2 ໂກຣິນໂທ 13 - ພຣະຄຳພີລາວສະບັບສະໄໝໃໝ່ຄຳເຕືອນສຸດທ້າຍ 1 ນີ້ຄົງຈະເປັນເທື່ອທີສາມທີ່ເຮົາມາຢ້ຽມຢາມພວກເຈົ້າ. “ທຸກຄະດີຈະຕ້ອງມີພະຍານຢືນຢັນສອງ ຫລື ສາມປາກ”. 2 ເຮົາໄດ້ໃຫ້ຄຳເຕືອນພວກເຈົ້າໄວ້ແລ້ວເມື່ອເຮົາມາຢ້ຽມຢາມພວກເຈົ້າເທື່ອທີສອງ. ບັດນີ້ ເຮົາຂໍຢ້ຳອີກໃນຂະນະທີ່ເຮົາບໍ່ຢູ່ວ່າ: ເມື່ອເຮົາກັບມາ ເຮົາຈະບໍ່ລະເວັ້ນບັນດາຜູ້ທີ່ໄດ້ເຮັດບາບກ່ອນໜ້ານີ້ ຫລື ຄົນອື່ນໆໃດອີກ, 3 ເມື່ອພວກເຈົ້າຮຽກຮ້ອງໃຫ້ພິສູດວ່າພຣະຄຣິດເຈົ້າກຳລັງກ່າວຜ່ານທາງເຮົາ. ພຣະອົງບໍ່ໄດ້ອ່ອນແອໃນຄວາມສຳພັນກັບພວກເຈົ້າ ແຕ່ເຕັມດ້ວຍລິດອຳນາດຢູ່ທ່າມກາງພວກເຈົ້າ. 4 ເພາະເປັນຄວາມຈິງແທ້ທີ່ວ່າ, ໃນຄວາມອ່ອນແອ ພຣະອົງຖືກຄຶງເທິງໄມ້ກາງແຂນ ແຕ່ໂດຍລິດອຳນາດຂອງພຣະເຈົ້າພຣະອົງມີຊີວິດຢູ່. ເຊັ່ນດຽວກັນ ພວກເຮົາກໍອ່ອນແອໃນພຣະອົງ, ແຕ່ໂດຍລິດອຳນາດຂອງພຣະເຈົ້າ ພວກເຮົາຈະມີຊີວິດຢູ່ດ້ວຍກັນກັບພຣະອົງໃນຄວາມສຳພັນຂອງພວກເຮົາກັບພວກເຈົ້າ. 5 ຈົ່ງພິຈາລະນາຕົນເອງເພື່ອເບິ່ງວ່າພວກເຈົ້າຢູ່ໃນຄວາມເຊື່ອ ຫລື ບໍ່; ຈົ່ງທົດສອບຕົນເອງ. ພວກເຈົ້າບໍ່ຮູ້ບໍວ່າພຣະເຢຊູຄຣິດເຈົ້າຢູ່ໃນພວກເຈົ້າ ແນ່ນອນເວັ້ນໄວ້ແຕ່ວ່າພວກເຈົ້າບໍ່ຜ່ານການທົດສອບນັ້ນ? 6 ແລະ ເຮົາໝັ້ນໃຈວ່າພວກເຈົ້າຈະພົບວ່າພວກເຮົາຜ່ານການທົດສອບນັ້ນ. 7 ບັດນີ້ ພວກເຮົາອະທິຖານຕໍ່ພຣະເຈົ້າເພື່ອພວກເຈົ້າຈະບໍ່ເຮັດຜິດອັນໃດ ບໍ່ແມ່ນເພື່ອໃຫ້ຄົນທັງຫລາຍເຫັນວ່າພວກເຮົາໄດ້ຜ່ານການທົດສອບ ແຕ່ເພື່ອພວກເຈົ້າຈະເຮັດສິ່ງທີ່ຖືກຕ້ອງເຖິງແມ່ນເບິ່ງຄືວ່າພວກເຮົາບໍ່ຜ່ານການທົດສອບ 8 ເພາະພວກເຮົາບໍ່ອາດເຮັດສິ່ງໃດທີ່ຂັດກັບຄວາມຈິງໄດ້ ແຕ່ເຮັດເພື່ອຄວາມຈິງເທົ່ານັ້ນ. 9 ເມື່ອໃດກໍຕາມທີ່ພວກເຮົາອ່ອນແອ ແຕ່ພວກເຈົ້າເຂັ້ມແຂງ ພວກເຮົາກໍຊື່ນຊົມຍິນດີ; ແລະ ພວກເຮົາກໍອະທິຖານຂໍໃຫ້ພວກເຈົ້າຮັບການຟື້ນຟູຢ່າງເຕັມທີ່. 10 ດ້ວຍເຫດນີ້ແຫລະ ໃນເວລາທີ່ເຮົາບໍ່ຢູ່ ເຮົາຈຶ່ງຂຽນສິ່ງເຫລົ່ານີ້ເຖິງພວກເຈົ້າ ເພື່ອວ່າເມື່ອເຮົາມາເຖິງແລ້ວເຮົາຈະບໍ່ໄດ້ໃຊ້ອຳນາດຢ່າງເຂັ້ມງວດກັບພວກເຈົ້າ, ອຳນາດທີ່ອົງພຣະຜູ້ເປັນເຈົ້າໄດ້ໃຫ້ແກ່ເຮົານັ້ນກໍເພື່ອສ້າງພວກເຈົ້າຂຶ້ນ ບໍ່ແມ່ນເພື່ອດຶງພວກເຈົ້າລົງ. ຄຳລົງທ້າຍ 11 ສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ, ຈົ່ງຊື່ນຊົມຍິນດີ! ຈົ່ງສູ້ຊົນເພື່ອການຟື້ນຟູຢ່າງເຕັມທີ່, ຈົ່ງໜູນໃຈກັນ, ຈົ່ງເປັນນ້ຳໜຶ່ງໃຈດຽວກັນ, ຈົ່ງຢູ່ຢ່າງສະຫງົບ. ແລ້ວພຣະເຈົ້າແຫ່ງຄວາມຮັກ ແລະ ສັນຕິສຸກຈະຢູ່ກັບພວກເຈົ້າ. 12 ຈົ່ງທັກທາຍກັນດ້ວຍການຈູບອັນບໍລິສຸດ. 13 ຄົນຂອງພຣະເຈົ້າທຸກຄົນຢູ່ທີ່ນີ້ກໍຝາກຄວາມຄິດເຖິງມາຍັງພວກເຈົ້າທັງຫລາຍ. 14 ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຄວາມຮັກຂອງພຣະເຈົ້າ ແລະ ຄວາມສາມັກຄີທຳຂອງພຣະວິນຍານບໍລິສຸດເຈົ້າ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.