Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 11 - ພຣະຄຳພີລາວສະບັບສະໄໝໃໝ່


ເປໂຕ​ອະທິບາຍ​ການ​ກະທຳ​ຂອງ​ຕົນ

1 ບັນດາ​ອັກຄະສາວົກ ແລະ ພວກ​ພີ່ນ້ອງ​ທີ່​ເຊື່ອ​ທົ່ວ​ແຂວງ​ຢູດາຍ ໄດ້​ຍິນ​ວ່າ​ຄົນຕ່າງຊາດ​ກໍ​ໄດ້​ຮັບ​ພຣະຄຳ​ຂອງ​ພຣະເຈົ້າ​ເໝືອນກັນ.

2 ດັ່ງນັ້ນ ເມື່ອ​ເປໂຕ​ກັບ​ຄືນ​ມາ​ທີ່​ເຢຣູຊາເລັມ ພວກ​ຜູ້ທີ່ເຊື່ອ​ທີ່​ໄດ້​ຮັບ​ພິທີຕັດ​ແລ້ວ​ກໍ​ວິພາກວິຈານ​ເພິ່ນ

3 ແລະ ເວົ້າ​ວ່າ, “ທ່ານ​ໄດ້​ເຂົ້າໄປ​ໃນ​ເຮືອນ​ຂອງ​ຄົນ​ທີ່​ບໍ່​ໄດ້​ຮັບ​ພິທີຕັດ ແລະ ຮັບປະທານ​ອາຫານ​ກັບ​ພວກເຂົາ”.

4 ເປໂຕ​ຈຶ່ງ​ເລີ່ມ​ອະທິບາຍ​ເລື່ອງ​ທັງໝົດ​ຈາກ​ຈຸດເລີ່ມຕົ້ນ​ແກ່​ພວກເຂົາ​ຟັງ​ວ່າ:

5 “ຂ້າພະເຈົ້າ​ຢູ່​ທີ່​ເມືອງ​ຢົບປາ​ກຳລັງ​ອະທິຖານ​ຢູ່ ແລະ ກໍ​ລືມຄີງ​ໄປ ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ນິມິດ. ຂ້າພະເຈົ້າ​ເຫັນ​ສິ່ງ​ໜຶ່ງ​ເໝືອນ​ຜ້າ​ຜືນ​ໃຫຍ່​ທັງສີ່​ມູມ​ຢ່ອນ​ຈາກ​ສະຫວັນ​ລົງ​ມາ​ບ່ອນ​ທີ່​ຂ້າພະເຈົ້າ​ຢູ່.

6 ຂ້າພະເຈົ້າ​ເບິ່ງ​ເຂົ້າ​ໄປ​ທາງໃນ​ກໍ​ເຫັນ​ສັດ​ບົກ​ສີ່​ຕີນ, ສັດ​ປ່າ, ສັດເລືອຄານ ແລະ ນົກ​ຕ່າງໆ.

7 ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ບອກ​ຂ້າພະເຈົ້າ​ວ່າ, ‘ເປໂຕ, ຈົ່ງ​ລຸກຂຶ້ນ. ຈົ່ງ​ຂ້າ ແລະ ກິນ​ສາ’.

8 “ຂ້າພະເຈົ້າ​ຕອບ​ວ່າ, ‘ບໍ່​ໄດ້ ອົງພຣະຜູ້ເປັນເຈົ້າ! ບໍ່​ເຄີຍ​ມີ​ສິ່ງ​ທີ່​ເປັນມົນທິນ ຫລື ສິ່ງ​ທີ່​ບໍ່​ສະອາດ​ເຂົ້າ​ໄປ​ໃນ​ປາກ​ຂອງ​ຂ້ານ້ອຍ​ຈັກ​ເທື່ອ’.

9 “ສຽງ​ນັ້ນ​ກ່າວ​ຈາກ​ສະຫວັນ​ເປັນ​ເທື່ອ​ທີ​ສອງ​ວ່າ, ‘ຢ່າ​ເອີ້ນ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ຊຳລະ​ໃຫ້​ສະອາດ​ແລ້ວ​ວ່າ​ເປັນ​ມົນທິນ’.

10 ເຫດການ​ເຊັ່ນ​ນີ້​ໄດ້​ເກີດ​ຂຶ້ນ​ເຖິງ​ສາມ​ເທື່ອ, ແລ້ວ​ສິ່ງ​ທັງໝົດ​ນັ້ນ​ກໍ​ຖືກ​ຮັບ​ຄືນ​ສູ່​ສະຫວັນ​ອີກ.

11 “ໃນ​ທັນໃດ​ນັ້ນ ກໍ​ມີ​ຊາຍ​ສາມ​ຄົນ​ທີ່​ຖືກ​ສົ່ງ​ຈາກ​ເມືອງ​ກາຍຊາເຣຍ​ມາ​ຫາ​ຂ້າພະເຈົ້າ ພວກເຂົາ​ໄດ້​ມາ​ຢຸດ​ຢູ່​ທີ່​ເຮືອນ​ບ່ອນ​ທີ່​ຂ້າພະເຈົ້າ​ອາໄສ​ຢູ່.

12 ພຣະວິນຍານບໍລິສຸດເຈົ້າ​ໄດ້​ສັ່ງ​ໃຫ້​ຂ້າພະເຈົ້າ​ໄປ​ກັບ​ພວກເຂົາ​ໂດຍ​ບໍ່​ໃຫ້​ລັງເລໃຈ. ພີ່ນ້ອງ​ຫົກ​ຄົນ​ເຫລົ່ານີ້​ກໍ​ໄດ້​ໄປ​ກັບ​ຂ້າພະເຈົ້າ​ເໝືອນກັນ ແລະ ພວກເຮົາ​ໄດ້​ເຂົ້າໄປ​ໃນ​ເຮືອນ​ຂອງ​ຊາຍ​ຜູ້​ນັ້ນ.

13 ເພິ່ນ​ໄດ້​ເລົ່າ​ເຫດການ​ໃຫ້​ພວກຂ້າພະເຈົ້າ​ຟັງ​ວ່າ ເພິ່ນ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ມາ​ປາກົດ​ໃນ​ເຮືອນ​ຂອງ​ເພິ່ນ ແລະ ກ່າວ​ວ່າ, ‘ຈົ່ງ​ສົ່ງ​ຄົນ​ໄປ​ເມືອງ​ຢົບປາ ເພື່ອ​ເຊີນ​ເອົາ​ຊີໂມນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເປໂຕ.

14 ລາວ​ຈະ​ກ່າວ​ຖ້ອຍຄຳ​ໃຫ້​ເຈົ້າ​ຟັງ ຜ່ານ​ທາງ​ຖ້ອຍຄຳ​ນັ້ນ ເຈົ້າ ແລະ ທຸກຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ພົ້ນ’.

15 “ເມື່ອ​ຂ້າພະເຈົ້າ​ເລີ່ມຕົ້ນ​ກ່າວ, ພຣະວິນຍານບໍລິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ​ເໝືອນ​ທີ່​ໄດ້​ລົງ​ມາ​ເທິງ​ພວກເຮົາ​ໃນ​ຕອນຕົ້ນ​ນັ້ນ.

16 ແລ້ວ​ຂ້າພະເຈົ້າ​ຈຶ່ງ​ໄດ້​ລະນຶກ​ເຖິງ​ຖ້ອຍຄຳ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ໄວ້​ວ່າ: ‘ໂຢຮັນ​ໄດ້​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ, ແຕ່​ຝ່າຍ​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ’.

17 ດັ່ງນັ້ນ ຖ້າ​ພຣະເຈົ້າ​ໃຫ້​ພວກເຂົາ​ໄດ້​ຮັບ​ຂອງປະທານ​ຢ່າງ​ດຽວ​ກັນ​ກັບ​ໃຫ້​ພວກເຮົາ​ຜູ້​ທີ່​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ແລ້ວ, ຂ້າພະເຈົ້າ​ເປັນ​ຜູ້ໃດ​ທີ່​ຄິດ​ຈະ​ຂັດຂວາງ​ພຣະເຈົ້າ​ໄດ້?”

18 ເມື່ອ​ພວກເຂົາ​ໄດ້​ຍິນ​ຢ່າງນີ້​ແລ້ວ, ພວກເຂົາ​ກໍ​ບໍ່​ມີ​ຂໍ້​ຄັດຄ້ານ​ອັນ​ໃດ​ອີກ ແລະ ພາກັນ​ສັນລະເສີນ​ພຣະເຈົ້າ​ວ່າ, ໂດຍ​ກ່າວ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ​ແລ້ວ, ແມ່ນແຕ່​ຄົນຕ່າງຊາດ​ພຣະເຈົ້າ​ກໍ​ຍັງ​ອະນຸຍາດ​ໃຫ້​ກັບໃຈໃໝ່​ເຂົ້າ​ສູ່​ຊີວິດ​ດ້ວຍ”.


ຄຣິສຕະຈັກ​ໃນ​ອັນຕີໂອເຂຍ

19 ບັດນີ້ ບັນດາ​ຜູ້​ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ໄປ​ເພາະ​ການ​ຂົ່ມເຫັງ​ທີ່​ເກີດ​ຂຶ້ນ​ເມື່ອ​ຊະເຕຟາໂນ​ຖືກ​ຂ້າ​ນັ້ນ ຕ່າງ​ກໍ​ພາກັນ​ເດີນທາງ​ໄປ​ໄກ​ຈົນ​ເຖິງ​ເມືອງ​ໂຟນີເຊຍ, ເກາະ​ໄຊປຣັດ ແລະ ເມືອງ​ອັນຕີໂອເຂຍ ແລະ ໄດ້​ປະກາດ​ພຣະທຳ​ໃຫ້​ພຽງ​ແຕ່​ຊາວຢິວ​ເທົ່າ​ນັ້ນ.

20 ແຕ່​ກໍ​ມີ​ບາງຄົນ​ໃນ​ພວກເຂົາ​ທີ່​ມາ​ຈາກ​ເກາະ​ໄຊປຣັດ ແລະ ຈາກ​ເມືອງ​ກີເຣເນ​ໄດ້​ໄປ​ທີ່​ເມືອງ​ອັນຕີໂອເຂຍ ແລະ ໄດ້​ເລີ່ມຕົ້ນ​ປະກາດ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ແກ່​ຊາວ​ກຣີກ​ອີກ​ດ້ວຍ.

21 ມື​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ຢູ່​ນຳ​ພວກເຂົາ ແລະ ມີ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ເຊື່ອ ແລະ ກັບໃຈ​ມາ​ຫາ​ອົງພຣະຜູ້ເປັນເຈົ້າ.

22 ຂ່າວ​ກ່ຽວກັບ​ເລື່ອງ​ນີ້​ໄດ້​ໄປ​ເຖິງ​ຄຣິສຕະຈັກ​ໃນ​ເຢຣູຊາເລັມ ແລະ ພວກເຂົາ​ຈຶ່ງ​ສົ່ງ​ບາຣະນາບາ​ໄປ​ທີ່​ເມືອງ​ອັນຕີໂອເຂຍ.

23 ເມື່ອ​ບາຣະນາບາ​ໄດ້​ມາ​ຮອດ ແລະ ໄດ້​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ, ເພິ່ນ​ກໍ​ດີໃຈ ແລະ ໜູນໃຈ​ພວກເຂົາ​ທຸກຄົນ​ໃຫ້​ສືບຕໍ່​ສັດຊື່​ຕໍ່​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ພວກເຂົາ.

24 ບາຣະນາບາ​ເປັນ​ຄົນ​ດີ, ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ຄວາມເຊື່ອ, ແລ້ວ​ຈຶ່ງ​ມີ​ຄົນ​ຈຳນວນ​ຫລວງຫລາຍ​ໄດ້​ມາ​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ.

25 ຫລັງ​ຈາກ​ນັ້ນ ບາຣະນາບາ​ໄດ້​ໄປ​ທີ່​ເມືອງ​ຕາໂຊ​ເພື່ອ​ຊອກຫາ​ໂຊໂລ,

26 ແລະ ເມື່ອ​ພົບ​ເພິ່ນ​ແລ້ວ, ເພິ່ນ​ກໍ​ນຳ​ໂຊໂລ​ໄປ​ທີ່​ເມືອງ​ອັນຕີໂອເຂຍ. ດັ່ງນັ້ນ ບາຣະນາບາ ແລະ ໂຊໂລ​ໄດ້​ພົບປະ​ກັບ​ຄຣິສຕະຈັກ​ທີ່​ນັ້ນ​ຕະຫລອດ​ໜຶ່ງ​ປີ​ເຕັມ ແລະ ໄດ້​ສັ່ງສອນ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ. ພວກສາວົກ​ໄດ້​ຊື່​ວ່າ​ຄຣິສຕຽນ​ເປັນ​ເທື່ອ​ທຳອິດ​ທີ່​ເມືອງ​ອັນຕີໂອເຂຍ​ນັ້ນ​ເອງ.

27 ໃນ​ເວລາ​ນັ້ນ ມີ​ຜູ້ທຳນວາຍ​ບາງຄົນ​ລົງ​ຈາກ​ເຢຣູຊາເລັມ​ມາ​ທີ່​ເມືອງ​ອັນຕີໂອເຂຍ.

28 ຄົນ​ໜຶ່ງ​ໃນ​ພວກເຂົາ​ທີ່​ຊື່​ອາຄະໂບ, ໄດ້​ຢືນ​ຂຶ້ນ ແລະ ໄດ້​ທຳນວາຍ​ຜ່ານທາງ​ພຣະວິນຍານ​ວ່າ​ຈະ​ເກີດ​ມີ​ການ​ອຶດຢາກ​ອາຫານ​ຢ່າງ​ຮ້າຍແຮງ​ຂຶ້ນ​ທົ່ວ​ຈັກກະພົບ​ໂຣມ. (ເຫດການ​ຄັ້ງ​ນີ້​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ກະລາວດີໂອ.)

29 ພວກສາວົກ​ຈຶ່ງ​ຕັດສິນໃຈ​ວ່າ​ຈະ​ຮ່ວມ​ກັນ​ຊ່ວຍເຫລືອ​ບັນດາ​ພີ່ນ້ອງ​ທີ່​ອາໄສ​ຢູ່​ໃນ​ແຂວງ​ຢູດາຍ​ຕາມ​ຄວາມສາມາດ​ຂອງ​ແຕ່ລະຄົນ.

30 ພວກເພິ່ນ​ໄດ້​ເຮັດ​ຕາມ​ນັ້ນ​ໂດຍ​ຝາກ​ສິ່ງຂອງ​ໃຫ້​ບາຣະນາບາ​ກັບ​ໂຊໂລ​ນຳ​ໄປ​ຊ່ວຍ​ບັນດາ​ຜູ້ອາວຸໂສ​ໃນ​ຄຣິສຕະຈັກ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan