Biblia Todo Logo
Bìoball air-loidhne

- Sanasan -

2 ໂກຣິນໂທ 8 - ພຣະຄຳພີລາວສະບັບສະໄໝໃໝ່


ການ​ຖວາຍ​ເພື່ອ​ຊ່ວຍເຫລືອ​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ

1 ແລະ ບັດນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ບັນດາ​ຄຣິສຕະຈັກ​ໃນ​ແຂວງ​ມາເກໂດເນຍ.

2 ໃນ​ທ່າມກາງ​ການທົດລອງ​ຢ່າງ​ໜັກໜ່ວງ​ທີ່ສຸດ ຄວາມຊື່ນຊົມຍິນດີ​ອັນ​ເຫລືອລົ້ນ ແລະ ຄວາມຍາກຈົນ​ທີ່ສຸດ​ຂອງ​ພວກເຂົາ​ນັ້ນ​ກໍ​ລົ້ນ​ອອກ​ເປັນ​ຄວາມຮັ່ງມີ​ໃນ​ຄວາມເອື້ອເຟື້ອເຜື່ອແຜ່.

3 ເພາະ​ເຮົາ​ເປັນ​ພະຍານ​ໄດ້​ວ່າ ພວກເຂົາ​ໄດ້​ຖວາຍ​ຫລາຍ​ກວ່າ​ທີ່​ພວກເຂົາ​ສາມາດ​ເຮັດ​ໄດ້ ແລະ ແມ່ນແຕ່​ເກີນ​ຄວາມສາມາດ​ຂອງ​ພວກເຂົາ. ດ້ວຍ​ຄວາມສະໝັກໃຈ​ຂອງ​ພວກເຂົາ​ເອງ,

4 ພວກເຂົາ​ໄດ້​ອ້ອນວອນ​ຂໍ​ສິດທິ​ພິເສດ​ກັບ​ພວກເຮົາ​ເພື່ອ​ໃຫ້​ພວກເຂົາ​ມີ​ສ່ວນ​ຮ່ວມ​ຮັບໃຊ້​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ.

5 ແລະ ພວກເຂົາ​ໄດ້​ເຮັດ​ເກີນກວ່າ​ທີ່​ພວກເຮົາ​ຄາດຫວັງ​ໄວ້​ຄື: ກ່ອນ​ສິ່ງອື່ນ​ໝົດ​ພວກເຂົາ​ໄດ້​ມອບ​ຕົນເອງ​ແກ່​ອົງພຣະຜູ້ເປັນເຈົ້າ ແລະ ຫລັງຈາກ​ນັ້ນ ກໍ​ມອບ​ຕົນເອງ​ໃຫ້​ພວກເຮົາ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.

6 ດັ່ງນັ້ນ ພວກເຮົາ​ຈຶ່ງ​ໄດ້​ຊຸກຍູ້​ຕີໂຕ, ຂໍ​ໃຫ້​ນຳ​ເອົາ​ການກະທຳ​ແຫ່ງ​ຄວາມເມດຕາ​ນີ້​ມາ​ສູ່​ຄວາມສຳເລັດ​ໃນ​ສ່ວນ​ຂອງ​ພວກເຈົ້າ​ເໝືອນກັນ ຕາມ​ທີ່​ເພິ່ນ​ເປັນ​ຜູ້​ເລີ່ມຕົ້ນ​ມາ​ກ່ອນ​ນັ້ນ.

7 ແຕ່​ເນື່ອງຈາກ​ວ່າ ພວກເຈົ້າ​ດີເລີດ​ໃນ​ທຸກສິ່ງ ບໍ່​ວ່າ​ໃນ​ຄວາມເຊື່ອ, ໃນ​ວາຈາ, ໃນ​ຄວາມຮູ້, ໃນ​ຄວາມ​ກະຕືລືລົ້ນ​ຢ່າງ​ເຕັມທີ່ ແລະ ໃນ​ຄວາມຮັກ​ທີ່​ພວກເຮົາ​ມີ​ຕໍ່​ພວກເຈົ້າ​ນັ້ນ ກໍ​ເຫັນ​ວ່າ​ພວກເຈົ້າ​ດີເລີດ​ໃນ​ການໃຫ້​ດ້ວຍ​ຄວາມເມດຕາ​ນີ້​ເໝືອນກັນ.

8 ເຮົາ​ບໍ່​ໄດ້​ກຳລັງ​ສັ່ງ​ພວກເຈົ້າ, ແຕ່​ເຮົາ​ຢາກ​ທົດສອບ​ຄວາມຈິງໃຈ​ໃນ​ຄວາມຮັກ​ຂອງ​ພວກເຈົ້າ​ໂດຍ​ການປຽບທຽບ​ກັບ​ຄວາມ​ກະຕືລືລົ້ນ​ຂອງ​ຄົນ​ອື່ນໆ.

9 ເພາະວ່າ​ພວກເຈົ້າ​ກໍ​ຮູ້​ເຖິງ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ ເຖິງແມ່ນ​ພຣະອົງ​ຮັ່ງມີ ແຕ່​ກໍ​ຍັງ​ຍອມ​ກາຍເປັນ​ຄົນຍາກຈົນ​ເພາະ​ເຫັນ​ແກ່​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ຄົນຮັ່ງມີ​ໂດຍ​ທາງ​ຄວາມຍາກຈົນ​ຂອງ​ພຣະອົງ.

10 ແລະ ນີ້​ເປັນ​ຂໍ້ແນະນຳ​ຂອງ​ເຮົາ​ກ່ຽວກັບ​ສິ່ງ​ດີ​ທີ່ສຸດ​ສຳລັບ​ພວກເຈົ້າ​ໃນ​ເລື່ອງ​ນີ້. ປີ​ທີ່​ຜ່ານມາ​ພວກເຈົ້າ​ທັງຫລາຍ​ບໍ່​ພຽງ​ແຕ່​ເປັນ​ພວກ​ທຳອິດ​ທີ່​ໄດ້​ຖວາຍ ແຕ່​ຍັງ​ເປັນ​ພວກ​ທຳອິດ​ທີ່​ມີ​ຄວາມປາຖະໜາ​ທີ່​ຈະ​ຖວາຍ​ດ້ວຍ.

11 ບັດນີ້ ຈົ່ງ​ເຮັດ​ງານ​ໃຫ້​ສຳເລັດ, ເພື່ອ​ວ່າ​ຄວາມເຕັມໃຈ​ອັນ​ກະຕືລືລົ້ນ​ຂອງ​ພວກເຈົ້າ​ທີ່​ຈະ​ເຮັດ​ງານ​ນັ້ນ​ຈະ​ສອດຄ່ອງ​ໂດຍ​ທີ່​ພວກເຈົ້າ​ເຮັດ​ໃຫ້​ສຳເລັດ ຕາມ​ວິທີການ​ຂອງ​ພວກເຈົ້າ.

12 ເພາະ​ຖ້າ​ມີ​ຄວາມເຕັມໃຈ​ພ້ອມ​ຢູ່​ແລ້ວ ຂອງ​ຖວາຍ​ກໍ​ເປັນ​ທີ່​ຍອມຮັບ​ຕາມ​ທີ່​ຜູ້ນັ້ນ​ມີ​ຢູ່ ບໍ່ແມ່ນ​ຕາມ​ທີ່​ລາວ​ບໍ່​ມີ.

13 ພວກເຮົາ​ບໍ່​ປາຖະໜາ​ທີ່​ຈະ​ຫລຸດຜ່ອນ​ພາລະ​ຂອງ​ຄົນ​ອື່ນ​ໃນ​ຂະນະ​ທີ່​ພວກເຈົ້າ​ໄດ້​ຮັບ​ການກົດດັນ​ຢ່າງ​ໜັກ​ຢູ່, ແຕ່​ເພື່ອ​ຈະ​ໃຫ້​ມີ​ຄວາມສະເໝີພາບ​ກັນ.

14 ໃນ​ຂະນະ​ນີ້ ພວກເຈົ້າ​ມີ​ບໍລິບູນ​ແລ້ວ​ກໍ​ຄວນ​ຈະ​ຈັດຫາ​ສິ່ງ​ທີ່​ພວກເຂົາ​ຕ້ອງການ​ນັ້ນ, ເພື່ອ​ວ່າ​ໃນ​ຄາວ​ທີ່​ພວກເຂົາ​ມີ​ບໍລິບູນ ພວກເຂົາ​ກໍ​ຈະ​ຊ່ວຍ​ຈັດຫາ​ສິ່ງ​ທີ່​ພວກເຈົ້າ​ຕ້ອງການ. ເປົ້າໝາຍ​ກໍ​ຄື​ຄວາມສະເໝີພາບ​ກັນ,

15 ເໝືອນດັ່ງ​ທີ່​ມີ​ຂຽນ​ໄວ້​ວ່າ: “ຜູ້​ທີ່​ເກັບ​ໄດ້​ຫລາຍ​ກໍ​ບໍ່​ໄດ້​ຫລາຍ​ເກີນໄປ ແລະ ຜູ້​ທີ່​ເກັບ​ໄດ້​ໜ້ອຍ​ກໍ​ບໍ່​ໄດ້​ໜ້ອຍ​ເກີນໄປ”.


ສົ່ງ​ຕີໂຕ​ໄປ​ຮັບ​ເຄື່ອງ​ທີ່​ຮວບຮວມ​ໄດ້

16 ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ຜູ້​ໃຫ້​ຕີໂຕ​ມີ​ໃຈ​ເປັນຫ່ວງ​ພວກເຈົ້າ​ເໝືອນກັນ​ກັບ​ທີ່​ເຮົາ​ມີ​ຕໍ່​ພວກເຈົ້າ.

17 ເພາະ​ຕີໂຕ​ບໍ່​ພຽງແຕ່​ໄດ້​ຮັບ​ຄຳຂໍຮ້ອງ​ຂອງ​ພວກເຮົາ​ເທົ່ານັ້ນ, ແຕ່​ເພິ່ນ​ຍັງ​ໄດ້​ມາຫາ​ພວກເຈົ້າ​ດ້ວຍ​ໃຈ​ກະຕືລືລົ້ນ​ຫລາຍ ແລະ ດ້ວຍ​ຄວາມຄິດ​ເລີ່ມຕົ້ນ​ຂອງ​ເພິ່ນ​ເອງ.

18 ແລະ ພວກເຮົາ​ໄດ້​ສົ່ງ​ພີ່ນ້ອງ​ຄົນ​ໜຶ່ງ​ໄປ​ກັບ​ຕີໂຕ​ດ້ວຍ ຜູ້​ທີ່​ໄດ້ຮັບ​ການຍົກຍ້ອງ​ຈາກ​ຄຣິສຕະຈັກ​ທັງຫລາຍ​ໃນ​ດ້ານ​ການປະກາດ​ຂ່າວປະເສີດ.

19 ຍິ່ງ​ໄປ​ກວ່າ​ນັ້ນ, ຄຣິສຕະຈັກ​ຕ່າງໆ​ໄດ້​ເລືອກ​ພີ່ນ້ອງ​ຄົນ​ນີ້​ໃຫ້​ຮ່ວມ​ເດີນທາງ​ກັບ​ພວກເຮົາ​ຂະນະ​ທີ່​ນຳ​ເງິນຖວາຍ​ໄປ, ເຊິ່ງ​ພວກເຮົາ​ໄດ້​ຮັບຜິດຊອບ​ເບິ່ງແຍງ​ເງິນ​ຖວາຍ​ນີ້​ເພື່ອ​ຖວາຍ​ກຽດ​ແກ່​ອົງພຣະຜູ້ເປັນເຈົ້າ ແລະ ເພື່ອ​ສະແດງ​ວ່າ​ພວກເຮົາ​ເອງ​ກໍ​ມີ​ໃຈ​ກະຕືລືລົ້ນ​ທີ່​ຈະ​ຊ່ວຍ.

20 ພວກເຮົາ​ຕ້ອງການ​ຫລີກເວັ້ນ​ບໍ່​ໃຫ້​ຜູ້ໃດ​ມາ​ຕິຕຽນ​ວິທີ​ຈັດການ​ແຈກຈ່າຍ​ຂອງ​ບໍລິຈາກ​ຈຳນວນ​ຫລວງຫລາຍ​ນີ້​ໄດ້.

21 ເພາະ​ພວກເຮົາ​ພະຍາຍາມ​ເຕັມທີ່​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ, ບໍ່​ພຽງ​ແຕ່​ໃນ​ສາຍຕາ​ຂອງ​ອົງພຣະຜູ້ເປັນເຈົ້າ ແຕ່​ໃນ​ສາຍຕາ​ຂອງ​ມະນຸດ​ດ້ວຍ.

22 ນອກຈາກນີ້ ພວກເຮົາ​ຍັງ​ສົ່ງ​ພີ່ນ້ອງ​ອີກ​ຄົນ​ໜຶ່ງ​ຮ່ວມ​ໄປນຳ​ດ້ວຍ ພີ່ນ້ອງ​ຜູ້​ນີ້​ໄດ້​ພິສູດ​ໃຫ້​ພວກເຮົາ​ເຫັນ​ໃນ​ຫລາຍໆ​ດ້ານ​ແລ້ວ​ວ່າ ລາວ​ກະຕືລືລົ້ນ​ຫລາຍ ແລະ ບັດນີ້ ກໍ​ກະຕືລືລົ້ນ​ຫລາຍ​ຂຶ້ນ​ອີກ​ກວ່າເກົ່າ ເພາະວ່າ​ລາວ​ໝັ້ນໃຈ​ໃນ​ພວກເຈົ້າ​ຫລາຍ.

23 ສຳລັບ​ຕີໂຕ ເພິ່ນ​ເປັນ​ຜູ້​ເຂົ້າສ່ວນ​ກັບ​ເຮົາ ແລະ ເປັນ​ຜູ້ຮ່ວມງານ​ໃນ​ທ່າມກາງ​ພວກເຈົ້າ​ທັງຫລາຍ; ສ່ວນ​ພວກ​ພີ່ນ້ອງ​ຂອງ​ພວກເຮົາ​ນັ້ນ ພວກເຂົາ​ເປັນ​ຕົວແທນ​ຂອງ​ບັນດາ​ຄຣິສຕະຈັກ ແລະ ເປັນ​ກຽດ​ແກ່​ພຣະຄຣິດເຈົ້າ.

24 ເຫດສະນັ້ນ ຈົ່ງ​ສະແດງ​ໃຫ້​ຄົນ​ເຫລົ່ານັ້ນ​ເຫັນ​ຫລັກຖານ​ແຫ່ງ​ຄວາມຮັກ​ຂອງ​ພວກເຈົ້າ ແລະ ເຫັນ​ເຖິງ​ສາເຫດ​ທີ່​ພວກເຮົາ​ພາກພູມໃຈ​ໃນ​ພວກເຈົ້າ, ເພື່ອ​ວ່າ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ເຫັນ​ເຖິງ​ສິ່ງ​ນີ້​ດ້ວຍ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan