Biblia Todo Logo
Bìoball air-loidhne

- Sanasan -

2 ເທສະໂລນິກ 1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງ​ຄຣິສຕະຈັກ​ຂອງ​ຊາວ​ເທສະໂລນິກ​ໃນ​ພຣະເຈົ້າ​ພຣະບິດາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ທັງຫລາຍ:

2 ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.


ການ​ຂອບພຣະຄຸນ ແລະ ຄຳອະທິຖານ

3 ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຄວນ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ແລະ ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮັດ​ຢ່າງ​ນັ້ນ ເພາະວ່າ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໄດ້​ເພີ່ມ​ຫລາຍ​ຂຶ້ນ​ເລື້ອຍໆ ແລະ ຄວາມຮັກ​ທີ່​ພວກເຈົ້າ​ທຸກຄົນ​ມີ​ຕໍ່​ກັນ​ກໍ​ເພີ່ມ​ຂຶ້ນ.

4 ເຫດສະນັ້ນ ໃນ​ທ່າມກາງ​ຄຣິສຕະຈັກ​ຕ່າງໆ​ຂອງ​ພຣະເຈົ້າ​ພວກເຮົາ​ໄດ້​ອວດ​ເຖິງ​ຄວາມ​ພຽນ​ອົດທົນ ແລະ ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ທ່າມກາງ​ການຂົ່ມເຫັງ ແລະ ການທົດລອງ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ອົດທົນ​ຢູ່.

5 ທັງໝົດ​ນີ້​ເປັນ​ຫລັກຖານ​ວ່າ​ການພິພາກສາ​ຂອງ​ພຣະເຈົ້າ​ນັ້ນ​ຖືກຕ້ອງ ແລະ ຜົນ​ກໍ​ຄື​ພວກເຈົ້າ​ຈະ​ໄດ້​ຖືກ​ນັບ​ວ່າ​ສົມຄວນ​ກັບ​ອານາຈັກ​ຂອງ​ພຣະເຈົ້າ ເຊິ່ງ​ພວກເຈົ້າ​ກຳລັງ​ທົນທຸກ​ຢູ່​ເພື່ອ​ອານາຈັກ​ນັ້ນ.

6 ພຣະເຈົ້າ​ຍຸຕິທຳ​ຄື: ພຣະອົງ​ຈະ​ເອົາ​ຄວາມລຳບາກ​ຄືນ​ສະໜອງ​ແກ່​ບັນດາ​ຜູ້​ທີ່​ເຮັດ​ໃຫ້​ພວກເຈົ້າ​ລຳບາກ

7 ແລະ ຈະ​ໃຫ້​ການບັນເທົາທຸກ​ແກ່​ພວກເຈົ້າ​ທີ່​ໄດ້​ຮັບ​ຄວາມຍາກລຳບາກ ແລະ ໃຫ້​ພວກເຮົາ​ດ້ວຍ. ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ປາກົດ​ຈາກ​ສະຫວັນ​ໃນ​ແປວໄຟ​ອັນ​ຮ້ອນກ້າ​ພ້ອມ​ກັບ​ບັນດາ​ເທວະດາ​ຜູ້​ມີ​ລິດອຳນາດ​ຂອງ​ພຣະອົງ.

8 ພຣະອົງ​ຈະ​ລົງໂທດ​ບັນດາ​ຜູ້​ທີ່​ບໍ່​ຮູ້ຈັກ​ພຣະເຈົ້າ ແລະ ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.

9 ພວກເຂົາ​ຈະ​ຖືກ​ລົງໂທດ​ດ້ວຍ​ຄວາມຈິບຫາຍ​ຕະຫລອດໄປ ຈະ​ຖືກ​ແຍກ​ອອກຈາກ​ການ​ສະຖິດ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ແຍກ​ອອກຈາກ​ສະຫງ່າລາສີ​ແຫ່ງ​ລິດທານຸພາບ​ຂອງ​ພຣະອົງ

10 ໃນ​ວັນນັ້ນ​ພຣະອົງ​ຈະ​ມາ​ເພື່ອ​ຮັບ​ກຽດຕິຍົດ​ໃນ​ທ່າມກາງ​ຄົນ​ບໍລິສຸດ​ຂອງ​ພຣະອົງ ແລະ ເພື່ອ​ເປັນ​ທີ່​ປະຫລາດໃຈ​ໃນ​ທ່າມກາງ​ຜູ້​ທີ່​ເຊື່ອ​ທັງຫລາຍ ເຊິ່ງ​ລວມ​ທັງ​ພວກເຈົ້າ​ດ້ວຍ ເພາະ​ພວກເຈົ້າ​ໄດ້​ເຊື່ອ​ໃນ​ຄຳພະຍານ​ຂອງ​ພວກເຮົາ​ທີ່​ກ່າວ​ແກ່​ພວກເຈົ້າ.

11 ໂດຍ​ຄຳນຶງ​ເຖິງ​ສິ່ງ​ນີ້ ພວກເຮົາ​ຈຶ່ງ​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ຂໍ​ໃຫ້​ພຣະເຈົ້າ​ຂອງ​ພວກເຮົາ​ນັບ​ວ່າ​ພວກເຈົ້າ​ສົມຄວນ​ກັບ​ການ​ເອີ້ນ​ຂອງ​ພຣະອົງ ແລະ ຂໍ​ໃຫ້​ທຸກ​ຄວາມປາຖະໜາ​ອັນ​ດີ​ຂອງ​ພວກເຈົ້າ ແລະ ທຸກ​ການກະທຳ​ທີ່​ເກີດ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ​ບັນລຸ​ຜົນສຳເລັດ​ໂດຍ​ລິດອຳນາດ​ຂອງ​ພຣະອົງ.

12 ພວກເຮົາ​ອະທິຖານ​ເຊັ່ນ​ນີ້​ກໍ​ເພື່ອ​ນາມ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ​ໃນ​ພວກເຈົ້າ​ທັງຫລາຍ ແລະ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ກຽດຕິຍົດ​ໃນ​ພຣະອົງ​ຕາມ​ພຣະຄຸນ​ຂອງ​ພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan