Biblia Todo Logo
Bìoball air-loidhne

- Sanasan -

2 ເປໂຕ 1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຊີໂມນ​ເປໂຕ ຜູ້​ເປັນ​ຜູ້ຮັບໃຊ້ ແລະ ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ, ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ລ້ຳຄ່າ​ເໝືອນ​ກັບ​ທີ່​ພວກເຮົາ​ໄດ້​ຮັບ​ໂດຍ​ຜ່ານທາງ​ຄວາມຊອບທຳ​ຂອງ​ພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ:

2 ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ​ຜ່ານ​ທາງ​ການຮູ້ຈັກ​ພຣະເຈົ້າ ແລະ ຮູ້ຈັກ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ຄວາມໝັ້ນໃຈ​ໃນ​ການ​ເອີ້ນ ແລະ ການ​ເລືອກ

3 ລິດອຳນາດ​ຂອງ​ພຣະອົງ​ໄດ້​ໃຫ້​ທຸກສິ່ງ​ທີ່​ຈຳເປັນ​ສຳລັບ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ​ແກ່​ພວກເຮົາ ຜ່ານທາງ​ການ​ຮູ້ຈັກ​ພຣະອົງ​ຜູ້​ເອີ້ນ​ພວກເຮົາ​ດ້ວຍ​ສະຫງ່າລາສີ ແລະ ຄຸນຄວາມດີ​ຂອງ​ພຣະອົງ​ເອງ.

4 ໂດຍ​ຜ່ານທາງ​ສິ່ງ​ເຫລົ່ານີ້​ພຣະອົງ​ໄດ້​ໃຫ້​ສັນຍາ​ອັນ​ຍິ່ງໃຫຍ່ ແລະ ລ້ຳຄ່າ​ຂອງ​ພຣະອົງ​ແກ່​ພວກເຮົາ. ເພື່ອ​ວ່າ​ໂດຍ​ຜ່ານທາງ​ສັນຍາ​ເຫລົ່ານີ້​ພວກເຈົ້າ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ລັກສະນະ​ຂອງ​ພຣະເຈົ້າ ແລະ ພົ້ນ​ຈາກ​ຄວາມເສື່ອມຊາມ​ໃນ​ໂລກ​ທີ່​ເກີດ​ຈາກ​ຄວາມປາຖະໜາ​ຊົ່ວ.

5 ດ້ວຍເຫດນີ້, ພວກເຈົ້າ​ຈົ່ງ​ພະຍາຍາມ​ທຸກ​ວິທີ​ທີ່​ຈະ​ເພີ່ມ​ຄວາມດີ​ເຂົ້າ​ກັບ​ຄວາມເຊື່ອ​ຂອງ​ພວກເຈົ້າ ແລະ ເພີ່ມ​ຄວາມຮູ້​ເຂົ້າ​ກັບ​ຄວາມດີ,

6 ແລະ ເພີ່ມ​ການ​ບັງຄົບຕົນ​ເຂົ້າ​ກັບ​ຄວາມຮູ້, ເພີ່ມ​ຄວາມອົດທົນ​ເຂົ້າ​ກັບ​ການ​ບັງຄັບຕົນ, ເພີ່ມ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ​ເຂົ້າ​ກັບ​ຄວາມ​ບາກບັ່ນ

7 ແລະ ເພີ່ມ​ຄວາມຮັກ​ກັນ​ເໝືອນ​ພີ່ນ້ອງ​ເຂົ້າ​ກັບ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ ແລະ ເພີ່ມ​ຄວາມຮັກ​ເຂົ້າ​ກັບ​ຄວາມ​ຮັກ​ກັນ​ເໝືອນ​ພີ່ນ້ອງ.

8 ເພາະ​ຖ້າ​ພວກເຈົ້າ​ມີ​ຄຸນສົມບັດ​ເຫລົ່ານີ້​ຫລາຍຂຶ້ນ ກໍ​ຈະ​ເຮັດໃຫ້​ພວກເຈົ້າ​ມີ​ປະສິດທິພາບ ແລະ ເກີດຜົນ​ໃນ​ການ​ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.

9 ແຕ່​ຖ້າ​ຜູ້ໃດ​ຂາດ​ຄຸນສົມບັດ​ເຫລົ່ານີ້ ກໍ​ເປັນ​ເໝືອນ​ກັບ​ຄົນ​ສາຍຕາສັ້ນ ແລະ ຕາບອດ, ລືມ​ວ່າ​ຕົນ​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມບາບ​ໃນ​ອະດີດ​ແລ້ວ.

10 ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ພະຍາຍາມ​ເຮັດ​ທຸກ​ວິທີ​ເພື່ອ​ຢືນຢັນ​ໃນ​ການ​ເອີ້ນ ແລະ ເລືອກ​ຂອງ​ພວກເຈົ້າ​ນັ້ນ. ເພາະວ່າ​ຖ້າ​ພວກເຈົ້າ​ເຮັດ​ຢ່າງ​ນັ້ນ​ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ສະດຸດ​ລົ້ມລົງ​ຈັກເທື່ອ

11 ແລະ ພວກເຈົ້າ​ຈະ​ໄດ້ຮັບ​ການຕ້ອນຮັບ​ທີ່​ອຸດົມສົມບູນ​ເຂົ້າ​ໃນ​ອານາຈັກ​ນິລັນດອນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ ແລະ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ຄຳ​ເປີດເຜີຍ​ຂອງ​ພຣະຄຳພີ

12 ດັ່ງນັ້ນ ເຮົາ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ສິ່ງ​ເຫລົ່ານີ້​ສະເໝີ, ເຖິງແມ່ນວ່າ​ພວກເຈົ້າ​ຮູ້ຈັກ​ເລື່ອງ​ນີ້​ແລ້ວ ແລະ ຕັ້ງ​ໝັ້ນຄົງ​ໃນ​ຄວາມຈິງ​ທີ່​ພວກເຈົ້າ​ມີ​ຢູ່​ກໍ​ຕາມ.

13 ເຮົາ​ຄິດ​ວ່າ​ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ຈະ​ເຕືອນ​ຄວາມຈື່ຈຳ​ຂອງ​ພວກເຈົ້າ​ຕາບ​ທີ່​ເຮົາ​ຍັງ​ຢູ່​ໃນ​ເຮືອນ​ທີ່​ເປັນ​ຮ່າງກາຍ​ນີ້,

14 ເພາະ​ເຮົາ​ຮູ້​ວ່າ​ອີກ​ບໍ່​ດົນ​ເຮົາ​ຈະ​ຕ້ອງ​ຈາກ​ເຮືອນ​ທີ່​ເປັນ​ຮ່າງກາຍ​ນີ້​ໄປ, ຕາມ​ທີ່​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ໄດ້​ສະແດງ​ໄວ້​ແກ່​ເຮົາ​ຢ່າງ​ຊັດເຈນ​ແລ້ວ.

15 ແລະ ເຮົາ​ຈະ​ພະຍາຍາມ​ເຮັດ​ທຸກ​ວິທີ​ໃຫ້​ພວກເຈົ້າ​ສາມາດ​ລະນຶກ​ເຖິງ​ສິ່ງ​ເຫລົ່ານີ້​ສະເໝີ​ຫລັງຈາກ​ເຮົາ​ຈາກໄປ​ແລ້ວ.

16 ເມື່ອ​ພວກເຮົາ​ບອກ​ພວກເຈົ້າ​ເຖິງ​ການ​ມາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໃນ​ລິດອຳນາດ​ນັ້ນ ພວກເຮົາ​ບໍ່​ໄດ້​ນຳເອົາ​ເລື່ອງ​ທີ່​ປະດິດຄິດແຕ່ງ​ຂຶ້ນ​ມາ​ໂດຍ​ຄວາມສະຫລາດ​ຂອງ​ມະນຸດ ແຕ່​ພວກເຮົາ​ໄດ້​ເປັນ​ພະຍານ​ກັບ​ຕາ​ເຖິງ​ບາລະມີ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະອົງ.

17 ພຣະອົງ​ໄດ້​ຮັບ​ກຽດ ແລະ ສະຫງ່າລາສີ​ຈາກ​ພຣະເຈົ້າ​ພຣະບິດາເຈົ້າ ເມື່ອ​ມີ​ສຽງ​ຈາກ​ອົງ​ຜູ້​ມີ​ສະຫງ່າລາສີ​ຍິ່ງ​ໃຫຍ່​ສູງສຸດ​ຂອງ​ພຣະອົງ, ກ່າວ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ, ເຮົາ​ພໍໃຈ​ເພິ່ນ​ຫລາຍ”.

18 ພວກເຮົາ​ເອງ​ໄດ້​ຍິນ​ສຽງ​ນີ້​ມາ​ຈາກ​ສະຫວັນ​ຂະນະ​ທີ່​ພວກເຮົາ​ຢູ່​ກັບ​ພຣະອົງ​ທີ່​ພູ​ສັກສິດ.

19 ພວກເຮົາ​ມີ​ຖ້ອຍຄຳ​ຂອງ​ການທຳນວາຍ​ເໝືອນກັນ ເຊິ່ງ​ເປັນ​ສິ່ງ​ທີ່​ເຊື່ອຖືໄດ້​ຢ່າງ​ຄົບຖ້ວນ, ຈະ​ເປັນ​ເລື່ອງ​ດີ​ຖ້າ​ພວກເຈົ້າ​ເອົາໃຈໃສ່​ຖ້ອຍຄຳ​ເຫລົ່ານີ້ ເໝືອນ​ແສງສະຫວ່າງ​ທີ່​ສ່ອງ​ໃນ​ບ່ອນ​ມືດ​ຈົນ​ກວ່າ​ຈະ​ເຖິງ​ວັນ​ຮຸ່ງເຊົ້າ ແລະ ດາວ​ແຫ່ງ​ອາລຸນ​ຍາມເຊົ້າ​ຈະ​ປາກົດ​ຂຶ້ນ​ໃນ​ໃຈ​ຂອງ​ພວກເຈົ້າ.

20 ເໜືອ​ສິ່ງ​ອື່ນ​ໃດ​ທັງໝົດ ພວກເຈົ້າ​ຕ້ອງ​ເຂົ້າໃຈ​ວ່າ​ບໍ່​ມີ​ຄຳ​ເປີດເຜີຍ​ໃດ​ໃນ​ພຣະຄຳພີ​ທີ່​ມາ​ຈາກ​ການ​ແປ​ຄວາມໝາຍ​ກ່ຽວກັບ​ສິ່ງ​ຕ່າງໆ​ຂອງ​ທຳນວາຍ​ເອງ.

21 ເພາະ​ຄຳ​ເປີດເຜີຍ​ນັ້ນ​ບໍ່​ເຄີຍ​ເກີດ​ຂຶ້ນ​ຈາກ​ເຈດຕະນາ​ຂອງ​ມະນຸດ ເຖິງ​ແມ່ນ​ວ່າ​ຜູ້ທຳນວາຍ​ຈະ​ເປັນ​ມະນຸດ ກໍ​ກ່າວ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ນຳ​ພວກເພິ່ນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan