Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 14 - ພຣະຄຳພີລາວສະບັບສະໄໝໃໝ່


ໃນ​ເມືອງ​ອີໂກນີອົມ

1 ທີ່​ເມືອງ​ອີໂກນີອົມ ໂປໂລ​ກັບ​ບາຣະນາບາ​ໄດ້​ເຂົ້າໄປ​ໃນ​ທຳມະສາລາ​ຂອງ​ພວກ​ຢິວ​ຕາມ​ປົກກະຕິ. ຢູ່​ທີ່​ນັ້ນ ພວກເພິ່ນ​ໄດ້​ປະກາດ​ຢ່າງ​ເກີດຜົນ​ຈົນ​ມີ​ຄົນຢິວ ແລະ ຄົນກຣີກ​ຈຳນວນ​ຫລາຍ​ມາ​ເຊື່ອ.

2 ແຕ່​ພວກ​ຢິວ​ທີ່​ບໍ່​ຍອມ​ເຊື່ອ​ໄດ້​ຍຸຍົງ​ຄົນຕ່າງຊາດ​ອື່ນ​ອີກ ແລະ ເບື່ອເມົາ​ຄວາມຄິດ​ຂອງ​ພວກເຂົາ​ໃຫ້​ຕໍ່ຕ້ານ​ພວກ​ພີ່ນ້ອງ.

3 ດັ່ງນັ້ນ ໂປໂລ​ກັບ​ບາຣະນາບາ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ດົນນານ, ພວກເພິ່ນ​ໄດ້​ກ່າວ​ຢ່າງ​ກ້າຫານ​ເພື່ອ​ອົງພຣະຜູ້ເປັນເຈົ້າ, ຜູ້​ຢືນຢັນ​ຖ້ອຍຄຳ​ແຫ່ງ​ພຣະຄຸນ​ຂອງ​ພຣະອົງ ໂດຍ​ໃຫ້​ພວກເພິ່ນ​ສາມາດ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ.

4 ປະຊາຊົນ​ໃນ​ເມືອງ​ນັ້ນ​ໄດ້​ແຍກ​ເປັນ​ສອງ​ຝ່າຍ; ຝ່າຍ​ໜຶ່ງ​ຢູ່​ຝ່າຍ​ຢິວ, ອີກ​ຝ່າຍ​ໜຶ່ງ​ຢູ່​ກັບ​ຝ່າຍ​ອັກຄະສາວົກ.

5 ມີ​ການ​ວາງແຜນຮ້າຍ​ກຳລັງ​ເກີດຂຶ້ນ​ທ່າມກາງ​ພວກ​ຄົນຕ່າງຊາດ​ກັບ​ພວກ​ຄົນຢິວ ແລະ ບັນດາ​ຫົວໜ້າ​ຂອງ​ພວກເຂົາ, ເພື່ອ​ຂົ່ມເຫັງ​ພວກເພິ່ນ ແລະ ເອົາ​ຫີນ​ແກວ່ງ​ໃສ່​ໂປໂລ​ກັບ​ບາຣະນາບາ.

6 ແຕ່​ພວກເພິ່ນ​ຮູ້​ແຜນການ​ນັ້ນ ແລ້ວ​ພວກເພິ່ນ​ຈຶ່ງ​ໜີ​ໄປ​ຍັງ​ເມືອງ​ລີສະຕຣາ ແລະ ເມືອງ​ເດຣະເບ​ໃນ​ແຂວງ​ລີກາໂອເນຍ ແລະ ໃນ​ດິນແດນ​ໃກ້​ຄຽງ​ນັ້ນ,

7 ພວກເພິ່ນ​ໄດ້​ສືບຕໍ່​ປະກາດ​ຂ່າວປະເສີດ​ຢູ່​ທີ່​ນັ້ນ.


ໃນ​ເມືອງ​ລີສະຕຣາ ແລະ ເມືອງ​ເດຣະເບ

8 ທີ່​ເມືອງ​ລີສະຕຣາ ມີ​ຊາຍ​ພິການ​ຄົນ​ໜຶ່ງ​ນັ່ງ​ຢູ່​ທີ່​ນັ້ນ. ລາວ​ເປັນ​ເປ້ຍ​ມາ​ຕັ້ງແຕ່​ເກີດ ແລະ ບໍ່​ເຄີຍ​ຍ່າງ​ຈັກເທື່ອ.

9 ລາວ​ນັ່ງ​ຟັງ​ໂປໂລ​ໃນ​ຂະນະ​ທີ່​ເພິ່ນ​ກຳລັງ​ເວົ້າ​ຢູ່. ໂປໂລ​ໄດ້​ແນມ​ໄປ​ທີ່​ລາວ​ໂດຍ​ກົງ, ກໍ​ໄດ້​ເຫັນ​ວ່າ​ລາວ​ມີ​ຄວາມເຊື່ອ​ພໍ​ທີ່​ຈະ​ຫາຍດີ​ໄດ້

10 ແລະ ໄດ້​ຮ້ອງຂຶ້ນ​ວ່າ, “ຈົ່ງ​ລຸກຂຶ້ນ​ຢືນ!” ຄົນ​ນັ້ນ​ກໍ​ກະໂດດ​ຂຶ້ນ​ຢືນ ແລະ ເລີ່ມ​ຍ່າງ​ໄປ​ມາ.

11 ເມື່ອ​ປະຊາຊົນ​ໄດ້​ເຫັນ​ສິ່ງ​ທີ່​ໂປໂລ​ໄດ້​ເຮັດ​ນັ້ນ, ພວກເຂົາ​ກໍ​ຮ້ອງ​ຂຶ້ນ​ເປັນ​ພາສາ​ລີກາໂອເນຍ​ວ່າ, “ບັນດາ​ພະ​ທັງຫລາຍ​ໄດ້​ແປງ​ກາຍ​ເປັນ​ມະນຸດ​ລົງ​ມາ​ຫາ​ພວກເຮົາ​ແລ້ວ!”

12 ພວກເຂົາ​ເອີ້ນ​ບາຣະນາບາ​ວ່າ​ພະຊູດ ແລະ ເອີ້ນ​ໂປໂລ​ວ່າ​ພະເຮຣະເມ ເພາະວ່າ​ສ່ວນຫລາຍ​ແມ່ນ​ໂປໂລ​ເປັນ​ຜູ້​ເວົ້າ.

13 ປະໂລຫິດ​ຂອງ​ພະຊູດ ເຊິ່ງ​ມີ​ວິຫານ​ທີ່​ຕັ້ງ​ຢູ່​ນອກ​ເມືອງ, ໄດ້​ນຳ​ເອົາ​ງົວເຖິກ ແລະ ພວງມາລາ​ມາ​ທີ່​ປະຕູ​ເມືອງ ແລະ ປະຊາຊົນ​ຢາກ​ຖວາຍ​ເຄື່ອງບູຊາ​ໃຫ້​ແກ່​ພວກເພິ່ນ.

14 ແຕ່​ເມື່ອ​ອັກຄະສາວົກ​ບາຣະນາບາ​ກັບ​ໂປໂລ ໄດ້​ຍິນ​ເລື່ອງ​ນີ້, ພວກເພິ່ນ​ກໍ​ຈີກ​ເຄື່ອງນຸ່ງ​ຂອງ​ຕົນ​ແລ້ວ​ຟ້າວ​ແລ່ນ​ເຂົ້າ​ໄປ​ໃນ​ທ່າມກາງ​ປະຊາຊົນ ແລະ ຮ້ອງຂຶ້ນ​ວ່າ,

15 “ທ່ານ​ທັງຫລາຍ​ເອີຍ, ເປັນຫຍັງ​ຈຶ່ງ​ເຮັດ​ຢ່າງ​ນີ້? ພວກເຮົາ​ກໍ​ເປັນ​ມະນຸດ​ທຳມະດາ​ເໝືອນກັນ​ກັບ​ພວກທ່ານ. ພວກເຮົາ​ກຳລັງ​ນຳ​ເອົາ​ຂ່າວປະເສີດ​ມາ​ໃຫ້​ພວກທ່ານ, ເພື່ອ​ໃຫ້​ພວກທ່ານ​ກັບໃຈ​ຈາກ​ສິ່ງ​ທີ່​ບໍ່ມີ​ປະໂຫຍດ​ເຫລົ່ານີ້​ມາ​ຫາ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຜູ້​ສ້າງ​ຟ້າສະຫວັນ ແລະ ແຜ່ນດິນໂລກ, ນໍ້າທະເລ ແລະ ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນັ້ນ.

16 ໃນ​ອະດີດ​ນັ້ນ, ພຣະອົງ​ປ່ອຍ​ໃຫ້​ຊົນຊາດ​ທັງປວງ​ໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ.

17 ເຖິງ​ປານ​ນັ້ນ ພຣະອົງ​ກໍ​ຍັງ​ໃຫ້​ມີ​ພະຍານ​ເຖິງ​ພຣະອົງ​ເອງ​ຄື: ພຣະອົງ​ສະແດງ​ຄວາມເມດຕາ​ໂດຍ​ໃຫ້​ຝົນ​ຕົກ​ຈາກ​ຟ້າ​ສະຫວັນ ແລະ ໃຫ້​ມີ​ຜົນລະປູກ​ຕາມ​ລະດູການ​ແກ່​ພວກທ່ານ, ພຣະອົງ​ໃຫ້​ອາຫານ​ອັນ​ອຸດົມສົມບູນ​ແກ່​ພວກທ່ານ ແລະ ໃຫ້​ຈິດໃຈ​ຂອງ​ພວກທ່ານ​ເຕັມ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ”.

18 ແມ່ນແຕ່​ດ້ວຍ​ຖ້ອຍຄຳ​ເຫລົ່ານີ້, ກໍ​ຍັງ​ຍາກ​ທີ່​ພວກເພິ່ນ​ຈະ​ຫ້າມ​ປະຊາຊົນ​ບໍ່​ໃຫ້​ຖວາຍ​ເຄື່ອງບູຊາ​ແກ່​ພວກເພິ່ນ.

19 ແລ້ວ​ມີ​ພວກ​ຢິວ​ບາງຄົນ​ມາ​ຈາກ​ເມືອງ​ອັນຕີໂອເຂຍ ແລະ ເມືອງ​ອີໂກນີອົມ ໄດ້​ຊັກຊວນ​ປະຊາຊົນ​ໃຫ້​ມາ​ເຂົ້າ​ຂ້າງ​ພວກເຂົາ​ໄດ້​ສຳເລັດ. ພວກເຂົາ​ໄດ້​ເອົາ​ຫີນ​ແກວ່ງ​ໃສ່​ໂປໂລ ແລະ ລາກ​ເພິ່ນ​ອອກ​ໄປ​ນອກ​ເມືອງ​ເພາະ​ຄິດ​ວ່າ​ເພິ່ນ​ຕາຍ​ແລ້ວ.

20 ແຕ່​ຫລັງຈາກ​ທີ່​ພວກສາວົກ​ໄດ້​ເຂົ້າ​ມາ​ເຕົ້າໂຮມກັນ​ອ້ອມ​ເພິ່ນ, ໂປໂລ​ກໍ​ລຸກຂຶ້ນ ແລະ ກັບ​ເຂົ້າ​ໄປ​ໃນ​ເມືອງ. ມື້​ຕໍ່ມາ ເພິ່ນ​ກັບ​ບາຣະນາບາ​ກໍ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ເດຣະເບ.


ການ​ກັບ​ຄືນ​ມາ​ທີ່​ເມືອງ​ອັນຕີໂອເຂຍ​ໃນ​ແຂວງ​ຊີເຣຍ

21 ພວກເພິ່ນ​ໄດ້​ປະກາດ​ຂ່າວປະເສີດ​ໃນ​ເມືອງ​ນັ້ນ ແລະ ມີ​ຄົນ​ຈຳນວນ​ຫລວງຫລາຍ​ມາ​ເປັນ​ສາວົກ. ຫລັງຈາກນັ້ນ ພວກເພິ່ນ​ກໍ​ໄດ້​ກັບ​ຄືນ​ໄປ​ຍັງ​ເມືອງ​ລີສະຕຣາ, ເມືອງ​ອີໂກນີອົມ ແລະ ເມືອງ​ອັນຕີໂອເຂຍ,

22 ເພື່ອ​ໜູນໃຈ​ພວກສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ ໄດ້​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງ​ໝັ້ນຄົງ​ໃນ​ຄວາມເຊື່ອ. ພວກເຂົາ​ກ່າວ​ວ່າ, “ພວກເຮົາ​ຕ້ອງ​ຜ່ານຜ່າ​ຄວາມ​ທຸກຍາກ​ລຳບາກ​ຫລາຍ​ຢ່າງ​ເພື່ອ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.

23 ໂປໂລ​ກັບ​ບາຣະນາບາ​ໄດ້​ແຕ່ງຕັ້ງ​ພວກຜູ້ປົກຄອງ​ໃນ​ແຕ່​ລະ​ຄຣິສຕະຈັກ ແລະ ພາກັນ​ຖືສິນ​ອົດອາຫານ​ອະທິຖານ​ເພື່ອ​ມອບ​ພວກເຂົາ​ໄວ້​ກັບ​ອົງພຣະຜູ້ເປັນເຈົ້າ​ຜູ້​ທີ່​ພວກເຂົາ​ວາງໃຈ.

24 ຫລັງຈາກ​ໄປ​ທົ່ວ​ແຂວງ​ປີຊີເດຍ​ແລ້ວ​ພວກເພິ່ນ​ກໍ​ມາ​ເຖິງ​ແຂວງ​ປຳຟີເລຍ

25 ແລະ ເມື່ອ​ໄດ້​ປະກາດ​ພຣະຄຳ​ໃນ​ເມືອງ​ເປກາ​ແລ້ວ, ພວກເພິ່ນ​ກໍ​ໄດ້​ເດີນທາງ​ໄປ​ທີ່​ເມືອງ​ອັດຕາເລຍ.

26 ແລະ ຈາກ​ເມືອງ​ອັດຕາເລຍ ພວກເພິ່ນ​ໄດ້​ລົງ​ເຮືອ​ກັບຄືນ​ໄປ​ເມືອງ​ອັນຕີໂອເຂຍ ຄື​ເມືອງ​ທີ່​ພວກເພິ່ນ​ຖືກ​ມອບ​ໄວ້​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ໃຫ້​ເຮັດ​ພັນທະກິດ ເຊິ່ງ​ບັດນີ້​ພວກເພິ່ນ​ໄດ້​ເຮັດ​ສຳເລັດ​ແລ້ວ.

27 ເມື່ອ​ມາ​ຮອດ​ທີ່​ນັ້ນ, ພວກເພິ່ນ​ໄດ້​ເອີ້ນ​ເອົາ​ສະມາຊິກ​ໃນ​ຄຣິສຕະຈັກ​ມາ​ປະຊຸມ ແລະ ລາຍງານ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ຜ່ານ​ພວກເພິ່ນ ແລະ ວິທີ​ທີ່​ພຣະອົງ​ໄດ້​ເປີດ​ປະຕູ​ແຫ່ງ​ຄວາມເຊື່ອ​ໃຫ້​ແກ່​ບັນດາ​ຄົນຕ່າງຊາດ.

28 ແລະ ພວກເພິ່ນ​ໄດ້​ພັກ​ຢູ່​ທີ່​ນັ້ນ​ກັບ​ພວກສາວົກ​ເປັນ​ເວລາ​ດົນນານ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan