3 ໂຢຮັນ 1 - ພຣະຄຳພີລາວສະບັບສະໄໝໃໝ່1 ຈົດໝາຍສະບັບນີ້ຈາກເຮົາ ຜູ້ປົກຄອງ, ເຖິງໄຄໂຢ ເພື່ອນທີ່ຮັກ, ຜູ້ທີ່ເຮົາຮັກໃນຄວາມຈິງ. 2 ເພື່ອນທີ່ຮັກເອີຍ, ຂ້າພະເຈົ້າອະທິຖານຂໍໃຫ້ພວກເຈົ້າຈົ່ງມີສຸຂະພາບທີ່ດີ ແລະ ຂໍໃຫ້ທຸກຢ່າງຜ່ານໄປດ້ວຍດີກັບພວກເຈົ້າ ເໝືອນດັ່ງຈິດໃຈຂອງພວກເຈົ້າກຳລັງດຳເນີນໄປດ້ວຍດີຢູ່ນັ້ນ. 3 ສິ່ງນີ້ເຮັດໃຫ້ເຮົາມີຄວາມຊື່ນຊົມຍິນດີຫລາຍເມື່ອພີ່ນ້ອງຜູ້ທີ່ເຊື່ອບາງຄົນໄດ້ມາ ແລະ ໄດ້ເປັນພະຍານເຖິງຄວາມສັດຊື່ຂອງພວກເຈົ້າຕໍ່ຄວາມຈິງ ແລະ ເລົ່າເຖິງການທີ່ພວກທ່ານເດີນໃນຄວາມຈິງຕໍ່ໄປ. 4 ບໍ່ມີສິ່ງໃດເຮັດໃຫ້ເຮົາຊື່ນຊົມຍິນດີຫລາຍກວ່າການທີ່ໄດ້ຍິນວ່າບັນດາລູກຂອງເຮົາກຳລັງເດີນຢູ່ໃນຄວາມຈິງ. 5 ເພື່ອນທີ່ຮັກເອີຍ, ພວກເຈົ້າສັດຊື່ໃນສິ່ງທີ່ພວກເຈົ້າກຳລັງປະຕິບັດຕໍ່ບັນດາພີ່ນ້ອງ, ເຖິງແມ່ນວ່າພວກເຂົາເປັນຄົນແປກໜ້າສຳລັບພວກເຈົ້າ. 6 ພວກເຂົາໄດ້ບອກຄຣິສຕະຈັກເລື່ອງຄວາມຮັກຂອງພວກເຈົ້າ. ຂໍຄວາມກະລຸນາສົ່ງພວກເຂົາໄປໃນທາງທີ່ຖວາຍກຽດແກ່ພຣະເຈົ້າ. 7 ພວກເຂົາອອກໄປເພື່ອເຫັນແກ່ນາມນັ້ນ ໂດຍບໍ່ໄດ້ຮັບຄວາມຊ່ວຍເຫລືອຈາກຄົນທີ່ບໍ່ເຊື່ອພຣະເຈົ້າເລີຍ. 8 ເຫດສະນັ້ນ ພວກເຮົາຄວນສະແດງການຕ້ອນຮັບຕໍ່ຄົນຢ່າງນີ້ ເພື່ອວ່າພວກເຮົາຈະໄດ້ເຮັດວຽກຮ່ວມກັນເພື່ອຄວາມຈິງ. 9 ເຮົາໄດ້ຂຽນເຖິງຄຣິສຕະຈັກ ແຕ່ດີໂອເທເຟ ຜູ້ມັກເຮັດໂຕເປັນໃຫຍ່ ຈະບໍ່ຍອມຕ້ອນຮັບພວກເຮົາ. 10 ດັ່ງນັ້ນ ເມື່ອເຮົາມາ, ເຮົາຈະຊີ້ໃຫ້ເຫັນເຖິງສິ່ງທີ່ລາວໄດ້ເຮັດ, ຄືນິນທາໃສ່ຮ້າຍພວກເຮົາ. ຍັງບໍ່ພໍເທົ່ານັ້ນ, ລາວຍັງໄດ້ປະຕິເສດທີ່ຈະຕ້ອນຮັບພວກພີ່ນ້ອງຜູ້ທີ່ເຊື່ອຄົນອື່ນໆອີກ. ລາວຍັງຫ້າມບັນດາຄົນທີ່ຢາກຕ້ອນຮັບ ແລະ ໄລ່ພວກເຂົາອອກຈາກຄຣິສຕະຈັກດ້ວຍ. 11 ເພື່ອນທີ່ຮັກເອີຍ, ຢ່າເອົາແບບຢ່າງສິ່ງທີ່ຊົ່ວແຕ່ຈົ່ງເອົາແບບຢ່າງສິ່ງທີ່ດີ. ຜູ້ໃດທີ່ເຮັດດີກໍມາຈາກພຣະເຈົ້າ. ຜູ້ທີ່ເຮັດຊົ່ວກໍບໍ່ເຄີຍເຫັນພຣະເຈົ້າ. 12 ທຸກຄົນລ້ວນແຕ່ກ່າວຊົມເຊີຍເດເມທີໂອ ແລະ ແມ່ນແຕ່ຄວາມຈິງເອງກໍບອກຢ່າງນັ້ນ. ພວກເຮົາເອງກໍກ່າວຊົມເຊີຍເພິ່ນເໝືອນກັນ ແລະ ພວກເຈົ້າກໍຮູ້ວ່າຄຳພະຍານຂອງພວກເຮົານັ້ນກໍເປັນຄວາມຈິງ. 13 ເຮົາມີຫລາຍເລື່ອງຈະຂຽນເຖິງພວກເຈົ້າ, ແຕ່ເຮົາບໍ່ຢາກຂຽນດ້ວຍບິກ ແລະ ນ້ຳມຶກ. 14 ເຮົາຫວັງວ່າຈະເຫັນພວກເຈົ້າໃນໄວໆນີ້ ແລະ ພວກເຮົາຈະໄດ້ໂອ້ລົມກັນໜ້າຕໍ່ໜ້າ. 15 ຂໍໃຫ້ສັນຕິສຸກຈົ່ງມີແກ່ພວກເຈົ້າ. ເພື່ອນທັງຫລາຍຢູ່ທີ່ນີ້ກໍຝາກຄວາມຄິດເຖິງມາຍັງພວກເຈົ້າ. ເຮົາຂໍຝາກຄວາມຄິດເຖິງມາຍັງເພື່ອນທັງຫລາຍທີ່ຢູ່ທີ່ນັ້ນດ້ວຍ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.