Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 17 - ພຣະຄຳພີລາວສະບັບສະໄໝໃໝ່


ໃນ​ເມືອງ​ເທສະໂລນິກ

1 ເມື່ອ​ໂປໂລ ແລະ ຜູ້ຮ່ວມງານ​ຂອງ​ເພິ່ນ​ໄດ້​ຜ່ານ​ເມືອງ​ອຳຟີໂປລີ ແລະ ເມືອງ​ອາໂປໂລນີ​ແລ້ວ, ພວກເພິ່ນ​ກໍ​ມາ​ເຖິງ​ເມືອງ​ເທສະໂລນິກ, ເຊິ່ງ​ໃນ​ທີ່​ນັ້ນ​ມີ​ທຳມະສາລາ​ຂອງ​ຊາວຢິວ.

2 ໂປໂລ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ​ຕາມ​ທີ່​ເພິ່ນ​ເຄີຍ​ປະຕິບັດ​ມາ ແລະ ໃນ​ວັນຊະບາໂຕ​ທັງ​ສາມ​ອາທິດ ໂປໂລ​ໄດ້​ຍົກ​ຂໍ້​ພຣະຄຳພີ​ຂຶ້ນ​ມາ​ຕອບໂຕ້​ກັບ​ພວກເຂົາ,

3 ໂດຍ​ອະທິບາຍ ແລະ ພິສູດ​ໃຫ້​ເຫັນ​ວ່າ, ພຣະຄຣິດເຈົ້າ​ຕ້ອງ​ທົນທຸກ​ທໍລະມານ ແລະ ເປັນຄືນມາຈາກຕາຍ. ໂປໂລ​ກ່າວ​ວ່າ, “ພຣະເຢຊູເຈົ້າ​ຜູ້​ທີ່​ຂ້າພະເຈົ້າ​ປະກາດ​ແກ່​ພວກເຈົ້າ​ນີ້​ຄື​ພຣະເມຊີອາ”.

4 ຄົນຢິວ​ບາງຄົນ​ໄດ້​ເຫັນດີ​ນຳ ແລະ ເຂົ້າ​ຮ່ວມ​ກັບ​ໂປໂລ ແລະ ຊີລາ ຕະຫລອດ​ທັງ​ຄົນກຣີກ​ຜູ້​ຢຳເກງ​ພຣະເຈົ້າ​ຈຳນວນ​ຫລາຍ ແລະ ແມ່ຍິງ​ຊົນ​ຊັ້ນ​ສູງ​ຫລາຍ​ຄົນ.

5 ແຕ່​ພວກ​ຢິວ​ເກີດ​ອິດສາ​ຈຶ່ງ​ລະດົມ​ນັກເລງ​ຕາມ​ຕະຫລາດ​ມາ​ຕັ້ງ​ກຸ່ມ​ກັນ ກໍ່​ຄວາມວຸ້ນວາຍ​ຂຶ້ນ​ໃນ​ເມືອງ. ພວກເຂົາ​ບຸກລຸກ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຢາຊົນ ເພື່ອ​ຄົ້ນຫາ​ໂປໂລ​ກັບ​ຊີລາ ເພື່ອ​ຈະ​ນຳ​ພວກເພິ່ນ​ອອກ​ມາ​ໃຫ້​ປະຊາຊົນ.

6 ແຕ່​ເມື່ອ​ບໍ່​ພົບ, ພວກເຂົາ​ກໍ​ລາກ​ຢາຊົນ​ກັບ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ບາງຄົນ​ໄປ​ຫາ​ເຈົ້າໜ້າທີ່​ຂອງ​ເມືອງ ແລະ ຮ້ອງ​ຂຶ້ນ​ວ່າ: “ຄົນ​ເຫລົ່ານີ້​ໄດ້​ສ້າງ​ບັນຫາ​ມາ​ທົ່ວ​ໂລກ​ແລ້ວ ບັດນີ້​ໄດ້​ມາ​ບ່ອນ​ນີ້,

7 ແລະ ຢາຊົນ​ກໍ​ໄດ້​ຕ້ອນຮັບ​ພວກເຂົາ​ໄວ້​ໃນ​ເຮືອນ​ຂອງ​ຕົນ. ພວກເຂົາ​ທັງໝົດ​ໄດ້​ທ້າທາຍ​ຕໍ່​ຄຳສັ່ງ​ຂອງ​ກາຍຊາ, ພວກເຂົາ​ກ່າວ​ວ່າ ມີ​ກະສັດ​ອີກ​ອົງ​ໜຶ່ງ​ທີ່​ເອີ້ນ​ວ່າ​ເຢຊູ”.

8 ເມື່ອ​ປະຊາຊົນ ແລະ ເຈົ້າໜ້າທີ່​ຂອງ​ເມືອງ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ​ກໍ​ວຸ້ນວາຍ​ຂຶ້ນ.

9 ຫລັງຈາກນັ້ນ ພວກເຂົາ​ຈຶ່ງ​ໃຫ້​ຢາຊົນ​ກັບ​ຄົນ​ທີ່​ເຫລືອ​ຈ່າຍ​ຄ່າ​ປະກັນ​ໂຕ​ແລ້ວ​ປ່ອຍ​ພວກເພິ່ນ​ໄປ.


ທີ່​ເມືອງ​ເບເຣຍ

10 ພໍ​ເຖິງ​ກາງຄືນ ພວກ​ພີ່ນ້ອງ​ຜູ້ທີ່ເຊື່ອ​ກໍ​ສົ່ງ​ໂປໂລ​ກັບ​ຊີລາ​ໄປ​ຍັງ​ເມືອງ​ເບເຣຍ. ເມື່ອ​ພວກເພິ່ນ​ມາ​ຮອດ​ກໍ​ເຂົ້າ​ໄປ​ໃນ​ທຳມະສາລາ​ຂອງ​ຊາວຢິວ.

11 ຄົນຢິວ​ໃນ​ເມືອງ​ເບເຣຍ​ມີ​ຈິດໃຈ​ດີ​ງາມ​ກວ່າ​ຊາວ​ເທສະໂລນິກ ເພາະ​ພວກເຂົາ​ໄດ້​ຮັບ​ຟັງ​ຖ້ອຍຄຳ​ດ້ວຍ​ຄວາມ​ກະຕືລືລົ້ນ ແລະ ສຶກສາ​ພຣະຄຳພີ​ທຸກ​ວັນ ເພື່ອ​ກວດ​ເບິ່ງ​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມ​ຈິງ.

12 ຜົນ​ກໍ​ຄື​ມີ​ຊາວຢິວ​ຫລາຍ​ຄົນ​ໄດ້​ເຊື່ອ ພ້ອມ​ທັງ​ພວກ​ແມ່ຍິງ​ຊົນ​ຊັ້ນ​ສູງ​ຊາວກຣີກ​ຈຳນວນ​ໜຶ່ງ ແລະ ຜູ້ຊາຍ​ຊາວກຣີກ​ອີກ​ຫລາຍຄົນ.

13 ເມື່ອ​ພວກ​ຢິວ​ໃນ​ເມືອງ​ເທສະໂລນິກ​ຮູ້​ວ່າ​ໂປໂລ​ກຳລັງ​ປະກາດ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ເມືອງ​ເບເຣຍ, ບາງຄົນ​ໃນ​ພວກເຂົາ​ຈຶ່ງ​ໄປ​ທີ່​ນັ້ນ​ເໝືອນກັນ, ພວກເຂົາ​ໄດ້​ກໍ່ກວນ ແລະ ປັ່ນປ່ວນ​ປະຊາຊົນ.

14 ພວກ​ພີ່ນ້ອງ​ທີ່​ເຊື່ອ​ຈຶ່ງ​ສົ່ງ​ໂປໂລ​ໄປ​ທີ່​ແຄມທະເລ​ທັນທີ, ສ່ວນ​ຊີລາ​ກັບ​ຕີໂມທຽວ​ຍັງ​ຢູ່​ທີ່​ເມືອງ​ເບເຣຍ.

15 ຄົນ​ທີ່​ຄຸ້ມກັນ​ໂປໂລ​ນັ້ນ​ກໍ​ໄປ​ກັບ​ພວກເພິ່ນ​ໄປ​ຍັງ​ອາແຖນ ແລະ ຫລັງຈາກນັ້ນ​ກໍ​ຮັບ​ຄຳສັ່ງ​ຈາກ​ເພິ່ນ​ໃຫ້​ບອກ​ຊີລາ​ກັບ​ຕີໂມທຽວ​ຕາ​ໄປ​ສົມທົບ​ກັບ​ເພິ່ນ​ໄວ​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້.


ໃນ​ອາແຖນ

16 ໃນ​ຂະນະ​ທີ່​ໂປໂລ​ລໍຖ້າ​ຊີລາ​ກັບ​ຕີໂມທຽວ​ຢູ່​ໃນ​ອາແຖນ, ເພິ່ນ​ກໍ​ທຸກໃຈ​ຫລາຍ​ທີ່​ເຫັນ​ເມືອງ​ນີ້​ເຕັມ​ໄປ​ດ້ວຍ​ຮູບເຄົາລົບ.

17 ດັ່ງນັ້ນ ເພິ່ນ​ຈຶ່ງ​ຍົກ​ເຫດຜົນ​ມາ​ໂຕ້ຕອບ​ກັບ​ທັງ​ຄົນ​ຢິວ ແລະ ຄົນ​ກຣີກ​ທີ່​ຢຳເກງ​ພຣະເຈົ້າ​ໃນ​ທຳມະສາລາ ແລະ ທຸກຄົນ​ທີ່​ເພິ່ນ​ພົບ​ຕາມ​ຕະຫລາດ​ໃນ​ແຕ່ລະວັນ.

18 ມີ​ນັກປັດຊະຍາ​ຂອງ​ພວກ​ເອປີກູຣຽວ ແລະ ພວກ​ຊະໂຕອິກ​ກຸ່ມ​ໜຶ່ງ​ມາ​ໂຕ້ຕອບ​ກັບ​ໂປໂລ​ດ້ວຍ. ບາງຄົນ​ໃນ​ພວກເຂົາ​ຖາມ​ວ່າ, “ນັກເວົ້າ​ຄົນ​ນີ້​ພະຍາຍາມ​ຈະ​ເວົ້າ​ຫຍັງ?” ຄົນ​ອື່ນໆ​ເວົ້າ​ວ່າ, “ເບິ່ງ​ຄື​ລາວ​ຈະ​ນຳ​ພະ​ຕ່າງດ້າວ​ມາ​ເຜີຍແຜ່”. ທີ່​ພວກເຂົາ​ເວົ້າ​ຢ່າງ​ນີ້​ກໍ​ເພາະ​ໂປໂລ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຢຊູເຈົ້າ ແລະ ການ​ເປັນຄືນມາຈາກຕາຍ.

19 ແລ້ວ​ພວກເຂົາ​ຈຶ່ງ​ນຳ​ເອົາ​ໂປໂລ​ມາ​ທີ່​ສະພາ​ອາເຣໂອປາໂຂ, ບ່ອນ​ທີ່​ພວກເຂົາ​ເວົ້າ​ຕໍ່​ເພິ່ນ​ວ່າ, “ພວກເຮົາ​ຂໍ​ຮູ້​ຄຳສອນ​ໃໝ່​ທີ່​ເຈົ້າ​ກຳລັງ​ເວົ້າ​ເຖິງ​ນັ້ນ​ໄດ້​ບໍ່?

20 ເຈົ້າ​ນຳ​ເອົາ​ຄວາມຄິດ​ແປກໆ​ເຂົ້າ​ມາ ແລະ ພວກເຮົາ​ຢາກ​ຮູ້​ວ່າ​ສິ່ງ​ເຫລົ່ານີ້​ມີ​ຄວາມໝາຍ​ວ່າ​ຢ່າງໃດ”.

21 (ຊາວ​ອາແຖນ ແລະ ຊາວ​ຕ່າງດ້າວ​ທັງໝົດ​ທີ່​ອາໄສ​ຢູ່​ທີ່​ນັ້ນ​ແຕ່ລະວັນ​ບໍ່​ໄດ້​ເຮັດ​ຫຍັງ​ນອກ​ຈາກ​ໂອ້ລົມ ແລະ ຮັບ​ຟັງ​ຄວາມຄິດ​ໃໝ່ໆ.)

22 ໂປໂລ​ຈຶ່ງ​ຢືນ​ຂຶ້ນ​ຕໍ່ໜ້າ​ທີ່​ປະຊຸມ​ສະພາ​ອາເຣໂອປາໂຂ ແລ້ວ​ກ່າວ​ວ່າ: “ຊາວ​ອາແຖນ​ທັງຫລາຍ​ທີ່​ນັບຖື! ຂ້າພະເຈົ້າ​ເຫັນ​ວ່າ​ພວກທ່ານ​ທັງຫລາຍ​ເປັນ​ຜູ້​ເຄັ່ງຄັດ​ສາສະໜາ​ຫລາຍ​ໃນ​ທຸກ​ດ້ານ.

23 ເພາະ​ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ຍ່າງ​ໄປ​ທົ່ວ ແລະ ໄດ້​ສັງເກດ​ເບິ່ງ​ສິ່ງ​ທີ່​ພວກທ່ານ​ນະມັດສະການ, ຂ້າພະເຈົ້າ​ເຫັນ​ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ມີ​ຄຳຈາລຶກ​ໄວ້​ວ່າ: ‘ແດ່​ພຣະເຈົ້າ​ທີ່​ບໍ່​ຮູ້ຈັກ’. ເພາະ​ພວກທ່ານ​ບໍ່​ວ່າ​ພວກທ່ານ​ນະມັດສະການ​ຫຍັງ​ຢູ່ ແລະ ນີ້​ແມ່ນ​ສິ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ຈະ​ປະກາດ​ແກ່​ພວກທ່ານ.

24 “ພຣະເຈົ້າ​ຜູ້​ໄດ້​ສ້າງ​ໂລກ ແລະ ສິ່ງ​ທັງປວງ​ໃນ​ໂລກ ຄື​ອົງພຣະຜູ້ເປັນເຈົ້າ​ເໜືອ​ສະຫວັນ ແລະ ແຜ່ນດິນໂລກ, ພຣະອົງ​ບໍ່​ໄດ້​ອາໄສ​ຢູ່​ໃນ​ວິຫານ​ທີ່​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ.

25 ແລະ ພຣະອົງ​ບໍ່​ໄດ້​ເພິ່ງພາ​ການ​ບົວລະບັດ​ຈາກ​ມື​ມະນຸດ​ເໝືອນ​ວ່າ​ພຣະອົງ​ຕ້ອງການ​ສິ່ງ​ໃດ​ສິ່ງ​ໜຶ່ງ. ເພາະວ່າ​ພຣະອົງ​ເອງ​ທີ່​ເປັນ​ຜູ້​ໃຫ້​ຊີວິດ, ລົມ​ຫາຍໃຈ ແລະ ສັບພະທຸກສິ່ງ​ແກ່​ມະນຸດ.

26 ຈາກ​ມະນຸດ​ພຽງ​ຄົນ​ດຽວ ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ທຸກ​ຊົນຊາດ ໃຫ້​ພວກເຂົາ​ອາໄສ​ຢູ່​ທົ່ວ​ໂລກ, ພຣະອົງ​ກຳນົດ​ເວລາ​ໃນ​ປະຫວັດສາດ ແລະ ເຂດແດນ​ທີ່​ພວກເຂົາ​ຄວນ​ຈະ​ຢູ່.

27 ພຣະເຈົ້າ​ເຮັດ​ຢ່າງ​ນີ້​ກໍ​ເພື່ອ​ມະນຸດ​ຈະ​ໄດ້​ສະແຫວງ​ຫາ​ພຣະອົງ ແລະ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຊອກ​ຫາ​ພຣະອົງ ແລະ ພົບ​ພຣະອົງ, ເຖິງ​ວ່າ​ພຣະອົງ​ບໍ່​ໄດ້​ຢູ່​ໄກ​ຈາກ​ພວກເຮົາ​ທຸກຄົນ​ເລີຍ.

28 ‘ເພາະວ່າ​ໃນ​ພຣະອົງ​ນັ້ນ ພວກເຮົາ​ມີຊີວິດ​ເຄື່ອນໄຫວ​ໄປ​ມາ ແລະ ເປັນ​ຢູ່’ ດັ່ງ​ທີ່​ນັກແຕ່ງ​ກາບກອນ​ຂອງ​ພວກທ່ານ​ບາງຄົນ​ເວົ້າ​ວ່າ, ‘ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ພຣະອົງ’.

29 “ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ພຣະເຈົ້າ ພວກເຮົາ​ກໍ​ບໍ່​ຄວນ​ຄິດ​ວ່າ​ພຣະເຈົ້າ​ເປັນ​ຄຳ, ເປັນ​ເງິນ ຫລື ເປັນ​ຫີນ ເປັນ​ຮູບ​ປັ້ນ​ທີ່​ມະນຸດ​ອອກແບບ ແລະ ສ້າງ​ຂຶ້ນ.

30 ໃນ​ອະດີດ​ພຣະເຈົ້າ​ເບິ່ງ​ຂ້າມ​ຄວາມໂງ່​ເຊັ່ນນັ້ນ ແຕ່​ບັດນີ້ ພຣະອົງ​ໄດ້​ສັ່ງ​ມະນຸດ​ທຸກຄົນ​ໃນ​ທົ່ວ​ທຸກ​ບ່ອນ​ໃຫ້​ຖິ້ມໃຈເກົ່າເອົາໃຈໃໝ່.

31 ເພາະ​ພຣະອົງ​ໄດ້​ກຳນົດ​ວັນ​ໜຶ່ງ​ທີ່​ພຣະອົງ​ຈະ​ພິພາກສາ​ໂລກ​ດ້ວຍ​ຄວາມຍຸຕິທຳ​ໂດຍ​ຊາຍ​ຜູ້​ໜຶ່ງ​ທີ່​ໄດ້​ພຣະອົງ​ໄດ້​ແຕ່ງຕັ້ງ​ໄວ້. ພຣະອົງ​ໄດ້​ພິສູດ​ສິ່ງ​ນີ້​ແກ່​ທຸກຄົນ​ເຫັນ ໂດຍ​ໃຫ້​ຊາຍ​ຜູ້​ນີ້​ເປັນຄືນມາຈາກຕາຍ”.

32 ເມື່ອ​ພວກເຂົາ​ໄດ້​ຍິນ​ເລື່ອງ​ການ​ເປັນຄືນມາຈາກຕາຍ, ບາງຄົນ​ໃນ​ພວກເຂົາ​ກໍ​ຫົວ​ເຢາະເຢີ້ຍ, ແຕ່​ຄົນ​ອື່ນໆ​ກໍ​ເວົ້າ​ວ່າ, “ພວກເຮົາ​ຢາກ​ຟັງ​ເຈົ້າ​ເວົ້າ​ເຖິງ​ເລື່ອງ​ນີ້​ອີກ”.

33 ແລ້ວ​ໂປໂລ​ກໍ​ອອກ​ໄປ​ຈາກ​ສະພາ.

34 ມີ​ບາງຄົນ​ໄດ້​ຕິດຕາມ​ໂປໂລ ແລະ ໄດ້​ຮັບ​ເຊື່ອ. ທ່າມກາງ​ຄົນ​ເຫລົ່ານັ້ນ​ມີ​ດັ່ງນີ້, ດີໂອນີຊີໂອ ຜູ້​ເປັນ​ສະມາຊິກ​ຄົນ​ໜຶ່ງ​ຂອງ​ສະພາ​ອາເຣໂອປາໂຂ, ແມ່ຍິງ​ຄົນ​ໜຶ່ງ​ຊື່​ດາມາຣີ ແລະ ຄົນ​ອື່ນ​ອີກ​ຈຳນວນ​ໜຶ່ງ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan