2 ໂຢຮັນ 1 - ພຣະຄຳພີລາວສະບັບສະໄໝໃໝ່1 ຈາກ ຜູ້ອາວຸໂສ, ເຖິງທ່ານສຸພາບສະຕີທີ່ພຣະເຈົ້າໄດ້ເລືອກໄວ້ກັບລູກທັງຫລາຍຂອງນາງ ຜູ້ທີ່ເຮົາຮັກໃນຄວາມຈິງ ແລະ ບໍ່ແມ່ນພຽງແຕ່ເຮົາເທົ່ານັ້ນ ແຕ່ລວມທັງຄົນທັງປວງທີ່ຮູ້ຈັກຄວາມຈິງດ້ວຍ. 2 ເພາະວ່າຄວາມຈິງທີ່ຢູ່ໃນພວກເຮົາ ແລະ ຈະຢູ່ກັບພວກເຮົາຕະຫລອດໄປ: 3 ຂໍໃຫ້ພຣະຄຸນ, ຄວາມເມດຕາ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາເຈົ້າ ແລະ ຈາກພຣະເຢຊູຄຣິດເຈົ້າຜູ້ເປັນພຣະບຸດຂອງພຣະບິດາເຈົ້າ ຢູ່ກັບພວກເຮົາທັງຫລາຍໃນຄວາມຈິງ ແລະ ໃນຄວາມຮັກ. 4 ເຮົາມີຄວາມຊື່ນຊົມຍິນດີຫລາຍທີ່ເຫັນວ່າບັນດາລູກຂອງພວກເຈົ້າບາງຄົນດຳເນີນຊີວິດໃນຄວາມຈິງ ເໝືອນທີ່ພຣະບິດາເຈົ້າໄດ້ສັ່ງພວກເຮົາ. 5 ແລະ ບັດນີ້, ທ່ານສຸພາບສະຕຼີທີ່ຮັກ, ເຮົາບໍ່ໄດ້ຂຽນເຖິງພວກເຈົ້າກ່ຽວກັບກົດບັນຍັດໃໝ່ ແຕ່ເປັນກົດບັນຍັດທີ່ພວກເຮົາມີມາຕັ້ງແຕ່ຕົ້ນເດີມພຸ້ນ. ເຮົາຂໍໃຫ້ພວກເຮົາຮັກເຊິ່ງກັນແລະກັນ. 6 ແລະ ຄວາມຮັກນີ້ຄື: ການທີ່ພວກເຮົາດຳເນີນຊີວິດໃນການເຊື່ອຟັງກົດບັນຍັດຂອງພຣະອົງ. ຕາມທີ່ພວກເຈົ້າໄດ້ຍິນມາແລ້ວຕັ້ງແຕ່ຕົ້ນ, ກົດບັນຍັດຂອງພຣະອົງນັ້ນຄື ໃຫ້ພວກເຈົ້າດຳເນີນຊີວິດໃນຄວາມຮັກ. 7 ເຮົາກ່າວຢ່າງນີ້ກໍເພາະວ່າມີຜູ້ຫລອກລວງຫລາຍຄົນອອກໄປໃນໂລກ ພວກເຂົາບໍ່ຍອມຮັບວ່າພຣະເຢຊູຄຣິດເຈົ້າໄດ້ມາເກີດເປັນມະນຸດ. ຄົນຢ່າງນີ້ເປັນຜູ້ຫລອກລວງ ແລະ ເປັນສັດຕູຂອງພຣະຄຣິດເຈົ້າ. 8 ຈົ່ງລະວັງໃຫ້ດີເພື່ອວ່າພວກເຈົ້າຈະບໍ່ສູນເສຍສິ່ງທີ່ພວກເຮົາໄດ້ເຮັດໄວ້ ແລະ ເພື່ອພວກເຈົ້າຈະໄດ້ຮັບບຳເໜັດຢ່າງເຕັມສ່ວນ. 9 ຜູ້ໃດທີ່ແລ່ນອອກໜ້າກ່ອນ ແລະ ບໍ່ສືບຕໍ່ເຮັດຕາມຄຳສັ່ງສອນຂອງພຣະຄຣິດເຈົ້າ ຜູ້ນັ້ນກໍບໍ່ມີພຣະເຈົ້າ, ສ່ວນຜູ້ທີ່ສືບຕໍ່ເຮັດຕາມຄຳສັ່ງສອນ ຜູ້ນັ້ນກໍມີທັງພຣະບິດາເຈົ້າ ແລະ ພຣະບຸດ. 10 ຖ້າຜູ້ໃດມາຫາພວກເຈົ້າ ແລະ ບໍ່ໄດ້ນຳເອົາຄຳສັ່ງສອນນີ້ມານຳ ກໍຢ່າຮັບພວກເຂົາເຂົ້າໃນເຮືອນຂອງພວກເຈົ້າ ຫລື ຕ້ອນຮັບພວກເຂົາ. 11 ຜູ້ທີ່ຕ້ອນຮັບພວກເຂົາ ຜູ້ນັ້ນກໍມີສ່ວນຮ່ວມໃນກິດຈະການຊົ່ວຂອງພວກເຂົາ. 12 ເຮົາມີຫລາຍເລື່ອງຈະຂຽນເຖິງພວກເຈົ້າແຕ່ບໍ່ຢາກໃຊ້ເຈ້ຍ ແລະ ນ້ຳມຶກ. ແຕ່ເຮົາຫວັງຈະມາຢ້ຽມຢາມ ແລະ ເວົ້າກັບພວກເຈົ້າແບບໜ້າຕໍ່ໜ້າເພື່ອຄວາມຊື່ນຊົມຍິນດີຂອງພວກເຮົາຈະເຕັມບໍລິບູນ. 13 ບັນດາລູກຂອງນ້ອງສາວຂອງພວກເຈົ້າ ຜູ້ທີ່ໄດ້ເລືອກໄວ້ນັ້ນກໍຝາກຄວາມຄິດເຖິງມາຍັງພວກເຈົ້າ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.