Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 1 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະເຢຊູເຈົ້າ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ

1 ຮຽນ​ທ່ານ​ເທໂອຟີໂລ, ໃນ​ໜັງສື​ເຫລັ້ມ​ກ່ອນ, ຂ້າພະເຈົ້າ​ໄດ້​ຂຽນ​ກ່ຽວກັບ​ທຸກ​ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ເລີ່ມຕົ້ນ​ກະທຳ ແລະ ສັ່ງສອນ

2 ຈົນ​ເຖິງ​ວັນ​ທີ່​ພຣະອົງ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ, ຫລັງ​ຈາກ​ໄດ້​ໃຫ້​ຄຳ​ແນະນຳ​ຜ່ານ​ທາງ​ພຣະວິນຍານບໍລິສຸດເຈົ້າ​ແກ່​ບັນດາ​ອັກຄະສາວົກ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້.

3 ຫລັງຈາກ​ທີ່​ພຣະອົງ​ໄດ້​ທົນທຸກທໍລະມານ, ພຣະອົງ​ກໍ​ໄດ້​ສະແດງ​ພຣະອົງ​ແກ່​ຄົນ​ເຫລົ່ານັ້ນ ແລະ ໄດ້​ໃຫ້​ຂໍ້​ພິສູດ​ທີ່​ເຮັດ​ໃຫ້​ມີ​ຄວາມໝັ້ນໃຈ​ຫລາຍ​ປະການ​ວ່າ​ພຣະອົງ​ມີຊີວິດ​ຢູ່. ພຣະອົງ​ໄດ້​ປາກົດ​ແກ່​ພວກເພິ່ນ​ໃນ​ລະຫວ່າງ​ສີ່ສິບ​ວັນ ແລະ ໄດ້​ກ່າວ​ກ່ຽວກັບ​ອານາຈັກ​ຂອງ​ພຣະເຈົ້າ.

4 ຄັ້ງໜຶ່ງ ໃນ​ຂະນະ​ທີ່​ພຣະອົງ​ຮ່ວມ​ກິນ​ອາຫານ​ກັບ​ພວກເພິ່ນ, ພຣະອົງ​ໄດ້​ໃຫ້​ຄຳສັ່ງ​ນີ້​ແກ່​ພວກເພິ່ນ​ວ່າ: “ຢ່າ​ອອກໄປ​ຈາກ​ເຢຣູຊາເລັມ, ແຕ່​ຈົ່ງ​ຖ້າ​ຮັບ​ຂອງປະທານ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ໄດ້​ສັນຍາ​ໄວ້​ຕາມ​ທີ່​ພວກເຈົ້າ​ໄດ້​ຍິນ​ເຮົາ​ກ່າວ​ໄວ້.

5 ດ້ວຍວ່າ ໂຢຮັນ​ໄດ້​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ ແຕ່​ອີກ​ບໍ່​ເທົ່າໃດ​ວັນ​ພວກເຈົ້າ​ຈະ​ໄດ້​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”.

6 ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ມາ​ເຕົ້າໂຮມກັນ​ຢູ່​ອ້ອມ​ພຣະອົງ ແລະ ຖາມ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຈະ​ສ້າງ​ອານາຈັກ​ອິດສະຣາເອນ​ຄືນ​ໃໝ່​ໃນ​ເວລາ​ນີ້​ບໍ?”

7 ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ບໍ່​ແມ່ນ​ໜ້າທີ່​ຂອງ​ພວກເຈົ້າ​ທີ່​ຈະ​ຮູ້​ເວລາ ຫລື ວັນ​ທີ່​ພຣະບິດາເຈົ້າ​ໄດ້​ກຳນົດ​ໄວ້​ດ້ວຍ​ສິດອຳນາດ​ຂອງ​ພຣະອົງ​ແລ້ວ.

8 ແຕ່​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ລິດອຳນາດ ເມື່ອ​ພຣະວິນຍານບໍລິສຸດເຈົ້າ​ມາ​ຢູ່​ເທິງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ເປັນ​ພະຍານ​ຝ່າຍ​ເຮົາ​ໃນ​ເຢຣູຊາເລັມ ແລະ ຕະຫລອດ​ທົ່ວ​ແຂວງ​ຢູດາຍ​ກັບ​ແຂວງ​ຊາມາເຣຍ ແລະ ຈົນ​ເຖິງ​ສຸດປາຍ​ແຜ່ນດິນໂລກ”.

9 ຫລັງຈາກ​ພຣະອົງ​ໄດ້​ກ່າວ​ດັ່ງນີ້​ແລ້ວ, ພຣະອົງ​ກໍ​ຖືກ​ຮັບ​ຂຶ້ນ​ໄປ​ຕໍ່ໜ້າ​ຕໍ່ຕາ​ຂອງ​ພວກເພິ່ນ ແລະ ມີ​ເມກ​ມາ​ປົກຄຸມ​ພຣະອົງ​ໄວ້​ຈາກ​ສາຍຕາ​ຂອງ​ພວກເພິ່ນ.

10 ເມື່ອ​ພວກເພິ່ນ​ກຳລັງ​ແນມ​ເບິ່ງ​ທ້ອງຟ້າ​ໃນ​ຂະນະ​ທີ່​ພຣະອົງ​ຂຶ້ນ​ໄປ, ໃນ​ທັນໃດ​ນັ້ນ ມີ​ຊາຍ​ສອງ​ຄົນ​ນຸ່ງ​ຊຸດ​ຂາວ​ຢືນ​ຢູ່​ຂ້າງ​ພວກເພິ່ນ.

11 ແລະ ພວກເພິ່ນ​ຈຶ່ງ​ກ່າວ​ວ່າ, “ຊາວ​ຄາລີເລ​ເອີຍ, ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຢືນ​ເບິ່ງ​ທ້ອງຟ້າ​ຢູ່​ບ່ອນ​ນີ້? ພຣະເຢຊູເຈົ້າ​ອົງ​ດຽວ​ກັນ​ນີ້​ທີ່​ຖືກ​ຮັບ​ໄປ​ຈາກ​ພວກເຈົ້າ​ຂຶ້ນ​ສູ່​ສະຫວັນ​ນັ້ນ ຈະ​ກັບ​ຄືນ​ມາ​ອີກ​ໃນ​ແບບ​ດຽວ​ກັນ​ກັບ​ທີ່​ພວກທ່ານ​ໄດ້​ເຫັນ​ພຣະອົງ​ຂຶ້ນ​ສູ່​ສະຫວັນ”.


ເລືອກ​ມັດເທຍ​ຂຶ້ນ​ແທນ​ຢູດາ

12 ຫລັງຈາກນັ້ນ ພວກ​ອັກຄະສາວົກ​ກໍ​ໄດ້​ລົງ​ມາ​ຈາກ​ພູເຂົາ​ທີ່​ເອີ້ນ​ວ່າ​ພູເຂົາ​ໝາກກອກ ແລ້ວ​ກັບ​ຄືນ​ໄປ​ທີ່​ເຢຣູຊາເລັມ ເຊິ່ງ​ໄລຍະ​ທາງ​ເທົ່າ​ກັບ​ທີ່​ອະນຸຍາດ​ໃຫ້​ຍ່າງ​ໃນ​ວັນຊະບາໂຕ.

13 ເມື່ອ​ພວກເພິ່ນ​ມາ​ເຖິງ​ທີ່​ນັ້ນ ພວກເພິ່ນ​ກໍ​ໄດ້​ຂຶ້ນ​ໄປ​ທີ່​ຫ້ອງ​ພັກ​ຊັ້ນເທິງ​ບ່ອນ​ທີ່​ພວກເພິ່ນ​ເຄີຍ​ພັກເຊົາ. ໃນ​ພວກເພິ່ນ​ມີ: ເປໂຕ, ໂຢຮັນ, ຢາໂກໂບ, ອັນເດອາ, ຟີລິບ, ໂທມາ, ບາຣະໂທໂລມາຍ, ມັດທາຍ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້ຮັກຊາດ ແລະ ຢູດາ​ລູກຊາຍ​ຂອງ​ຢາໂກໂບ.

14 ພວກເພິ່ນ​ທັງໝົດ​ໄດ້​ຮ່ວມ​ໃຈ​ກັນ​ອະທິຖານ​ຢ່າງ​ສະໝໍ່າສະເໝີ​ໂດຍ​ມີ​ພວກແມ່ຍິງ, ມາຣີ​ແມ່​ຂອງ​ພຣະເຢຊູເຈົ້າ ແລະ ພວກ​ນ້ອງຊາຍ​ຂອງ​ພຣະອົງ.

15 ໃນ​ວັນ​ນັ້ນ ເປໂຕ​ໄດ້​ຢືນ​ຂຶ້ນ​ທ່າມກາງ​ບັນດາ​ຜູ້ທີ່ເຊື່ອ (ໂດຍ​ມີ​ປະມານ​ຮ້ອຍຊາວ​ຄົນ)

16 ແລະ ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ ພຣະຄຳພີ​ຈະ​ຕ້ອງ​ເປັນຈິງ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ກ່າວ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ​ຜ່ານທາງ​ດາວິດ​ເລື່ອງ​ຢູດາ ຜູ້​ທີ່​ນຳພາ​ຄົນ​ທັງຫລາຍ​ໄປ​ຈັບກຸມ​ພຣະເຢຊູເຈົ້າ,

17 ລາວ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຮົາ ແລະ ມີ​ສ່ວນຮ່ວມ​ໃນ​ພັນທະກິດ​ນີ້”.

18 (ຢູດາ​ໄດ້​ນຳ​ເງິນ​ທີ່​ໄດ້​ມາ​ຈາກ​ການ​ເຮັດ​ຊົ່ວ​ຂອງ​ຕົນ​ໄປ​ຊື້​ດິນ​ຕອນ​ໜຶ່ງ, ລາວ​ໄດ້​ລົ້ມລົງ​ຫົວ​ຟາດ​ພື້ນ​ຢູ່​ທີ່​ນັ້ນ ເລົາຄີງ​ແຕກ​ໄສ້​ໄຫລ​ອອກ​ມາ​ໝົດ.

19 ທຸກຄົນ​ໃນ​ເຢຣູຊາເລັມ​ຕ່າງ​ກໍ​ໄດ້​ຍິນ​ເລື່ອງ​ນີ້, ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ດິນ​ຕອນ​ນັ້ນ​ຕາມ​ພາສາ​ຂອງ​ຕົນ​ວ່າ, ອະເກັນດາມາ ນັ້ນ​ກໍ​ຄື​ນາ​ເລືອດ.)

20 ເປໂຕ​ກ່າວ​ວ່າ, “ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ເພງສັນລະເສີນ​ວ່າ: “‘ຂໍ​ໃຫ້​ທີ່ຢູ່​ຂອງ​ລາວ​ຮົກຮ້າງ​ຫວ່າງເປົ່າ, ຢ່າ​ໃຫ້​ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່​ນັ້ນ’. ແລະ “‘ໃຫ້​ຄົນ​ອື່ນ​ຂຶ້ນ​ມາ​ຮັບ​ຕຳແໜ່ງ​ແທນ​ລາວ’.

21 ເຫດສະນັ້ນ ຈຶ່ງ​ຈຳເປັນ​ຕ້ອງ​ເລືອກ​ເອົາ​ຄົນ​ໜຶ່ງ​ໃນ​ຈຳນວນ​ຜູ້ຊາຍ​ທີ່​ໄດ້​ຢູ່​ກັບ​ພວກເຮົາ​ຕະຫລອດ​ຊ່ວງ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ຢູ່​ກັບ​ພວກເຮົາ,

22 ຄື​ຕັ້ງແຕ່​ບັບຕິສະມາ​ຂອງ​ໂຢຮັນ​ຈົນ​ເຖິງ​ເວລາ​ທີ່​ພຣະເຢຊູເຈົ້າ​ຖືກ​ຮັບ​ຂຶ້ນ​ໄປ​ຈາກ​ພວກເຮົາ. ເພາະ​ສິ່ງ​ເຫລົ່ານີ້​ຈະ​ຕ້ອງ​ເປັນ​ພະຍານ​ຮ່ວມ​ກັບ​ພວກເຮົາ​ເຖິງ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະອົງ”.

23 ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ໄດ້​ສະເໜີ​ຊາຍ​ສອງ​ຄົນ​ຄື: ໂຢເຊັບ ທີ່​ເອີ້ນ​ວ່າ​ບາຣະຊັບບາ (ແລະ ມີ​ອີກ​ຊື່​ໜຶ່ງ​ວ່າ​ຢູສະໂຕ) ແລະ ມັດເທຍ.

24 ຫລັງຈາກນັ້ນ ພວກເພິ່ນ​ກໍ​ອະທິຖານ​ວ່າ, “ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້​ຈິດໃຈ​ຂອງ​ທຸກຄົນ. ຂໍ​ສະແດງ​ໃຫ້​ພວກເຮົາ​ເຫັນ​ວ່າ​ພຣະອົງ​ໄດ້​ເລືອກ​ເອົາ​ຄົນ​ໃດ​ໃນ​ສອງ​ຄົນ​ນີ້

25 ເພື່ອ​ຮັບ​ໜ້າທີ່​ພັນທະກິດ​ຂອງ​ອັກຄະສາວົກ ເຊິ່ງ​ຢູດາ​ໄດ້​ປະຖິ້ມ​ແລ້ວ​ໄປ​ສູ່​ບ່ອນ​ຂອງ​ຕົນ”.

26 ແລ້ວ​ພວກເພິ່ນ​ກໍ​ໄດ້​ຈັບ​ສະຫລາກ ແລະ ສະຫລາກ​ນີ້​ໄດ້​ຕົກ​ຖືກ​ມັດເທຍ, ດັ່ງນັ້ນ ລາວ​ຈຶ່ງ​ຖືກ​ຮວມ​ເຂົ້າ​ກັບ​ພວກ​ອັກຄະສາວົກ​ສິບເອັດ​ຄົນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan