ກິດຈະການ 13 - ພຣະຄຳພີລາວສະບັບສະໄໝໃໝ່1 ບັດນີ້ ໃນຄຣິສຕະຈັກທີ່ເມືອງອັນຕີໂອເຂຍມີຜູ້ທຳນວາຍ ແລະ ອາຈານຄື: ບາຣະນາບາ, ຊີເມໂອນທີ່ມີອີກຊື່ໜຶ່ງວ່ານີເກີ, ລູກີໂອຊາວກີເຣເນ, ມານາເອນ (ຜູ້ທີ່ໄດ້ຮັບການລ້ຽງດູໃຫ້ເຕີບໃຫຍ່ຂຶ້ນດ້ວຍກັນກັບເຮໂຣດຜູ້ປົກຄອງແຂວງ) ແລະ ໂຊໂລ. 2 ໃນຂະນະທີ່ພວກເຂົາທັງຫລາຍກຳລັງນະມັດສະການອົງພຣະຜູ້ເປັນເຈົ້າ ແລະ ຖືສິນອົດອາຫານຢູ່ນັ້ນ, ພຣະວິນຍານບໍລິສຸດເຈົ້າກໍກ່າວວ່າ, “ຈົ່ງແຍກບາຣະນາບາ ແລະ ໂຊໂລໄວ້ສຳລັບງານທີ່ເຮົາໄດ້ເອີ້ນໃຫ້ພວກເຂົາເຮັດ”. 3 ດັ່ງນັ້ນ ຫລັງຈາກທີ່ພວກເຂົາໄດ້ຖືສິນອົດອາຫານ ແລະ ອະທິຖານແລ້ວ, ພວກເຂົາກໍໄດ້ວາງມືໃສ່ພວກເພິ່ນທັງສອງແລ້ວສົ່ງພວກເພິ່ນອອກໄປ. ທີ່ເກາະໄຊປຣັດ 4 ພວກເພິ່ນທັງສອງຈຶ່ງຖືກສົ່ງອອກໄປໂດຍພຣະວິນຍານບໍລິສຸດເຈົ້າ, ພວກເພິ່ນໄດ້ລົງໄປທີ່ເມືອງແຊລູເກຍ ແລະ ນັ່ງເຮືອຈາກທີ່ນັ້ນມາຍັງເກາະໄຊປຣັດ. 5 ເມື່ອພວກເພິ່ນມາຮອດເມືອງຊາລາມີແລ້ວ, ພວກເພິ່ນກໍໄດ້ປະກາດພຣະຄຳຂອງພຣະເຈົ້າໃນທຳມະສາລາຂອງຊາວຢິວ. ໂຢຮັນກໍຢູ່ກັບພວກເພິ່ນເປັນຜູ້ຊ່ວຍຂອງພວກເພິ່ນດ້ວຍ. 6 ພວກເພິ່ນໄດ້ເດີນທາງໄປທົ່ວເກາະຈົນມາຮອດເມືອງປາໂຟ. ຢູ່ທີ່ນັ້ນ ພວກເພິ່ນໄດ້ພົບໝໍເວດມົນຄາຖາຊາວຢິວ ເຊິ່ງເປັນຜູ້ທຳນວາຍປອມຊື່ບາຣະເຢຊູ, 7 ຜູ້ທີ່ເປັນຄົນຮັບໃຊ້ຂອງຜູ້ປົກຄອງເກາະ, ຄືເຊຄີໂອໂປໂລ. ຜູ້ປົກຄອງເກາະຄົນນີ້ເປັນຄົນສະຫລາດ, ເພິ່ນໄດ້ສົ່ງຄົນໄປເຊີນບາຣະນາບາ ແລະ ໂຊໂລໄປພົບ ເພາະເພິ່ນຢາກຟັງພຣະຄຳຂອງພຣະເຈົ້າ. 8 ແຕ່ເອລີມາ ໝໍເວດມົນຄາຖາ (ເປັນຊື່ຂອງລາວມີຄວາມໝາຍຢ່າງນັ້ນ) ໄດ້ມາຂັດຂວາງພວກເພິ່ນທັງສອງໄວ້ໂດຍພະຍາຍາມຈະປ່ຽນໃຈຜູ້ປົກຄອງໃຫ້ອອກຈາກຄວາມເຊື່ອ. 9 ແລ້ວໂຊໂລທີ່ມີອີກຊື່ໜຶ່ງວ່າໂປໂລ ຜູ້ທີ່ເຕັມດ້ວຍພຣະວິນຍານບໍລິສຸດເຈົ້າໄດ້ຈ້ອງໄປເບິ່ງທີ່ເອລີມາ ແລະ ເວົ້າວ່າ, 10 “ເຈົ້າຜູ້ເປັນລູກຂອງມານຮ້າຍ ແລະ ຜູ້ເປັນສັດຕູຂອງທຸກສິ່ງທີ່ຊອບທຳ! ເຈົ້າຜູ້ເຕັມໄປດ້ວຍກົນອຸບາຍ ແລະ ການຫລອກລວງທຸກຊະນິດ. ເຈົ້າຈະບໍ່ເຊົາບິດເບືອນຫົນທາງອັນຖືກຕ້ອງຂອງອົງພຣະຜູ້ເປັນເຈົ້າຈັກເທື່ອບໍ? 11 ບັດນີ້ ມືຂອງອົງພຣະຜູ້ເປັນເຈົ້າຈະຈັດການກັບເຈົ້າ, ເຈົ້າຈະຕາບອດເບິ່ງບໍ່ເຫັນແມ່ນແຕ່ແສງຕາເວັນຕະຫລອດຊ່ວງເວລາໜຶ່ງ”. ທັນໃດນັ້ນ ໝອກ ແລະ ຄວາມມືດມົວກໍເຂົ້າມາປົກຄຸມລາວ ແລະ ລາວຕ້ອງງົມຊອກຫາຄົນເພື່ອໃຫ້ຈູງມືຂອງຕົນໄປ. 12 ເມື່ອຜູ້ປົກຄອງໄດ້ເຫັນເຫດການທີ່ເກີດຂຶ້ນນັ້ນ, ເພິ່ນກໍໄດ້ເຊື່ອ, ເພາະເພິ່ນອັດສະຈັນໃຈໃນຄຳສອນກ່ຽວກັບອົງພຣະຜູ້ເປັນເຈົ້າ. ໃນເມືອງອັນຕີໂອເຂຍແຂວງປີຊີເດຍ 13 ໂປໂລກັບຜູ້ຮ່ວມງານຂອງເພິ່ນໄດ້ລົງເຮືອຈາກເມືອງປາໂຟເດີນທາງໄປທີ່ເມືອງເປກາໃນແຂວງປຳຟີເລຍ, ບ່ອນທີ່ໂຢຮັນໄດ້ປະພວກເພິ່ນໄວ້ເພື່ອກັບຄືນໄປຍັງເຢຣູຊາເລັມ. 14 ຈາກເມືອງເປກາ ພວກເພິ່ນໄດ້ເດີນທາງຕໍ່ມາຍັງເມືອງອັນຕີໂອເຂຍແຂວງປີຊີເດຍ. ໃນວັນຊະບາໂຕ ພວກເພິ່ນກໍເຂົ້າໄປນັ່ງໃນທຳມະສາລາ. 15 ຫລັງຈາກອ່ານໜັງສືກົດບັນຍັດ ແລະ ໜັງສືຜູ້ທຳນວາຍແລ້ວ, ບັນດາຫົວໜ້າທຳມະສາລາກໍໃຫ້ຄົນໄປບອກພວກເພິ່ນວ່າ, “ພີ່ນ້ອງ, ຖ້າພວກທ່ານມີຄຳໜູນໃຈແກ່ປະຊາຊົນເຫລົ່ານີ້ກໍເຊີນກ່າວໄດ້”. 16 ໂປໂລຢືນຂຶ້ນ, ໃຊ້ມືຂອງຕົນເຮັດເປັນສັນຍານ ແລະ ເວົ້າວ່າ: “ພີ່ນ້ອງອິດສະຣາເອນ ແລະ ພວກເຈົ້າຊາວຕ່າງຊາດຜູ້ນະມັດສະການພຣະເຈົ້າ, ເຊີນຟັງຂ້າພະເຈົ້າ! 17 ພຣະເຈົ້າຂອງຊົນຊາດອິດສະຣາເອນໄດ້ເລືອກເອົາບັນພະບຸລຸດຂອງພວກເຮົາ; ພຣະອົງເຮັດໃຫ້ປະຊາຊົນຈະເລີນຮຸ່ງເຮືອງຂະນະທີ່ພວກເພິ່ນຢູ່ໃນປະເທດເອຢິບ; ພຣະອົງໄດ້ນຳພວກເພິ່ນອອກມາຈາກປະເທດນັ້ນດ້ວຍລິດອຳນາດອັນຍິ່ງໃຫຍ່; 18 ພຣະອົງໄດ້ອົດທົນຕໍ່ການປະພຶດຂອງພວກເພິ່ນເປັນເວລາສີ່ສິບປີໃນຖິ່ນແຫ້ງແລ້ງກັນດານ; 19 ແລະ ພຣະອົງໄດ້ໂຄ່ນລົ້ມເຈັດຊົນຊາດໃນການາອານ, ໂດຍການມອບດິນແດນຂອງພວກເຂົາໃຫ້ເປັນມໍລະດົກແກ່ຄົນຂອງພຣະອົງ. 20 ທັງໝົດນີ້ໃຊ້ເວລາປະມານສີ່ຮ້ອຍຫ້າສິບປີ. “ຫລັງຈາກນັ້ນ ພຣະເຈົ້າໄດ້ມອບຜູ້ພິພາກສາໃຫ້ແກ່ພວກເຂົາຈົນເຖິງສະໄໝຂອງຜູ້ທຳນວາຍຊາມູເອນ. 21 ແລ້ວປະຊາຊົນໄດ້ຂໍໃຫ້ມີກະສັດ ແລະ ພຣະເຈົ້າກໍມອບໂຊນລູກຊາຍຂອງກີເຊ, ຈາກຕະກຸນເບັນຢາມິນໃຫ້ແກ່ພວກເພິ່ນ, ໃຫ້ປົກຄອງຢູ່ສີ່ສິບປີ. 22 ຫລັງຈາກທີ່ພຣະເຈົ້າໄດ້ປົດໂຊນລົງແລ້ວ, ພຣະອົງກໍຕັ້ງດາວິດຂຶ້ນເປັນກະສັດ. ພຣະເຈົ້າໄດ້ເປັນພະຍານກ່ຽວກັບດາວິດວ່າ: ‘ເຮົາໄດ້ພົບດາວິດລູກຊາຍຂອງເຢຊີ, ເປັນຜູ້ທີ່ຕາມໃຈເຮົາ, ລາວຈະເຮັດທຸກສິ່ງທີ່ເຮົາຕ້ອງການໃຫ້ລາວເຮັດ’. 23 “ຈາກເຊື້ອສາຍເດວິດນີ້ເອງ ພຣະເຈົ້າໄດ້ນຳພຣະເຢຊູເຈົ້າພຣະຜູ້ຊ່ວຍໃຫ້ພົ້ນມາໃຫ້ປະຊາຊົນອິດສະຣາເອນ, ຕາມທີ່ພຣະອົງໄດ້ສັນຍາໄວ້. 24 ກ່ອນທີ່ພຣະເຢຊູເຈົ້າມາ, ໂຢຮັນໄດ້ປະກາດເລື່ອງການຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບບັບຕິສະມາໃຫ້ຄົນອິດສະຣາເອນທັງໝົດ. 25 ເມື່ອໂຢຮັນໃກ້ຈະສຳເລັດພາລະກິດຂອງຕົນແລ້ວ, ເພິ່ນໄດ້ກ່າວວ່າ: ‘ພວກເຈົ້າທັງຫລາຍຄິດວ່າຂ້າພະເຈົ້າແມ່ນຜູ້ໃດ? ຂ້າພະເຈົ້າບໍ່ແມ່ນຜູ້ທີ່ພວກເຈົ້າກຳລັງຊອກຫາຢູ່ນັ້ນ. ແຕ່ມີຜູ້ໜຶ່ງກຳລັງຈະມາພາຍຫລັງຂ້າພະເຈົ້າ ຜູ້ທີ່ຂ້າພະເຈົ້າບໍ່ສົມຄວນແມ່ນແຕ່ຈະແກ້ສາຍຮັດເກີບຂອງເພິ່ນ’. 26 “ພີ່ນ້ອງທັງຫລາຍຜູ້ເປັນລູກຫລານຂອງອັບຣາຮາມ ແລະ ທ່ານຊາວຕ່າງຊາດທັງຫລາຍຜູ້ຢຳເກງພຣະເຈົ້າ, ເລື່ອງລາວແຫ່ງຄວາມພົ້ນນີ້ຖືກສົ່ງມາກໍເພື່ອພວກເຮົາ. 27 ຊາວເຢຣູຊາເລັມ ແລະ ພວກຜູ້ປົກຄອງຂອງພວກເຂົາບໍ່ໄດ້ຮູ້ວ່າພຣະເຢຊູເຈົ້າຄືຜູ້ໃດ, ແຕ່ໃນການຕັດສິນລົງໂທດພຣະອົງນັ້ນ ພວກເຂົາກໍໄດ້ເຮັດຕາມຄຳຂອງຜູ້ທຳນວາຍທີ່ພວກເຂົາໄດ້ອ່ານຢູ່ທຸກວັນຊະບາໂຕ. 28 ເຖິງແມ່ນວ່າພວກເຂົາຫາເຫດໃຫ້ຮັບໂທດປະຫານບໍ່ໄດ້ກໍຕາມ, ພວກເຂົາກໍຍັງຮ້ອງຂໍໃຫ້ປີລາດຂ້າພຣະອົງ. 29 ເມື່ອພວກເຂົາໄດ້ເຮັດຕາມທຸກຢ່າງທີ່ມີຂຽນໄວ້ກ່ຽວກັບພຣະອົງແລ້ວ, ພວກເຂົາກໍນຳສົບຂອງພຣະອົງລົງມາຈາກໄມ້ກາງແຂນ ແລະ ວາງພຣະອົງໄວ້ໃນອຸບມຸງ. 30 ແຕ່ພຣະເຈົ້າໄດ້ໃຫ້ພຣະອົງເປັນຄືນມາຈາກຕາຍ, 31 ແລະ ບັນດາຜູ້ທີ່ເຄີຍເດີນທາງກັບພຣະອົງຈາກແຂວງຄາລີເລມາເຢຣູຊາເລັມໄດ້ເຫັນພຣະອົງເປນເວລາຫລາຍວັນ. ບັດນີ້ ພວກເຂົາໄດ້ເປັນພະຍານເລື່ອງຂອງພຣະອົງກັບປະຊາຊົນຂອງພວກເຮົາ. 32 “ພວກເຮົາບອກຂ່າວປະເສີດນີ້ກັບທ່ານທັງຫລາຍວ່າ: ສິ່ງທີ່ພຣະເຈົ້າໄດ້ສັນຍາໄວ້ກັບບັນດາບັນພະບຸລຸດຂອງພວກເຮົານັ້ນ, 33 ພຣະເຈົ້າໄດ້ເຮັດແລ້ວເພື່ອພວກເຮົາທີ່ເປັນລູກຫລານຂອງພວກເຂົາ, ໂດຍໄດ້ໃຫ້ພຣະເຢຊູເຈົ້າເປັນຄືນມາ, ຕາມທີ່ມີຄຳຂຽນໄວ້ໃນພຣະທຳເພງສັນລະເສີນບົດທີສອງວ່າ: “‘ທ່ານເປັນບຸດຂອງເຮົາ; ວັນນີ້ເຮົາໄດ້ເປັນບິດາຂອງທ່ານ’. 34 ພຣະເຈົ້າໄດ້ໃຫ້ພຣະອົງເປັນຄືນມາຈາກຕາຍເພື່ອວ່າພຣະອົງຈະບໍ່ຕ້ອງເປື່ອຍເນົ່າຈັກເທື່ອ. ເພາະພຣະເຈົ້າໄດ້ກ່າວວ່າ, “‘ເຮົາຈະໃຫ້ພອນບໍລິສຸດ ແລະ ໝັ້ນຄົງແກ່ພວກເຈົ້າທັງຫລາຍຕາມທີ່ໄດ້ສັນຍາໄວ້ກັບດາວິດ’. 35 ແລະ ພຣະອົງໄດ້ກ່າວໄວ້ໃນບົດອື່ນເໝືອນກັນວ່າ: “‘ພຣະອົງຈະບໍ່ປ່ອຍໃຫ້ອົງບໍລິສຸດຂອງພຣະອົງເປື່ອຍເນົ່າ’. 36 “ບັດນີ້ ເມື່ອດາວິດໄດ້ຮັບໃຊ້ຕາມຈຸດປະສົງຂອງພຣະເຈົ້າໃນຊົ່ວອາຍຸຂອງເພິ່ນແລ້ວ, ເພິ່ນກໍລ່ວງລັບໄປ; ເພິ່ນໄດ້ຖືກຝັງໄວ້ກັບບັນດາບັນພະບຸລຸດຂອງເພິ່ນ ແລະ ຮ່າງກາຍຂອງເພິ່ນກໍເປື່ອຍເນົ່າໄປ. 37 ແຕ່ພຣະອົງຜູ້ທີ່ພຣະເຈົ້າໃຫ້ເປັນຄືນມາຈາກຕາຍນັ້ນບໍ່ພົບຄວາມເປື່ອຍເນົ່າ. 38 “ເຫດສະນັ້ນ, ພີ່ນ້ອງທັງຫລາຍ, ຂ້າພະເຈົ້າຢາກໃຫ້ພວກທ່ານຮູ້ວ່າໂດຍທາງພຣະເຢຊູເຈົ້ານີ້ ບາບຈຶ່ງໄດ້ຮັບການອະໄພ ນີ້ຄືຂໍ້ທີ່ພຣະເຈົ້າໃຫ້ປະກາດກັບພວກທ່ານ. 39 ໂດຍທາງພຣະອົງນັ້ນ ທຸກຄົນທີ່ເຊື່ອກໍໄດ້ຮັບອິດສະຫລະຈາກບາບທຸກຢ່າງ, ເຊິ່ງເປັນການຊຳລະທີ່ພວກເຈົ້າບໍ່ສາມາດໄດ້ມາພາຍໃຕ້ກົດບັນຍັດຂອງໂມເຊ. 40 ຈົ່ງລະວັງໃຫ້ດີ ເພື່ອວ່າສິ່ງທີ່ບັນດາຜູ້ທຳນວາຍໄດ້ກ່າວໄວ້ນັ້ນຈະບໍ່ເກີດຂຶ້ນກັບພວກທ່ານຄື: 41 “‘ເບິ່ງແມ, ພວກເຈົ້າຄົນທີ່ມັກເຢາະເຢີ້ຍ, ຈົ່ງສົງໄສ ແລະ ຈິບຫາຍໄປ ເພາະເຮົາກຳລັງຈະເຮັດບາງສິ່ງໃນຍຸກຂອງພວກເຈົ້າ ເຖິງແມ່ນວ່າມີບາງຄົນໄດ້ບອກພວກເຈົ້າແລ້ວກໍຕາມ ພວກເຈົ້າກໍຈະບໍ່ເຊື່ອຈັກເທື່ອ’”. 42 ຂະນະທີ່ໂປໂລ ແລະ ບາຣະນາບາກຳລັງອອກຈາກທຳມະສາລາ, ປະຊາຊົນກໍໄດ້ເຊີນພວກເພິ່ນໃຫ້ກ່າວຂໍ້ຄວາມເຫລົ່ານີ້ອີກໃນວັນຊະບາໂຕຖັດໄປ. 43 ເມື່ອຄົນທີ່ໄປເຕົ້າໂຮມກັນໄດ້ເລີກໄປແລ້ວ, ຊາວຢິວຫລາຍຄົນ ແລະ ຄົນທີ່ບໍ່ແມ່ນຢິວທີ່ມານັບຖືສາສະໜາຢິວຫລາຍຄົນກໍໄດ້ຕິດຕາມໂປໂລ ແລະ ບາຣະນາບາໄປ, ພວກເພິ່ນກໍໄດ້ສົນທະນາ ແລະ ຂໍຮ້ອງພວກເຂົາໃຫ້ໝັ້ນຄົງຢູ່ໃນພຣະຄຸນຂອງພຣະເຈົ້າຕໍ່ໄປ. 44 ໃນວັນຊະບາໂຕຕໍ່ມາ ຄົນເກືອບໝົດທັງເມືອງໄດ້ມາເຕົ້າໂຮມກັນເພື່ອຟັງພຣະຄຳຂອງອົງພຣະຜູ້ເປັນເຈົ້າ. 45 ເມື່ອພວກຢິວເຫັນຄົນຫລວງຫລາຍ, ພວກເຂົາກໍເຕັມໄປດ້ວຍຄວາມອິດສາ. ພວກເຂົາຈຶ່ງເລີ່ມຄັດຄ້ານຕໍ່ສິ່ງທີ່ໂປໂລກຳລັງກ່າວ ແລະ ຫຸ້ມຂົ່ມເຫັງເພິ່ນ. 46 ແລ້ວໂປໂລ ແລະ ບາຣະນາບາຈຶ່ງໂຕ້ຕອບພວກເຂົາຢ່າງກ້າຫານວ່າ: “ພວກເຮົາຈຳເປັນຕ້ອງປະກາດພຣະຄຳຂອງພຣະເຈົ້າກັບພວກທ່ານກ່ອນ. ແຕ່ໃນເມື່ອພວກທ່ານປະຕິເສດພຣະຄຳ ແລະ ບໍ່ເຫັນວ່າຕົວພວກທ່ານເອງສົມຄວນກັບຊີວິດນິລັນດອນ, ບັດນີ້ ພວກເຮົາກໍຈະຫັນໄປຫາບັນດາຄົນຕ່າງຊາດ. 47 ເພາະນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງພວກເຮົາໄວ້ວ່າ: “‘ເຮົາໄດ້ເຮັດໃຫ້ເຈົ້າເປັນແສງສະຫວ່າງແກ່ຄົນຕ່າງຊາດ ເພື່ອເຈົ້າຈະນຳຄວາມພົ້ນໄປຈົນເຖິງສຸດປາຍແຜ່ນດິນໂລກ’”. 48 ເມື່ອຄົນຕ່າງຊາດໄດ້ຍິນຢ່າງນີ້ແລ້ວ, ພວກເຂົາກໍດີໃຈ ແລະ ຍົກຍ້ອງພຣະຄຳຂອງອົງພຣະຜູ້ເປັນເຈົ້າ; ແລະ ບັນດາຜູ້ທີ່ໄດ້ຖືກເລືອກໄວ້ສຳລັບຊີວິດນິລັນດອນກໍໄດ້ເຊື່ອ. 49 ພຣະຄຳຂອງອົງພຣະຜູ້ເປັນເຈົ້າໄດ້ແຜ່ອອກໄປທົ່ວດິນແດນນັ້ນ. 50 ແຕ່ພວກຜູ້ນຳຢິວໄດ້ຍຸຍົງພວກແມ່ຍິງຊົນຊັ້ນສູງທີ່ຢຳເກງພຣະເຈົ້າ ແລະ ພວກຜູ້ຊາຍທີ່ເປັນຜູ້ນຳໃນເມືອງນັ້ນ. ພວກເຂົາເຮັດໃຫ້ຄົນເຫລົ່ານີ້ຂົ່ມເຫັງຕໍ່ຕ້ານໂປໂລກັບບາຣະນາບາ ແລະ ໄດ້ຂັບໄລ່ພວກເພິ່ນທັງສອງຄົນອອກຈາກດິນແດນຂອງພວກເຂົາ. 51 ດັ່ງນັ້ນ ພວກເພິ່ນຈຶ່ງສັ່ນຂີ້ຝຸ່ນອອກຈາກຕີນຂອງພວກເພິ່ນເພື່ອເປັນການເຕືອນພວກເຂົາ ແລ້ວກໍອອກເດີນທາງໄປຍັງເມືອງອີໂກນີອົມ. 52 ແລະ ບັນດາສາວົກກໍເຕັມລົ້ນດ້ວຍຄວາມຊື່ນຊົມຍິນດີ ແລະ ເຕັມລົ້ນດ້ວຍພຣະວິນຍານບໍລິສຸດເຈົ້າ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.