Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 12 - ພຣະຄຳພີລາວສະບັບສະໄໝໃໝ່


ເປໂຕ​ພົ້ນ​ຈາກ​ຄຸກ​ຢ່າງ​ອັດສະຈັນ

1 ໃນ​ເວລາ​ນັ້ນ ກະສັດ​ເຮໂຣດ​ໄດ້​ຈັບກຸມ​ຄົນ​ຂອງ​ຄຣິສຕະຈັກ​ໄປ ໂດຍ​ເຈດຕະນາ​ຈະ​ຂົ່ມເຫັງ​ພວກເຂົາ.

2 ເຮໂຣດ​ໄດ້​ຂ້າ​ຢາໂກໂບ​ອ້າຍ​ຂອງ​ໂຢຮັນ​ດ້ວຍ​ດາບ.

3 ເມື່ອ​ເຮໂຣດ​ເຫັນ​ວ່າ​ການ​ກະທຳ​ເຊັ່ນນີ້​ເປັນ​ທີ່​ພໍໃຈ​ທ່າມກາງ​ພວກ​ຢິວ, ເພິ່ນ​ຈຶ່ງ​ສັ່ງ​ຈັບ​ເປໂຕ​ເໝືອນກັນ. ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ຊ່ວງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ.

4 ຫລັງຈາກ​ຈັບ​ເປໂຕ​ແລ້ວ, ເພິ່ນ​ກໍ​ຂັງ​ເປໂຕ​ໄວ້​ໃນ​ຄຸກ ໂດຍ​ມີ​ທະຫານ​ສີ່​ໝູ່ ໝູ່​ລະ​ສີ່​ຄົນ​ເປັນ​ຜູ້​ເຝົ້າ​ຍາມ. ເຮໂຣດ​ຕັ້ງໃຈ​ຈະ​ນຳ​ເປໂຕ​ອອກ​ມາ​ສືບສວນ​ໃນ​ທີ່​ສາທາລະນະ ຫລັງຈາກ​ເທດສະການ​ປັດສະຄາ.

5 ດັ່ງນັ້ນ ເປໂຕ​ຈຶ່ງ​ຖືກ​ຄຸມຂັງ​ໄວ້​ຢູ່​ໃນ​ຄຸກ, ແຕ່​ຄຣິສຕະຈັກ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ເພິ່ນ​ດ້ວຍ​ໃຈ​ຮ້ອນຮົນ.

6 ໃນ​ເວລາ​ກາງຄືນ​ກ່ອນ​ທີ່​ເຮໂຣດ​ຈະ​ນຳ​ເປໂຕ​ອອກ​ມາ​ສືບສວນ, ເປໂຕ​ກໍ​ກຳລັງ​ນອນຫລັບ​ຢູ່​ລະຫວ່າງ​ກາງ​ທະຫານ​ສອງ​ຄົນ, ຖືກ​ລ່າມ​ດ້ວຍ​ໂສ້​ສອງ​ເສັ້ນ ແລະ ຕໍ່ໜ້າ​ປະຕູ​ຄຸກ​ກໍ​ມີ​ທະຫານ​ຍາມ​ຢືນ​ເຝົ້າ​ຢູ່.

7 ໃນ​ທັນໃດ​ນັ້ນ ກໍ​ມີ​ເທວະດາ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕົນ​ໜຶ່ງ​ໄດ້​ມາ​ປາກົດ ແລະ ໄດ້​ມີ​ແສງສະຫວ່າງ​ສ່ອງ​ເຂົ້າ​ໄປ​ໃນ​ຫ້ອງ​ຄຸມຂັງ. ເທວະດາ​ຕົນ​ນັ້ນ​ໄດ້​ຕົບ​ທີ່​ຂ້າງ​ຂອງ​ເປໂຕ ແລະ ປຸກ​ເພິ່ນ​ໃຫ້​ຕື່ນ. ເທວະດາ​ເວົ້າ​ວ່າ, “ລຸກ​ຂຶ້ນ​ໄວໆ!” ແລ້ວ​ໂສ້​ທັງຫລາຍ​ກໍ​ຫລຸດ​ອອກ​ຈາກ​ຂໍ້ມື​ຂອງ​ເປໂຕ.

8 ແລ້ວ​ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “ຈົ່ງ​ນຸ່ງ​ເສື້ອຜ້າ ແລະ ໃສ່​ເກີບ​ຂອງ​ເຈົ້າ​ສາ”. ແລະ ເປໂຕ​ກໍ​ເຮັດ​ຕາມ. ແລ້ວ​ເທວະດາ​ກໍ​ບອກ​ວ່າ, “ຈົ່ງ​ນຸ່ງ​ເສື້ອຄຸມ​ແລ້ວ​ຕາມ​ເຮົາ​ມາ”.

9 ເປໂຕ​ກໍ​ໄດ້​ຕາມ​ອອກ​ໄປ​ຈາກ​ຄຸກ. ເພິ່ນ​ບໍ່​ຮູ້​ວ່າ​ສິ່ງ​ທີ່​ເທວະດາ​ເຮັດ​ຢູ່​ນັ້ນ​ເປັນ​ເລື່ອງ​ຈິງ, ເພິ່ນ​ຄິດ​ວ່າ​ຕົນ​ເອງ​ກຳລັງ​ເຫັນ​ນິມິດ.

10 ເມື່ອ​ພວກເພິ່ນ​ອອກ​ໄປ​ພົ້ນ​ຈາກ​ທະຫານ​ຍາມ​ຊຸດ​ທີ​ໜຶ່ງ ແລະ ຊຸດ​ທີ​ສອງ​ແລ້ວ ກໍ​ມາ​ເຖິງ​ປະຕູ​ເຫລັກ​ທີ່​ຈະ​ເຂົ້າໄປ​ໃນ​ເມືອງ. ປະຕູ​ນັ້ນ​ກໍ​ໄຂ​ອອກ​ເອງ​ໃຫ້​ພວກເພິ່ນ ແລະ ພວກເພິ່ນ​ກໍ​ຜ່ານ​ປະຕູ​ນັ້ນ​ໄປ. ເມື່ອ​ພວກເພິ່ນ​ຍ່າງ​ໄປ​ເຖິງ​ທາງ​ແຍກ ທັນໃດ​ນັ້ນ ເທວະດາ​ຕົນ​ນັ້ນ​ກໍ​ຈາກ​ເພິ່ນ​ໄປ.

11 ເປໂຕ​ຈຶ່ງ​ຮູ້ສຶກ​ຕົວ ແລະ ເວົ້າ​ວ່າ, “ດຽວ​ນີ້​ເຮົາ​ຮູ້​ແນ່ນອນ​ແລ້ວ​ວ່າ​ອົງພຣະຜູ້ເປັນເຈົ້າ​ໃຊ້​ເທວະດາ​ຂອງ​ພຣະອົງ​ມາ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ເຮໂຣດ ແລະ ຈາກ​ການ​ປອງຮ້າຍ​ທັງຫລາຍ​ຂອງ​ພວກ​ຢິວ”.

12 ເມື່ອ​ເພິ່ນ​ຄິດ​ໄດ້​ຢ່າງ​ນີ້, ເພິ່ນ​ກໍ​ໄປ​ຍັງ​ເຮືອນ​ຂອງ​ມາຣີ​ຜູ້​ເປັນ​ແມ່​ຂອງ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ, ບ່ອນ​ທີ່​ຫລາຍ​ຄົນ​ໄດ້​ເຕົ້າໂຮມກັນ ແລະ ອະທິຖານ.

13 ເປໂຕ​ໄດ້​ເຄາະ​ທີ່​ປະຕູ​ຊັ້ນນອກ, ມີ​ຄົນຮັບໃຊ້​ຜູ້​ໜຶ່ງ​ຊື່​ນາງ​ໂຣດາ​ມາ​ຕອບ​ທີ່​ປະຕູ.

14 ເມື່ອ​ນາງ​ຈື່​ສຽງ​ຂອງ​ເປໂຕ​ໄດ້, ນາງ​ກໍ​ຊື່ນຊົມຍິນດີ​ຫລາຍ​ຈົນ​ແລ່ນ​ກັບ​ໄປ​ໂດຍ​ບໍ່​ໄດ້​ເປີດ​ປະຕູ​ໃຫ້ ແລະ ຮ້ອງ​ວ່າ, “ເປໂຕ​ຢືນ​ຢູ່​ທີ່​ປະຕູ!”

15 ຄົນ​ເຫລົ່ານັ້ນ​ຈຶ່ງ​ເວົ້າ​ວ່າ, “ເຈົ້າ​ເສຍສະຕິ​ໄປ​ແລ້ວ”. ແຕ່​ເມື່ອ​ນາງ​ຢືນຢັນ​ວ່າ​ເປັນ​ຢ່າງ​ນັ້ນ​ແທ້, ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ຕ້ອງ​ເປັນ​ເທວະດາ​ປະຈຳໂຕ​ຂອງ​ເປໂຕ”.

16 ແຕ່​ເປໂຕ​ຍັງ​ເຄາະ​ປະຕູ​ບໍ່​ຢຸດ ແລະ ເມື່ອ​ພວກເຂົາ​ເປີດ​ປະຕູ ແລະ ເຫັນ​ວ່າ​ແມ່ນ​ເປໂຕ, ພວກເຂົາ​ກໍ​ປະຫລາດໃຈ.

17 ແຕ່​ເປໂຕ​ໂບກ​ມື​ໃຫ້​ພວກເຂົາ​ມິດ ແລ້ວ​ເລົ່າ​ເຖິງ​ເລື່ອງ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ນຳ​ເພິ່ນ​ອອກ​ມາ​ຈາກ​ຄຸກ​ໄດ້​ຢ່າງໃດ. ເພິ່ນ​ເວົ້າ​ວ່າ, “ຈົ່ງ​ບອກ​ເລື່ອງ​ນີ້​ແກ່​ຢາໂກໂບ ແລະ ພວກ​ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ໃຫ້​ຮູ້​ດ້ວຍ”. ແລ້ວ​ເພິ່ນ​ກໍ​ຈາກ​ໄປ​ບ່ອນ​ອື່ນ.

18 ເມື່ອ​ຮຸ່ງເຊົ້າ​ມາ, ພວກ​ທະຫານ​ກໍ​ພາ​ກັນ​ສັບສົນ​ວຸ້ນວາຍ​ຫລາຍ​ວ່າ​ເກີດ​ຫຍັງ​ຂຶ້ນ​ກັບ​ເປໂຕ.

19 ຫລັງຈາກ​ເຮໂຣດ​ໃຫ້​ຊອກຫາ​ໂຕ​ເປໂຕ​ຈົນ​ທົ່ວ​ແຕ່​ບໍ່​ພົບ​ເພິ່ນ. ເຮໂຣດ​ຈຶ່ງ​ສືບສວນ​ພວກ​ທະຫານ​ຍາມ ແລະ ອອກ​ຄຳສັ່ງ​ວ່າ​ພວກເຂົາ​ຕ້ອງ​ຖືກ​ປະຫານ​ຊີວິດ. ຫລັງຈາກນັ້ນ ເຮໂຣດ​ໄດ້​ອອກຈາກ​ແຂວງ​ຢູດາຍ​ໄປ​ສູ່​ກາຍຊາເຣຍ ແລະ ອາໄສ​ຢູ່​ທີ່​ນັ້ນ.


ເຮໂຣດ​ຕາຍ

20 ເຮໂຣດ​ເຄີຍ​ມີ​ເລື່ອງ​ບາດໝາງ​ກັບ​ປະຊາຊົນ​ຊາວ​ຕີເຣ ແລະ ຊາວຊີໂດນ, ບັດນີ້​ພວກເຂົາ​ໄດ້​ມາ​ຮ່ວມ​ກັນ ແລະ ພະຍາຍາມ​ເພື່ອ​ໃຫ້​ໄດ້​ພົບ​ກັບ​ເພິ່ນ. ໂດຍ​ການ​ສະໜັບສະໜູນ​ຂອງ​ບຣາຊະໂຕ, ຜູ້ຮັບໃຊ້​ສ່ວນ​ຕົວ​ທີ່​ເຊື່ອຖືໄດ້​ຂອງ​ກະສັດ, ພວກເຂົາ​ມາ​ຂໍ​ຄືນ​ດີ​ເພາະ​ພວກເຂົາ​ຕ້ອງ​ໄດ້​ອາໄສ​ສະບຽງ​ອາຫານ​ຈາກ​ດິນແດນ​ຂອງ​ກະສັດ.

21 ໃນ​ວັນ​ນັດ​ພົບ ເຮໂຣດ​ກໍ​ນຸ່ງ​ເສື້ອຄຸມ​ຂອງ​ກະສັດ ນັ່ງ​ເທິງ​ບັນລັງ​ຂອງ​ຕົນ ແລະ ກ່າວ​ຄຳປາໄສ​ຕໍ່​ປະຊາຊົນ.

22 ພວກເຂົາ​ໄດ້​ຮ້ອງ​ສຽງດັງ​ຂຶ້ນ​ວ່າ, “ນີ້​ເປັນ​ສຽງ​ເທບພະເຈົ້າ​ບໍ່​ແມ່ນ​ສຽງ​ມະນຸດ”.

23 ໃນ​ທັນໃດ​ນັ້ນ, ເພາະ​ວ່າ​ເຮໂຣດ​ບໍ່​ສັນລະເສີນ​ພຣະເຈົ້າ, ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮໂຣດ​ເຈັບປ່ວຍ ແລະ ຖືກ​ໜອນ​ກັດກິນ​ຈົນ​ຕາຍ.

24 ແຕ່​ພຣະຄຳ​ຂອງ​ພຣະເຈົ້າ​ຍັງ​ສືບຕໍ່​ຈະເລີນ​ຂຶ້ນ ແລະ ແຜ່​ໄປ.


ບາຣະນາບາ ແລະ ໂຊໂລ​ຖືກ​ສົ່ງ​ອອກ​ໄປ

25 ເມື່ອ​ບາຣະນາບາ ແລະ ໂຊໂລ​ເຮັດ​ພັນທະກິດ​ຂອງ​ພວກເພິ່ນ​ສຳເລັດ​ແລ້ວ, ພວກເພິ່ນ​ກໍ​ກັບ​ຈາກ​ເຢຣູຊາເລັມ ແລະ ພາ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ ມາຣະໂກ​ໄປ​ນຳ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan