Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 10 - ພຣະຄຳພີລາວສະບັບສະໄໝໃໝ່


ໂກເນລີໂອ​ສົ່ງ​ຄົນ​ມາ​ເຊີນ​ເປໂຕ

1 ທີ່​ເມືອງ​ກາຍຊາເຣຍ ມີ​ຊາຍ​ຄົນໜຶ່ງ​ທີ່​ຊື່​ວ່າ​ໂກເນລີໂອ, ນາຍຮ້ອຍ​ຢູ່​ໃນ​ກອງທະຫານ​ທີ່​ເອີ້ນ​ວ່າ​ກອງ​ອີຕາລີ.

2 ເພິ່ນ ແລະ ຄອບຄົວ​ຂອງ​ເພິ່ນ​ແມ່ນ​ຢຶດໝັ້ນ​ໃນ​ສາສະໜາ ແລະ ຢຳເກງ​ພຣະເຈົ້າ, ເພິ່ນ​ເຄີຍ​ຊ່ວຍເຫລືອ​ຄົນຍາກຈົນ​ດ້ວຍ​ໃຈກວ້າງຂວາງ ແລະ ອະທິຖານ​ຕໍ່​ພຣະເຈົ້າ​ເປັນ​ປະຈຳ.

3 ມີ​ມື້​ໜຶ່ງ ປະມານ​ບ່າຍ​ສາມ​ໂມງ​ເພິ່ນ​ໄດ້​ເຫັນ​ນິມິດ. ເພິ່ນ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ​ຢ່າງ​ຊັດເຈນ, ເທວະດາ​ຕົນ​ນັ້ນ​ເຂົ້າ​ມາ​ຫາ​ເພິ່ນ ແລະ ກ່າວ​ວ່າ, “ໂກເນລີໂອ!”

4 ໂກເນລີໂອ​ໄດ້​ຈ້ອງ​ເບິ່ງ​ເທວະດາ​ຕົນ​ນັ້ນ​ດ້ວຍ​ຄວາມຢ້ານ. ເພິ່ນ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ, ມີ​ຫຍັງ​ບໍ?” ເທວະດາ​ຕອບ​ວ່າ, “ຄຳອະທິຖານ​ຂອງ​ເຈົ້າ ແລະ ສິ່ງ​ທີ່​ເຈົ້າ​ໃຫ້​ແກ່​ຄົນຍາກຈົນ​ນັ້ນ​ຂຶ້ນ​ໄປ​ເປັນ​ເຄື່ອງບູຊາ​ໃຫ້​ຈົດຈຳ​ຕໍ່ໜ້າ​ພຣະເຈົ້າ​ແລ້ວ.

5 ບັດນີ້ ຈົ່ງ​ສົ່ງ​ຄົນ​ໄປ​ເມືອງ​ຢົບປາ​ເພື່ອ​ເຊີນ​ເອົາ​ຊາຍ​ຜູ້​ໜຶ່ງ​ຊື່​ວ່າ​ຊີໂມນ ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ ເປໂຕ.

6 ເພິ່ນ​ພັກ​ຢູ່​ກັບ​ຊີໂມນ​ຊ່າງຟອກໜັງ, ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມທະເລ”.

7 ເມື່ອ​ເທວະດາ​ທີ່​ມາ​ບອກ​ເພິ່ນ​ໄດ້​ຈາກ​ໄປ​ແລ້ວ, ໂກເນລີໂອ​ຈຶ່ງ​ເອີ້ນ​ຜູ້ຮັບໃຊ້​ສອງ​ຄົນ ແລະ ທະຫານ​ຮັບໃຊ້​ຄົນ​ໜຶ່ງ​ທີ່​ຖື​ສາສະໜາ​ຢ່າງ​ເຄັ່ງຄັດ​ມາ​ພົບ​ເພິ່ນ.

8 ແລ້ວ​ເພິ່ນ​ໄດ້​ເລົ່າ​ທຸກ​ເຫດການ​ທີ່​ເກີດຂຶ້ນ​ນັ້ນ​ໃຫ້​ພວກເຂົາ​ຟັງ ແລະ ສົ່ງ​ພວກເຂົາ​ໄປ​ທີ່​ເມືອງ​ຢົບປາ.


ນິມິດ​ຂອງ​ເປໂຕ

9 ມື້​ຕໍ່​ມາ ປະມານ​ຕອນທ່ຽງ ຂະນະ​ທີ່​ພວກເຂົາ​ກຳລັງ​ເດີນທາງ​ມາ ແລະ ໃກ້​ຈະ​ຮອດ​ເມືອງ​ນັ້ນ​ແລ້ວ, ເປໂຕ​ໄດ້​ຂຶ້ນ​ໄປ​ເທິງ​ຫລັງຄາ​ເພື່ອ​ອະທິຖານ.

10 ເພິ່ນ​ຮູ້ສຶກ​ຫິວ ແລະ ຢາກ​ຈະ​ຫາ​ບາງ​ຢ່າງ​ມາ​ກິນ, ແລະ ໃນ​ລະຫວ່າງ​ທີ່​ຄົນ​ກຳລັງ​ຈັດຕຽມ​ອາຫານ​ຢູ່​ນັ້ນ, ເປໂຕ​ກໍ​ລືມ​ຄີງ​ໄປ.

11 ເພິ່ນ​ໄດ້​ເຫັນ​ສະຫວັນ​ເປີດ​ອອກ ແລະ ມີ​ສິ່ງ​ໜຶ່ງ​ເໝືອນ​ຜ້າ​ຜືນ​ໃຫຍ່​ຖືກ​ຢ່ອນ​ລົງ​ມາ​ເທິງ​ໂລກ​ທັງ​ສີ່​ມູມ.

12 ໃນ​ຜ້າ​ຜືນ​ທີ່​ຢ່ອນ​ມາ​ເທິງ​ໂລກ​ນັ້ນ​ມີ​ສັດ​ທຸກ​ຊະນິດ ລວມ​ທັງ​ສັດສີ່ຕີນ, ສັດເລືອຄານ ແລະ ນົກ.

13 ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ກ່າວ​ແກ່​ເພິ່ນ​ວ່າ, “ເປໂຕ​ເອີຍ, ຈົ່ງ​ລຸກ​ຂຶ້ນ. ແລ້ວ​ຂ້າ​ກິນ​ສາ”.

14 ເປໂຕ​ຕອບ​ວ່າ, “ບໍ່​ໄດ້​ເດັດຂາດ ອົງພຣະຜູ້ເປັນເຈົ້າ! ຂ້ານ້ອຍ​ບໍ່​ເຄີຍ​ກິນ​ສິ່ງ​ທີ່​ບໍ່​ໄດ້​ຖືກ​ຊຳລະ​ໃຫ້​ສະອາດ ຫລື ສິ່ງ​ທີ່​ເປັນມົນທິນ​ເລີຍ”.

15 ສຽງ​ນັ້ນ​ກ່າວ​ແກ່​ເພິ່ນ​ເປັນ​ເທື່ອ​ທີ​ສອງ​ວ່າ, “ຢ່າ​ເອີ້ນ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ຊຳລະ​ໃຫ້​ສະອາດ​ແລ້ວ​ວ່າ​ເປັນມົນທິນ”.

16 ເຫດການ​ນີ້​ໄດ້​ເກີດຂຶ້ນ​ເຖິງ​ສາມ​ເທື່ອ ແລະ ທັນໃດ​ນັ້ນ ຜ້າ​ຜືນ​ນັ້ນ​ກໍ​ຖືກ​ຮັບ​ຄືນ​ຂຶ້ນ​ສູ່​ສະຫວັນ.

17 ໃນ​ຂະນະ​ທີ່​ເປໂຕ​ຍັງ​ສົງໄສ​ກ່ຽວກັບ​ຄວາມໝາຍ​ຂອງ​ນິມິດ​ຢູ່​ນັ້ນ, ຄົນ​ທີ່​ໂກເນລີໂອ​ໄດ້​ສົ່ງ​ມາ​ນັ້ນ​ກໍ​ໄດ້​ພົບ​ເຮືອນ​ຂອງ​ຊີໂມນ ແລະ ໄດ້​ມາ​ຢືນ​ຢູ່​ທີ່​ປະຕູ​ເຮືອນ​ແລ້ວ.

18 ພວກເຂົາ​ຮ້ອງ​ຖາມ​ວ່າ, ຊີໂມນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເປໂຕ ໄດ້​ມາ​ພັກ​ຢູ່​ທີ່​ນີ້​ບໍ.

19 ຂະນະ​ທີ່​ເປໂຕ​ກຳລັງ​ຄິດ​ເຖິງ​ເລື່ອງ​ນິມິດ​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ແກ່​ເພິ່ນ​ວ່າ, “ຊີໂມນ​ເອີຍ ມີ​ຊາຍ​ສາມ​ຄົນ​ກຳລັງ​ຊອກຫາ​ເຈົ້າ​ຢູ່.

20 ດັ່ງນັ້ນ ຈົ່ງ​ລຸກຂຶ້ນ​ແລ້ວ​ລົງ​ໄປ​ຂ້າງລຸ່ມ. ຢ່າ​ລັງເລໃຈ​ທີ່​ຈະ​ໄປ​ກັບ​ພວກເຂົາ, ເພາະ​ແມ່ນ​ເຮົາ​ເອງ​ທີ່​ໄດ້​ສົ່ງ​ພວກເຂົາ​ມາ”.

21 ເປໂຕ​ຈຶ່ງ​ລົງ​ໄປ ແລະ ບອກ​ຊາຍ​ເຫລົ່ານັ້ນ​ວ່າ, “ເຮົາ​ຄື​ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ຢູ່. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ມາ​ທີ່​ນີ້?”

22 ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ມາ​ຈາກ​ນາຍຮ້ອຍ​ໂກເນລີໂອ. ເພິ່ນ​ຜູ້ຊອບທຳ ແລະ ຢຳເກງ​ພຣະເຈົ້າ​ຄົນ​ໜຶ່ງ, ເປັນ​ຜູ້​ທີ່​ເຄົາລົບນັບຖື​ຂອງ​ປະຊາຊົນ​ຊາວຢິວ​ທັງໝົດ. ເທວະດາ​ຜູ້​ບໍລິສຸດ​ໄດ້​ບອກ​ນາຍຮ້ອຍ​ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງ​ເພິ່ນ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຟັງ​ສິ່ງ​ທີ່​ທ່ານ​ຈະ​ກ່າວ”.

23 ແລ້ວ​ເປໂຕ​ຈຶ່ງ​ເຊີນ​ພວກເຂົາ​ເຂົ້າ​ມາ​ໃນ​ເຮືອນ​ເພື່ອ​ເປັນ​ແຂກ​ຂອງ​ເພິ່ນ. ໃນ​ມື້​ຕໍ່ມາ ເປໂຕ​ກໍ​ໄດ້​ອອກ​ເດີນທາງ​ໄປ​ກັບ​ພວກເຂົາ ແລະ ມີ​ພີ່ນ້ອງ​ທີ່​ເຊື່ອ​ບາງຄົນ​ຈາກ​ເມືອງ​ຢົບປາ​ກໍ​ໄປ​ນຳ​ເພິ່ນ​ດ້ວຍ.


ເປໂຕ​ທີ່​ເຮືອນ​ຂອງ​ໂກເນລີໂອ

24 ມື້​ຕໍ່ມາ​ອີກ ເປໂຕ​ກໍ​ໄດ້​ມາ​ເຖິງ​ເມືອງ​ກາຍຊາເຣຍ. ໂກເນລີໂອ​ກຳລັງ​ຄອຍຖ້າ​ຕ້ອນຮັບ​ພວກເຂົາ​ຢູ່ ແລະ ໄດ້​ເຊີນ​ເອົາ​ຍາດພີ່ນ້ອງ ແລະ ໝູ່​ສະໜິດ​ມາ​ເຕົ້າໂຮມ​ກັນ.

25 ພໍ​ເປໂຕ​ເຂົ້າໄປ​ໃນ​ເຮືອນ ໂກເນລີໂອ​ກໍ​ອອກ​ມາ​ຕ້ອນຮັບ ແລະ ຂາບ​ລົງ​ທີ່​ຕີນ​ຂອງ​ເປໂຕ​ດ້ວຍ​ຄວາມ​ຢຳເກງ.

26 ແຕ່​ເປໂຕ​ດຶງ​ລາວ​ໃຫ້​ລຸກຂຶ້ນ​ພ້ອມ​ທັງ​ເວົ້າ​ວ່າ, “ຈົ່ງ​ຢືນ​ຂຶ້ນ, ເຮົາ​ເອງ​ກໍ​ເປັນ​ພຽງ​ມະນຸດ​ຄົນ​ໜຶ່ງ”.

27 ໃນ​ຂະນະ​ທີ່​ກຳລັງ​ສົນທະນາ​ກັບ​ລາວ​ຢູ່​ນັ້ນ, ເປໂຕ​ໄດ້​ເຂົ້າ​ໄປ​ທາງໃນ ແລະ ພົບ​ປະຊາຊົນ​ຫລວງຫລາຍ​ເຕົ້າໂຮມ​ກັນ​ຢູ່.

28 ເພິ່ນ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ: “ທ່ານ​ທັງຫລາຍ​ກໍ​ຮູ້​ດີ​ວ່າ​ເປັນ​ການ​ຜິດ​ກົດບັນຍັດ​ຂອງ​ພວກເຮົາ​ທີ່​ຊາວຢິວ​ຈະ​ຄົບ​ຫາ​ສະມາຄົມ ຫລື ຢ້ຽມຢາມ​ຄົນຕ່າງຊາດ. ແຕ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ແກ່​ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ບໍ່​ຄວນ​ເອີ້ນ​ຜູ້ໃດ​ວ່າ​ບໍ່​ສະອາດ ຫລື ເປັນມົນທິນ.

29 ດັ່ງນັ້ນ ເມື່ອ​ມີ​ຄົນ​ໄປ​ເຊີນ​ຂ້າພະເຈົ້າ, ຂ້າພະເຈົ້າ​ກໍ​ມາ​ໂດຍ​ບໍ່​ຂັດຂ້ອງ​ປະການ​ໃດ. ຂ້າພະເຈົ້າ​ຈຶ່ງ​ຂໍ​ຖາມ​ວ່າ, ເປັນຫຍັງ​ພວກທ່ານ​ຈຶ່ງ​ໄດ້​ສົ່ງ​ຄົນ​ໄປ​ເຊີນ​ຂ້າພະເຈົ້າ​ມາ?”

30 ໂກເນລີໂອ​ຕອບ​ວ່າ: “ເມື່ອ​ສາມ​ວັນ​ຜ່ານ​ມາ​ນີ້​ໃນ​ເວລາ​ທີ່​ຂ້ານ້ອຍ​ກຳລັງ​ອະທິຖານ​ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ໃນ​ເວລາ​ດຽວ​ກັນ​ນີ້, ເວລາ​ບ່າຍ​ສາມ​ໂມງ, ທັນໃດ​ນັ້ນ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ນຸ່ງເຄື່ອງ​ເຫລື້ອມໃສ​ມາ​ຢືນ​ຢູ່​ຕໍ່ໜ້າ​ຂ້ານ້ອຍ

31 ແລ້ວ ເວົ້າ​ວ່າ, ‘ໂກເນລີໂອ​ເອີຍ ພຣະເຈົ້າ​ໄດ້​ຍິນ​ຄຳອະທິຖານ​ຂອງ​ເຈົ້າ ແລະ ໄດ້​ລະນຶກ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ໃຫ້​ແກ່​ຄົນຍາກຈົນ​ແລ້ວ.

32 ຈົ່ງ​ສົ່ງ​ຄົນ​ໄປ​ເມືອງ​ຢົບປາ​ເພື່ອ​ເຊີນ​ເອົາ​ຊີໂມນ ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເປໂຕ. ເພິ່ນ​ເປັນ​ແຂກ​ພັກອາໄສ​ຢູ່​ທີ່​ເຮືອນ​ຂອງ​ຊີໂມນ​ຊ່າງຟອກໜັງ, ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມທະເລ’.

33 ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ສົ່ງ​ຄົນ​ໄປ​ເຊີນ​ທ່ານ​ທັນທີ ແລະ ດີ​ແທ້ໆ​ທີ່​ທ່ານ​ກໍ​ກະລຸນາ​ມາ. ບັດນີ້ ພວກຂ້ານ້ອຍ​ທັງຫລາຍ​ກໍ​ຢູ່​ທີ່​ນີ້​ພ້ອມ​ກັນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ເພື່ອ​ຮັບຟັງ​ທຸກໆ​ສິ່ງ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ທ່ານ​ໃຫ້​ບອກ​ພວກຂ້ານ້ອຍ”.

34 ແລ້ວ​ເປໂຕ​ຈຶ່ງ​ເລີ່ມຕົ້ນ​ກ່າວ​ວ່າ: “ບັດນີ້ ຂ້າພະເຈົ້າ​ຮູ້ຈັກ​ຄັກ​ແລ້ວ​ວ່າ, ພຣະເຈົ້າ​ບໍ່​ໄດ້​ສະແດງ​ຄວາມ​ລຳອຽງ

35 ແຕ່​ຍອມຮັບ​ຄົນ​ຈາກ​ທຸກ​ຊາດ​ທີ່​ຢຳເກງ​ພຣະອົງ ແລະ ເຮັດ​ສິ່ງ​ທີ່​ຖືກຕ້ອງ.

36 ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ, ໃຫ້​ປະກາດ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທຸກຄົນ.

37 ພວກທ່ານ​ກໍ​ຮູ້​ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ທົ່ວ​ແຂວງ​ຢູດາຍ, ເລີ່ມ​ທີ່​ທະເລ​ຄາລີເລ​ຫລັງຈາກ​ທີ່​ໂຢຮັນ​ໄດ້​ໄປ​ປະກາດ​ເລື່ອງ​ບັບຕິສະມາ,

38 ຄື​ເລື່ອງ​ທີ່​ພຣະເຈົ້າ​ໄດ້​ເຈີມ​ຕັ້ງ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ລິດອຳນາດ ແລະ ທີ່​ພຣະອົງ​ໄດ້​ເດີນທາງ​ໄປ​ເຮັດ​ຄວາມດີ ແລະ ຮັກສາ​ທຸກຄົນ​ທີ່​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ມານຮ້າຍ​ຢ່າງ​ໃດ ເພາະ​ພຣະເຈົ້າ​ຢູ່​ກັບ​ພຣະອົງ.

39 “ພວກຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ທຸກສິ່ງ​ທີ່​ພຣະອົງ​ກະທຳ ທັງ​ໃນ​ດິນແດນ​ຂອງ​ຊາວ​ຢິວ ແລະ ໃນ​ເຢຣູຊາເລັມ. ພວກເຂົາ​ໄດ້​ຂ້າ​ພຣະອົງ​ໂດຍ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ,

40 ແຕ່​ໃນ​ວັນ​ທີ​ສາມ ພຣະເຈົ້າ​ໄດ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ ແລະ ໃຫ້​ພຣະອົງ​ປາກົດ​ຕົວ​ໃຫ້​ຄົນ​ເຫັນ.

41 ບໍ່​ແມ່ນ​ທຸກຄົນ​ທີ່​ໄດ້​ເຫັນ​ພຣະອົງ ມີ​ແຕ່​ພະຍານ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ເທົ່ານັ້ນ​ທີ່​ໄດ້​ເຫັນ, ຄື​ປາກົດ​ແກ່​ພວກຂ້າພະເຈົ້າ​ຜູ້​ທີ່​ໄດ້​ກິນ ແລະ ໄດ້​ດື່ມ​ກັບ​ພຣະອົງ​ຫລັງ​ຈາກ​ທີ່​ພຣະອົງ​ຄືນ​ມາ​ຈາກ​ຕາຍ.

42 ພຣະອົງ​ສັ່ງ​ໃຫ້​ພວກຂ້າພະເຈົ້າ​ປະກາດ​ແກ່​ຄົນ​ທັງຫລາຍ ແລະ ໃຫ້​ເປັນ​ພະຍານ​ວ່າ​ພຣະອົງ​ແມ່ນ​ຜູ້​ທີ່​ພຣະເຈົ້າ​ຕັ້ງ​ໃຫ້​ເປັນ​ຜູ້ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ.

43 ຜູ້ທຳນວາຍ​ທັງໝົດ​ກໍ​ຢືນຢັນ​ກ່ຽວກັບ​ພຣະອົງ​ວ່າ, ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ​ຜ່ານທາງ​ນາມ​ຂອງ​ພຣະອົງ”.

44 ຂະນະ​ທີ່​ເປໂຕ​ຍັງ​ກ່າວ​ຖ້ອຍຄຳ​ເຫລົ່ານີ້​ຢູ່​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ທຸກຄົນ​ທີ່​ກຳລັງ​ຟັງ​ຖ້ອຍຄຳ​ນັ້ນ.

45 ບັນດາ​ຜູ້ທີ່ເຊື່ອ​ທີ່​ໄດ້​ຮັບ​ພິທີຕັດ​ແລ້ວ ຄື​ຄົນ​ທີ່​ມາ​ກັບ​ເປໂຕ​ກໍ​ປະຫລາດໃຈ​ທີ່​ພຣະເຈົ້າ​ເທ​ຂອງປະທານ​ຄື​ພຣະວິນຍານບໍລິສຸດເຈົ້າ​ລົງ​ມາ​ໃຫ້​ຄົນຕ່າງຊາດ​ເໝືອນກັນ.

46 ເພາະ​ພວກເຂົາ​ໄດ້​ຍິນ​ຄົນ​ເຫລົ່ານີ້​ເວົ້າ​ພາສາ​ແປກໆ ແລະ ສັນລະເສີນ​ພຣະເຈົ້າ. ແລ້ວ​ເປໂຕ​ໄດ້​ກ່າວ​ວ່າ,

47 “ບໍ່​ມີ​ຜູ້ໃດ​ຈະ​ຫ້າມ​ຄົນ​ເຫລົ່ານີ້​ບໍ່​ໃຫ້​ຮັບ​ບັບຕິສະມາ​ດ້ວຍ​ນ້ຳ​ຢ່າງ​ແນ່ນອນ. ໃນ​ເມື່ອ​ພວກເຂົາ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ເໝືອນ​ດັ່ງ​ພວກເຮົາ​ແລ້ວ”.

48 ດັ່ງນັ້ນ ເປໂຕ​ຈຶ່ງ​ສັ່ງ​ໃຫ້​ຄົນ​ເຫລົ່ານີ້​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ. ຫລັງຈາກ​ນັ້ນ ພວກເຂົາ​ກໍ​ຂໍ​ເປໂຕ​ໃຫ້​ພັກ​ຢູ່​ກັບ​ພວກເຂົາ​ອີກ​ສອງ​ສາມ​ມື້.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan