Biblia Todo Logo
Bìoball air-loidhne

- Sanasan -

2 ເທສະໂລນິກ 3 - ພຣະຄຳພີລາວສະບັບສະໄໝໃໝ່


ຈົ່ງ​ອະທິຖານ​ເພື່ອ

1 ສຸດທ້າຍ​ນີ້​ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ​ເພື່ອ​ວ່າ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ໄດ້​ແຜ່ຂະຫຍາຍ​ໄປ​ຢ່າງ​ໄວວາ ແລະ ເປັນ​ທີ່​ຖວາຍ​ກຽດ​ເໝືອນ​ທີ່​ເປັນ​ຢູ່​ໃນ​ທ່າມກາງ​ພວກເຈົ້າ.

2 ແລະ ຈົ່ງ​ອະທິຖານ​ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄົນຊົ່ວ ແລະ ຄົນຊົ່ວຮ້າຍ ເພາະວ່າ​ບໍ່​ແມ່ນ​ທຸກຄົນ​ທີ່​ຈະ​ມີ​ຄວາມເຊື່ອ.

3 ແຕ່​ອົງພຣະຜູ້ເປັນເຈົ້າ​ສັດຊື່ ພຣະອົງ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ ແລະ ປົກປ້ອງ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຄົນຊົ່ວຮ້າຍ.

4 ພວກເຮົາ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ​ວ່າ​ພວກເຈົ້າ​ກຳລັງ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຮົາ​ສັ່ງ​ຢູ່ ແລະ ຈະ​ເຮັດ​ຢ່າງ​ນັ້ນ​ຕໍ່ໄປ.

5 ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ນຳພາ​ຫົວໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ໄປ​ສູ່​ຄວາມຮັກ​ຂອງ​ພຣະເຈົ້າ ແລະ ໃນ​ຄວາມມານະອົດທົນ​ຂອງ​ພຣະຄຣິດເຈົ້າ.


ຕັກເຕືອນ​ບໍ່​ໃຫ້​ຂີ້ຄ້ານ

6 ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ສັ່ງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ຈົ່ງ​ຫລີກໜີ​ຈາກ​ຜູ້​ທີ່​ເຊື່ອ​ທຸກຄົນ​ທີ່​ຂີ້ຄ້ານ, ກໍ່ກວນ ແລະ ບໍ່​ຍອມ​ດຳເນີນຊີວິດ​ຕາມ​ຄຳສັ່ງສອນ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ.

7 ເພາະ​ພວກເຈົ້າ​ເອງ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ພວກເຈົ້າ​ຄວນ​ເຮັດ​ຕາມ​ແບບຢ່າງ​ຂອງ​ພວກເຮົາ. ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ​ນັ້ນ​ພວກເຮົາ​ບໍ່​ໄດ້​ຂີ້ຄ້ານ​ເລີຍ,

8 ພວກເຮົາ​ບໍ່​ໄດ້​ກິນອາຫານ​ຂອງ​ຜູ້ໃດ​ໂດຍ​ບໍ່​ໄດ້​ຈ່າຍ​ຄ່າ. ກົງກັນຂ້າມ ພວກເຮົາ​ເຮັດວຽກ​ທັງ​ກາງເວັນ ແລະ ກາງຄືນ, ອອກແຮງງານ ແລະ ເຮັດວຽກ​ລຳບາກ​ເພື່ອ​ຈະ​ບໍ່​ເປັນ​ພາລະ​ໃຫ້​ແກ່​ຜູ້ໃດ​ໃນ​ພວກເຈົ້າ.

9 ພວກເຮົາ​ເຮັດ​ຢ່າງ​ນີ້​ບໍ່​ແມ່ນ​ເພາະ​ພວກເຮົາ​ບໍ່​ມີ​ສິດ​ຮັບ​ຄວາມຊ່ວຍເຫລືອ​ເຫລົ່ານັ້ນ ແຕ່​ເພື່ອ​ມອບ​ຕົນ​ເອງ​ໃຫ້​ເປັນ​ແບບຢ່າງ​ແກ່​ພວກເຈົ້າ​ໄດ້​ປະຕິບັດ​ຕາມ.

10 ເພາະ​ແມ່ນ​ແຕ່​ຂະນະ​ທີ່​ພວກເຮົາ​ຢູ່​ກັບ​ພວກເຈົ້າ ພວກເຮົາ​ກໍ​ໄດ້​ວາງ​ກົດ​ນີ້​ໄວ້​ໃຫ້​ພວກເຈົ້າ​ວ່າ: “ຖ້າ​ຜູ້ໃດ​ບໍ່​ເຮັດວຽກ​ກໍ​ບໍ່​ຕ້ອງ​ກິນ”.

11 ພວກເຮົາ​ໄດ້​ຍິນ​ວ່າ​ບາງຄົນ​ໃນ​ທ່າມກາງ​ພວກເຈົ້າ​ຂີ້ຄ້ານ ແລະ ກໍ່ກວນ. ພວກເຂົາ​ບໍ່​ຍອມ​ເຮັດວຽກ ແຕ່​ພວກເຂົາ​ຫຍຸ້ງ​ແຕ່​ກັບ​ເລື່ອງ​ຂອງ​ຄົນ​ອື່ນ.

12 ພວກເຮົາ​ຂໍ​ສັ່ງ ແລະ ເຕືອນສະຕິ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ໃຫ້​ຄົນ​ເຫລົ່ານີ້​ຕັ້ງໃຈ​ເຮັດວຽກ​ເພື່ອ​ໃຫ້​ມີ​ລາຍໄດ້​ຊື້​ອາຫານ​ລ້ຽງ​ຕົນເອງ

13 ແລະ ສຳລັບ​ພວກເຈົ້າ​ນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ອິດເມື່ອຍ​ທີ່​ຈະ​ເຮັດ​ສິ່ງ​ດີ.

14 ຜູ້ໃດ​ບໍ່​ເຊື່ອຟັງ​ຄຳສັ່ງສອນ​ຂອງ​ພວກເຮົາ​ໃນ​ຈົດໝາຍ​ນີ້ ຈົ່ງ​ໝາຍ​ໄວ້​ເປັນ​ພິເສດ. ຢ່າ​ໄປ​ຄົບຫາ​ກັບ​ພວກເຂົາ ເພື່ອ​ພວກເຂົາ​ຈະ​ໄດ້​ຮູ້ສຶກ​ລະອາຍໃຈ.

15 ແຕ່​ເຖິງຢ່າງໃດ​ກໍ​ຕາມ​ຢ່າ​ຖື​ວ່າ​ພວກເຂົາ​ເປັນ​ສັດຕູ ແຕ່​ຈົ່ງ​ເຕືອນສະຕິ​ພວກເຂົາ​ໃນ​ຖານະ​ພີ່ນ້ອງ​ທີ່​ເຊື່ອ​ຂອງ​ພວກເຈົ້າ.


ຄຳທັກທາຍ​ສຸດທ້າຍ

16 ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສັນຕິສຸກ ມອບ​ສັນຕິສຸກ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ​ໃນ​ທຸກ​ເວລາ ແລະ ໃນ​ທຸກ​ດ້ານ. ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.

17 ເຮົາ​ໂປໂລ ຂຽນ​ຄຳທັກທາຍ​ນີ້​ດ້ວຍ​ມື​ຂອງ​ເຮົາ​ເອງ ເຊິ່ງ​ເປັນ​ເຄື່ອງໝາຍ​ສະເພາະ​ໃນ​ຈົດໝາຍ​ຂອງ​ເຮົາ​ທຸກ​ສະບັບ. ນີ້​ຄື​ວິທີ​ຂຽນ​ຂອງ​ເຮົາ.

18 ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan