2 ໂກຣິນໂທ 5 - ພຣະຄຳພີລາວສະບັບສະໄໝໃໝ່ການລໍຖ້າຮ່າງກາຍໃໝ່ 1 ເພາະພວກເຮົາຮູ້ແລ້ວວ່າ ຖ້າຫາກເຕັນຝ່າຍໂລກນີ້ທີ່ພວກເຮົາອາໄສຢູ່ນັ້ນຖືກທຳລາຍລົງ ພວກເຮົາກໍມີອາຄານຈາກພຣະເຈົ້າ ເປັນບ້ານນິລັນດອນໃນສະຫວັນ, ເຊິ່ງບໍ່ໄດ້ສ້າງຂຶ້ນດ້ວຍມືມະນຸດ. 2 ໃນຂະນະດຽວກັນ ພວກເຮົາໂອ່ຍຄາງ, ສະແຫວງຫາທີ່ຈະຮັບການຫົ່ມກາຍດ້ວຍທີ່ຢູ່ອາໄສຂອງພວກເຮົາຢູ່ໃນສະຫວັນ, 3 ເພາະເມື່ອພວກເຮົາໄດ້ຮັບການຫົ່ມກາຍນັ້ນແລ້ວ ພວກເຮົາຈະບໍ່ຕ້ອງຖືກພົບວ່າເປືອຍຢູ່. 4 ເພາະໃນຂະນະທີ່ພວກເຮົາຍັງຢູ່ໃນເຕັນນີ້ ພວກເຮົາກໍໂອ່ຍຄາງ ແລະ ເປັນທຸກ, ເພາະພວກເຮົາບໍ່ປາຖະໜາທີ່ຈະເປືອຍຢູ່ ແຕ່ປາຖະໜາທີ່ຈະຮັບການຫົ່ມກາຍດ້ວຍທີ່ຢູ່ອາໄສຈາກສະຫວັນຂອງພວກເຮົາ, ເພື່ອວ່າຊີວິດຈະກືນເອົາຮ່າງກາຍທີ່ຕາຍເປັນນັ້ນ. 5 ພຣະເຈົ້ານີ້ແຫລະ ຄືຜູ້ທີ່ຕຽມພວກເຮົາສຳລັບຈຸດປະສົງນີ້ຢ່າງແທ້ຈິງ ແລະ ຜູ້ທີ່ໄດ້ໃຫ້ພຣະວິນຍານເປັນເຄື່ອງມັດຈຳແກ່ພວກເຮົາ ເພື່ອຮັບປະກັນສິ່ງທີ່ຈະມາເຖິງ. 6 ເຫດສະນັ້ນ, ພວກເຮົາຈຶ່ງໝັ້ນໃຈສະເໝີ ແລະ ຮູ້ວ່າຕາບໃດທີ່ພວກເຮົາຍັງຢູ່ທີ່ບ້ານໃນຮ່າງກາຍນີ້ ພວກເຮົາກໍຢູ່ຫ່າງໄກຈາກອົງພຣະຜູ້ເປັນເຈົ້າ. 7 ເພາະພວກເຮົາດຳເນີນຊີວິດໂດຍຄວາມເຊື່ອ, ບໍ່ແມ່ນໂດຍສິ່ງທີ່ເບິ່ງເຫັນ. 8 ດັ່ງທີ່ເຮົາໄດ້ກ່າວແລ້ວວ່າ ພວກເຮົາໝັ້ນໃຈ ແລະ ປາຖະໜາທີ່ຈະພົ້ນຈາກຮ່າງກາຍນີ້ ແລະ ໄປຢູ່ບ້ານກັບອົງພຣະຜູ້ເປັນເຈົ້າ. 9 ດັ່ງນັ້ນ, ພວກເຮົາຈຶ່ງຕັ້ງເປົ້າໝາຍທີ່ຈະເຮັດໃຫ້ພຣະອົງພໍໃຈ ບໍ່ວ່າພວກເຮົາຈະຢູ່ທີ່ບ້ານໃນຮ່າງກາຍນີ້ ຫລື ພົ້ນຈາກຮ່າງກາຍນີ້ໄປ. 10 ເພາະວ່າ ພວກເຮົາທຸກຄົນຕ້ອງປາກົດຕົວຕໍ່ໜ້າບັນລັງພິພາກສາຂອງພຣະຄຣິດເຈົ້າ, ເພື່ອວ່າພວກເຮົາແຕ່ລະຄົນຈະໄດ້ຮັບສົມກັບສິ່ງທີ່ພວກເຮົາໄດ້ເຮັດໃນຂະນະທີ່ຢູ່ໃນກາຍນີ້, ບໍ່ວ່າດີ ຫລື ຊົ່ວ. ພັນທະກິດແຫ່ງການຄືນດີກັບພຣະເຈົ້າ 11 ເມື່ອເປັນຢ່າງນັ້ນແລ້ວ, ພວກເຮົາຮູ້ວ່າຄວາມຢຳເກງອົງພຣະຜູ້ເປັນເຈົ້ານັ້ນຄືອັນໃດ, ພວກເຮົາຈຶ່ງພະຍາຍາມຊັກຊວນຄົນທັງຫລາຍ. ພວກເຮົາເປັນຢ່າງໃດນັ້ນກໍປາກົດແຈ້ງຕໍ່ພຣະເຈົ້າ ແລະ ເຮົາຫວັງວ່າສິ່ງນີ້ຈະປາກົດແຈ້ງຕໍ່ຈິດສຳນຶກຂອງພວກເຈົ້າດ້ວຍ. 12 ພວກເຮົາບໍ່ໄດ້ພະຍາຍາມຍົກຍ້ອງຕົນເອງຕໍ່ພວກເຈົ້າອີກ, ແຕ່ກຳລັງໃຫ້ໂອກາດພວກເຈົ້າພູມໃຈໃນພວກເຮົາ ເພື່ອວ່າພວກເຈົ້າຈະສາມາດຕອບບັນດາຜູ້ທີ່ພູມໃຈໃນສິ່ງທີ່ເບິ່ງເຫັນ ແທນທີ່ຈະພູມໃຈໃນສິ່ງທີ່ຢູ່ໃນໃຈ. 13 ຖ້າພວກເຮົາ “ເສຍສະຕິ” ເໝືອນດັ່ງທີ່ບາງຄົນເວົ້າ, ການເສຍສະຕິນັ້ນກໍເພື່ອພຣະເຈົ້າ; ຖ້າພວກເຮົາສະຕິດີ ກໍເພື່ອພວກເຈົ້າທັງຫລາຍ. 14 ເພາະຄວາມຮັກຂອງພຣະຄຣິດເຈົ້າບັງຄັບພວກເຮົາຢູ່, ເພາະພວກເຮົາໝັ້ນໃຈວ່າຜູ້ໜຶ່ງໄດ້ຕາຍເພື່ອຄົນທັງປວງ ແລະ ເຫດສະນັ້ນ ຄົນທັງປວງຈຶ່ງຕາຍແລ້ວ. 15 ແລະ ພຣະອົງໄດ້ຕາຍເພື່ອຄົນທັງປວງ ເຊິ່ງບັນດາຜູ້ມີຊີວິດຢູ່ຈຶ່ງບໍ່ຄວນຢູ່ເພື່ອຕົນເອງອີກຕໍ່ໄປ ແຕ່ຢູ່ເພື່ອພຣະອົງຜູ້ໄດ້ຕາຍເພື່ອພວກເຂົາ ແລະ ໄດ້ເປັນຄືນມາອີກ. 16 ດັ່ງນັ້ນ ຕັ້ງແຕ່ນີ້ຕໍ່ໄປ ພວກເຮົາຈະບໍ່ພິຈາລະນາຜູ້ໃດຕາມຄວາມເຫັນຂອງໂລກ. ເຖິງແມ່ນວ່າຄັ້ງໜຶ່ງພວກເຮົາເຄີຍພິຈາລະນາພຣະຄຣິດເຈົ້າຕາມຄວາມເຫັນຂອງໂລກກໍຕາມ ແຕ່ພວກເຮົາກໍຈະບໍ່ເຮັດຢ່າງນັ້ນອີກຕໍ່ໄປ. 17 ເຫດສະນັ້ນ ຖ້າຜູ້ໃດຢູ່ໃນພຣະຄຣິດເຈົ້າ ການສ້າງໃໝ່ກໍໄດ້ມາເຖິງແລ້ວ: ສິ່ງເກົ່າໄດ້ລ່ວງພົ້ນໄປ ສິ່ງໃໝ່ກໍຢູ່ທີ່ນີ້! 18 ສິ່ງທັງໝົດນີ້ມາຈາກພຣະເຈົ້າ ຜູ້ເຮັດໃຫ້ພວກເຮົາຄືນດີກັນກັບພຣະອົງໂດຍທາງພຣະຄຣິດເຈົ້າ ແລະ ໄດ້ມອບໝາຍພັນທະກິດແຫ່ງການຄືນດີໃຫ້ແກ່ພວກເຮົາ: 19 ຄືພຣະເຈົ້າໄດ້ໃຫ້ໂລກຄືນດີກັນກັບພຣະອົງໃນພຣະຄຣິດເຈົ້າ, ບໍ່ຖືໂທດບາບຂອງມະນຸດ. ແລະ ພຣະອົງມອບໝາຍຂໍ້ຄວາມແຫ່ງການຄືນດີນີ້ໄວ້ກັບພວກເຮົາ. 20 ເຫດສະນັ້ນ ພວກເຮົາຈຶ່ງເປັນທູດຂອງພຣະຄຣິດເຈົ້າ ເໝືອນກັບວ່າ ພຣະເຈົ້າເຮັດຂໍ້ຮຽກຮ້ອງຂອງພຣະອົງຜ່ານທາງພວກເຮົາ. ພວກເຮົາຈຶ່ງຂໍຮ້ອງພວກເຈົ້າໃນນາມຂອງພຣະຄຣິດເຈົ້າວ່າ: ຈົ່ງຄືນດີກັນກັບພຣະເຈົ້າ. 21 ພຣະເຈົ້າໄດ້ກະທຳໃຫ້ພຣະອົງຜູ້ປາດສະຈາກຄວາມບາບນັ້ນໃຫ້ມີຄວາມບາບເພື່ອພວກເຮົາ, ເພື່ອວ່າໃນພຣະອົງພວກເຮົາຈະກາຍເປັນຜູ້ຊອບທຳຂອງພຣະເຈົ້າ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.