2 ໂກຣິນໂທ 12 - ພຣະຄຳພີລາວສະບັບສະໄໝໃໝ່ນິມິດຂອງໂປໂລ ແລະ ສ້ຽນໜາມຂອງເພິ່ນ 1 ເຮົາຕ້ອງອວດຕໍ່ໄປ. ເຖິງແມ່ນວ່າຈະບໍ່ເກີດປະໂຫຍດອັນໃດກໍຕາມ, ເຮົາກໍຈະສືບຕໍ່ເລົ່ານິມິດ ແລະ ການເປີດເຜີຍຕ່າງໆຈາກອົງພຣະຜູ້ເປັນເຈົ້າ. 2 ເຮົາຮູ້ຈັກຊາຍຄົນໜຶ່ງໃນພຣະຄຣິດເຈົ້າ ເຊິ່ງສິບສີ່ປີຜ່ານມາໄດ້ຖືກຮັບຂຶ້ນໄປຍັງສະຫວັນຊັ້ນທີສາມ. ຈະໄປທັງກາຍ ຫລື ນອກກາຍເຮົາກໍບໍ່ຮູ້ ພຣະເຈົ້າເທົ່ານັ້ນຮູ້. 3 ແລະ ເຮົາຮູ້ວ່າຊາຍຜູ້ນີ້ຖືກຮັບຂຶ້ນໄປ ຈະໄປທັງກາຍ ຫລື ນອກກາຍເຮົາບໍ່ຮູ້, ແຕ່ພຣະເຈົ້າຮູ້ວ່າຊາຍຜູ້ນີ້ 4 ຖືກຮັບຂຶ້ນໄປເຖິງເມືອງສຸກຂະເສີມ ແລະ ໄດ້ຍິນສິ່ງຕ່າງໆທີ່ບໍ່ສາມາດບັນຍາຍໄດ້, ເປັນສິ່ງທີ່ບໍ່ອະນຸຍາດໃຫ້ຄົນໃດເປີດເຜີຍ. 5 ເຮົາຈະອວດເຖິງຊາຍຢ່າງນີ້ແຫລະ, ແຕ່ເຮົາຈະບໍ່ອວດກ່ຽວກັບເຮົາເອງ, ນອກຈາກເລື່ອງຄວາມອ່ອນແອທັງຫລາຍຂອງເຮົາ. 6 ແມ່ນແຕ່ຖ້າເຮົາຄວນເລືອກທີ່ຈະອວດ, ເຮົາກໍຈະບໍ່ເປັນຄົນໂງ່ ເພາະເຮົາຈະເວົ້າຄວາມຈິງ. ແຕ່ເຮົາອົດກັ້ນໄວ້ເພື່ອຈະບໍ່ມີຜູ້ໃດຄິດຫລາຍເກີນກວ່າທີ່ເຮົາໄດ້ຮັບປະກັນໂດຍສິ່ງທີ່ເຮົາເຮັດ ຫລື ເວົ້າ, 7 ຫລື ເນື່ອງຈາກການເປີດເຜີຍອັນຍິ່ງໃຫຍ່ລ້ຳເລີດເຫລົ່ານີ້, ເຫດສະນັ້ນເພື່ອຮັກສາເຮົາຈາກການກາຍເປັນຜູ້ອວດດີ, ເຮົາຈຶ່ງຖືກເຮັດໃຫ້ມີສ້ຽນໜາມໃນເນື້ອກາຍຂອງເຮົາ ເປັນບໍລິວານຂອງຊາຕານເພື່ອທໍລະມານເຮົາ. 8 ເຮົາໄດ້ອ້ອນວອນຂໍອົງພຣະຜູ້ເປັນເຈົ້າສາມເທື່ອແລ້ວ ເພື່ອໃຫ້ເອົາສ້ຽນໜາມນີ້ອອກໄປຈາກເຮົາ. 9 ແຕ່ພຣະອົງກ່າວກັບເຮົາວ່າ, “ພຣະຄຸນຂອງເຮົາກໍພຽງພໍແລ້ວສຳລັບເຈົ້າ, ເພາະວ່າລິດອຳນາດຂອງເຮົາຈະໄດ້ປາກົດໃນຄວາມອ່ອນແອຢ່າງເຕັມທີ່”. ເຫດສະນັ້ນ ເຮົາຈຶ່ງຈະອວດຄວາມອ່ອນແອທັງໝົດຂອງເຮົາດ້ວຍຄວາມຍິນດີ, ເພື່ອລິດອຳນາດຂອງພຣະຄຣິດເຈົ້າຈະໄດ້ຢູ່ກັບເຮົາ. 10 ດ້ວຍເຫດນີ້ແຫລະ ເພື່ອເຫັນແກ່ພຣະຄຣິດເຈົ້າເຮົາຈຶ່ງຍິນດີໃນບັນດາຄວາມອ່ອນແອ, ໃນການໝິ່ນປະໝາດ, ໃນຄວາມຍາກລຳບາກ, ໃນການກົດຂີ່ຂົ່ມເຫັງ, ໃນຄວາມຫຍຸ້ງຍາກ. ເພາະວ່າເມື່ອເຮົາອ່ອນແອ ແລ້ວເຮົາກໍເຂັ້ມແຂງ. ໂປໂລຫ່ວງໃຍພີ່ນ້ອງຊາວໂກຣິນໂທ 11 ເຮົາໄດ້ເຮັດໃຫ້ຕົນເອງເປັນຄົນໂງ່ແລ້ວ, ແຕ່ພວກເຈົ້າກໍເປັນຜູ້ກົດດັນໃຫ້ເຮົາເປັນຢ່າງນີ້. ພວກເຈົ້າທັງຫລາຍສົມຄວນຈະຍົກຍ້ອງເຮົາ ເພາະເຖິງແມ່ນວ່າເຮົາຈະບໍ່ມີສິ່ງໃດດີເດັ່ນ ແຕ່ເຮົາກໍບໍ່ໄດ້ຕໍ່າຕ້ອຍໄປກວ່າ “ບັນດາອັກຄະສາວົກຊັ້ນສູງ”. 12 ເຮົາໄດ້ພະຍາຍາມເຮັດໃນສິ່ງທີ່ບົ່ງບອກເຖິງເຄື່ອງໝາຍຂອງຄວາມເປັນອັກຄະສາວົກທີ່ແທ້ຈິງໃນທ່າມກາງພວກເຈົ້າ, ໃນການລວມເອົາບັນດາໝາຍສຳຄັນ, ການອັດສະຈັນ ແລະ ການປະຕິຫານຕ່າງໆ. 13 ພວກເຈົ້າຕໍ່າຕ້ອຍກວ່າຄຣິສຕະຈັກອື່ນໆໃນຂໍ້ໃດແດ່? ຍົກເວັ້ນທີ່ເຮົາບໍ່ເຄີຍເປັນພາລະໃຫ້ແກ່ພວກເຈົ້າ ຂໍໃຫ້ອະໄພແກ່ເຮົາໃນຄວາມຜິດຂໍ້ນີ້! 14 ບັດນີ້ ເຮົາພ້ອມແລ້ວທີ່ຈະມາຢ້ຽມຢາມພວກເຈົ້າເປັນເທື່ອທີສາມ ແລະ ເຮົາຈະບໍ່ເປັນພາລະແກ່ພວກເຈົ້າ, ເພາະວ່າສິ່ງທີ່ເຮົາຕ້ອງການບໍ່ແມ່ນຊັບສິນຂອງພວກເຈົ້າ ແຕ່ແມ່ນພວກເຈົ້າ. ເຖິງຢ່າງໃດກໍຕາມ ລູກບໍ່ສົມຄວນທີ່ຈະທ້ອນໂຮມຊັບສິນໄວ້ໃຫ້ພໍ່ແມ່ຂອງຕົນ? ແຕ່ແມ່ນພໍ່ແມ່ທີ່ທ້ອນໂຮມຊັບສິນໄວ້ໃຫ້ລູກຂອງຕົນ. 15 ດັ່ງນັ້ນ ເຮົາກໍຍິນດີຫລາຍທີ່ຈະໃຊ້ທຸກສິ່ງທີ່ເຮົາມີ ແລະ ທຸ້ມເທເຮົາເອງເພື່ອພວກເຈົ້າດ້ວຍ. ຖ້າເຮົາຮັກພວກເຈົ້າຫລາຍຂຶ້ນ ພວກເຈົ້າຈະຮັກເຮົາໜ້ອຍລົງບໍ? 16 ເໝືອນດັ່ງທີ່ເປັນມາ ເຮົາບໍ່ເຄີຍເປັນພາລະໃຫ້ແກ່ພວກເຈົ້າ. ແຕ່ຄົນເລ່ລ່ຽມຢ່າງທີ່ເຮົາເປັນຢູ່ ເຮົາໄດ້ດັກຈັບພວກເຈົ້າໂດຍກົນອຸບາຍ! 17 ເຮົາໄດ້ເອົາປຽບພວກເຈົ້າຜ່ານທາງຄົນໃດທີ່ເຮົາໄດ້ສົ່ງມາຫາພວກເຈົ້າບໍ? 18 ເຮົາຈຶ່ງຂໍຮ້ອງໃຫ້ຕີໂຕມາຫາພວກເຈົ້າ ແລະ ເຮົາກໍໄດ້ສົ່ງພີ່ນ້ອງຄົນໜຶ່ງມາກັບເພິ່ນດ້ວຍ. ຕີໂຕບໍ່ໄດ້ເອົາປຽບພວກເຈົ້າແມ່ນບໍ? ພວກເຮົາບໍ່ໄດ້ເດີນຕາມບາດກ້າວດຽວກັນໂດຍພຣະວິນຍານອົງດຽວກັນບໍ? 19 ພວກເຈົ້າຄິດມາຕະຫລອດວ່າພວກເຮົາກຳລັງປົກປ້ອງພວກເຮົາເອງຕໍ່ພວກເຈົ້າແມ່ນບໍ? ພວກເຮົາເວົ້າໃນສາຍຕາຂອງພຣະເຈົ້າຢ່າງຄົນທີ່ຢູ່ໃນພຣະຄຣິດເຈົ້າ, ເພື່ອນທີ່ຮັກ, ທຸກສິ່ງທີ່ພວກເຮົາເຮັດກໍເຮັດເພື່ອເສີມກຳລັງຂອງພວກເຈົ້າ. 20 ເພາະເຮົາຢ້ານວ່າເມື່ອເຮົາມາເຖິງແລ້ວ ເຮົາຈະບໍ່ເຫັນພວກເຈົ້າເປັນດັ່ງທີ່ເຮົາຢາກໃຫ້ພວກເຈົ້າເປັນ ແລະ ພວກເຈົ້າກໍຈະບໍ່ເຫັນເຮົາເປັນດັ່ງທີ່ພວກເຈົ້າຢາກໃຫ້ເຮົາເປັນ. ເຮົາຢ້ານວ່າອາດຈະມີການຜິດຖຽງກັນ, ການອິດສາ, ການຄຽດ, ຄວາມທະເຍີທະຍານທີ່ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ. 21 ເຮົາຢ້ານວ່າເມື່ອເຮົາມາອີກ ພຣະເຈົ້າຂອງເຮົາຈະເຮັດໃຫ້ເຮົາຖ່ອມລົງຕໍ່ໜ້າພວກເຈົ້າ ແລະ ເຮົາຈະໂສກເສົ້າເພາະຫລາຍຄົນທີ່ໄດ້ເຮັດບາບມາກ່ອນແລ້ວ ແລະ ຍັງບໍ່ຍອມກັບໃຈປະຖິ້ມຄວາມເປື້ອນເປິ, ຄວາມບາບທາງເພດ ແລະ ຄວາມຊົ່ວຮ້າຍທີ່ພວກເຂົາໄດ້ເຮັດຢູ່. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.