Biblia Todo Logo
Bìoball air-loidhne

- Sanasan -

2 ເປໂຕ 3 - ພຣະຄຳພີລາວສະບັບສະໄໝໃໝ່


ວັນ​ແຫ່ງ​ອົງພຣະຜູ້ເປັນເຈົ້າ

1 ເພື່ອນ​ທີ່​ຮັກ​ທັງຫລາຍ​ເອີຍ, ນີ້​ເປັນ​ຈົດໝາຍ​ສະບັບ​ທີ​ສອງ​ຂອງ​ເຮົາ​ເຖິງ​ພວກເຈົ້າ. ເຮົາ​ໄດ້​ຂຽນ​ມາ​ທັງ​ສອງ​ສະບັບ​ເປັນ​ເຄື່ອງເຕືອນໃຈ​ເພື່ອ​ກະຕຸ້ນ​ພວກເຈົ້າ​ໃຫ້​ມີ​ຄວາມຄິດ​ໃນ​ທາງ​ທີ່​ບໍລິສຸດ

2 ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກ​ເຖິງ​ຖ້ອຍຄຳ​ທີ່​ພວກ​ຜູ້ທຳນວາຍ​ບໍລິສຸດ​ກ່າວ​ໄວ້​ໃນ​ເມື່ອກ່ອນ​ນັ້ນ ແລະ ລະນຶກ​ເຖິງ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ​ໄດ້​ສັ່ງ​ຜ່ານທາງ​ພວກ​ອັກຄະສາວົກ​ຂອງ​ພວກເຈົ້າ.

3 ເໜືອ​ສິ່ງ​ໃດ​ທັງໝົດ, ພວກເຈົ້າ​ຕ້ອງ​ເຂົ້າໃຈ​ວ່າ​ໃນ​ຍຸກສຸດທ້າຍ​ຜູ້​ມັກ​ເຢາະເຢີ້ຍ​ຈະ​ມາ​ເຢາະເຢີ້ຍ ແລະ ເຮັດ​ຕາມ​ຄວາມປາຖະໜາ​ຊົ່ວ​ຂອງ​ພວກເຂົາ.

4 ພວກເຂົາ​ຈະ​ເວົ້າ​ວ່າ, “ຢູ່​ໃສ ‘ການ​ມາ’ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້? ດົນນານ​ມາ​ແລ້ວ​ຕັ້ງແຕ່​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ຕາຍ​ໄປ, ທຸກ​ຢ່າງ​ກໍ​ດຳເນີນ​ໄປ​ເໝືອນ​ທີ່​ເປັນ​ມາ​ຕັ້ງແຕ່​ເລີ່ມ​ສ້າງ​ໂລກ”.

5 ແຕ່​ພວກເຂົາ​ຕັ້ງໃຈ​ລືມ​ວ່າ​ດົນນານ​ມາ​ແລ້ວ​ໂດຍ​ພຣະຄຳ​ຂອງ​ພຣະເຈົ້າ ຟ້າສະຫວັນ​ກໍ​ເກີດ​ມີ​ຂຶ້ນ​ມາ ແລະ ແຜ່ນດິນໂລກ​ກໍ​ກໍ່​ຮ່າງ​ຂຶ້ນ​ມາ​ຈາກ​ນ້ຳ ແລະ ໂດຍ​ມີ​ນໍ້າ​ອ້ອມຮອບ.

6 ໂດຍ​ນ້ຳ​ເຫລົ່ານີ້​ເອງ​ທີ່​ໄດ້​ຖ້ວມ ແລະ ໄດ້​ທຳລາຍ​ໂລກ​ໃນ​ເວລາ​ນັ້ນ.

7 ໂດຍ​ພຣະຄຳ​ອັນ​ດຽວ​ກັນ​ນີ້ ຟ້າສະຫວັນ ແລະ ແຜ່ນດິນໂລກ​ປັດຈຸບັນ​ກໍ​ຖືກ​ສະຫງວນໄວ້​ໃຫ້​ໄຟ​ເຜົາຜານ ຖືກ​ເກັບ​ໄວ້​ເພື່ອ​ວັນ​ແຫ່ງ​ການພິພາກສາ ແລະ ຈິບຫາຍ​ຂອງ​ຄົນອະທຳ.

8 ເພື່ອນ​ທີ່ຮັກ​ເອີຍ, ແຕ່​ຢ່າ​ລືມ​ຂໍ້​ນີ້​ຄື: ສຳລັບ​ອົງພຣະຜູ້ເປັນເຈົ້າ​ແລ້ວ​ໜຶ່ງ​ວັນ​ກໍ​ເໝືອນ​ໜຶ່ງພັນ​ປີ ແລະ ໜຶ່ງ​ພັນ​ປີ​ກໍ​ເໝືອນ​ໜຶ່ງ​ວັນ.

9 ອົງພຣະຜູ້ເປັນເຈົ້າ​ບໍ່​ໄດ້​ຊ້າ​ທີ່​ຈະ​ເຮັດ​ຕາມ​ສັນຍາ​ເໝືອນດັ່ງ​ທີ່​ບາງຄົນ​ເຂົ້າໃຈ​ວ່າ​ຊ້າ. ແຕ່​ພຣະອົງ​ອົດທົນ​ຕໍ່​ພວກເຈົ້າ, ພຣະອົງ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ຈິບຫາຍ​ໄປ, ແຕ່​ຕ້ອງການ​ໃຫ້​ທຸກຄົນ​ກັບ​ມາ​ເພື່ອ​ຖິ້ມໃຈເກົ່າເອົາໃຈໃໝ່.

10 ແຕ່​ວັນ​ແຫ່ງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເໝືອນດັ່ງ​ຂະໂມຍ. ຟ້າສະຫວັນ​ຈະ​ຫາຍ​ໄປ​ດ້ວຍ​ສຽງ​ດັງ​ກ້ອງສະໜັ່ນ ແລະ ອົງປະກອບ​ທັງຫລາຍ​ຈະ​ຖືກ​ທຳລາຍ​ດ້ວຍ​ໄຟ. ແລະ ແຜ່ນດິນໂລກ​ກັບ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ​ຈະ​ຖືກ​ທຳລາຍ​ໝົດ.

11 ໃນ​ເມື່ອ​ທຸກສິ່ງ​ຈະ​ຖືກ​ທຳລາຍ​ລົງ​ຢ່າງ​ນີ້ ພວກເຈົ້າ​ຄວນ​ຈະ​ເປັນ​ຄົນ​ແບບໃດ? ພວກເຈົ້າ​ຄວນ​ດຳເນີນຊີວິດ​ຢ່າງ​ບໍລິສຸດ ແລະ ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ

12 ຂະນະ​ທີ່​ພວກເຈົ້າ​ຄອຍຖ້າ​ວັນ​ຂອງ​ພຣະເຈົ້າ ແລະ ເຮັ່ງຮີບ​ໃຫ້​ວັນ​ນັ້ນ​ມາ​ໂດຍ​ໄວ. ວັນ​ນັ້ນ​ຈະ​ນຳ​ການທຳລາຍ​ມາ​ສູ່​ຟ້າສະຫວັນ​ດ້ວຍ​ໄຟ ແລະ ອົງປະກອບ​ຕ່າງໆ​ກໍ​ຈະ​ຖືກ​ລະລາຍ​ໄປ​ໃນ​ຄວາມຮ້ອນ.

13 ແຕ່​ດ້ວຍ​ການຢຶດໝັ້ນ​ໃນ​ຄຳ​ສັນຍາ​ຂອງ​ພຣະອົງ ພວກເຮົາ​ກຳລັງ​ຄອຍຖ້າ​ຟ້າ​ສະຫວັນ​ໃໝ່ ແລະ ແຜ່ນດິນໂລກ​ໃໝ່ ເຊິ່ງ​ເປັນ​ທີ່ສະຖິດ​ຂອງ​ຄວາມຊອບທຳ.

14 ດ້ວຍເຫດນັ້ນ, ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຈົ້າ​ກຳລັງ​ຄອຍຖ້າ​ສິ່ງ​ນີ້​ຢູ່, ຈົ່ງ​ພະຍາຍາມ​ທຸກ​ວິທີ​ທີ່​ຈະ​ໃຫ້​ພຣະອົງ​ເຫັນ​ວ່າ​ພວກເຈົ້າ​ບໍ່​ມີ​ດ່າງພອຍ, ບໍ່ມີຕຳໜິ ແລະ ມີ​ສັນຕິສຸກ​ກັບ​ພຣະອົງ.

15 ຈົ່ງ​ລະນຶກ​ວ່າ​ທີ່​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ອົດທົນ​ກໍ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ມີ​ໂອກາດ​ໄດ້​ຮັບ​ຄວາມພົ້ນ ເໝືອນດັ່ງ​ທີ່​ໂປໂລ​ນ້ອງ​ທີ່ຮັກ​ຂອງ​ພວກເຮົາ​ໄດ້​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ​ດ້ວຍ​ສະຕິປັນຍາ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເພິ່ນ.

16 ຈົດໝາຍ​ທຸກ​ສະບັບ​ຂອງ​ເພິ່ນ​ໄດ້​ກ່າວ​ເຖິງ​ເລື່ອງ​ເຫລົ່ານີ້​ໄວ້​ໃນ​ທຳນອງ​ດຽວ​ກັນ. ໃນ​ຈົດໝາຍ​ຂອງ​ເພິ່ນ​ມີ​ບາງ​ຢ່າງ​ທີ່​ເຂົ້າໃຈ​ຍາກ ເຊິ່ງ​ພວກຄົນໂງ່ ແລະ ພວກຄົນ​ບໍ່​ໜັກແໜ້ນ​ໄດ້​ບິດເບືອນ​ໄປ, ເໝືອນດັ່ງ​ທີ່​ພວກເຂົາ​ໄດ້​ບິດເບືອນ​ພຣະຄຳພີ​ຂໍ້​ອື່ນໆ​ທີ່​ນຳ​ການທຳລາຍ​ມາ​ສູ່​ພວກເຂົາ​ເອງ.

17 ເຫດສະນັ້ນ ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ການເຕືອນ​ລ່ວງໜ້າ​ຢ່າງ​ນີ້​ແລ້ວ ກໍ​ຈົ່ງ​ລະມັດລະວັງ​ເພື່ອ​ພວກເຈົ້າ​ຈະ​ບໍ່​ຖືກ​ຊັກຈູງ​ໃຫ້​ຫລົງຜິດ​ໄປ​ຕາມ​ຄົນ​ຂາດສິນທຳ ແລະ ບໍ່​ຕົກ​ຈາກ​ບ່ອນ​ອັນ​ໝັ້ນຄົງ​ຂອງ​ພວກເຈົ້າ.

18 ແຕ່​ຈົ່ງ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລະ ຮູ້​ຈັກ​ພຣະອົງ​ໃຫ້​ຫລາຍ​ຂຶ້ນ. ຂໍ​ໃຫ້​ກຽດ​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ທັງ​ບັດນີ້ ແລະ ຕະຫລອດໄປ. ອາແມນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan