ໂຢຮັນ​ຄື​ບັບຕິສະມາ​ແຫ່ງ​ການ​ຖິ້ມໃຈເກົ່າເອົາໃຈໃໝ່. ໂຢຮັນ​ໄດ້​ບອກ​ຄົນ​ໃຫ້​ເຊື່ອ​ໃນ​ພຣະອົງ​ຜູ້​ທີ່​ມາ​ພາຍ​ຫລັງ​ຕົນ, ຄື​ໃຫ້​ເຊື່ອ​ໃນ​ພຣະເຢຊູເຈົ້າ”.

5 ເມື່ອ​ໄດ້​ຍິນ​ດັ່ງນີ້, ພວກເຂົາ​ກໍ​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ.

6 ເມື່ອ​ໂປໂລ​ວາງມື​ໃສ່​ພວກເຂົາ, ພຣະວິນຍານບໍລິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ ແລະ ພວກເຂົາ​ກໍ​ເວົ້າ​ພາສາ​ແປກໆ ແລະ ທຳນວາຍ.

7 ຄົນ​ທັງໝົດ​ນີ້​ເປັນ​ຜູ້ຊາຍ​ມີ​ປະມານ​ສິບສອງ​ຄົນ.

8 ໂປໂລ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ກ່າວ​ດ້ວຍ​ໃຈ​ກ້າຫານ​ເປັນ​ເວລາ​ສາມ​ເດືອນ, ມີ​ການ​ໂຕ້ຖຽງ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ຢ່າງ​ໜ້າ​ຟັງ.

9 ແຕ່​ບາງຄົນ​ໃນ​ພວກເຂົາ​ມີ​ໃຈ​ດື້ດ້ານ; ພວກເຂົາ​ບໍ່​ຍອມ​ເຊື່ອ ແລະ ກ່າວ​ໃສ່ຮ້າຍ “ທາງນັ້ນ” ຕໍ່ໜ້າ​ຄົນ​ທັງຫລາຍ. ດັ່ງນັ້ນ ໂປໂລ​ຈຶ່ງ​ໄປ​ຈາກ​ພວກເຂົາ. ເພິ່ນ​ໄດ້​ພາ​ພວກສາວົກ​ແຍກ​ອອກ​ໄປ​ກັບ​ເພິ່ນ ແລະ ໄດ້​ສົນທະນາກັນ​ໃນ​ຫ້ອງປະຊຸມ​ຂອງ​ຕີລາໂນ​ທຸກ​ວັນ.

10 ພວກເພິ່ນ​ເຮັດ​ຢ່າງ​ນີ້​ຢູ່​ສອງ​ປີ ຈົນ​ຊາວ​ຢິວ ແລະ ຊາວ​ກຣີກ​ທັງຫລາຍ​ທີ່​ຢູ່​ໃນ​ແຂວງ​ເອເຊຍ​ໄດ້​ຍິນ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ.

11 ພຣະເຈົ້າ​ເຮັດ​ການ​ອັດສະຈັນ​ພິເສດ​ເຫລືອເຊື່ອ​ຜ່ານ​ທາງ​ໂປໂລ,

12 ແມ່ນ​ແຕ່​ເມື່ອ​ນຳ​ເອົາ​ຜ້າ​ເຊັດ​ໜ້າ​ກັບ​ຜ້າ​ກັນເປື້ອນ​ທີ່​ຖືກ​ໂຕ​ເພິ່ນ​ໄປ​ວາງ​ໃສ່​ຄົນເຈັບປ່ວຍ, ຄົນ​ເຫລົ່ານັ້ນ​ກໍ​ດີພະຍາດ ແລະ ຜີມານຮ້າຍ​ກໍ​ອອກໄປ​ຈາກ​ພວກເຂົາ.

13 ຊາວຢິວ​ບາງຄົນ​ທີ່​ທຽວ​ໄປ​ຕາມ​ບ່ອນ​ຕ່າງໆ​ແລ້ວ​ຂັບໄລ່​ວິນຍານຊົ່ວຮ້າຍ​ກໍ​ພະຍາຍາມ​ໃຊ້​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ກັບ​ຄົນ​ທີ່​ຖືກ​ຜີມານຮ້າຍ​ສິງ. ພວກເຂົາ​ຈະ​ສັ່ງ​ວ່າ, “ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ຜູ້​ທີ່​ໂປໂລ​ປະກາດ, ເຮົາ​ສັ່ງ​ເຈົ້າ​ໃຫ້​ອອກ​ໄປ”.

14 ຍັງ​ມີ​ຊາວຢິວ​ຜູ້​ໜຶ່ງ​ຊື່​ວ່າ​ຊະເກວາ ເປັນ​ຫົວໜ້າ​ປະໂລຫິດ​ມີ​ລູກຊາຍ​ເຈັດ​ຄົນ​ກໍ​ໄດ້​ເຮັດ​ຢ່າງ​ນີ້.

15 ມື້​ໜຶ່ງ ວິນຍານຊົ່ວຮ້າຍ​ໄດ້​ຕອບ​ພວກເຂົາ​ວ່າ, “ພຣະເຢຊູເຈົ້າ​ເຮົາ​ກໍ​ຮູ້​ຈັກ ແລະ ເຮົາ​ກໍ​ເຄີຍ​ໄດ້​ຍິນ​ເລື່ອງ​ໂປໂລ, ແຕ່​ພວກເຈົ້າ​ແມ່ນ​ຜູ້ໃດ?”

16 ແລ້ວ​ຄົນ​ທີ່​ມີ​ວິນຍານຊົ່ວຮ້າຍ​ເຂົ້າ​ສິງ​ນັ້ນ​ກໍ​ກະໂດດ​ເຂົ້າ​ໃສ່​ພວກເຂົາ ແລະ ເອົາ​ຊະນະ​ພວກເຂົາ​ທັງໝົດ. ຄົນ​ນັ້ນ​ໄດ້​ທຸບຕີ​ພວກເຂົາ​ຈົນ​ຕ້ອງ​ແລ່ນ​ໜີ​ອອກ​ຈາກ​ເຮືອນ​ທັງ​ທີ່​ເປືອຍ​ກາຍ ແລະ ເລືອດ​ອອກ​ຢູ່.

17 ເມື່ອ​ເລື່ອງ​ນີ້​ໄປ​ເຖິງ​ຫູ​ຊາວ​ຢິວ ແລະ ຊາວ​ກຣີກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ພວກເຂົາ​ທັງຫລາຍ​ກໍ​ຖືກ​ຈູ່ໂຈມ​ດ້ວຍ​ຄວາມ​ຢ້ານ ແລະ ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ກໍ​ເປັນ​ທີ່​ຍົກຍ້ອງ​ສັນລະເສີນ.

18 ບັດນີ້ ຄົນ​ທີ່​ເຊື່ອ​ຫລາຍ​ຄົນ​ໄດ້​ມາ​ສາລະພາບ ແລະ ເປີດເຜີຍ​ການ​ກະທຳ​ອັນ​ຊົ່ວຮ້າຍ​ທີ່​ພວກເຂົາ​ໄດ້​ເຮັດ​ມາ.

19 ມີ​ຫລາຍ​ຄົນ​ທີ່​ເຄີຍ​ໃຊ້​ເວດມົນຄາຖາ​ກໍ​ນຳ​ຕຳລາ​ຂອງ​ຕົນ​ມາ​ເຜົາ​ຖິ້ມ​ຕໍ່ໜ້າ​ຄົນ​ທັງຫລາຍ. ເມື່ອ​ພວກເຂົາ​ຄິດໄລ່​ມູນຄ່າ​ຂອງ​ຕຳລາ​ນັ້ນ​ແລ້ວ, ລວມ​ທັງໝົດ​ຕົກ​ເປັນ​ເງິນ​ເຖິງ​ຫ້າສິບພັນ​ຫລຽນ​ແດກມາ.

20 ດ້ວຍ​ເຫດ​ນີ້ ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ໄດ້​ແຜ່​ໄປ​ຢ່າງ​ກວ້າງຂວາງ ແລະ ຂະຫຍາຍ​ອອກ​ໄປ​ຢ່າງ​ແຂງແຮງ.

21 ຫລັງຈາກ​ເຫດການ​ເຫລົ່ານີ້​ເກີດ​ຂຶ້ນ​ແລ້ວ, ໂປໂລ​ກໍ​ຕັດສິນໃຈ​ວ່າ​ຈະ​ໄປ​ເຢຣູຊາເລັມ, ໂດຍ​ຜ່ານທາງ​ແຂວງ​ມາເກໂດເນຍ ແລະ ອະຂາຢາ. ເພິ່ນ​ກ່າວ​ວ່າ, “ຫລັງ​ຈາກ​ທີ່​ເຮົາ​ໄດ້​ໄປ​ທີ່​ນັ້ນ​ແລ້ວ, ເຮົາ​ຕ້ອງ​ໄປ​ຢ້ຽມຢາມ​ໂຣມ​ເໝືອນ​ກັນ”.

22 ດັ່ງນັ້ນ ໂປໂລ​ຈຶ່ງ​ໃຊ້​ຜູ້ຊ່ວຍ​ຂອງ​ຕົນ​ສອງ​ຄົນ​ຄື​ຕີໂມທຽວ​ກັບ​ເອຣາຊະໂຕ​ໄປ​ຍັງ​ແຂວງ​ມາເກໂດເນຍ, ຂະນະ​ທີ່​ເພິ່ນ​ຍັງ​ພັກ​ຢູ່​ແຂວງ​ເອເຊຍ​ຕໍ່​ອີກ​ໄລຍະໜຶ່ງ.


ຄວາມ​ບໍ່​ສະຫງົບ​ໃນ​ເມືອງ​ເອເຟໂຊ

23 ໃນ​ເວລາ​ນັ້ນ ເກີດ​ເຫດການ​ວຸ້ນວາຍ​ຄັ້ງ​ໃຫຍ່​ຂຶ້ນ​ກ່ຽວກັບ​ເລື່ອງ “ທາງນັ້ນ”.

24 ມີ​ຊ່າງຕີເງິນ​ຄົນ​ໜຶ່ງ​ຊື່​ວ່າ​ເດເມທີໂອ, ຜູ້​ທີ່​ເປັນ​ຄົນ​ສ້າງ​ຮູບຈຳລອງ​ວິຫານ​ຂະໜາດ​ນ້ອຍ​ຂອງ​ພະອາເຕມາ​ດ້ວຍ​ເງິນ, ເຊິ່ງ​ເຮັດ​ລາຍໄດ້​ໃຫ້​ພວກ​ຊ່າງ​ຫັດຖະກຳ​ຢູ່​ທີ່​ນັ້ນ​ຫລາຍ.

25 ລາວ​ຈຶ່ງ​ເອີ້ນ​ບັນດາ​ຊ່າງ​ເຫລົ່ານັ້ນ​ກັບ​ຄົນງານ​ທີ່​ກ່ຽວຂ້ອງ​ກັບ​ທຸລະກິດ​ມາ ແລະ ເວົ້າ​ວ່າ: “ສະຫາຍ​ທັງຫລາຍ, ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ຢູ່​ວ່າ​ພວກເຮົາ​ໄດ້​ຮັບ​ລາຍໄດ້​ດີ​ຈາກ​ທຸລະກິດ​ນີ້.

26 ແລະ ພວກເຈົ້າ​ກໍ​ໄດ້​ເຫັນ ແລະ ໄດ້​ຍິນ​ທີ່​ໂປໂລ​ຄົນ​ນີ້​ຊັກຊວນ​ຄົນ​ທັງຫລາຍ​ໃຫ້​ຫລົງທາງ​ທັງ​ໃນ​ເອເຟໂຊ​ກັບ​ທົ່ວ​ແຂວງ​ເອເຊຍ. ລາວ​ເວົ້າ​ວ່າ​ບັນດາ​ຮູບ​ປັ້ນ​ທີ່​ມື​ມະນຸດ​ສ້າງ​ຂຶ້ນ​ນັ້ນ​ບໍ່​ໄດ້​ແມ່ນ​ເທບພະເຈົ້າ​ເລີຍ.

27 ສິ່ງ​ນີ້​ເປັນ​ອັນຕະລາຍ​ເພາະ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ການ​ຄ້າ​ຂອງ​ພວກເຮົາ​ເສຍ​ຊື່​ສຽງ​ເທົ່ານັ້ນ, ແຕ່​ຍັງ​ຈະ​ເຮັດ​ໃຫ້​ວິຫານ​ຂອງ​ເທບທິດາ​ອາເຕມາ​ຜູ້​ຍິ່ງໃຫຍ່​ໝົດ​ຄວາມໝາຍ​ດ້ວຍ ແລະ ເທບທິດາ​ເອງ​ທີ່​ຄົນ​ທັງຫລາຍ​ຂາບໄຫວ້​ທົ່ວ​ແຂວງ​ເອເຊຍ ແລະ ທົ່ວ​ໂລກ ຈະ​ຖືກ​ປຸ້ນ​ເອົາ​ຄວາມຍິ່ງໃຫຍ່​ອັນ​ສັກສິດ​ຂອງ​ພະນາງ​ໄປ”.

28 ເມື່ອ​ພວກເຂົາ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ, ພວກເຂົາ​ກໍ​ໃຈຮ້າຍ​ຫລາຍ ແລະ ເລີ່ມ​ຮ້ອງ​ຂຶ້ນ​ວ່າ: “ພະອາເຕມາ​ຂອງ​ຊາວ​ເອເຟໂຊ​ນັ້ນ​ຍິ່ງໃຫຍ່!”

29 ບໍ່​ດົນ​ກໍ​ເກີດ​ຄວາມວຸ້ນວາຍ​ທົ່ວ​ທັງ​ເມືອງ​ຂຶ້ນ. ປະຊາຊົນ​ໄດ້​ຈັບ​ໄຄໂຢ​ກັບ​ອາຣິດຕາໂຂ, ຜູ້​ເປັນ​ເພື່ອນ​ຮ່ວມ​ເດີນທາງ​ຂອງ​ໂປໂລ​ຈາກ​ແຂວງ​ມາເກໂດເນຍ ແລະ ພວກເຂົາ​ທັງໝົດ​ຈຶ່ງ​ຮີບ​ພາກັນ​ເຂົ້າໄປ​ໃນ​ໂຮງລະຄອນ.

30 ໂປໂລ​ຢາກ​ຈະ​ປາກົດ​ຕໍ່ໜ້າ​ປະຊາຊົນ, ແຕ່​ພວກສາວົກ​ບໍ່​ຍອມ.

31 ແມ່ນແຕ່​ເຈົ້າໜ້າທີ່​ບາງຄົນ​ຂອງ​ແຂວງ​ນັ້ນ ເຊິ່ງ​ເປັນ​ໝູ່​ຂອງ​ໂປໂລ​ກໍ​ສົ່ງ​ຂ່າວ​ມາ​ຂໍຮ້ອງ​ບໍ່​ໃຫ້​ເພິ່ນ​ເຂົ້າ​ໄປ​ໃນ​ໂຮງລະຄອນ​ນັ້ນ.

32 ມີ​ຄວາມສັບສົນ​ໃນ​ທີ່​ປະຊຸມ ບາງຄົນ​ຮ້ອງ​ບອກ​ວ່າ​ຢ່າງ​ນີ້ ບາງຄົນ​ຮ້ອງ​ບອກ​ວ່າ​ຢ່າງ​ນັ້ນ. ປະຊາຊົນ​ສ່ວນຫລາຍ​ບໍ່​ຮູ້​ວ່າ​ເປັນຫຍັງ​ຕົນ​ເອງ​ຈຶ່ງ​ມາ​ທີ່​ນັ້ນ.

33 ພວກ​ຢິວ​ທີ່​ຢູ່​ໃນ​ຝູງຊົນ​ໄດ້​ຊຸກ​ອາເລັກຊັນເດີ​ອອກ​ໄປ​ຂ້າງໜ້າ ແລະ ບາງຄົນ​ໃນ​ປະຊາຊົນ​ກໍ​ຮ້ອງ​ສັ່ງ​ລາວ. ລາວ​ໂບກ​ມື​ໃຫ້​ງຽບ​ເພື່ອ​ຈະ​ກ່າວ​ແກ້​ຕໍ່ໜ້າ​ປະຊາຊົນ.

34 ແຕ່​ເມື່ອ​ພວກເຂົາ​ຮູ້​ວ່າ​ລາວ​ເປັນ​ຊາວ​ຢິວ, ພວກເຂົາ​ກໍ​ຮ້ອງ​ເປັນ​ສຽງ​ດຽວ​ກັນ​ປະມານ​ສອງ​ຊົ່ວໂມງ​ວ່າ: “ພະອາເຕມາ​ຂອງ​ຊາວ​ເອເຟໂຊ​ນັ້ນ​ຍິ່ງໃຫຍ່!”

35 ເຈົ້າໜ້າທີ່​ຂອງ​ເມືອງ​ນັ້ນ​ກໍ​ເຮັດ​ໃຫ້​ປະຊາຊົນ​ງຽບ​ລົງ​ແລ້ວ​ກ່າວ​ວ່າ: “ຊາວ​ເອເຟໂຊ​ເອີຍ ຜູ້ໃດ​ກໍ​ຮູ້​ວ່າ​ຊາວ​ເມືອງ​ເອເຟໂຊ​ເປັນ​ຜູ້ຮັກສາ​ວິຫານ​ຂອງ​ພະອາເຕມາ​ຜູ້​ຍິ່ງໃຫຍ່ ຕະຫລອດ​ຈົນ​ຮູບຈຳລອງ​ຂອງ​ພະນາງ​ຕົກ​ລົງ​ມາ​ຈາກ​ຟ້າ​ສະຫວັນ?

36 ເຫດສະນັ້ນ, ໃນ​ເມື່ອ​ຄວາມຈິງ​ເຫລົ່ານີ້​ບໍ່​ອາດ​ປະຕິເສດ​ໄດ້, ພວກເຈົ້າ​ທັງຫລາຍ​ກໍ​ຄວນ​ງຽບສະຫງົບ​ຢ່າ​ເຮັດ​ສິ່ງໃດ​ໂດຍ​ບໍ່​ໄດ້​ຄິດ​ກ່ອນ.

37 ພວກເຈົ້າ​ນຳ​ຄົນ​ເຫລົ່ານີ້​ມາ​ບ່ອນ​ນີ້​ໂດຍ​ທີ່​ພວກເຂົາ​ບໍ່​ໄດ້​ເປັນ​ຄົນ​ປຸ້ນ​ວິຫານ​ຕ່າງໆ ຫລື ບໍ່​ໄດ້​ໝິ່ນປະໝາດ​ເທບທິດາ​ຂອງ​ພວກເຮົາ.

38 ແລ້ວ​ຖ້າ​ເດເມທີໂອ​ກັບ​ພວກ​ຊ່າງ​ຫັດຖະກຳ​ມີ​ເລື່ອງ​ຈະ​ຮ້ອງທຸກ​ກ່ຽວກັບ​ຄົນ​ໃດ​ຄົນ​ໜຶ່ງ, ສານ​ກໍ​ເປີດ​ຢູ່ ແລະ ຜູ້ກວດການ​ກໍ​ມີ, ພວກເຂົາ​ສາມາດ​ຟ້ອງ​ໄດ້.

39 ຖ້າ​ພວກເຈົ້າ​ມີ​ຂໍ້​ກ່າວຫາ​ອັນໃດ​ອີກ​ກໍ​ຕ້ອງ​ຕົກລົງ​ກັນ​ໃນ​ທີ່​ປະຊຸມ​ຕາມ​ກົດໝາຍ.

40 ພວກເຮົາ​ສ່ຽງ​ຕໍ່​ການ​ເປັນ​ຜູ້​ຖືກ​ກ່າວຫາ​ວ່າ​ເປັນ​ຜູ້​ກໍ່​ຄວາມ​ວຸ້ນວາຍ​ເພາະ​ເຫດການ​ທີ່​ເກີດຂຶ້ນ​ໃນ​ວັນ​ນີ້. ໃນ​ກໍລະນີ​ນີ້​ພວກເຮົາ​ບໍ່​ສາມາດ​ອະທິບາຍ​ເຖິງ​ຄວາມ​ວຸ້ນວາຍ​ນີ້​ໄດ້, ເພາະ​ພວກເຮົາ​ບໍ່​ມີ​ຂໍ້​ອ້າງ​ສຳລັບ​ເລື່ອງ​ນີ້”.

41 ຫລັງຈາກ​ກ່າວ​ຢ່າງ​ນີ້​ແລ້ວ ເພິ່ນ​ກໍ​ສັ່ງ​ໃຫ້​ເລີກ​ປະຊຸມ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan