Biblia Todo Logo
Bìoball air-loidhne

- Sanasan -

2 ເທສະໂລນິກ 2 - ພຣະຄຳພີລາວສະບັບສະໄໝໃໝ່


ຄົນ​ນອກ​ກົດໝາຍ

1 ກ່ຽວກັບ​ການ​ມາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ການ​ທີ່​ຈະ​ຮວບຮວມ​ເອົາ​ພວກເຮົາ​ທັງຫລາຍ​ໄປ​ຢູ່​ກັບ​ພຣະອົງ​ນັ້ນ, ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ໃຫ້​ພວກເຈົ້າ

2 ຢ່າ​ຫວັ່ນໄຫວ​ງ່າຍ ຫລື ຕື່ນ​ຕົກໃຈ​ກັບ​ຄຳສັ່ງສອນ​ທີ່​ອ້າງ​ວ່າ​ມາ​ຈາກ​ພວກເຮົາ ບໍ່​ວ່າ​ໂດຍ​ຖ້ອຍຄຳ​ເຜີຍ​ພຣະຄຳ ຫລື ໂດຍ​ຄຳເວົ້າ​ທີ່​ອອກ​ຈາກ​ປາກ ຫລື ໂດຍ​ຈົດໝາຍ​ທີ່​ອ້າງ​ວ່າ​ມາ​ຈາກ​ພວກເຮົາ ເຊິ່ງ​ລະບຸ​ວ່າ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ​ມາ​ເຖິງ​ແລ້ວ.

3 ຢ່າ​ໃຫ້​ຜູ້ໃດ​ມາ​ຫລອກລວງ​ພວກເຈົ້າ​ໃນ​ທາງ​ໃດ​ທາງ​ໜຶ່ງ ເພາະ​ວັນ​ນັ້ນ​ຍັງ​ຈະ​ບໍ່​ມາ​ເຖິງ​ຈົນກວ່າ​ການກະບົດ​ຈະ​ເກີດຂຶ້ນ ແລະ ຄົນ​ລ່ວງລະເມີດ​ທີ່​ຖືກ​ກຳນົດ​ໃຫ້​ເຖິງ​ຄວາມຈິບຫາຍ​ນັ້ນ​ມາ​ປາກົດ​ໂຕ.

4 ມັນ​ຈະ​ຕໍ່ຕ້ານ ແລະ ຍົກ​ຕົນ​ເອງ​ຂຶ້ນ​ຢູ່​ເໜືອ​ທຸກສິ່ງ​ທີ່​ເອີ້ນ​ຊື່​ວ່າ​ພຣະເຈົ້າ ຫລື ເປັນ​ທີ່​ເຄົາລົບ​ບູຊາ ເພື່ອ​ວ່າ​ມັນ​ຈະ​ຕັ້ງ​ຕົນ​ເອງ​ຂຶ້ນ​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ ປະກາດ​ຕົນ​ເອງ​ວ່າ​ເປັນ​ພຣະເຈົ້າ.

5 ພວກເຈົ້າ​ບໍ່​ຈື່​ບໍ​ວ່າ​ເມື່ອ​ເຮົາ​ຢູ່​ກັບ​ພວກເຈົ້າ​ນັ້ນ ເຮົາ​ເຄີຍ​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ແລ້ວ?

6 ແລະ ບັດນີ້​ພວກເຈົ້າ​ຮູ້​ວ່າ​ສິ່ງໃດ​ທີ່​ດຶງ​ມັນ​ໄວ້​ເພື່ອ​ໃຫ້​ມັນ​ມາ​ປາກົດ​ໂຕ​ໃນ​ເວລາ​ທີ່​ເໝາະສົມ.

7 ເພາະ​ອຳນາດ​ລັບ​ຂອງ​ຄົນ​ລ່ວງລະເມີດ​ນີ້​ກຳລັງ​ທຳງານ​ຢູ່ ແຕ່​ຜູ້​ທີ່​ດຶງ​ມັນ​ໄວ້​ໃນ​ຂະນະ​ນີ້​ຈະ​ດຶງ​ມັນ​ໄວ້​ຕໍ່ໄປ​ຈົນ​ກວ່າ​ມັນ​ຈະ​ຖືກ​ຮັບ​ໄປ​ໃຫ້​ພົ້ນ​ທາງ.

8 ເມື່ອ​ນັ້ນ​ຄົນ​ນອກ​ກົດໝາຍ​ນີ້​ຈະ​ປາກົດ​ໂຕ ຜູ້​ທີ່​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຈະ​ໂຄ່ນລົ້ມ​ມັນ​ດ້ວຍ​ລົມ​ຈາກ​ປາກ​ຂອງ​ພຣະອົງ ແລະ ທຳລາຍ​ມັນ​ດ້ວຍ​ລັດສະໝີ​ແຫ່ງ​ການ​ມາ​ຂອງ​ພຣະອົງ.

9 ການ​ມາ​ຂອງ​ຄົນ​ນອກ​ກົດໝາຍ​ນີ້​ຈະ​ມາ​ໂດຍ​ອຳນາດ​ຂອງ​ຊາຕານ. ມັນ​ຈະ​ໃຊ້​ການສະແດງ​ອຳນາດ​ທຸກ​ຮູບແບບ​ຜ່ານທາງ​ໝາຍສຳຄັນ ແລະ ການ​ອັດສະຈັນ ເຊິ່ງ​ລ້ວນ​ແຕ່​ຮັບໃຊ້​ຄວາມຕົວະ

10 ແລະ ໃຊ້​ຄວາມ​ຊົ່ວຮ້າຍ​ທຸກ​ຢ່າງ​ຫລອກລວງ​ບັນດາ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ. ພວກເຂົາ​ຈິບຫາຍ​ເພາະ​ພວກເຂົາ​ປະຕິເສດ​ທີ່​ຈະ​ຮັກ​ຄວາມຈິງ​ທີ່​ນຳ​ໄປ​ສູ່​ຄວາມພົ້ນ.

11 ດ້ວຍເຫດນີ້ ພຣະເຈົ້າ​ຈຶ່ງ​ໄດ້​ສົ່ງ​ການຫລອກລວງ​ມາ​ຄອບງຳ​ພວກເຂົາ​ເພື່ອ​ວ່າ​ພວກເຂົາ​ຈະ​ເຊື່ອ​ຄວາມຕົວະ

12 ແລະ ເພື່ອ​ວ່າ​ທຸກຄົນ​ທີ່​ບໍ່​ຍອມ​ເຊື່ອ​ຄວາມຈິງ​ແຕ່​ກັບ​ຊົມຊື່ນ​ຄວາມ​ຊົ່ວຮ້າຍ​ຈະ​ຖືກ​ຕັດສິນ​ລົງໂທດ.


ຕັ້ງ​ໝັ້ນຄົງ

13 ແຕ່​ພວກເຮົາ​ຄວນ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ, ພີ່ນ້ອງ​ທັງຫລາຍ​ຜູ້​ທີ່​ພຣະເຈົ້າ​ຮັກ​ເອີຍ, ເພາະ​ພຣະເຈົ້າ​ເລືອກ​ພວກເຈົ້າ​ໃນ​ຖານະ​ຜົນ​ທຳອິດ​ຂອງ​ພຣະອົງ​ເພື່ອ​ຮັບ​ຄວາມພົ້ນ ໂດຍ​ການ​ຊຳລະ​ໃຫ້​ບໍລິສຸດ​ຈາກ​ພຣະວິນຍານ ແລະ ໂດຍ​ການ​ເຊື່ອ​ໃນ​ຄວາມຈິງ.

14 ພຣະອົງ​ໄດ້​ເອີ້ນ​ພວກເຈົ້າ​ມາ​ສູ່​ສິ່ງ​ນີ້​ຜ່ານທາງ​ຂ່າວປະເສີດ​ທີ່​ພວກເຮົາ​ປະກາດ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮ່ວມ​ໃນ​ສະຫງ່າລາສີ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.

15 ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຕັ້ງ​ໝັ້ນຄົງ ແລະ ຢຶດໝັ້ນ​ໃນ​ຄຳສັ່ງສອນ ທີ່​ພວກເຮົາ​ໄດ້​ຖ່າຍທອດ​ໃຫ້​ແກ່​ພວກເຈົ້າ ບໍ່​ວ່າ​ໂດຍ​ທາງ​ຄຳເວົ້າ​ຈາກ​ປາກ​ຂອງ​ພວກເຮົາ ຫລື ໂດຍ​ທາງ​ຈົດໝາຍ.

16 ຂໍ​ໃຫ້​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ຜູ້​ຮັກ​ພວກເຮົາ ແລະ ໄດ້​ໃຫ້​ການ​ໜູນໃຈ​ນິລັນດອນ ແລະ ຄວາມຫວັງ​ອັນ​ດີ​ແກ່​ພວກເຮົາ​ໂດຍ​ພຣະຄຸນ​ຂອງ​ພຣະອົງ,

17 ຈະ​ໃຫ້​ກຳລັງ​ໃຈ​ພວກເຈົ້າ ແລະ ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ເພື່ອ​ຈະ​ເຮັດ ແລະ ເວົ້າ​ໃນ​ສິ່ງ​ທີ່​ດີ​ທຸກຢ່າງ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan