ກິດຈະການ 18 - ພຣະຄຳພີລາວສະບັບສະໄໝໃໝ່ໃນໂກຣິນໂທ 1 ຫລັງຈາກນັ້ນ ໂປໂລໄດ້ອອກຈາກອາແຖນ ແລະ ໄປຍັງເມືອງໂກຣິນໂທ. 2 ທີ່ນັ້ນ ເພິ່ນໄດ້ພົບຊາວຢິວຄົນໜຶ່ງຊື່ວ່າອາກີລາ, ເປັນຄົນທີ່ຢູ່ແຂວງປົນໂຕ, ເຊິ່ງຫາກໍມາຈາກອີຕາລີ ພ້ອມກັບເມຍຂອງລາວຊື່ວ່າປີຊະກີລາ, ເພາະຈັກກະພັດກະລາວດີໂອໄດ້ອອກຄຳສັ່ງໃຫ້ຊາວຢິວທັງໝົດອອກໄປຈາກໂຣມ. ໂປໂລຈຶ່ງໄປຫາສອງຄົນນີ້, 3 ແລະ ເພາະວ່າໂປໂລມີອາຊີບເປັນຊ່າງເຮັດຜ້າເຕັນເໝືອນກັນກັບພວກເຂົາ, ເພິ່ນຈຶ່ງໄດ້ພັກ ແລະ ເຮັດວຽກຢູ່ກັບພວກເຂົາ. 4 ທຸກວັນຊະບາໂຕ ໂປໂລໄດ້ສົນທະນາໂຕ້ຕອບຊາວຢິວ ແລະ ຊາວກຣີກໃນທຳມະສາລາເພື່ອພະຍາຍາມໃຫ້ພວກເຂົາຮັບເຊື່ອ. 5 ເມື່ອຊີລາກັບຕີໂມທຽວກັບມາຈາກແຂວງມາເກໂດເນຍ, ໂປໂລກໍອຸທິດຕົນເອງທັງໝົດເພື່ອເທດສະໜາ, ເປັນພະຍານກັບຊາວຢິວວ່າພຣະເຢຊູເຈົ້າເປັນພຣະຄຣິດເຈົ້າ. 6 ແຕ່ເມື່ອພວກຢິວຕໍ່ຕ້ານ ແລະ ໃສ່ຮ້າຍໂປໂລ, ເພິ່ນຈຶ່ງສັ່ນເຄື່ອງນຸ່ງຂອງເພິ່ນປະທ້ວງ ແລະ ເວົ້າກັບພວກເຂົາວ່າ, “ໃຫ້ເລືອດຂອງພວກເຈົ້າຕົກໃສ່ຫົວຂອງພວກເຈົ້າເອງ! ຂ້າພະເຈົ້າບໍ່ມີສ່ວນຫຍັງນຳ. ຕັ້ງແຕ່ນີ້ຕໍ່ໄປ ຂ້າພະເຈົ້າຈະໄປຫາຄົນຕ່າງຊາດ”. 7 ແລ້ວໂປໂລກໍໄດ້ອອກຈາກທຳມະສາລາໄປຍັງເຮືອນຂອງຕີໂຢ ຢູຊະໂຕ ທີ່ຢູ່ໃກ້ກັບທຳມະສາລາ, ລາວເປັນຄົນໜຶ່ງທີ່ນະມັດສະການພຣະເຈົ້າ. 8 ຝ່າຍກີສະໂປ ຫົວໜ້າທຳມະສາລາກັບທຸກຄົນໃນຄອບຄົວຂອງຕົນກໍໄດ້ເຊື່ອໃນອົງພຣະຜູ້ເປັນເຈົ້າ; ແລະ ຊາວໂກຣິນໂທຫລາຍຄົນທີ່ໄດ້ຍິນພຣະທຳທີ່ໂປໂລກ່າວນັ້ນກໍໄດ້ເຊື່ອ ແລະ ຮັບບັບຕິສະມາ. 9 ມີຄືນໜຶ່ງ ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບໂປໂລໃນນິມິດວ່າ: “ຢ່າຢ້ານເລີຍ, ຈົ່ງປະກາດຕໍ່ໄປ, ຢ່າມິດຢູ່. 10 ເພາະເຮົາຢູ່ກັບເຈົ້າ ແລະ ບໍ່ມີຜູ້ໃດຈະໂຈມຕີ ແລະ ເຮັດຮ້າຍໃຫ້ເຈົ້າໄດ້, ເພາະເຮົາມີຄົນຫລວງຫລາຍໃນເມືອງນີ້”. 11 ດັ່ງນັ້ນ ໂປໂລຈຶ່ງຢູ່ສັ່ງສອນພຣະຄຳຂອງພຣະເຈົ້າຢູ່ເມືອງໂກຣິນໂທນີ້ຕະຫລອດປີໜຶ່ງກັບຫົກເດືອນ. 12 ໃນຂະນະທີ່ຄາລີໂອເປັນຜູ້ປົກຄອງແຂວງອະຂາຢາ, ພວກຢິວໃນໂກຣິນໂທໄດ້ຮ່ວມກັນຕໍ່ຕ້ານໂປໂລ ແລະ ນຳເພິ່ນໄປຂຶ້ນສານ. 13 ພວກເຂົາຟ້ອງວ່າ, “ຊາຍຜູ້ນີ້ໄດ້ຊັກຊວນປະຊາຊົນໃຫ້ນະມັດສະການພຣະເຈົ້າໃນທາງທີ່ຜິດກົດໝາຍ”. 14 ເມື່ອໂປໂລກຳລັງຈະເອີ່ຍປາກເວົ້າ, ຄາລີໂອກໍເວົ້າກັບພວກຢິວວ່າ, “ຖ້າພວກເຈົ້າຊາວຢິວຈະຮ້ອງທຸກ ບໍ່ວ່າຄວາມຜິດທາງອາຊະຍາ ຫລື ຄະດີສໍ້ໂກງຮ້າຍແຮງ ກໍສົມຄວນທີ່ເຮົາຈະຮັບຟັງພວກເຈົ້າ. 15 ແຕ່ນີ້ເປັນບັນຫາເລື່ອງຖ້ອຍຄຳ, ເລື່ອງຊື່ຕ່າງໆ ແລະ ເລື່ອງກົດບັນຍັດຂອງພວກເຈົ້າເອງ, ຈົ່ງໄປຕົກລົງກັນເອງ. ເຮົາຈະບໍ່ຕັດສິນເລື່ອງເຫລົ່ານີ້”. 16 ດັ່ງນັ້ນ ເພິ່ນຈຶ່ງໄລ່ພວກເຂົາອອກໄປຈາກສານ. 17 ແລ້ວພວກເຂົາຈຶ່ງຈັບໂຊຊະເຖນ ຫົວໜ້າທຳມະສາລາໄປຂ້ຽນຕີຢູ່ຕໍ່ໜ້າສານ; ແລະ ຄາລີໂອກໍບໍ່ສົນໃຈຫຍັງ. ປີຊະກີລາ ອາກີລາ ແລະ ອາໂປໂລ 18 ຫລັງຈາກທີ່ໂປໂລພັກຢູ່ໃນເມືອງໂກຣິນໂທຊົ່ວໄລຍະໜຶ່ງ. ແລ້ວເພິ່ນກໍຈາກພວກພີ່ນ້ອງລົງເຮືອໄປແຂວງຊີເຣຍ ໂດຍມີປີຊະກີລາກັບອາກີລາໄປນຳດ້ວຍ. ກ່ອນທີ່ເພິ່ນຈະລົງເຮືອໄປ, ເພິ່ນໄດ້ແຖຫົວທີ່ເມືອງເກັນເຂໄອເພາະໄດ້ສາບານຕົນໄວ້. 19 ເມື່ອເດີນທາງມາເຖິງເມືອງເອເຟໂຊ, ບ່ອນທີ່ໂປໂລໄດ້ປະປີຊະກີລາກັບອາກີລາໄວ້. ສ່ວນເພິ່ນເອງໄດ້ເຂົ້າໄປໃນທຳມະສາລາ ແລະ ສົນທະນາໂຕ້ຕອບກັບພວກຢິວ. 20 ເມື່ອພວກເຂົາຂໍໃຫ້ເພິ່ນຢູ່ຕໍ່ໄປກັບພວກເຂົາອີກ, ເພິ່ນກໍໄດ້ປະຕິເສດ. 21 ແຕ່ໃນຂະນະທີ່ເພິ່ນລາຈາກໄປນັ້ນ, ໂປໂລໄດ້ສັນຍາວ່າ, “ຖ້າແມ່ນຄວາມປະສົງຂອງພຣະເຈົ້າເຮົາຈະກັບຄືນມາຫາພວກເຈົ້າອີກ”. ແລ້ວເພິ່ນກໍລົງເຮືອຈາກເມືອງເອເຟໂຊໄປ. 22 ເມື່ອເພິ່ນມາຮອດເມືອງກາຍຊາເຣຍແລ້ວ, ເພິ່ນໄດ້ຂຶ້ນໄປທີ່ເຢຣູຊາເລັມ ແລະ ທັກທາຍພີ່ນ້ອງໃນຄຣິສຕະຈັກ ແລະ ຈາກນັ້ນເພິ່ນກໍໄດ້ເດີນທາງລົງໄປທີ່ເມືອງອັນຕີໂອເຂຍ. 23 ຫລັງຈາກພັກຢູ່ທີ່ເມືອງອັນຕີໂອເຂຍໄດ້ຊົ່ວໄລຍະໜຶ່ງແລ້ວ, ໂປໂລກໍເດີນທາງໄປຈາກທີ່ນັ້ນ ແລະ ໄປຍັງບ່ອນຕ່າງໆທົ່ວແຂວງຄາລາເຕຍ ແລະ ຟີເຄຍ, ເພື່ອໜູນໃຈສາວົກທັງຫລາຍໃຫ້ເຂັ້ມແຂງຂຶ້ນ. 24 ໃນຂະນະດຽວກັນນັ້ນ ມີຊາວຢິວຄົນໜຶ່ງຊື່ວ່າອາໂປໂລ, ເປັນຊາວອາເລັກຊັນເດຍຕັ້ງແຕ່ເກີດ, ລາວໄດ້ມາທີ່ເມືອງເອເຟໂຊ. ລາວເປັນຜູ້ທີ່ມີການສຶກສາ ແລະ ມີຄວາມຊຳນານທາງດ້ານພຣະຄຳພີເປັນຢ່າງດີ. 25 ລາວໄດ້ຮັບການຝຶກຝົນໃນທາງຂອງອົງພຣະຜູ້ເປັນເຈົ້າ ແລະ ລາວເວົ້າດ້ວຍໃຈຮ້ອນຮົນແທ້ໆ ແລະ ສັ່ງສອນເລື່ອງພຣະເຢຊູເຈົ້າຢ່າງຖືກຕ້ອງ, ເຖິງວ່າລາວຮູ້ຈັກພຽງແຕ່ບັບຕິສະມາຂອງໂຢຮັນເທົ່ານັ້ນ. 26 ລາວເລີ່ມຕົ້ນກ່າວໃນທຳມະສາລາດ້ວຍໃຈກ້າຫານ. ເມື່ອປີຊະກີລາກັບອາກີລາໄດ້ຟັງແລ້ວ, ພວກເຂົາກໍໄດ້ເຊີນລາວມາເຮືອນເພື່ອອະທິບາຍເລື່ອງທາງຂອງພຣະເຈົ້າໃຫ້ລາວເຂົ້າໃຈຫລາຍຂຶ້ນ. 27 ເມື່ອອາໂປໂລຕ້ອງການຈະໄປທີ່ແຂວງອະຂາຢາ, ພວກພີ່ນ້ອງກໍໄດ້ໜູນໃຈລາວ ແລະ ໄດ້ຂຽນຈົດໝາຍຝາກເຖິງພວກສາວົກທີ່ນັ້ນໃຫ້ຕ້ອນຮັບລາວ. ເມື່ອລາວມາຮອດແລ້ວ, ລາວກໍໄດ້ຊ່ວຍເຫລືອບັນດາຜູ້ທີ່ເຊື່ອໂດຍພຣະຄຸນຂອງພຣະເຈົ້າຢ່າງຫລວງຫລາຍ. 28 ເພາະລາວໄດ້ໂຕ້ຕອບຢ່າງແຂງແຮງກັບພວກຢິວຕໍ່ໜ້າຄົນທັງຫລາຍ, ລາວໄດ້ຍົກຂໍ້ພຣະຄຳພີມາພິສູດວ່າພຣະເຢຊູເຈົ້າຄືພຣະເມຊີອາ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.