Biblia Todo Logo
Bìoball air-loidhne

- Sanasan -

2 ໂກຣິນໂທ 4 - ພຣະຄຳພີລາວສະບັບສະໄໝໃໝ່


ຄວາມອ່ອນແອ​ໃນ​ປັດຈຸບັນ ແລະ ຊີວິດ​ທີ່​ເປັນຄືນມາ

1 ເຫດສະນັ້ນ ເພາະ​ໂດຍ​ພຣະ​ເມດຕາ​ຂອງ​ພຣະເຈົ້າ ພວກເຮົາ​ມີ​ພັນທະກິດ​ນີ້, ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ​ໃຈ.

2 ແທນ​ທີ່​ຈະ​ເປັນ​ຢ່າງ​ນັ້ນ, ພວກເຮົາ​ໄດ້​ປະຖິ້ມ​ວິຖີທາງ​ທີ່​ລັບລີ້ ແລະ ໜ້າອັບອາຍ​ນັ້ນ, ພວກເຮົາ​ບໍ່​ໃຊ້​ກົນອຸບາຍ ແລະ ບໍ່​ໄດ້​ບິດເບືອນ​ພຣະຄຳ​ຂອງ​ພຣະເຈົ້າ. ກົງກັນຂ້າມ, ພວກເຮົາ​ຍົກຍ້ອງ​ຕົນເອງ​ຕໍ່​ຈິດສຳນຶກ​ຂອງ​ທຸກຄົນ​ໃນ​ສາຍຕາ​ຂອງ​ພຣະເຈົ້າ ດ້ວຍ​ການສະແດງ​ຄວາມຈິງ​ຢ່າງ​ຈະແຈ້ງ.

3 ແລະ ແມ່ນແຕ່​ຖ້າຫາກ​ວ່າ​ຂ່າວປະເສີດ​ຂອງ​ພວກເຮົາ​ຖືກ​ປິດບັງ, ຂ່າວປະເສີດ​ນັ້ນ​ກໍ​ຖືກ​ປິດບັງ​ໄວ້​ຈາກ​ບັນດາ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ​ໄປ.

4 ພະ​ຂອງ​ຍຸກ​ນີ້​ເຮັດ​ໃຫ້​ຈິດໃຈ​ຂອງ​ບັນດາ​ຄົນທີ່ບໍ່ເຊື່ອ​ບອດ​ໄປ, ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ສາມາດ​ເຫັນ​ແສງສະຫວ່າງ​ຂອງ​ຂ່າວປະເສີດ​ທີ່​ສະແດງ​ສະຫງ່າລາສີ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ເໝືອນ​ພຣະເຈົ້າ​ທຸກ​ຢ່າງ.

5 ເພາະ​ສິ່ງ​ທີ່​ພວກເຮົາ​ປະກາດ​ນັ້ນ​ບໍ່​ແມ່ນ​ພວກເຮົາເອງ, ແຕ່​ປະກາດ​ພຣະເຢຊູຄຣິດເຈົ້າ​ວ່າ​ເປັນ​ອົງພຣະຜູ້ເປັນເຈົ້າ ແລະ ພວກເຮົາ​ເອງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກເຈົ້າ​ທັງຫລາຍ​ເພາະ​ເຫັນ​ແກ່​ພຣະເຢຊູເຈົ້າ.

6 ເພາະ​ພຣະເຈົ້າ​ຜູ້​ກ່າວ​ວ່າ, “ໃຫ້​ຄວາມສະຫວ່າງ​ສ່ອງ​ອອກມາ​ຈາກ​ຄວາມມືດ” ໄດ້​ໃຫ້​ແສງສະຫວ່າງ​ຂອງ​ພຣະອົງ​ສ່ອງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ມີ​ຄວາມສະຫວ່າງ​ແຫ່ງ​ຄວາມຮູ້​ເຖິງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ທີ່​ໄດ້​ສຳແດງ​ໃນ​ເທິງ​ໃບ​ໜ້າ​ຂອງ​ພຣະຄຣິດເຈົ້າ.

7 ແຕ່​ພວກເຮົາ​ມີ​ຂອງ​ລ້ຳຄ່າ​ນີ້​ໃນ​ພາຊະນະ​ດິນ ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ລິດອຳນາດ​ອັນ​ເໜືອກວ່າ​ສິ່ງ​ທັງປວງ​ນີ້​ມາ​ຈາກ​ພຣະເຈົ້າ ບໍ່​ແມ່ນ​ມາ​ຈາກ​ພວກເຮົາ.

8 ພວກເຮົາ​ຖືກ​ກົດດັນ​ຢ່າງ​ໜັກ​ໃນ​ທຸກ​ດ້ານ ແຕ່​ບໍ່​ຖືກ​ແຕກຫັກ, ຖືກ​ສັບສົນ ແຕ່​ບໍ່​ຢູ່​ໃນ​ຄວາມໝົດຫວັງ,

9 ຖືກ​ຂົ່ມເຫັງ ແຕ່​ບໍ່​ຖືກ​ປະຖິ້ມ; ຖືກ​ຕີ​ໃຫ້​ລົ້ມ​ລົງ ແຕ່​ບໍ່​ຖືກ​ທຳລາຍ.

10 ພວກເຮົາ​ແບກ​ຄວາມຕາຍ​ຂອງ​ພຣະເຢຊູເຈົ້າ​ໄວ້​ໃນ​ກາຍ​ຂອງ​ພວກເຮົາ​ສະເໝີ, ເພື່ອ​ວ່າ​ຊີວິດ​ຂອງ​ພຣະເຢຊູເຈົ້າ​ຈະ​ຖືກ​ເປີດເຜີຍ​ໃນ​ຮ່າງກາຍ​ຂອງ​ພວກເຮົາ​ດ້ວຍ.

11 ເພາະ​ພວກເຮົາ​ຜູ້​ມີຊີວິດ​ຢູ່​ນີ້​ໄດ້​ຖືກ​ມອບ​ໃຫ້​ແກ່​ຄວາມຕາຍ​ເພາະ​ເຫັນ​ແກ່​ພຣະເຢຊູເຈົ້າ​ຢູ່​ສະເໝີ, ເພື່ອ​ວ່າ​ຊີວິດ​ຂອງ​ພຣະອົງ​ຈະ​ໄດ້​ຖືກ​ເປີດເຜີຍ​ໃນ​ຮ່າງກາຍ​ທີ່​ຕ້ອງຕາຍ​ຂອງ​ພວກເຮົາ.

12 ດັ່ງນັ້ນ​ແຫລະ ຄວາມຕາຍ​ຈຶ່ງ​ກຳລັງ​ທຳງານ​ຢູ່​ໃນ​ພວກເຮົາ, ແຕ່​ຊີວິດ​ກໍ​ກຳລັງ​ທຳງານ​ຢູ່​ໃນ​ພວກເຈົ້າ​ທັງຫລາຍ.

13 ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ເຮົາ​ໄດ້​ເຊື່ອ ດ້ວຍເຫດນັ້ນ​ເຮົາ​ຈຶ່ງ​ໄດ້​ກ່າວ”. ເພາະວ່າ ພວກເຮົາ​ມີ​ພຣະວິນຍານ​ແຫ່ງ​ຄວາມເຊື່ອ​ອັນດຽວກັນ, ພວກເຮົາ​ກໍ​ເຊື່ອ​ຢ່າງນັ້ນ​ເໝືອນກັນ ແລະ ດ້ວຍເຫດນັ້ນ​ຈຶ່ງ​ກ່າວ​ອອກ​ມາ,

14 ເພາະ​ພວກເຮົາ​ຮູ້​ວ່າ ພຣະອົງ​ຜູ້​ບັນດານ​ໃຫ້​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ເປັນຄືນມາຈາກຕາຍ​ນັ້ນ ຈະ​ບັນດານ​ໃຫ້​ພວກເຮົາ​ເປັນຄືນມາ​ດ້ວຍກັນ​ກັບ​ພຣະເຢຊູເຈົ້າ ແລະ ຈະ​ໃຫ້​ພວກເຮົາ​ເຂົ້າ​ເຝົ້າ​ພຣະອົງ​ຮ່ວມ​ກັບ​ພວກເຈົ້າ​ທັງຫລາຍ​ດ້ວຍ.

15 ທັງໝົດ​ນີ້​ກໍ​ເພື່ອ​ປະໂຫຍດ​ຂອງ​ພວກເຈົ້າ, ເພື່ອ​ວ່າ​ພຣະຄຸນ​ທີ່​ກຳລັງ​ໄປ​ເຖິງ​ຄົນ​ຈຳນວນ​ຫລວງຫລາຍ ແລະ ຈະ​ເປັນ​ເຫດ​ໃຫ້​ມີ​ການຂອບພຣະຄຸນ​ຫລາຍ​ຂຶ້ນ ເພື່ອ​ໃຫ້​ໄຫລລົ້ນ​ໄປ​ສູ່​ສະຫງ່າລາສີ​ຂອງ​ພຣະເຈົ້າ.

16 ເຫດສະນັ້ນ ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍໃຈ. ເຖິງແມ່ນ​ວ່າ​ກາຍ​ພາຍນອກ​ຂອງ​ພວກເຮົາ​ກຳລັງ​ຊຸດໂຊມ​ລົງ ແຕ່​ຈິດໃຈ​ພາຍໃນ​ຂອງ​ພວກເຮົາ​ກໍ​ກຳລັງ​ຟື້ນ​ຂຶ້ນ​ໃໝ່​ທຸກວັນ.

17 ເພາະ​ຄວາມທຸກລຳບາກ​ອັນ​ເບົາບາງ ແລະ ຊົ່ວຄາວ​ຂອງ​ພວກເຮົາ ກໍ​ກຳລັງ​ເຮັດໃຫ້​ພວກເຮົາ​ໄດ້ຮັບ​ກຽດ​ນິລັນດອນ ເຊິ່ງ​ຫາ​ທີ່​ປຽບ​ສິ່ງ​ທັງໝົດ​ນີ້​ບໍ່​ໄດ້.

18 ດັ່ງນັ້ນ ພວກເຮົາ​ຈຶ່ງ​ບໍ່​ໄດ້​ຈ້ອງຕາ​ເບິ່ງ​ສິ່ງ​ທີ່​ເບິ່ງເຫັນ, ແຕ່​ຈ້ອງຕາ​ເບິ່ງ​ສິ່ງ​ທີ່​ເບິ່ງ​ບໍ່ເຫັນ, ດ້ວຍວ່າ​ສິ່ງ​ທີ່​ເບິ່ງເຫັນ​ນັ້ນ​ກໍ​ເປັນ​ພຽງ​ຊົ່ວຄາວ, ແຕ່​ສິ່ງ​ທີ່​ເບິ່ງ​ບໍ່ເຫັນ​ກໍ​ຖາວອນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan