2 ໂກຣິນໂທ 3 - ພຣະຄຳພີລາວສະບັບສະໄໝໃໝ່1 ພວກເຮົາກຳລັງຈະຍົກຍ້ອງຕົນເອງອີກບໍ? ຫລື ໃຫ້ພວກເຮົາເຮັດຈົດໝາຍແນະນຳຕົວມາໃຫ້ພວກເຈົ້າເໝືອນດັ່ງບາງຄົນບໍ, ຫລື ເຮົາຕ້ອງການຈົດໝາຍແນະນຳຕົວຈາກພວກເຈົ້າບໍ? 2 ພວກເຈົ້າເອງເປັນຈົດໝາຍຂອງພວກເຮົາ, ທີ່ໄດ້ຂຽນໄວ້ໃສ່ຫົວໃຈຂອງພວກເຮົາ, ເພື່ອໃຫ້ທຸກຄົນໄດ້ຮູ້ ແລະ ໄດ້ອ່ານ. 3 ພວກເຈົ້າສະແດງໃຫ້ເຫັນວ່າພວກເຈົ້າເອງເປັນຈົດໝາຍທີ່ມາຈາກພຣະຄຣິດເຈົ້າ, ເປັນຜົນທີ່ມາຈາກພັນທະກິດຂອງພວກເຮົາ, ເຊິ່ງບໍ່ໄດ້ຂຽນດ້ວຍນ້ຳມຶກ ແຕ່ຂຽນດ້ວຍພຣະວິນຍານຂອງພຣະເຈົ້າຜູ້ມີຊີວິດຢູ່, ບໍ່ໄດ້ຂຽນໃສ່ເທິງແຜ່ນຫີນ ແຕ່ຂຽນໃສ່ໃນຫົວໃຈຂອງມະນຸດ. 4 ນີ້ຄືຄວາມໝັ້ນໃຈທີ່ພວກເຮົາມີໂດຍທາງພຣະຄຣິດເຈົ້າຕໍ່ໜ້າພຣະເຈົ້າ. 5 ບໍ່ແມ່ນວ່າພວກເຮົາມີຄວາມສາມາດໃນພວກເຮົາເອງທີ່ຈະຮຽກຮ້ອງສິ່ງໃດສຳລັບພວກເຮົາເອງ, ແຕ່ຄວາມສາມາດຂອງພວກເຮົາມາຈາກພຣະເຈົ້າ. 6 ພຣະອົງໃຫ້ພວກເຮົາມີຄວາມສາມາດເປັນຜູ້ຮັບໃຊ້ແຫ່ງພັນທະສັນຍາໃໝ່ ບໍ່ແມ່ນດ້ວຍຕົວອັກສອນ ແຕ່ດ້ວຍພຣະວິນຍານ; ເພາະຕົວອັກສອນເຮັດໃຫ້ຕາຍ, ແຕ່ພຣະວິນຍານໃຫ້ຊີວິດ. ສະຫງ່າລາສີອັນຍິ່ງໃຫຍ່ແຫ່ງພັນທະສັນຍາໃໝ່ 7 ບັດນີ້ຖ້າພັນທະກິດທີ່ນຳຄວາມຕາຍມາ ເຊິ່ງໄດ້ຈາລຶກເປັນຕົວອັກສອນໃສ່ເທິງແຜ່ນຫີນ ກໍຍັງມາດ້ວຍສະຫງ່າລາສີ, ດັ່ງນັ້ນ ເຖິງແມ່ນວ່າສະຫງ່າລາສີນີ້ຈະຈາງຫາຍໄປ, ແຕ່ປະຊາຊົນອິດສະຣາເອນກໍບໍ່ກ້າເບິ່ງໜ້າໂມເຊເພາະສະຫງ່າລາສີນັ້ນ, 8 ແລ້ວພັນທະກິດແຫ່ງພຣະວິນຍານຈະບໍ່ຍິ່ງເຕັມໄປດ້ວຍສະຫງ່າລາສີຫລາຍກວ່ານັ້ນບໍ? 9 ຖ້າພັນທະກິດທີ່ຕັດສິນໂທດຍັງມີສະຫງ່າລາສີຢູ່, ແລ້ວພັນທະກິດທີ່ນຳຄວາມຊອບທຳມາຈະມີສະຫງ່າລາສີຍິ່ງກວ່ານັ້ນເທົ່າໃດ! 10 ເພາະວ່າສິ່ງທີ່ເຄີຍມີສະຫງ່າລາສີ ບັດນີ້ກໍຈາງຫາຍໄປເມື່ອທຽບກັບສະຫງ່າລາສີທີ່ຍິ່ງໃຫຍ່ກວ່າ. 11 ແລະ ຖ້າສິ່ງຊົ່ວຄາວຍັງມາພ້ອມສະຫງ່າລາສີ, ແລ້ວສິ່ງຍືນຍົງຈະມີສະຫງ່າລາສີຍິ່ງໃຫຍ່ຫລາຍກວ່ານັ້ນຫລາຍເທົ່າໃດ! 12 ເຫດສະນັ້ນ ເພາະພວກເຮົາມີຄວາມຫວັງຢ່າງນີ້, ພວກເຮົາຈຶ່ງມີໃຈກ້າຫລາຍ. 13 ພວກເຮົາບໍ່ເປັນເໝືອນໂມເຊ ຜູ້ທີ່ເອົາຜ້າປົກໜ້າເພື່ອບໍ່ໃຫ້ປະຊາຊົນອິດສະຣາເອນເບິ່ງເຫັນສະຫງ່າລາສີທີ່ກຳລັງຈາງຫາຍໄປ 14 ແຕ່ຈິດໃຈຂອງພວກເຂົາກໍດື້ດ້ານ ເພາະຈົນເຖິງທຸກວັນນີ້ ຜ້າປົກໜ້າຢ່າງດຽວກັນນັ້ນກໍຍັງຄົງຢູ່ເມື່ອອ່ານພັນທະສັນຍາເດີມ. ຜ້າປົກໜ້ານີ້ຍັງບໍ່ໄດ້ຖືກເອົາອອກໄປ, ເພາະວ່າໃນພຣະຄຣິດເຈົ້າເທົ່ານັ້ນທີ່ຜ້າປົກໜ້ານີ້ຈະຖືກເອົາອອກໄປໄດ້. 15 ແມ່ນແຕ່ຈົນເຖິງທຸກວັນນີ້ ເມື່ອອ່ານກົດບັນຍັດຂອງໂມເຊ ຜ້າປົກໜ້ານັ້ນກໍຍັງປົກປິດໃຈຂອງພວກເຂົາຢູ່. 16 ແຕ່ເມື່ອໃດກໍຕາມທີ່ມີຄົນຫັນກັບມາຫາອົງພຣະຜູ້ເປັນເຈົ້າ, ຜ້າປົກໜ້ານັ້ນກໍຈະຖືກເອົາອອກໄປເສຍ. 17 ບັດນີ້ ອົງພຣະຜູ້ເປັນເຈົ້າເປັນພຣະວິນຍານ ແລະ ທີ່ໃດມີພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ, ທີ່ນັ້ນກໍມີເສລີພາບ. 18 ແລະ ພວກເຮົາທຸກຄົນ ຜູ້ບໍ່ມີຜ້າປົກໜ້າກໍຄຳນຶງເຖິງສະຫງ່າລາສີຂອງອົງພຣະຜູ້ເປັນເຈົ້າ, ພວກເຮົາກຳລັງໄດ້ຮັບການປ່ຽນແປງໃຫ້ມີລັກສະນະເໝືອນພຣະອົງດ້ວຍສະຫງ່າລາສີທີ່ເພີ່ມທະວີຂຶ້ນ ຄືສະຫງ່າລາສີທີ່ມາຈາກອົງພຣະຜູ້ເປັນເຈົ້າຜູ້ເປັນພຣະວິນຍານ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.