2 ໂກຣິນໂທ 6 - ພຣະຄຳພີລາວສະບັບສະໄໝໃໝ່1 ໃນຖານະຜູ້ຮ່ວມງານຂອງພຣະເຈົ້າ ພວກເຮົາຂໍຮ້ອງພວກເຈົ້າທັງຫລາຍວ່າ ຢ່າໃຫ້ພຣະຄຸນຂອງພຣະເຈົ້າທີ່ໄດ້ຮັບນັ້ນເສຍປະໂຫຍດ. 2 ເພາະພຣະອົງກ່າວວ່າ, “ໃນເວລາແຫ່ງຄວາມກະລຸນາຂອງເຮົາ ເຮົາໄດ້ຟັງພວກເຈົ້າ ແລະ ໃນວັນແຫ່ງຄວາມພົ້ນນັ້ນ ເຮົາໄດ້ຊ່ວຍພວກເຈົ້າ”. ເຮົາບອກພວກເຈົ້າວ່າ, ບັດນີ້ ເປັນເວລາແຫ່ງຄວາມກະລຸນາຂອງພຣະເຈົ້າ, ບັດນີ້ ເປັນວັນແຫ່ງຄວາມພົ້ນ. ຄວາມລຳບາກຂອງໂປໂລ 3 ພວກເຮົາບໍ່ເຮັດໃຫ້ທາງເດີນຂອງຜູ້ໃດຊູນສະດຸດ, ເພື່ອວ່າພັນທະກິດຂອງພວກເຮົາຈະບໍ່ຂາດຄວາມເຊື່ອຖື. 4 ແທນທີ່ຈະເປັນຢ່າງນັ້ນ ໃນຖານະເປັນຜູ້ຮັບໃຊ້ຂອງພຣະເຈົ້າພວກເຮົາຍົກຍ້ອງຕົນເອງໃນທຸກວິທີທາງຄື: ໃນຄວາມອົດທົນອັນໃຫຍ່, ໃນການມີບັນຫາ, ໃນຄວາມຍາກລຳບາກ ແລະ ຄວາມໂສກເສົ້າ; 5 ໃນການຖືກຂ້ຽນຕີ, ໃນການຖືກຂັງຄຸກ ແລະ ໃນການກໍ່ຄວາມບໍ່ສະຫງົບ; ໃນການເຮັດວຽກອັນໜັກໜ່ວງ, ໃນການອົດນອນໃນຍາມກາງຄືນ ແລະ ໃນຄວາມອຶດຫິວ; 6 ໃນຄວາມບໍລິສຸດ, ໃນຄວາມເຂົ້າໃຈ, ໃນຄວາມອົດທົນ ແລະ ໃນຄວາມເມດຕາ, ໃນພຣະວິນຍານບໍລິສຸດເຈົ້າ ແລະ ໃນຄວາມຮັກທີ່ຈິງໃຈ; 7 ໃນຄຳເວົ້າອັນສັດຈິງ ແລະ ໃນລິດອຳນາດຂອງພຣະເຈົ້າ; ດ້ວຍອາວຸດແຫ່ງຄວາມຊອບທຳໃນມືຂວາ ແລະ ໃນມືຊ້າຍ; 8 ຜ່ານທາງກຽດ ແລະ ຄວາມເສື່ອມເສຍ, ໃນຍາມທີ່ຄົນວ່າດີ ແລະ ໃນຍາມທີ່ຄົນວ່າຊົ່ວ; ເປັນຄົນຈິງໃຈ ແຕ່ຖືກຫາວ່າເປັນຄົນຫລອກລວງ; 9 ເປັນທີ່ຮູ້ຈັກ ແຕ່ຖືກຫາວ່າບໍ່ມີຜູ້ໃດຮູ້ຈັກ; ກຳລັງຈະຕາຍ ແຕ່ພວກເຮົາກໍຍັງມີຊີວິດຢູ່ຕໍ່ໄປ; ຖືກຂ້ຽນຕີ ແຕ່ກໍຍັງບໍ່ເຖິງຂັ້ນຕາຍ; 10 ເຕັມດ້ວຍຄວາມທຸກໂສກ ແຕ່ກໍຍັງຊື່ນຊົມຍິນດີສະເໝີ; ທຸກຍາກ ແຕ່ກໍຍັງເຮັດໃຫ້ຫລາຍຄົນຮັ່ງມີ; ແລະ ບໍ່ມີອັນໃດ ແຕ່ກໍຍັງເປັນເຈົ້າຂອງທຸກສິ່ງ. 11 ຊາວເມືອງໂກຣິນໂທເອີຍ, ພວກເຮົາເວົ້າກັບພວກເຈົ້າຢ່າງອິດສະຫລະ ແລະ ໄດ້ເປີດໃຈຂອງພວກເຮົາກວ້າງໃຫ້ແກ່ພວກເຈົ້າ. 12 ພວກເຮົາບໍ່ໄດ້ລະງັບຄວາມຮັກຂອງພວກເຮົາຈາກພວກເຈົ້າ ແຕ່ພວກເຈົ້າເປັນຜູ້ລະງັບຄວາມຮັກຂອງພວກເຈົ້າຈາກພວກເຮົາ. 13 ເພື່ອເປັນການແລກປ່ຽນຢ່າງຍຸຕິທຳ ເຮົາຂໍເວົ້າກັບພວກເຈົ້າເໝືອນເວົ້າກັບລູກຂອງເຮົາວ່າຈົ່ງເປີດໃຈຂອງພວກເຈົ້າໃຫ້ກວ້າງເໝືອນກັນ. ຄຳເຕືອນຕໍ່ການຂາບໄຫວ້ຮູບເຄົາລົບ 14 ຢ່າທຽມແອກຮ່ວມກັບຄົນທີ່ບໍ່ເຊື່ອ. ເພາະຄວາມຊອບທຳກັບຄວາມອະທຳຈະມີສິ່ງໃດຮ່ວມກັນໄດ້? ຫລື ຄວາມສະຫວ່າງກັບຄວາມມືດຈະສາມັກຄີທຳກັນໄດ້ຢ່າງໃດ? 15 ພຣະຄຣິດເຈົ້າ ແລະ ເບລີອາຈະລົງລອຍກັນໄດ້ຢ່າງໃດ? ຜູ້ເຊື່ອກັບຜູ້ບໍ່ເຊື່ອຈະມີສິ່ງໃດຮ່ວມກັນໄດ້? 16 ວິຫານຂອງພຣະເຈົ້າ ແລະ ວິຫານຂອງຮູບເຄົາລົບຈະມີຂໍ້ຕົກລົງກັນໄດ້ຢ່າງໃດ? ເພາະພວກເຮົາເປັນວິຫານຂອງພຣະເຈົ້າຜູ້ມີຊີວິດຢູ່. ຕາມທີ່ພຣະເຈົ້າໄດ້ກ່າວວ່າ: “ເຮົາຈະຢູ່ກັບພວກເຂົາ ແລະ ເດີນຢູ່ທ່າມກາງພວກເຂົາ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະ ພວກເຂົາຈະເປັນຄົນຂອງເຮົາ”. 17 ດັ່ງນັ້ນ “ອົງພຣະຜູ້ເປັນເຈົ້າກ່າວວ່າ, ຈົ່ງອອກມາ ແລະ ແຍກອອກຈາກພວກເຂົາ. ຢ່າແຕະຕ້ອງສິ່ງທີ່ເປັນມົນທິນ ແລ້ວເຮົາຈະຮັບພວກເຈົ້າ”. 18 ແລະ “ເຮົາຈະເປັນບິດາຂອງພວກເຈົ້າ ແລ້ວພວກເຈົ້າຈະເປັນລູກຊາຍລູກຍິງຂອງເຮົາ, ອົງພຣະຜູ້ເປັນເຈົ້າຜູ້ລິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.