Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 16 - ພຣະຄຳພີລາວສະບັບສະໄໝໃໝ່


ຕີໂມທຽວ​ສົມທົບ​ກັບ​ໂປໂລ ແລະ ຊີລາ

1 ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ຫລັງ​ຈາກ​ນັ້ນ​ກໍ​ໄປ​ຍັງ​ເມືອງ​ລີສະຕຣາ, ຢູ່​ທີ່​ນັ້ນ​ມີ​ສາວົກ​ຄົນ​ໜຶ່ງ​ຊື່​ຕີໂມທຽວ​ອາໄສ​ຢູ່, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ ແລະ ເປັນ​ຄົນຢິວ​ແຕ່​ພໍ່​ຂອງ​ລາວ​ເປັນ​ຄົນກຣີກ.

2 ຕີໂມທຽວ​ເປັນ​ຜູ້​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ບັນດາ​ຜູ້ທີ່ເຊື່ອ​ທີ່​ເມືອງ​ລີສະຕຣາ ແລະ ເມືອງ​ອີໂກນີອົມ.

3 ໂປໂລ​ຕ້ອງການ​ຈະ​ພາ​ຕີໂມທຽວ​ຮ່ວມ​ເດີນທາງ​ໄປ​ນຳ, ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຫ້​ລາວ​ຮັບ​ພິທີຕັດ​ເພາະ​ເຫັນ​ແກ່​ຊາວຢິວ​ທີ່​ຢູ່​ໃນ​ຂົງເຂດ​ນັ້ນ, ເພາະວ່າ​ຄົນ​ເຫລົ່ານັ້ນ​ກໍ​ຮູ້​ວ່າ​ພໍ່​ຂອງ​ລາວ​ເປັນ​ຄົນກຣີກ.

4 ຂະນະ​ທີ່​ພວກເພິ່ນ​ກຳລັງ​ເດີນທາງ​ໄປ​ຍັງ​ເມືອງ​ຕ່າງໆ, ພວກເພິ່ນ​ກໍ​ໄດ້​ມອບ​ຂໍ້​ຕົກລົງ​ຂອງ​ພວກ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ​ໃນ​ເຢຣູຊາເລັມ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ໄດ້​ປະຕິບັດ​ຕາມ.

5 ດັ່ງນັ້ນ ຄຣິສຕະຈັກ​ຕ່າງໆ​ຈຶ່ງ​ເຂັ້ມແຂງ​ໃນ​ຄວາມເຊື່ອ ແລະ ສະມາຊິກ​ກໍ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ທຸກວັນ.


ນິມິດ​ຂອງ​ໂປໂລ​ເລື່ອງ​ຊາຍ​ຊາວ​ມາເກໂດເນຍ

6 ໂປໂລ​ກັບ​ຜູ້ຮ່ວມງານ​ຂອງ​ເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ດິນແດນ​ຟີເຄຍ ແລະ ຄາລາເຕຍ, ເພາະ​ພຣະວິນຍານບໍລິສຸດເຈົ້າ​ຍັງ​ບໍ່​ໃຫ້​ປະກາດ​ພຣະຄຳ​ໃນ​ເອເຊຍ.

7 ເມື່ອ​ພວກເພິ່ນ​ມາ​ເຖິງ​ຊາຍແດນ​ແຂວງ​ມີເຊຍ, ພວກເພິ່ນ​ກໍ​ພະຍາຍາມ​ຈະ​ເຂົ້າ​ໄປ​ໃນ​ແຂວງ​ບີທີເນຍ, ແຕ່​ພຣະວິນຍານ​ຂອງ​ພຣະເຢຊູເຈົ້າ​ບໍ່​ໃຫ້​ພວກເພິ່ນ​ປະກາດ.

8 ພວກເພິ່ນ​ຈຶ່ງ​ຜ່ານ​ແຂວງ​ມີເຊຍ ແລະ ລົງ​ໄປ​ຍັງ​ເມືອງ​ໂທອາດ.

9 ໃນ​ເວລາ​ກາງຄືນ ໂປໂລ​ໄດ້​ຮັບ​ນິມິດ ເຫັນ​ຊາຍ​ຊາວ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຮ້ອງຂໍ​ເພິ່ນ​ວ່າ, “ຂໍ​ມາ​ຊ່ວຍ​ພວກຂ້ານ້ອຍ​ທີ່​ແຂວງ​ມາເກໂດເນຍ​ດ້ວຍ”.

10 ຫລັງຈາກ​ໂປໂລ​ເຫັນ​ນິມິດ​ນີ້​ແລ້ວ, ພວກເຮົາ​ກໍ​ຕຽມພ້ອມ​ທັນທີ​ທີ່​ຈະ​ໄປ​ຍັງ​ແຂວງ​ມາເກໂດເນຍ, ເພາະ​ເຫັນ​ວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ​ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ພວກເຂົາ.


ນາງ​ລີເດຍ​ກັບໃຈ​ໃນ​ເມືອງ​ຟີລິບປອຍ

11 ຈາກ​ເມືອງ​ໂທອາດ​ພວກເຮົາ​ໄດ້​ລົງ​ເຮືອ ແລະ ໄດ້​ເດີນທາງ​ໄປ​ຍັງ​ເກາະ​ຊາໂມທາເກ ແລະ ໃນ​ມື້​ຕໍ່ມາ​ກໍ​ມາ​ເຖິງ​ເມືອງ​ເນອາໂປລີ.

12 ພວກເຮົາ​ເດີນທາງ​ຈາກ​ທີ່​ນັ້ນ​ໄປ​ຍັງ​ເມືອງ​ຟີລິບປອຍ, ເຊິ່ງ​ເປັນ​ເມືອງ​ຂຶ້ນ​ຂອງ​ຊາວໂຣມ ແລະ ເປັນ​ເມືອງ​ເອກ​ຂອງ​ແຂວງ​ມາເກໂດເນຍ, ພວກເຮົາ​ພັກ​ຢູ່​ທີ່​ນັ້ນ​ຫລາຍ​ວັນ.

13 ໃນ​ວັນ​ຊະບາໂຕ ພວກເຮົາ​ໄດ້​ອອກ​ນອກ​ປະຕູ​ເມືອງ​ໄປ​ທີ່​ແມ່ນ້ຳ, ບ່ອນ​ທີ່​ພວກເຮົາ​ຄິດ​ວ່າ​ຈະ​ພົບ​ບ່ອນ​ອະທິຖານ. ພວກເຮົາ​ໄດ້​ນັ່ງ​ລົງ​ໂອ້ລົມ​ກັບ​ພວກແມ່ຍິງ​ທີ່​ເຕົ້າໂຮມກັນ​ຢູ່​ທີ່​ນັ້ນ.

14 ມີ​ຍິງ​ຄົນ​ໜຶ່ງ​ໃນ​ບັນດາ​ຄົນ​ທີ່​ກຳລັງ​ຟັງ​ຢູ່​ນັນ​ຊື່​ວ່າ​ລີເດຍ ເປັນ​ຄົນ​ຄ້າຂາຍ​ຜ້າ​ສີມ່ວງ ນາງ​ມາ​ຈາກ​ເມືອງ​ທົວເຕຣາ, ນາງ​ເປັນ​ຜູ້​ນະມັດສະການ​ພຣະເຈົ້າ. ອົງພຣະຜູ້ເປັນເຈົ້າ​ເປີດ​ໃຈ​ນາງ​ໃຫ້​ຕອບສະໜອງ​ຕໍ່​ຖ້ອຍຄຳ​ຂອງ​ໂປໂລ.

15 ເມື່ອ​ນາງ​ກັບ​ສະມາຊິກ​ໃນ​ຄົວເຮືອນ​ຂອງ​ນາງ​ໄດ້​ຮັບ​ບັບຕິສະມາ​ແລ້ວ, ນາງ​ໄດ້​ເຊີນ​ພວກເຮົາ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ນາງ. ນາງ​ເວົ້າ​ວ່າ, “ຖ້າ​ທ່ານ​ເຫັນ​ວ່າ​ຂ້ານ້ອຍ​ເປັນ​ຜູ້ທີ່ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ, ຂໍ​ເຊີນ​ມາ​ພັກ​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ດ້ວຍ”. ນາງ​ໄດ້​ຊັກຊວນ​ຈົນ​ພວກເຮົາ​ຂັດ​ບໍ່​ໄດ້.


ໂປໂລ​ກັບ​ຊີລາ​ຢູ່​ໃນ​ຄຸກ

16 ຄັ້ງ​ໜຶ່ງ ຂະນະ​ທີ່​ພວກເຮົາ​ກຳລັງ​ຈະ​ໄປ​ຍັງ​ບ່ອນ​ອະທິຖານ, ມີ​ຂ້າທາດ​ຍິງ​ຄົນ​ໜຶ່ງ​ທີ່​ມີ​ວິນຍານ​ໝໍດູ​ສິງ​ຢູ່​ມາ​ພົບ​ພວກເຮົາ, ຍິງ​ນີ້​ຫາ​ເງິນ​ໃຫ້​ນາຍ​ຂອງ​ຕົນ​ໄດ້​ເປັນ​ຈຳນວນ​ຫລວງຫລາຍ​ຈາກ​ການ​ດູມໍ.

17 ນາງ​ໄດ້​ຕິດຕາມ​ໂປໂລ​ກັບ​ພວກເຮົາ​ມາ ແລະ ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫລົ່ານີ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ສູງສຸດ, ພວກເພິ່ນ​ມາ​ບອກ​ເລື່ອງ​ທາງ​ຄວາມພົ້ນ​ໃຫ້​ແກ່​ພວກເຈົ້າ”.

18 ນາງ​ເຮັດ​ຢ່າງ​ນີ້​ເປັນ​ເວລາ​ຫລາຍ​ວັນ. ໃນ​ທີ່​ສຸດ​ໂປໂລ​ກໍ​ເກີດ​ລຳຄານ​ຫລາຍ​ຈົນ​ເພິ່ນ​ຫັນ​ໄປ​ອ້ອມຮອບ ແລະ ສັ່ງ​ວິນຍານຊົ່ວ​ນັ້ນ​ວ່າ, “ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ເຮົາ​ສັ່ງ​ໃຫ້​ວິນຍານຊົ່ວ​ນີ້​ຈົ່ງ​ອອກ​ມາ​ຈາກ​ໂຕ​ຂອງ​ນາງ!” ວິນຍານຊົ່ວ​ນັ້ນ​ກໍ​ອອກ​ຈາກ​ນາງ​ທັນທີ.

19 ເມື່ອ​ເຈົ້າ​ຂອງ​ຂ້າທາດ​ນັ້ນ​ເຫັນ​ວ່າ​ຄວາມຫວັງ​ທີ່​ຈະ​ຫາ​ເງິນ​ຂອງ​ພວກເຂົາ​ໄດ້​ໝົດ​ໄປ​ແລ້ວ, ພວກເຂົາ​ຈຶ່ງ​ຈັບ​ໂປໂລ​ກັບ​ຊີລາ ແລະ ລາກ​ພວກເພິ່ນ​ມາ​ທີ່​ບ່ອນ​ຊຸມນຸມ​ຊົນ​ເພື່ອ​ພົບ​ຜູ້ມີອຳນາດ.

20 ພວກເຂົາ​ນຳ​ພວກເພິ່ນ​ມາ​ຢູ່​ຕໍ່ໜ້າ​ຄະນະ​ຜູ້ປົກຄອງ​ເມືອງ​ແລ້ວ​ເວົ້າ​ວ່າ, “ຄົນ​ເຫລົ່ານີ້​ເປັນ​ຢິວ ແລະ ກຳລັງ​ກໍ່ກວນ​ບ້ານເມືອງ​ຂອງ​ພວກເຮົາ​ໃຫ້​ວຸ້ນວາຍ

21 ໂດຍ​ແນະນຳ​ສັ່ງສອນ​ທຳນຽມ​ອັນ​ຜິດ​ກົດໝາຍ​ສຳລັບ​ພວກເຮົາ​ຊາວ​ໂຣມ​ໃຫ້​ຍອມຮັບ ຫລື ປະຕິບັດຕາມ”.

22 ປະຊາຊົນ​ກໍ​ຮ່ວມ​ໂຈມຕີ​ໂປໂລ​ກັບ​ຊີລາ, ຄະນະ​ຜູ້ປົກຄອງ​ເມືອງ​ໄດ້​ສັ່ງ​ໃຫ້​ຈີກ​ເຄື່ອງນຸ່ງ​ຂອງ​ພວກເພິ່ນ​ອອກ ແລະ ຂ້ຽນຕີ​ພວກເພິ່ນ​ດ້ວຍ​ໄມ້ແສ້.

23 ຫລັງຈາກ​ພວກເພິ່ນ​ຖືກ​ຂ້ຽນຕີ​ຢ່າງ​ໜັກ​ແລ້ວ, ພວກເພິ່ນ​ກໍ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຄຸກ ແລະ ສັ່ງ​ຄົນ​ຮັກສາ​ຄຸກ​ໃຫ້​ເຝົ້າ​ຢ່າງ​ເຂັ້ມງວດ.

24 ເມື່ອ​ໄດ້​ຮັບ​ຄຳສັ່ງ​ຢ່າງ​ນັ້ນ​ແລ້ວ, ເຈົ້າໜ້າທີ່​ກໍ​ຂັງ​ພວກເພິ່ນ​ໄວ້​ໃນ​ຫ້ອງ​ຂັງ​ຊັ້ນ​ໃນ ແລະ ມັດ​ຕີນ​ຂອງ​ພວກເພິ່ນ​ໃສ່​ຂື່​ໄວ້.

25 ປະມານ​ທ່ຽງຄືນ ໂປໂລ​ກັບ​ຊີລາ ກຳລັງ​ພາກັນ​ອະທິຖານ ແລະ ຮ້ອງເພງ​ສັນລະເສີນ​ພຣະເຈົ້າ ແລະ ພວກນັກໂທດ​ຄົນ​ອື່ນໆ​ກໍ​ຟັງ​ຢູ່.

26 ທັນໃດ​ນັ້ນ ກໍ​ເກີດ​ແຜ່ນດິນໄຫວ​ຮຸນແຮງ​ຈົນ​ຮາກຖານ​ຂອງ​ຄຸກ​ສັ່ນ​ສະເທືອນ. ໃນ​ທັນໃດ​ນັ້ນ ປະຕູ​ຄຸກ​ທຸກ​ບານ​ກໍ​ໄຂ​ອອກ​ທັນທີ ແລະ ໂສ້​ທີ່​ມັດ​ນັກໂທດ​ທຸກຄົນ​ກໍ​ຫລຸດ​ອອກ.

27 ເມື່ອ​ເຈົ້າໜ້າທີ່​ຕື່ນ​ຂຶ້ນ ແລະ ເຫັນ​ວ່າ​ປະຕູ​ຄຸກ​ໄຂ​ຢູ່ ຈຶ່ງ​ຖອດ​ດາບ​ອອກມາ​ກຳລັງ​ຈະ​ຂ້າ​ຕົນ​ເອງ​ເພາະ​ຄິດ​ວ່າ​ນັກໂທດ​ໜີ​ໄປ​ແລ້ວ.

28 ແຕ່​ໂປໂລ​ຮ້ອງ​ຂຶ້ນ​ວ່າ, “ຢ່າ​ເຮັດ​ຮ້າຍ​ໃຫ້​ຕົນ​ເອງ! ພວກເຮົາ​ຍັງ​ຢູ່​ທີ່​ນີ້​ທຸກຄົນ!”

29 ເຈົ້າໜ້າທີ່​ໄດ້​ເອີ້ນ​ໃຫ້​ຈຸດ​ໄຟ ແລ້ວ​ແລ່ນ​ເຂົ້າ​ມາ​ໝອບ​ລົງ​ທັງ​ໂຕ​ສັ່ນ​ຕໍ່ໜ້າ​ໂປໂລ​ກັບ​ຊີລາ.

30 ແລ້ວ​ລາວ​ກໍ​ໄດ້​ພາ​ພວກເພິ່ນ​ອອກ​ມາ​ແລ້ວ​ຖາມ​ວ່າ, “ທ່ານ​ເອີຍ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຮັບ​ຄວາມພົ້ນ?”

31 ພວກເພິ່ນ​ຕອບ​ວ່າ, “ຈົ່ງ​ເຊື່ອ​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ແລ້ວ​ເຈົ້າ​ກັບ​ຄົວເຮືອນ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ຄວາມພົ້ນ”.

32 ແລ້ວ​ພວກເພິ່ນ​ກໍ​ໄດ້​ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ໃຫ້​ແກ່​ເຈົ້າໜ້າທີ່ ແລະ ແກ່​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ເຮືອນ​ຂອງ​ລາວ.

33 ຕອນ​ກາງຄືນ​ໃນ​ຊົ່ວໂມງ​ດຽວ​ກັນ​ນັ້ນ ຜູ້​ຮັກສາ​ຄຸກ​ກໍ​ພາ​ພວກເພິ່ນ​ໄປ​ລ້າງ​ບາດແຜ; ແລ້ວ​ຜູ້​ຮັກສາ​ຄຸກ​ກັບ​ຄອບຄົວ​ຂອງ​ລາວ​ທັງໝົດ​ກໍ​ຮັບ​ບັບຕິສະມາ​ທັນທີ.

34 ຜູ້​ຮັກສາ​ຄຸກ​ໄດ້​ພາ​ພວກເພິ່ນ​ເຂົ້າໄປ​ໃນ​ເຮືອນ ແລະ ຈັດ​ອາຫານ​ມາ​ລ້ຽງ​ພວກເພິ່ນ, ຜູ້​ຮັກສາ​ຄຸກ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ທີ່​ລາວ​ເອງ ແລະ ທຸກຄົນ​ໃນ​ຄອບຄົວ​ຂອງ​ລາວ​ໄດ້​ມາ​ເຊື່ອ​ພຣະເຈົ້າ.

35 ພໍ​ຮຸ່ງເຊົ້າ​ມາ ຄະນະ​ຜູ້ປົກຄອງ​ເມືອງ​ໄດ້​ໃຊ້​ເຈົ້າໜ້າທີ່​ມາ​ພ້ອມ​ກັບ​ຄຳສັ່ງ​ວ່າ, “ຈົ່ງ​ປ່ອຍ​ຄົນ​ເຫລົ່ານັ້ນ​ໄປ”.

36 ຜູ້​ຮັກສາ​ຄຸກ​ໄດ້​ບອກ​ໂປໂລ​ວ່າ, “ຄະນະ​ຜູ້ປົກຄອງ​ເມືອງ​ໄດ້​ສັ່ງ​ໃຫ້​ປ່ອຍ​ໂຕ​ທ່ານ​ກັບ​ຊີລາ, ບັດນີ້ ຂໍ​ໃຫ້​ພວກທ່ານ​ອອກ​ໄປ​ດ້ວຍ​ສັນຕິສຸກ”.

37 ແຕ່​ໂປໂລ​ເວົ້າ​ກັບ​ພວກ​ເຈົ້າໜ້າທີ່​ວ່າ: “ພວກເຂົາ​ໄດ້​ຂ້ຽນ​ພວກເຮົາ​ໃນ​ທີ່​ສາທາລະນະ​ໂດຍ​ບໍ່​ໄດ້​ສືບສວນ​ທັງ​ທີ່​ພວກເຮົາ​ເອງ​ກໍ​ເປັນ​ພົນລະເມືອງ​ໂຣມ ແລະ ຈັບ​ພວກເຮົາ​ເຂົ້າ​ຄຸກ ແລ້ວ​ບັດນີ້​ພວກເຂົາ​ຢາກ​ສົ່ງ​ພວກເຮົາ​ໃຫ້​ອອກ​ໄປ​ຢ່າງ​ງຽບໆ​ຊັ້ນ​ບໍ? ບໍ່​ໄດ້! ໃຫ້​ພວກເຂົາ​ມາ​ເອງ ແລະ ພາ​ພວກເຮົາ​ອອກ​ໄປ”.

38 ພວກ​ເຈົ້າໜ້າທີ່​ໄດ້​ກັບ​ໄປ​ລາຍງານ​ເລື່ອງ​ນີ້​ແກ່​ຄະນະ​ຜູ້ປົກຄອງ​ເມືອງ ແລະ ເມື່ອ​ພວກເຂົາ​ໄດ້​ຍິນ​ວ່າ​ໂປໂລ​ກັບ​ຊີລາ​ເປັນ​ພົນລະເມືອງ​ຂອງ​ໂຣມ​ກໍ​ພາ​ກັນ​ຕົກໃຈ.

39 ພວກເຂົາ​ມາ​ເອົາ​ໃຈ​ພວກເພິ່ນ ແລະ ພາ​ພວກເພິ່ນ​ອອກ​ຈາກ​ຄຸກ​ແລ້ວ​ຂໍຮ້ອງ​ໃຫ້​ພວກເພິ່ນ​ອອກ​ໄປ​ຈາກ​ເມືອງ​ນັ້ນ.

40 ຫລັງຈາກ​ໂປໂລ ແລະ ຊີລາ​ອອກ​ຈາກ​ຄຸກ​ແລ້ວ​ກໍ​ໄດ້​ມາ​ທີ່​ເຮືອນ​ຂອງ​ນາງ​ລີເດຍ, ພວກເພິ່ນ​ໄດ້​ພົບ​ກັບ​ພວກ​ພີ່ນ້ອງ ແລະ ໜູນໃຈ​ພວກເຂົາ​ແລ້ວ​ກໍ​ລາ​ຈາກ​ໄປ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan