2 ໂກຣິນໂທ 2 - ພຣະຄຳພີລາວສະບັບສະໄໝໃໝ່1 ດັ່ງນັ້ນ ເຮົາຈຶ່ງຕັດສິນໃຈວ່າ ເຮົາຈະບໍ່ມາຢ້ຽມຢາມແລ້ວເຮັດໃຫ້ພວກເຈົ້າເຈັບປວດອີກ. 2 ເພາະຖ້າເຮົາເຮັດໃຫ້ພວກເຈົ້າໂສກເສົ້າ, ຈະເຫລືອຜູ້ໃດທີ່ເຮັດໃຫ້ເຮົາດີໃຈ? ກໍມີແຕ່ພວກເຈົ້າຜູ້ທີ່ເຮົາເຮັດໃຫ້ໂສກເສົ້ານັ້ນແຫລະ. 3 ເຮົາໄດ້ຂຽນດັ່ງທີ່ເຮົາໄດ້ເຮັດ, ເພື່ອວ່າເມື່ອເຮົາມາເຖິງ ເຮົາຈະບໍ່ຕ້ອງໂສກເສົ້າຍ້ອນຄົນທີ່ຄວນຈະເຮັດໃຫ້ເຮົາມີຄວາມຊື່ນຊົມຍິນດີ. ເຮົາມີຄວາມໝັ້ນໃຈໃນພວກເຈົ້າທຸກຄົນວ່າ ພວກເຈົ້າທຸກຄົນຈະຮ່ວມຊື່ນຊົມຍິນດີກັບເຮົາ. 4 ເພາະເຮົາຂຽນມາເຖິງພວກເຈົ້າມາດ້ວຍຄວາມໂສກເສົ້າຢ່າງໜັກ ດ້ວຍຄວາມເຈັບປວດຫົວໃຈ ແລະ ດ້ວຍນ້ຳຕາ, ບໍ່ແມ່ນເພື່ອເຮັດໃຫ້ພວກເຈົ້າໂສກເສົ້າ ແຕ່ເພື່ອໃຫ້ພວກເຈົ້າຮູ້ຄວາມຮັກອັນເລິກເຊິ່ງຂອງເຮົາທີ່ມີສຳລັບພວກເຈົ້າ. ການໃຫ້ອະໄພໃຫ້ແກ່ຜູ້ທີ່ເຮັດຜິດ 5 ຖ້າມີຄົນໃດກໍ່ໃຫ້ເກີດຄວາມໂສກເສົ້າ ລາວກໍບໍ່ໄດ້ເຮັດໃຫ້ເຮົາໂສກເສົ້າຫລາຍເທົ່າກັບທີ່ເຮັດໃຫ້ພວກເຈົ້າທັງຫລາຍໂສກເສົ້າໃນລະດັບໜຶ່ງ ທີ່ກ່າວວ່າໃນລະດັບໜຶ່ງນັ້ນ ກໍເພາະເຮົາບໍ່ຢາກເວົ້າຮຸນແຮງເກີນໄປ. 6 ການລົງໂທດທີ່ເກີດຂຶ້ນກັບລາວໂດຍຄົນສ່ວນໃຫຍ່ກໍພຽງພໍແລ້ວ. 7 ບັດນີ້ພວກເຈົ້າຄວນຈະໃຫ້ອະໄພ ແລະ ເລົ້າໂລມໃຈລາວ ເພື່ອວ່າລາວຈະບໍ່ໄດ້ຖືກຄອບງຳໂດຍຄວາມໂສກເສົ້າຫລາຍເກີນໄປ. 8 ເຫດສະນັ້ນ ເຮົາຂໍຮ້ອງພວກເຈົ້າໃຫ້ຢືນຢັນຄວາມຮັກຂອງພວກເຈົ້າທີ່ມີຕໍ່ລາວອີກເທື່ອໜຶ່ງ. 9 ເຫດຜົນອື່ນອີກທີ່ເຮົາຂຽນມານັ້ນກໍເພື່ອຈະເບິ່ງວ່າພວກເຈົ້າຈະຕັ້ງໝັ້ນຄົງຕໍ່ການທົດລອງ ແລະ ເຊື່ອຟັງໃນທຸກສິ່ງ ຫລື ບໍ່. 10 ຖ້າພວກເຈົ້າຍົກໂທດໃຫ້ຜູ້ໃດ ເຮົາກໍຈະຍົກໂທດໃຫ້ຜູ້ນັ້ນເໝືອນກັນ. ແລະ ຖ້າມີສິ່ງໃດທີ່ຈະຕ້ອງຍົກໂທດ ເຮົາກໍໄດ້ຍົກໂທດໃຫ້ແລ້ວໃນສາຍຕາຂອງພຣະຄຣິດເຈົ້າເພາະເຫັນແກ່ພວກເຈົ້າ, 11 ເພື່ອວ່າພວກເຮົາຈະໄດ້ບໍ່ເສຍໄຊໃຫ້ມານຊາຕານ. ເພາະວ່າພວກເຮົາຮູ້ແຜນການຂອງມັນ. ຜູ້ຮັບໃຊ້ແຫ່ງພັນທະສັນຍາໃໝ່ 12 ບັດນີ້ເມື່ອເຮົາໄປເມືອງໂທອາດເພື່ອປະກາດຂ່າວປະເສີດຂອງພຣະຄຣິດເຈົ້ານັ້ນ ແລະ ພົບວ່າອົງພຣະຜູ້ເປັນເຈົ້າໄດ້ເປີດປະຕູແກ່ເຮົາແລ້ວ, 13 ເຮົາກໍຍັງບໍ່ມີສັນຕິສຸກໃນຈິດໃຈເລີຍ, ເພາະວ່າເຮົາບໍ່ພົບຕີໂຕນ້ອງຊາຍຂອງເຮົາຢູ່ທີ່ນັ້ນ. ດັ່ງນັ້ນ ເຮົາຈຶ່ງກ່າວລາພວກເຂົາ ແລ້ວເດີນທາງໄປທີ່ແຂວງມາເກໂດເນຍ. 14 ແຕ່ໂມທະນາຂອບພຣະຄຸນພຣະເຈົ້າຜູ້ນຳພາພວກເຮົາເໝືອນດັ່ງເປັນຊະເລີຍໃນຂະບວນແຫ່ງໄຊຊະນະຂອງພຣະຄຣິດເຈົ້າຕະຫລອດມາ ແລະ ໃຊ້ພວກເຮົາເພື່ອກະຈາຍກິ່ນຫອມແຫ່ງຄວາມຮູ້ຈັກພຣະອົງຢູ່ທົ່ວທຸກບ່ອນ. 15 ເພາະວ່າພວກເຮົາເປັນກິ່ນຫອມຂອງພຣະຄຣິດເຈົ້າ ທີ່ຖວາຍແກ່ພຣະເຈົ້າໃນທ່າມກາງບັນດາຜູ້ທີ່ກຳລັງໄດ້ຮັບຄວາມພົ້ນ ແລະ ບັນດາຜູ້ທີ່ກຳລັງຈະຈິບຫາຍ. 16 ເປັນກິ່ນແຫ່ງຄວາມຕາຍສຳລັບຄົນພວກໜຶ່ງ ແລະ ເປັນກິ່ນຫອມທີ່ນຳຊີວິດສຳລັບຄົນອີກພວກໜຶ່ງ. ແລະ ແມ່ນຜູ້ໃດນໍທີ່ສົມຄວນກັບງານນີ້? 17 ພວກເຮົາບໍ່ເໝືອນຫລາຍຄົນ ທີ່ເລາະຂາຍພຣະຄຳຂອງພຣະເຈົ້າເພື່ອຫາກຳໄລ. ແຕ່ກົງກັນຂ້າມ ໃນພຣະຄຣິດເຈົ້າ ພວກເຮົາກ່າວຕໍ່ໜ້າພຣະເຈົ້າດ້ວຍຄວາມຈິງໃຈເໝືອນດັ່ງບັນດາຄົນທີ່ພຣະເຈົ້າໄດ້ໃຊ້ມາ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.