Biblia Todo Logo
Bìoball air-loidhne

- Sanasan -

2 ຕີໂມທຽວ 2 - ພຣະຄຳພີລາວສະບັບສະໄໝໃໝ່

1 ເຫດສະນັ້ນ ລູກ​ຂອງ​ເຮົາ​ເອີຍ, ຈົ່ງ​ເຂັ້ມແຂງ​ໃນ​ພຣະຄຸນ​ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ.

2 ສິ່ງ​ທີ່​ເຈົ້າ​ໄດ້​ຍິນ​ຈາກ​ເຮົາ​ກ່າວ​ຕໍ່ໜ້າ​ພະຍານ​ຫລາຍຄົນ​ນັ້ນ ຈົ່ງ​ມອບໝາຍ​ໃຫ້​ແກ່​ຜູ້​ທີ່​ເຊື່ອຖືໄດ້ ຜູ້​ທີ່​ມີ​ຄຸນສົມບັດ​ເໝາະສົມ​ທີ່​ຈະ​ສອນ​ຜູ້​ອື່ນ​ດ້ວຍ.

3 ຈົ່ງ​ຮ່ວມ​ໃນ​ຄວາມຍາກລຳບາກ​ກັບ​ເຮົາ ເໝືອນດັ່ງ​ທະຫານ​ທີ່​ດີ​ຂອງ​ພຣະຄຣິດເຈົ້າເຢຊູ.

4 ບໍ່​ມີ​ຜູ້ໃດ​ທີ່​ຮັບໃຊ້​ໃນ​ໜ້າທີ່​ເປັນ​ທະຫານ​ແລ້ວ​ຍັງ​ຫຍຸ້ງກ່ຽວ​ກັບ​ເລື່ອງ​ຝ່າຍ​ພົນລະເຮືອນ, ແຕ່​ລາວ​ຕ້ອງ​ເຮັດ​ໃຫ້​ຜູ້​ບັງຄັບ​ບັນຊາ​ຂອງ​ຕົນ​ພໍໃຈ.

5 ເຊັ່ນດຽວກັນ, ນັກກິລາ​ຄົນ​ໃດ​ກໍ​ຕາມ​ທີ່​ແຂ່ງຂັນ​ຈະ​ບໍ່​ໄດ້​ຮັບ​ມົງກຸດ​ແຫ່ງ​ໄຊຊະນະ​ຖ້າ​ບໍ່​ແຂ່ງຂັນ​ຕາມ​ກະຕິກາ.

6 ຊາວນາ​ຜູ້​ເຮັດວຽກ​ຢ່າງ​ໜັກໜ່ວງ​ກໍ​ສົມຄວນ​ເປັນ​ຜູ້ທຳອິດ​ທີ່​ຈະ​ໄດ້​ຮັບ​ສ່ວນແບ່ງ​ຂອງ​ພືດຜົນ.

7 ຈົ່ງ​ຄິດຕຶກຕອງ​ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄວ້, ເພາະ​ອົງພຣະຜູ້ເປັນເຈົ້າ​ຈະ​ໃຫ້​ຄວາມເຂົ້າໃຈ​ແກ່​ເຈົ້າ​ໃນ​ສິ່ງ​ທັງໝົດ​ນີ້.

8 ຈົ່ງ​ລະນຶກເຖິງ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ໄດ້​ຖືກ​ບັນດານ​ໃຫ້​ເປັນຄືນມາຈາກຕາຍ, ຜູ້​ສືບ​ເຊື້ອສາຍ​ຈາກ​ດາວິດ. ນີ້​ຄື​ຂ່າວປະເສີດ​ທີ່​ເຮົາ​ປະກາດ,

9 ເພື່ອ​ຂ່າວປະເສີດ​ນີ້​ເຮົາ​ຈຶ່ງ​ທົນທຸກ​ຢູ່​ຈົນ​ເຖິງ​ຖືກ​ລ່າມໂສ້​ເໝືອນ​ໂຈນຜູ້ຮ້າຍ. ແຕ່​ພຣະຄຳ​ຂອງ​ພຣະເຈົ້າ​ບໍ່​ໄດ້​ຖືກ​ລ່າມໂສ້.

10 ເຫດສະນັ້ນ ເຮົາ​ຈຶ່ງ​ຍອມ​ອົດທົນ​ທຸກຢ່າງ​ເພື່ອ​ເຫັນ​ແກ່​ຜູ້​ທີ່​ເລືອກ​ໄວ້, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມພົ້ນ ເຊິ່ງ​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ພ້ອມດ້ວຍ​ສະຫງ່າລາສີ​ນິລັນດອນ.

11 ນີ້​ເປັນ​ຄຳກ່າວ​ທີ່​ເຊື່ອຖືໄດ້​ຄື: ຖ້າ​ພວກເຮົາ​ຕາຍ​ດ້ວຍກັນ​ກັບ​ພຣະອົງ, ພວກເຮົາ​ກໍ​ຈະ​ມີຊີວິດ​ດ້ວຍກັນ​ກັບ​ພຣະອົງ​ເໝືອນກັນ,

12 ຖ້າ​ພວກເຮົາ​ອົດທົນ, ພວກເຮົາ​ກໍ​ຈະ​ໄດ້​ປົກຄອງ​ຮ່ວມກັນ​ກັບ​ພຣະອົງ. ຖ້າ​ພວກເຮົາ​ປະຕິເສດ​ພຣະອົງ, ພຣະອົງ​ກໍ​ຈະ​ປະຕິເສດ​ພວກເຮົາ​ເໝືອນກັນ,

13 ຖ້າ​ພວກເຮົາ​ບໍ່ສັດຊື່, ພຣະອົງ​ກໍ​ຍັງ​ສັດຊື່​ຢູ່, ເພາະ​ພຣະອົງ​ປະຕິເສດ​ພຣະອົງ​ເອງ​ບໍ່​ໄດ້.


ການຈັດການ​ກັບ​ພວກຄູສອນປອມ

14 ຈົ່ງ​ໝັ່ນ​ເຕືອນ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ໃຫ້​ລະນຶກເຖິງ​ສິ່ງ​ເຫລົ່ານີ້. ຈົ່ງ​ຕັກເຕືອນ​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າ​ບໍ່​ໃຫ້​ຜິດຖຽງ​ກັນ​ເລື່ອງ​ຖ້ອຍຄຳ​ຕ່າງໆ​ທີ່​ບໍ່​ມີ​ຄຸນຄ່າ ແລະ ມີ​ແຕ່​ຈະ​ທຳລາຍ​ບັນດາ​ຜູ້ຟັງ​ເທົ່ານັ້ນ.

15 ຈົ່ງ​ພະຍາຍາມ​ຢ່າງ​ສຸດກຳລັງ​ເພື່ອ​ສະແດງ​ຕົນ​ຕໍ່​ພຣະເຈົ້າ​ເໝືອນດັ່ງ​ເປັນ​ຜູ້​ໜຶ່ງ​ທີ່​ໄດ້​ຮັບຮອງ​ໄວ້​ແລ້ວ, ເປັນ​ຄົນງານ​ທີ່​ບໍ່​ຕ້ອງ​ອັບອາຍ ແລະ ໃຊ້​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ຢ່າງ​ຖືກຕ້ອງ.

16 ຈົ່ງ​ຫລີກເວັ້ນ​ຈາກ​ການ​ສົນທະນາ​ເລື່ອງ​ທີ່​ຂັດ​ກັບ​ທາງ​ຂອງ​ພຣະເຈົ້າ, ເພາະ​ບັນດາ​ຜູ້​ທີ່​ປ່ອຍໃຈ​ໄປ​ກັບ​ສິ່ງ​ນັ້ນ​ຈະ​ກາຍເປັນ​ຄົນອະທຳ​ຫລາຍ​ຂຶ້ນ​ເລື້ອຍໆ.

17 ຄຳສອນ​ຂອງ​ພວກເຂົາ​ຈະ​ແຜ່ລາມ​ເໝືອນດັ່ງ​ບາດແຜ​ເປື່ອຍເນົ່າ. ໃນ​ທ່າມກາງ​ພວກເຂົາ​ມີ​ຮີເມນາໂຢ ແລະ ຟີເລໂຕ,

18 ເຊິ່ງ​ເປັນ​ຜູ້​ທີ່​ໄດ້​ຫລົງ​ໄປ​ຈາກ​ຄວາມຈິງ​ແລ້ວ. ພວກເຂົາ​ເວົ້າ​ວ່າ​ການເປັນຄືນມາຈາກຕາຍ​ໄດ້​ຜ່ານພົ້ນ​ໄປ​ແລ້ວ ແລະ ໄດ້​ທຳລາຍ​ຄວາມເຊື່ອ​ຂອງ​ບາງຄົນ​ລົງ.

19 ເຖິງ​ຢ່າງໃດ​ກໍ​ຕາມ, ຮາກຖານ​ຂອງ​ພຣະເຈົ້າ​ກໍ​ຕັ້ງ​ໝັ້ນຄົງ​ຢູ່ ແລະ ປະທັບຕາ​ດ້ວຍ​ຂໍ້ຄວາມ​ວ່າ: “ອົງພຣະຜູ້ເປັນເຈົ້າ​ຮູ້ຈັກ​ບັນດາ​ຜູ້​ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ​ທີ່​ຮ້ອງ​ອອກ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຕ້ອງ​ຫັນໜີ​ຈາກ​ຄວາມ​ຊົ່ວຮ້າຍ”.

20 ໃນ​ເຮືອນ​ຫລັງ​ໃຫຍ່​ບໍ່​ແມ່ນ​ມີ​ແຕ່​ພາຊະນະ​ຄຳ ແລະ ເງິນ​ເທົ່ານັ້ນ, ແຕ່​ມີ​ພາຊະນະ​ໄມ້ ແລະ ພາຊະນະດິນ​ດ້ວຍ, ບາງ​ຢ່າງ​ກໍ​ໃຊ້​ເພື່ອ​ຈຸດປະສົງ​ພິເສດ, ບາງ​ຢ່າງ​ກໍ​ໃຊ້​ເພື່ອ​ໃຊ້​ທົ່ວໄປ.

21 ບັນດາ​ຜູ້​ທີ່​ຊຳລະ​ຕົນເອງ​ໃຫ້​ພົ້ນ​ຈາກ​ສິ່ງ​ໄຮ້ຄ່າ ກໍ​ຈະ​ເປັນ​ພາຊະນະ​ທີ່​ມີ​ກຽດ, ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ, ໃຊ້​ງານ​ໄດ້​ສຳລັບ​ອົງ​ເຈົ້ານາຍ ແລະ ຖືກ​ຈັດ​ໄວ້​ພ້ອມ​ເພື່ອ​ຈະ​ເຮັດ​ການ​ດີ​ທຸກຢ່າງ.

22 ຈົ່ງ​ໜີ​ຈາກ​ລາຄະຕັນຫາ​ຂອງ​ຄົນໜຸ່ມ ແລະ ຈົ່ງ​ຕິດຕາມ​ຄວາມຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ ສັນຕິສຸກ​ຮ່ວມ​ກັບ​ບັນດາ​ຜູ້​ທີ່​ຮ້ອງຫາ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ໃຈ​ບໍລິສຸດ.

23 ຢ່າ​ເຂົ້າຮ່ວມ​ກັບ​ການໂຕ້ຖຽງ​ອັນ​ໂງ່ຈ້າ ແລະ ໄຮ້ສາລະ​ຕ່າງໆ ເພາະ​ເຈົ້າ​ຮູ້​ແລ້ວ​ວ່າ​ສິ່ງ​ເຫລົ່ານີ້​ກໍ່​ໃຫ້​ເກີດ​ການຜິດຖຽງກັນ.

24 ຝ່າຍ​ຜູ້ຮັບໃຊ້​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຕ້ອງ​ບໍ່​ຜິດຖຽງກັນ ແຕ່​ຕ້ອງ​ເມດຕາ​ຕໍ່​ທຸກຄົນ, ສາມາດ​ສອນ​ຄົນ​ອື່ນ​ໄດ້, ບໍ່​ເປັນ​ຄົນ​ໃຈຮ້າຍ​ງ່າຍ.

25 ບັນດາ​ຜູ້​ທີ່​ຕໍ່ຕ້ານ​ຈະ​ຕ້ອງ​ໄດ້​ຮັບ​ການແນະນຳ​ຢ່າງ​ສຸພາບ, ໂດຍ​ຫວັງ​ວ່າ​ພຣະເຈົ້າ​ຈະ​ໃຫ້​ພວກເຂົາ​ກັບໃຈໃໝ່ ເພື່ອ​ຈະ​ນຳພາ​ພວກເຂົາ​ໃຫ້​ຮູ້ຈັກ​ຄວາມຈິງ

26 ແລະ ໂດຍ​ຫວັງ​ວ່າ​ພວກເຂົາ​ຈະ​ໄດ້​ສະຕິ ແລະ ຫລຸດພົ້ນ​ຈາກ​ກັບດັກ​ຂອງ​ມານຮ້າຍ ຜູ້​ທີ່​ໄດ້​ຈັບ​ພວກເຂົາ​ໄວ້​ເປັນ​ຊະເລີຍ​ເພື່ອ​ໃຫ້​ເຮັດ​ຕາມ​ຄວາມປະສົງ​ຂອງ​ມັນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan