Biblia Todo Logo
Bìoball air-loidhne

- Sanasan -

2 ໂກຣິນໂທ 9 - ພຣະຄຳພີລາວສະບັບສະໄໝໃໝ່

1 ເຮົາ​ບໍ່​ຈຳເປັນ​ຕ້ອງ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ການ​ຮັບໃຊ້​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ.

2 ເພາະ​ເຮົາ​ຮູ້​ວ່າ​ພວກເຈົ້າ​ກະຕືລືລົ້ນ​ທີ່​ຈະ​ຊ່ວຍເຫລືອ ແລະ ເຮົາ​ໄດ້​ອວດອ້າງ​ເລື່ອງ​ນີ້​ຕໍ່​ຊາວ​ມາເກໂດເນຍ​ແລ້ວ ໂດຍ​ບອກ​ພວກເຂົາ​ວ່າ​ຕັ້ງແຕ່​ປີ​ຜ່ານມາ​ທີ່​ພວກເຈົ້າ​ຢູ່​ໃນ​ແຂວງ​ອະຂາຢາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຖວາຍ ແລະ ຄວາມກະຕືລືລົ້ນ​ຂອງ​ພວກເຈົ້າ​ທັງຫລາຍ​ໄດ້​ກະຕຸ້ນ​ພວກເຂົາ​ສ່ວນຫລາຍ​ໃຫ້​ລົງ​ມື​ເຮັດ​ຕາມ.

3 ແຕ່​ທີ່​ເຮົາ​ກຳລັງ​ສົ່ງ​ພີ່ນ້ອງ​ເຫລົ່ານັ້ນ​ມາ ກໍ​ເພື່ອ​ວ່າ​ສິ່ງ​ທີ່​ເຮົາ​ໄດ້​ອວດອ້າງ​ໄວ້​ກ່ຽວກັບ​ພວກເຈົ້າ​ໃນ​ເລື່ອງ​ນີ້​ຈະ​ບໍ່​ເສຍປະໂຫຍດ, ແຕ່​ເພື່ອ​ພວກເຈົ້າ​ກໍ​ຈະ​ໄດ້​ຕຽມພ້ອມ​ຢູ່​ສະເໝີ​ສົມ​ກັບ​ທີ່​ເຮົາ​ໄດ້​ບອກ​ໄວ້.

4 ເພາະ​ຖ້າ​ຊາວ​ມາເກໂດເນຍ​ຄົນ​ໃດ​ທີ່​ມາ​ກັບ​ເຮົາ ແລະ ພົບ​ວ່າ​ພວກເຈົ້າ​ບໍ່​ໄດ້​ກຽມພ້ອມ​ນັ້ນ ຢ່າ​ວ່າ​ແຕ່​ພວກເຈົ້າ​ເລີຍ ເຮົາ​ເອງ​ກໍ​ຈະ​ອັບອາຍ​ທີ່​ມີ​ຄວາມໝັ້ນໃຈ​ຢ່າງ​ນັ້ນ​ແລ້ວ.

5 ດັ່ງນັ້ນ ເຮົາ​ຈຶ່ງ​ຄິດ​ວ່າ​ຈຳເປັນ​ຕ້ອງ​ຂໍຮ້ອງ​ພີ່ນ້ອງ​ເຫລົ່ານັ້ນ​ໃຫ້​ມາຫາ​ພວກເຈົ້າ​ລ່ວງໜ້າ ແລະ ຈັດຕຽມ​ເຄື່ອງບໍລິຈາກ​ດ້ວຍ​ໃຈກວ້າງຂວາງ​ໄວ້​ໃຫ້​ຮຽບຮ້ອຍ​ຕາມ​ທີ່​ພວກເຈົ້າ​ໄດ້​ສັນຍາ​ໄວ້. ແລ້ວ​ເຄື່ອງບໍລິຈາກ​ນີ້​ກໍ​ຈະ​ຕຽມພ້ອມ​ໄວ້​ເພື່ອ​ເປັນ​ເຄື່ອງບໍລິຈາກ​ທີ່​ໃຫ້​ດ້ວຍ​ໃຈກວ້າງຂວາງ, ບໍ່ແມ່ນ​ເປັນ​ເຄື່ອງບໍລິຈາກ​ທີ່​ໃຫ້​ດ້ວຍ​ການຝືນໃຈ.


ຊຸກຍູ້​ໃຫ້​ມີ​ໃຈກວ້າງຂວາງ

6 ຈົ່ງ​ຈົດຈຳ​ສິ່ງ​ນີ້​ຄື: ຜູ້​ທີ່​ຫວ່ານ​ພຽງ​ເລັກນ້ອຍ​ກໍ​ຈະ​ເກັບກ່ຽວ​ໄດ້​ແຕ່​ພຽງ​ເລັກນ້ອຍ​ເໝືອນກັນ ແລະ ຜູ້​ທີ່​ຫວ່ານ​ດ້ວຍ​ໃຈກວ້າງຂວາງ​ກໍ​ຈະ​ເກັບ​ກ່ຽວ​ໄດ້​ຢ່າງ​ຫລວງຫລາຍ​ເໝືອນກັນ.

7 ທຸກຄົນ​ຄວນ​ໃຫ້​ຕາມ​ທີ່​ຕົນ​ໄດ້​ຄິດ​ໝາຍ​ໄວ້​ໃນ​ໃຈ​ວ່າ​ຈະ​ໃຫ້, ບໍ່ແມ່ນ​ໃຫ້​ດ້ວຍ​ຄິດ​ເສຍດາຍ ຫລື ຝືນໃຈ​ໃຫ້, ເພາະວ່າ​ພຣະເຈົ້າ​ຮັກ​ຜູ້​ທີ່​ໃຫ້​ດ້ວຍ​ຊື່ນໃຈຍິນດີ.

8 ແລະ ພຣະເຈົ້າ​ສາມາດ​ທີ່​ຈະ​ອວຍພອນ​ພວກເຈົ້າ​ຢ່າງ​ອຸດົມສົມບູນ, ເພື່ອ​ວ່າ​ພວກເຈົ້າ​ຈະ​ມີ​ທຸກສິ່ງ​ທີ່​ຈໍາເປັນ​ສຳລັບ​ຕົນ​ຢູ່​ທຸກ​ເວລາ, ທັງ​ພວກເຈົ້າ​ຈະ​ມີ​ສິ່ງຂອງ​ບໍລິບູນ​ໃນ​ການງານ​ດີ​ທຸກ​ຢ່າງ.

9 ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ວ່າ: “ພວກເພິ່ນ​ໄດ້​ບໍລິຈາກ​ດ້ວຍ​ໃຈກວ້າງຂວາງ​ໃຫ້​ແກ່​ຄົນຍາກຈົນ; ຄວາມຊອບທຳ​ຂອງ​ພວກເພິ່ນ​ດຳລົງ​ຢູ່​ນິລັນດອນ”.

10 ບັດນີ້ ພຣະອົງ​ຜູ້​ຈັດສັນ​ເມັດພືດ​ໃຫ້​ແກ່​ຜູ້ຫວ່ານ ແລະ ເຂົ້າຈີ່​ສຳລັບ​ເປັນ​ອາຫານ ກໍ​ຈະ​ຈັດຫາ ແລະ ເພີ່ມເຕີມ​ເລົ້າ​ແຫ່ງ​ເມັດພັນ​ຂອງ​ພວກເຈົ້າ ແລະ ຍັງ​ຈະ​ຂະຫຍາຍ​ການເກັບກ່ຽວ​ຄວາມຊອບທຳ​ຂອງ​ພວກເຈົ້າ​ດ້ວຍ.

11 ພວກເຈົ້າ​ຈະ​ຮັ່ງມີ​ໃນ​ທຸກ​ດ້ານ​ເພື່ອວ່າ​ພວກເຈົ້າ​ຈະ​ສາມາດ​ເອື້ອເຟື້ອເພື່ອແຜ່​ໄດ້​ໃນ​ທຸກ​ໂອກາດ ແລະ ໂດຍ​ຜ່ານ​ທາງ​ພວກເຮົາ​ຄວາມເອື້ອເຟື້ອເພື່ອແຜ່​ຂອງ​ພວກເຈົ້າ​ນັ້ນ​ຈະ​ເປັນເຫດ​ໃຫ້​ມີ​ການໂມທະນາ​ຂອບພຣະຄຸນ​ພຣະເຈົ້າ.

12 ການຮັບໃຊ້​ທີ່​ພວກເຈົ້າ​ກະທຳ​ຢູ່​ນີ້​ບໍ່​ພຽງ​ແຕ່​ຊ່ວຍເຫລືອ​ຄວາມຕ້ອງ​ຂອງ​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ເທົ່ານັ້ນ ແຕ່​ຍັງ​ເປັນເຫດ​ໃຫ້​ມີ​ການຂອບພຣະຄຸນ​ພຣະເຈົ້າ​ຢ່າງ​ລົ້ນເຫລືອ.

13 ເພາະວ່າ​ພວກເຈົ້າ​ໄດ້​ພິສູດ​ຕົນເອງ​ດ້ວຍ​ການ​ຮັບໃຊ້​ນີ້, ຄົນອື່ນໆ​ຈະ​ສັນລະເສີນ​ພຣະເຈົ້າ​ເພາະ​ການເຊື່ອຟັງ​ຂອງ​ພວກເຈົ້າ ເຊິ່ງ​ມາ​ພ້ອມ​ກັບ​ການຍອມຮັບ​ເອົາ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ຂອງ​ພວກເຈົ້າ ແລະ ເພາະ​ຄວາມເອື້ອເຟື້ອ​ຂອງ​ພວກເຈົ້າ​ໃນ​ການແບ່ງປັນ​ແກ່​ພວກເຂົາ ແລະ ແກ່​ຄົນ​ອື່ນໆ​ອີກ​ດ້ວຍ.

14 ແລະ ໃຈ​ຂອງ​ພວກເຂົາ​ຈະ​ຄິດເຖິງ​ພວກເຈົ້າ​ຂະນະ​ທີ່​ອະທິຖານ​ເພື່ອ​ພວກເຈົ້າ ເພາະ​ພຣະຄຸນ​ອັນ​ລົ້ນເຫລືອ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ພວກເຈົ້າ.

15 ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ຂອງປະທານ​ຂອງ​ພຣະອົງ ເຊິ່ງ​ເກີນ​ທີ່​ຈະ​ພັນລະນາ​ໄດ້.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan