ກິດຈະການ 15 - ພຣະຄຳພີລາວສະບັບສະໄໝໃໝ່ການປະຊຸມທີ່ເຢຣູຊາເລັມ 1 ມີບາງຄົນລົງຈາກແຂວງຢູດາຍມາທີ່ເມືອງອັນຕີໂອເຂຍ ແລະ ສັ່ງສອນພວກພີ່ນ້ອງວ່າ: “ຖ້າພວກເຈົ້າບໍ່ຮັບພິທີຕັດຕາມທຳນຽມທີ່ໂມເຊໄດ້ສອນໄວ້ ພວກເຈົ້າກໍຈະບໍ່ໄດ້ຮັບຄວາມພົ້ນ”. 2 ຄຳສອນນີ້ໄດ້ເຮັດໃຫ້ໂປໂລກັບບາຣະນາບາໂຕ້ຖຽງກັບພວກເຂົາຢ່າງຮຸນແຮງ. ດັ່ງນັ້ນ ໂປໂລກັບບາຣະນາບາຈຶ່ງໄດ້ຮັບການແຕ່ງຕັ້ງພ້ອມກັບຜູ້ທີ່ເຊື່ອບາງຄົນໃຫ້ຂຶ້ນໄປພົບບັນດາອັກຄະສາວົກ ແລະ ຜູ້ປົກຄອງທີ່ເຢຣູຊາເລັມກ່ຽວກັບບັນຫານີ້. 3 ຄຣິສຕະຈັກໄດ້ໃຊ້ພວກເພິ່ນໄປ ແລະ ຂະນະທີ່ພວກເພິ່ນເດີນທາງຜ່ານແຂວງໂຟນີເຊຍກັບຊາມາເຣຍ, ພວກເພິ່ນກໍໄດ້ເລົ່າເລື່ອງທີ່ຄົນຕ່າງຊາດໄດ້ກັບໃຈໃໝ່. ຂ່າວນີ້ເຮັດໃຫ້ພີ່ນ້ອງທັງຫລາຍມີຄວາມຍິນດີຫລາຍ. 4 ເມື່ອພວກເພິ່ນມາເຖິງເຢຣູຊາເລັມ, ພວກເພິ່ນກໍໄດ້ຮັບການຕ້ອນຮັບຈາກຄຣິສຕະຈັກ, ຈາກພວກອັກຄະສາວົກ ແລະ ພວກຜູ້ປົກຄອງ, ພວກເພິ່ນໄດ້ລາຍງານທຸກສິ່ງທີ່ພຣະເຈົ້າໄດ້ເຮັດຜ່ານພວກເພິ່ນໃຫ້ຄົນເຫລົ່ານັ້ນຟັງ. 5 ຫລັງຈາກນັ້ນ ຜູ້ເຊື່ອບາງຄົນທີ່ຢູ່ໃນກຸ່ມພວກຟາຣີຊາຍໄດ້ຢືນຂຶ້ນ ແລະ ເວົ້າວ່າ, “ຄົນຕ່າງຊາດຕ້ອງຮັບພິທີຕັດ ແລະ ປະຕິບັດຕາມກົດບັນຍັດຂອງໂມເຊ”. 6 ບັນດາອັກຄະສາວົກ ແລະ ພວກຜູ້ປົກຄອງໄດ້ປະຊຸມກັນເພື່ອພິຈາລະນາບັນຫານີ້. 7 ຫລັງຈາກປຶກສາຫາລືກັນຫລາຍແລ້ວ, ເປໂຕກໍລຸກຂຶ້ນກ່າວວ່າ: “ພີ່ນ້ອງທັງຫລາຍ ພວກເຈົ້າຮູ້ຢູ່ແລ້ວວ່າກ່ອນໜ້ານີ້ພຣະເຈົ້າໄດ້ເລືອກຂ້າພະເຈົ້າຈາກທ່າມກາງພວກເຈົ້າ ເພື່ອຄົນຕ່າງຊາດຈະໄດ້ຍິນຖ້ອຍຄຳແຫ່ງຂ່າວປະເສີດຈາກຮິມສົບຂອງເຮົາ ແລະ ເຊື່ອ. 8 ພຣະເຈົ້າຜູ້ຮູ້ຈິດໃຈມະນຸດ ໄດ້ສະແດງວ່າພຣະອົງຍອມຮັບພວກເຂົາໂດຍໃຫ້ພຣະວິນຍານບໍລິສຸດເຈົ້າແກ່ພວກເຂົາ, ເໝືອນທີ່ພຣະອົງໄດ້ໃຫ້ແກ່ພວກເຮົາ. 9 ພຣະອົງບໍ່ໄດ້ຈຳແນກລະຫວ່າງພວກເຮົາກັບພວກເຂົາ, ເພາະພຣະອົງໄດ້ຊຳລະຈິດໃຈຂອງພວກເຂົາໃຫ້ບໍລິສຸດດ້ວຍຄວາມເຊື່ອ. 10 ເມື່ອເປັນດັ່ງນັ້ນ, ເປັນຫຍັງພວກເຈົ້າຈຶ່ງພະຍາຍາມທົດລອງພຣະເຈົ້າໂດຍເອົາແອກວາງໃສ່ຄໍຂອງພວກຄົນຕ່າງຊາດ ເຊິ່ງທັງພວກເຮົາ ຫລື ບັນພະບຸລຸດຂອງພວກເຮົາກໍບໍ່ສາມາດທີ່ຈະແບກໄດ້? 11 ຢ່າເລີຍ! ພວກເຮົາເຊື່ອວ່າພວກເຮົາຈະພົ້ນໄດ້ກໍໂດຍພຣະຄຸນຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ເໝືອນກັນກັບພວກເຂົາ”. 12 ທຸກຄົນໃນທີ່ປະຊຸມກໍມິດງຽບຟັງບາຣະນາບາກັບໂປໂລເລົ່າເຖິງໝາຍສຳຄັນ ແລະ ການອັດສະຈັນຕ່າງໆທີ່ພຣະເຈົ້າໄດ້ເຮັດຜ່ານພວກເພິ່ນທ່າມກາງຄົນຕ່າງຊາດ. 13 ເມື່ອພວກເພິ່ນເວົ້າຈົບແລ້ວ, ຢາໂກໂບກໍກ່າວຂຶ້ນ. ເພິ່ນກ່າວວ່າ, “ພີ່ນ້ອງທັງຫລາຍ, ຂໍໃຫ້ຟັງຂ້າພະເຈົ້າກ່ອນ. 14 ຊີໂມນໄດ້ອະທິບາຍໃຫ້ພວກເຮົາຟັງແລ້ວວ່າ ພຣະເຈົ້າໄດ້ສະແດງຄວາມຫ່ວງໃຍຂອງພຣະອົງຕັ້ງແຕ່ທຳອິດ ໂດຍເລືອກຄົນຕ່າງຊາດບາງຄົນມາເປັນຂອງພຣະອົງ. 15 ຖ້ອຍຄຳຂອງພວກຜູ້ທຳນວາຍກໍສອດຄ່ອງກັບເລື່ອງນີ້ ຕາມທີ່ໄດ້ຂຽນໄວ້ໃນພຣະຄຳພີວ່າ: 16 “‘ຫລັງຈາກນີ້ເຮົາຈະກັບຄືນມາ ແລະ ຈະສ້າງຫໍເຕັນຂອງດາວິດທີ່ລົ້ມລົງຂຶ້ນມາໃໝ່. ເຮົາຈະສ້າງສິ່ງທີ່ຫັກພັງຂຶ້ນມາໃໝ່, ແລະ ເຮົາຈະເຮັດໃຫ້ສິ່ງເຫລົ່ານັ້ນຄືນສູ່ສະພາບດີ 17 ເພື່ອຄົນທີ່ເຫລືອຢູ່ຈະສະແຫວງຫາອົງພະຜູ້ເປັນເຈົ້າ, ແມ່ນແຕ່ຄົນຕ່າງຊາດທັງໝົດທີ່ຮັບຮູ້ນາມຂອງເຮົາ, ກ່າວໄວ້ໂດຍອົງພຣະຜູ້ເປັນເຈົ້າ, ຜູ້ໄດ້ກະທຳສິ່ງເຫລົ່ານີ້’ 18 ເຊິ່ງເປັນທີ່ຮູ້ກັນມາດົນນານແລ້ວ. 19 “ດັ່ງນັ້ນ ຂ້າພະເຈົ້າເຫັນວ່າພວກເຮົາບໍ່ຄວນສ້າງຄວາມລຳບາກໃຫ້ກັບຄົນຕ່າງຊາດທີ່ຫັນມາຫາພຣະເຈົ້າ 20 ແຕ່ໃຫ້ພວກເຮົາຂຽນໄປຫາພວກເຂົາ, ໂດຍບອກພວກເຂົາໃຫ້ລະເວັ້ນຈາກອາຫານທີ່ມີມົນທິນເພາະຮູບເຄົາລົບ, ຈາກການຜິດສິນທຳທາງເພດ, ຈາກການກິນຊີ້ນສັດທີ່ຖືກຮັດຄໍຕາຍ ແລະ ຈາກການກິນເລືອດ. 21 ເພາະກົດບັນຍັດຂອງໂມເຊໄດ້ຖືກເທດສະໜາໃນທຸກເມືອງຕັ້ງແຕ່ດົນນານມາແລ້ວ ແລະ ໄດ້ຖືກອ່ານໃນທຳມະສາລາທຸກວັນຊະບາໂຕ”. ຈົດໝາຍຈາກທີ່ປະຊຸມເຖິງຜູ້ທີ່ເຊື່ອທີ່ເປັນຄົນຕ່າງຊາດ 22 ແລ້ວພວກອັກຄະສາວົກ ແລະ ພວກຜູ້ປົກຄອງກັບທຸກຄົນໃນຄຣິສຕະຈັກ, ໄດ້ຕັດສິນໃຈທີ່ຈະເລືອກເອົາບາງຄົນໃນພວກເພິ່ນແລ້ວສົ່ງໄປທີ່ເມືອງອັນຕີໂອເຂຍພ້ອມກັບໂປໂລ ແລະ ບາຣະນາບາ. ພວກເພິ່ນໄດ້ເລືອກເອົາຢູດາ (ຫລືເອີ້ນກັນວ່າບາຣະຊັບບາ) ກັບຊີລາ, ຊາຍທັງສອງຄົນນີ້ເປັນຜູ້ນຳໃນກຸ່ມພວກພີ່ນ້ອງ. 23 ແລ້ວພວກເພິ່ນໄດ້ຝາກຈົດໝາຍໃຫ້ພວກເຂົາຖືໄປນຳດັ່ງນີ້: ຈາກບັນດາອັກຄະສາວົກ ແລະ ຜູ້ອາວຸໂສ ຜູ້ເປັນພີ່ນ້ອງຂອງພວກທ່ານ, ເຖິງ ຜູ້ທີ່ເຊື່ອທີ່ເປັນຄົນຕ່າງຊາດໃນເມືອງອັນຕີໂອເຂຍ ໃນແຂວງຊີເຣຍ ແລະ ໃນແຂວງກີລີເກຍ: ຂໍສົ່ງຄຳທັກທາຍ. 24 ພວກເຮົາໄດ້ຍິນຂ່າວວ່າມີບາງຄົນໃນພວກເຮົາໄດ້ໄປຫາພວກທ່ານໂດຍບໍ່ໄດ້ຮັບອະນຸຍາດຈາກພວກເຮົາ ແລະ ໄປລົບກວນຈິດໃຈຂອງພວກທ່ານໂດຍເວົ້າສິ່ງທີ່ເຮັດໃຫ້ພວກທ່ານບໍ່ສະບາຍໃຈ. 25 ດັ່ງນັ້ນ ພວກເຮົາທຸກຄົນເຫັນດີທີ່ຈະເລືອກເອົາບາງຄົນ ແລະ ສົ່ງພວກເຂົາມາຫາພວກທ່ານພ້ອມກັບບາຣະນາບາ ແລະ ໂປໂລເພື່ອນທີ່ຮັກຂອງເຮົາ 26 ຄືຜູ້ທີ່ຍອມເສຍສະຫລະຊີວິດຂອງຕົນເພື່ອເຫັນແກ່ນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. 27 ດ້ວຍເຫດນີ້ ພວກເຮົາຈຶ່ງສົ່ງຢູດາກັບຊີລາມາເພື່ອຢືນຢັນຄຳເວົ້າໃນສິ່ງທີ່ພວກເຮົາໄດ້ຂຽນ. 28 ດ້ວຍວ່າ ພຣະວິນຍານບໍລິສຸດເຈົ້າກັບພວກເຮົາເຫັນດີຮ່ວມກັນແລ້ວວ່າບໍ່ໃຫ້ວາງພາລະໜັກໃດໃຫ້ພວກທ່ານເວັ້ນແຕ່ຂໍ້ກຳນົດຕໍ່ໄປນີ້ຄື: 29 ພວກທ່ານທັງຫລາຍຈົ່ງລະເວັ້ນຈາກອາຫານທີ່ຖວາຍບູຊາແກ່ຮູບເຄົາລົບ, ໃຫ້ລະເວັ້ນຈາກການກິນເລືອດ, ໃຫ້ລະເວັ້ນຈາກການກິນຊີ້ນສັດທີ່ຖືກຮັດຄໍຕາຍ ແລະ ໃຫ້ລະເວັ້ນຈາກການຜິດສິນທຳທາງເພດ. ຖ້າພວກທ່ານລະເວັ້ນຈາກສິ່ງເຫລົ່ານີ້ ພວກທ່ານກໍເຮັດໃນສິ່ງທີ່ຖືກຕ້ອງ. ຂໍອຳລາ. 30 ດັ່ງນັ້ນ ຄົນເຫລົ່ານັ້ນຈຶ່ງອອກເດີນທາງໄປຍັງເມືອງອັນຕີໂອເຂຍ, ບ່ອນທີ່ພວກເພິ່ນໄດ້ເຕົ້າໂຮມກັນໃນຄຣິສຕະຈັກ ແລະ ໄດ້ມອບຈົດໝາຍໃຫ້. 31 ປະຊາຊົນໄດ້ອ່ານຈົດໝາຍນັ້ນແລ້ວ ແລະ ທຸກຄົນພາກັນດີໃຈເພາະຄຳໜູນໃຈໃນຈົດໝາຍນັ້ນ. 32 ຢູດາກັບຊີລາເອງທີ່ເປັນຜູ້ທຳນວາຍ, ພວກເພິ່ນໄດ້ເວົ້າຫລາຍສິ່ງຫລາຍຢ່າງເພື່ອໜູນໃຈ ແລະ ເສີມສ້າງພວກພີ່ນ້ອງໃຫ້ເຂັ້ມແຂງ. 33 ຫລັງຈາກໃຊ້ເວລາຢູ່ທີ່ນັ້ນໄດ້ໄລຍະໜຶ່ງແລ້ວ, ພວກພີ່ນ້ອງຜູ້ທີ່ເຊື່ອກໍໄດ້ສົ່ງພວກເພິ່ນກັບໄປຫາບັນດາພີ່ນ້ອງຜູ້ທີ່ໃຊ້ພວກເພິ່ນມາພ້ອມທັງອວຍພອນໃຫ້ມີສັນຕິສຸກ. 34 ແຕ່ຊີລາຕັດສິນໃຈທີ່ຈະຢູ່ທີ່ນັ້ນຕໍ່. 35 ສ່ວນໂປໂລກັບບາຣະນາບາຍັງຢູ່ທີ່ເມືອງອັນຕີໂອເຂຍ, ພວກເພິ່ນກັບຄົນອື່ນໆໄດ້ຮ່ວມກັນສັ່ງສອນ ແລະ ປະກາດພຣະຄຳຂອງອົງພຣະຜູ້ເປັນເຈົ້າຮ່ວມກັບອີກຫລາຍຄົນ. ຂໍ້ຂັດແຍ້ງລະຫວ່າງໂປໂລກັບບາຣະນາບາ 36 ຕໍ່ມາ ໂປໂລໄດ້ເວົ້າກັບບາຣະນາບາວ່າ, “ໃຫ້ພວກເຮົາກັບໄປຢ້ຽມຢາມຜູ້ທີ່ເຊື່ອໃນທຸກເມືອງທີ່ພວກເຮົາໄດ້ປະກາດພຣະຄຳຂອງອົງພຣະຜູ້ເປັນເຈົ້າ ແລະ ເບິ່ງວ່າພວກເຂົາເປັນຢ່າງໃດ”. 37 ບາຣະນາບາຕ້ອງການຈະພາໂຢຮັນ ເອີ້ນອີກຊື່ໜຶ່ງວ່າມາຣະໂກໄປນຳ, 38 ແຕ່ໂປໂລເຫັນວ່າບໍ່ຄວນເອົາລາວໄປນຳ ເພາະໂຢຮັນເຄີຍປະຖິ້ມພວກເພິ່ນທີ່ແຂວງປຳຟີເລຍ ແລະ ບໍ່ໄດ້ຮ່ວມງານອີກ. 39 ພວກເພິ່ນໄດ້ຂັດແຍ້ງກັນຢ່າງຮຸນແຮງຈົນຕ້ອງແຍກກັນ. ບາຣະນາບາໄດ້ພາມາຣະໂກລົງເຮືອໄປຍັງເກາະໄຊປຣັດ, 40 ແຕ່ໂປໂລໄດ້ເລືອກຊີລາ ແລະ ຈາກໄປ ໂດຍພີ່ນ້ອງຜູ້ທີ່ເຊື່ອໄດ້ມອບພວກເພິ່ນໄວ້ໃນພຣະຄຸນຂອງອົງພຣະຜູ້ເປັນເຈົ້າ. 41 ພວກເພິ່ນໄດ້ໄປທົ່ວແຂວງຊີເຣຍ ແລະ ກີລີເກຍ, ໜູນໃຈຄຣິສຕະຈັກຕ່າງໆໃຫ້ເຂັ້ມແຂງຂຶ້ນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.