Biblia Todo Logo
Bìoball air-loidhne

- Sanasan -

2 ໂກຣິນໂທ 7 - ພຣະຄຳພີລາວສະບັບສະໄໝໃໝ່

1 ເຫດສະນັ້ນ ບັນດາ​ເພື່ອນ​ທີ່​ຮັກ​ເອີຍ, ເມື່ອ​ພວກເຮົາ​ມີ​ຄຳ​ສັນຍາ​ເຫລົ່ານີ້​ແລ້ວ ກໍ​ຂໍ​ໃຫ້​ພວກເຮົາ​ຊຳລະ​ຕົນເອງ​ຈາກ​ທຸກສິ່ງ​ທີ່​ເຮັດ​ໃຫ້​ຮ່າງກາຍ ແລະ ຈິດວິນຍານ​ເປື້ອນເປິ, ຈົ່ງ​ເຮັດ​ໃຫ້​ຄວາມບໍລິສຸດ​ສົມບູນ​ປາກົດ​ອອກມາ​ຈາກ​ຄວາມ​ຢຳເກງ​ພຣະເຈົ້າ.


ຄວາມຊື່ນຊົມຍິນດີ​ຂອງ​ໂປໂລ​ເໜືອ​ການກັບໃຈ​ຂອງ​ຄຣິສຕະຈັກ

2 ຈົ່ງ​ເປີດ​ຫ້ອງ​ຫົວໃຈ​ຂອງ​ພວກເຈົ້າ​ຮັບ​ພວກເຮົາ​ສາ. ພວກເຮົາ​ບໍ່​ໄດ້​ເຮັດຜິດ​ຕໍ່​ຜູ້ໃດ, ພວກເຮົາ​ບໍ່​ໄດ້​ສໍ້ໂກງ​ຜູ້ໃດ, ພວກເຮົາ​ບໍ່​ໄດ້​ຊອກຫາ​ຜົນປະໂຫຍດ​ຈາກ​ຜູ້ໃດ.

3 ເຮົາ​ເວົ້າ​ຢ່າງ​ນີ້​ບໍ່​ແມ່ນ​ເພື່ອ​ກ່າວໂທດ​ພວກເຈົ້າ; ເຮົາ​ເຄີຍ​ເວົ້າ​ໄວ້​ກ່ອນ​ແລ້ວ​ວ່າ​ພວກເຈົ້າ​ທັງຫລາຍ​ຢູ່​ໃນ​ໃຈ​ຂອງ​ພວກເຮົາ ເຖິງ​ຂະໜາດ​ວ່າ​ພວກເຮົາ​ຈະ​ຮ່ວມເປັນ​ຮ່ວມຕາຍ​ກັບ​ພວກເຈົ້າ​ດ້ວຍ.

4 ເຮົາ​ໄດ້​ເວົ້າ​ກັບ​ພວກເຈົ້າ​ດ້ວຍ​ຄວາມ​ຈິງໃຈ​ຫລາຍ; ເຮົາ​ພູມໃຈ​ໃນ​ພວກເຈົ້າ​ຫລາຍ. ເຮົາ​ໄດ້​ຮັບ​ກຳລັງໃຈ​ຢ່າງ​ຫລວງຫລາຍ; ໃນ​ຄວາມຍາກລຳບາກ​ທັງໝົດ​ຂອງ​ພວກເຮົາ​ນັ້ນ ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ກໍ​ຮູ້​ວ່າ​ບໍ່​ມີ​ທີ່​ສິ້ນສຸດ.

5 ເພາະ​ເມື່ອ​ພວກເຮົາ​ມາ​ເຖິງ​ແຂວງ​ມາເກໂດເນຍ, ພວກເຮົາ​ກໍ​ບໍ່​ໄດ້​ພັກຜ່ອນ​ເລີຍ ແຕ່​ພວກເຮົາ​ຫັນ​ໄປ​ທາງໃດ​ກໍ​ຖືກ​ກໍ່ກວນ, ພາຍນອກ​ກໍ​ມີ​ຄວາມ​ຂັດແຍ້ງ, ພາຍໃນ​ກໍ​ມີ​ຄວາມ​ຢ້ານກົວ.

6 ແຕ່​ພຣະເຈົ້າ​ຜູ້​ເລົ້າໂລມໃຈ​ຄົນ​ທີ່​ທໍ້ຖອຍ ໄດ້​ເລົ້າໂລມໃຈ​ພວກເຮົາ​ໂດຍ​ການ​ມາ​ຂອງ​ຕີໂຕ

7 ແລະ ບໍ່​ພຽງ​ແຕ່​ໂດຍ​ການ​ມາ​ຂອງ​ຕີໂຕ​ເທົ່ານັ້ນ ແຕ່​ໂດຍ​ການ​ເລົ້າໂລມໃຈ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ໃຫ້​ກັບ​ຕີໂຕ​ອີກ​ດ້ວຍ. ຕີໂຕ​ໄດ້​ບອກ​ພວກເຮົາ​ວ່າ​ພວກເຈົ້າ​ປາຖະໜາ​ຢາກ​ຈະ​ພົບ​ເຮົາ, ຄວາມ​ຮູ້ສຶກ​ເສຍໃຈ​ຫລາຍ​ຂອງ​ພວກເຈົ້າ ແລະ ຄວາມ​ຫ່ວງໃຍ​ອັນ​ແຮງກ້າ​ຂອງ​ພວກເຈົ້າ​ທີ່​ມີ​ຕໍ່​ເຮົາ ຈຶ່ງ​ເຮັດ​ໃຫ້​ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກ.

8 ເຖິງແມ່ນວ່າ ຈົດໝາຍ​ຂອງ​ເຮົາ​ເຮັດ​ໃຫ້​ພວກເຈົ້າ​ທຸກໃຈ ເຮົາ​ກໍ​ບໍ່​ເສຍໃຈ. ເຖິງ​ແມ່ນ​ວ່າ ເຮົາ​ເຄີຍ​ເສຍໃຈ​ທີ່​ເຫັນ​ວ່າ​ຈົດໝາຍ​ນັ້ນ​ເຮັດ​ໃຫ້​ພວກເຈົ້າ​ບໍ່​ສະບາຍ​ໃຈ ແຕ່​ກໍ​ເປັນພຽງ​ແຕ່​ຊົ່ວຄາວ​ເທົ່ານັ້ນ

9 ແຕ່​ບັດນີ້​ເຮົາ​ດີໃຈ ບໍ່​ແມ່ນ​ເພາະ​ເຮັດ​ໃຫ້​ພວກເຈົ້າ​ເສຍໃຈ ແຕ່​ເພາະ​ຄວາມທຸກໃຈ​ນັ້ນ​ໄດ້​ນໍາ​ພວກເຈົ້າ​ໄປ​ສູ່​ການ​ກັບໃຈໃໝ່. ເພາະ​ພວກເຈົ້າ​ໄດ້​ຮັບ​ຄວາມທຸກໃຈ​ຢ່າງ​ທີ່​ພຣະເຈົ້າ​ຕ້ອງການ ແລະ ດັ່ງນັ້ນ​ພວກເຮົາ​ຈຶ່ງ​ບໍ່​ທຳຮ້າຍ​ພວກເຈົ້າ​ໃນ​ເລື່ອງ​ໃດ.

10 ຄວາມທຸກໃຈ​ໃນ​ທາງ​ຂອງ​ພຣະເຈົ້າ​ນັ້ນ ນໍາ​ເອົາ​ການ​ກັບໃຈໃໝ່​ທີ່​ນຳ​ໄປ​ສູ່​ຄວາມພົ້ນ ແລະ ບໍ່​ມີ​ຄວາມເສຍໃຈ​ເຫລືອ​ຢູ່, ແຕ່​ຄວາມທຸກໃຈ​ໃນ​ທາງ​ຂອງ​ໂລກ​ນັ້ນ ນຳໄປ​ສູ່​ຄວາມຕາຍ.

11 ເບິ່ງແມ ຄວາມ​ທຸກໃຈ​ໃນ​ທາງ​ຂອງ​ພຣະເຈົ້າ​ນັ້ນ ໄດ້​ສົ່ງຜົນ​ອັນໃດ​ໃຫ້​ແກ່​ພວກເຈົ້າ​ແດ່: ເປັນ​ຕົ້ນ​ວ່າ​ຄວາມເອົາຈິງເອົາຈັງ, ຄວາມ​ກະຕືລືລົ້ນ​ທີ່​ຈະ​ແກ້ຕົວ, ຄວາມຄຽດ, ຄວາມຕື່ນຕົວ, ຄວາມປາຖະໜາ, ຄວາມຫ່ວງໃຍ, ການຕຽມພ້ອມ​ທີ່​ຈະ​ພົບ​ຄວາມຍຸຕິທຳ. ພວກເຈົ້າ​ໄດ້​ພິສູດ​ຕົນເອງ​ໃນ​ທຸກ​ຈຸດ​ແລ້ວ​ວ່າ​ພວກເຈົ້າ​ບໍ່​ມີ​ຄວາມຜິດ​ໃນ​ເລື່ອງ​ນີ້.

12 ດັ່ງນັ້ນ ເຖິງແມ່ນ​ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ ກໍ​ບໍ່​ແມ່ນ​ເພາະ​ເຫັນແກ່​ຄົນ​ທີ່​ເຮັດ​ຜິດ ຫລື ຝ່າຍ​ທີ່​ເສຍຫາຍ​ນັ້ນ, ແຕ່​ເພື່ອ​ວ່າ​ຕໍ່ໜ້າ​ພຣະເຈົ້າ​ພວກເຈົ້າ​ຈະ​ໄດ້​ເຫັນ​ເອງ​ວ່າ​ພວກເຈົ້າ​ໄດ້​ທຸ້ມເທ​ໃຫ້​ກັບ​ພວກເຮົາ​ຫລາຍ​ເທົ່າໃດ.

13 ດ້ວຍເຫດ​ນີ້​ແຫລະ ພວກເຮົາ​ຈຶ່ງ​ໄດ້​ຮັບ​ການ​ໜູນໃຈ. ນອກຈາກ​ພວກເຮົາ​ເອງ​ໄດ້ຮັບ​ກຳລັງໃຈ​ແລ້ວ ພວກເຮົາ​ຍັງ​ມີ​ຄວາມຍິນດີ​ເປັນ​ພິເສດ​ທີ່​ເຫັນ​ຕີໂຕ​ມີ​ຄວາມສຸກ, ເພາະວ່າ​ພວກເຈົ້າ​ທັງຫລາຍ​ເຮັດ​ໃຫ້​ຈິດວິນຍານ​ຂອງ​ຕີໂຕ​ສົດຊື່ນ​ຂຶ້ນ​ມາ​ໃໝ່.

14 ເຮົາ​ໄດ້​ອວດ​ເຖິງ​ພວກເຈົ້າ​ຕໍ່​ເພິ່ນ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ເຮັດໃຫ້​ເຮົາ​ອັບອາຍ​ເລີຍ. ແຕ່​ທຸກສິ່ງ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ນັ້ນ​ເປັນ​ຄວາມຈິງ​ຢ່າງໃດ, ສິ່ງ​ທີ່​ເຮົາ​ໄດ້​ອວດ​ຕີໂຕ​ກ່ຽວກັບ​ພວກເຈົ້າ ກໍ​ພິສູດ​ແລ້ວ​ວ່າ​ເປັນ​ຄວາມຈິງ​ຢ່າງນັ້ນ.

15 ແລະ ຄວາມຮັກ​ຂອງ​ຕີໂຕ​ທີ່​ມີ​ຕໍ່​ພວກເຈົ້າ​ຈຶ່ງ​ຫລາຍ​ຂຶ້ນ ເມື່ອ​ເພິ່ນ​ລະນຶກເຖິງ​ການເຊື່ອຟັງ​ຂອງ​ພວກເຈົ້າ​ທຸກຄົນ ແລະ ຕ້ອນຮັບ​ເພິ່ນ​ດ້ວຍ​ຄວາມ​ຢ້ານກົວ​ຈົນ​ຕົວສັ່ນ.

16 ເຮົາ​ດີໃຈ​ທີ່​ເຮົາ​ສາມາດ​ໝັ້ນໃຈ​ໃນ​ພວກເຈົ້າ​ໄດ້​ຢ່າງ​ເຕັມທີ່.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan