2 ໂກຣິນໂທ 11 - ພຣະຄຳພີລາວສະບັບສະໄໝໃໝ່ໂປໂລກັບອັກຄະສາວົກປອມ 1 ເຮົາຫວັງວ່າພວກເຈົ້າຈະອົດທົນກັບຄວາມໂງ່ຂອງເຮົາຈັກໜ້ອຍໜຶ່ງ. ແມ່ນແລ້ວ, ຂໍຈົ່ງອົດທົນກັບເຮົາ! 2 ເພາະເຮົາຫວງແຫນພວກເຈົ້າດ້ວຍຄວາມຫວງແຫນທີ່ມາຈາກພຣະເຈົ້າ. ເຮົາໄດ້ສັນຍາພວກເຈົ້າໄວ້ເພື່ອສາມີຄົນດຽວ, ຄືແກ່ພຣະຄຣິດເຈົ້າ ເພື່ອວ່າເຮົາຈະໄດ້ຖວາຍພວກເຈົ້າເໝືອນດັ່ງສາວບໍລິສຸດທີ່ບໍລິສຸດແກ່ພຣະອົງ. 3 ແຕ່ເຮົາຢ້ານວ່າ ຈະເປັນເໝືອນດັ່ງເອວາທີ່ຖືກລໍ້ລວງດ້ວຍກົນອຸບາຍຂອງງູນັ້ນ, ແລ້ວຄວາມຄິດຂອງພວກເຈົ້າຈະຖືກນຳພາໄປສູ່ຄວາມຜິດພາດຈາກຄວາມຈິງໃຈ ແລະ ຄວາມບໍລິສຸດຂອງພວກເຈົ້າໃນການອຸທິດຕົນຕໍ່ພຣະຄຣິດເຈົ້າ. ເອວາທີ່ຖືກລໍ້ລວງດ້ວຍກົນອຸບາຍຂອງງູນັ້ນ. 4 ເພາະຖ້າຜູ້ໃດມາຫາພວກເຈົ້າ ແລະ ເທດສະໜາເລື່ອງພຣະເຢຊູເຈົ້າຕ່າງຈາກທີ່ພວກເຮົາໄດ້ເທດສະໜາເລື່ອງພຣະເຢຊູເຈົ້າໄວ້ ຫລື ວ່າຖ້າພວກເຈົ້າຮັບວິນຍານອື່ນແຕກຕ່າງຈາກພຣະວິນຍານທີ່ພວກເຈົ້າເຄີຍໄດ້ຮັບ ຫລື ວ່າຂ່າວປະເສີດອື່ນແຕກຕ່າງຈາກທີ່ພວກເຈົ້າເຄີຍໄດ້ຮັບ, ພວກເຈົ້າກໍທົນຮັບສິ່ງເຫລົ່ານັ້ນໄດ້ງ່າຍດາຍແທ້ນໍ. 5 ເຮົາກໍບໍ່ໄດ້ຄິດວ່າເຮົາເອງຕໍ່າຕ້ອຍກວ່າ “ບັນດາອັກຄະສາວົກຊັ້ນສູງ” ເຫລົ່ານັ້ນແມ່ນແຕ່ໜ້ອຍດຽວ. 6 ເຖິງວ່າເຮົາຈະບໍ່ແມ່ນນັກເວົ້າທີ່ໄດ້ຮັບການຝຶກຝົນ ແຕ່ເຮົາກໍມີຄວາມຮູ້. ພວກເຮົາກໍໄດ້ສະແດງແກ່ພວກເຈົ້າຢ່າງຈະແຈ້ງແລ້ວໃນທຸກທາງ. 7 ເປັນການເຮັດບາບບໍທີ່ເຮົາລົດເຮົາເອງລົດຕົວລົງເພື່ອຍົກຊູພວກເຈົ້າຂຶ້ນດ້ວຍການປະກາດຂ່າວປະເສີດຂອງພຣະເຈົ້າແກ່ພວກເຈົ້າໂດຍບໍ່ຄິດມູນຄ່າ? 8 ເຮົາໄດ້ປຸ້ນຄຣິສຕະຈັກອື່ນໆ ດ້ວຍການຮັບເງິນສະໜັບສະໜູນຈາກພວກເຂົາເພື່ອມາຮັບໃຊ້ພວກເຈົ້າ. 9 ແລະ ເມື່ອເຮົາຢູ່ກັບພວກເຈົ້າ ແລະ ເມື່ອເຮົາຂາດເຂີນບາງສິ່ງ, ເຮົາກໍບໍ່ໄດ້ເປັນພາລະໃຫ້ແກ່ຜູ້ໃດ, ເພາະພີ່ນ້ອງຜູ້ທີ່ມາຈາກແຂວງມາເກໂດເນຍໄດ້ສະໜັບສະໜູນສິ່ງຈຳເປັນໃຫ້ແກ່ເຮົາ. ເຮົາໄດ້ລະວັງເຮົາເອງບໍ່ໃຫ້ເປັນພາລະໃດໆແກ່ພວກເຈົ້າ ແລະ ຈະເຮັດຢ່າງນັ້ນຕໍ່ໄປ. 10 ຄວາມຈິງຂອງພຣະຄຣິດເຈົ້າຢູ່ໃນເຮົາແນ່ນອນສັນໃດ ກໍບໍ່ມີຜູ້ໃດໃນແຂວງອະຂາຢາຈະມາຢຸດເຮົາໃນການອວດອ້າງນີ້ສັນນັ້ນ. 11 ເພາະເຫດໃດ? ເພາະເຮົາບໍ່ຮັກພວກເຈົ້າບໍ? ພຣະເຈົ້າຮູ້ວ່າເຮົາຮັກພວກເຈົ້າ! 12 ແລະ ເຮົາຈະເຮັດໃນສິ່ງທີ່ເຮົາໄດ້ເຮັດຢູ່ນີ້ຕໍ່ໄປ ເພື່ອຕັດບັນຫາອອກຈາກຄົນເຫລົ່ານັ້ນທີ່ກຳລັງຫາໂອກາດໃຫ້ໄດ້ຮັບການຍອມຮັບວ່າເທົ່າທຽມກັນກັບພວກເຮົາໃນສິ່ງທີ່ພວກເຂົາອວດອ້າງໃສ່. 13 ເພາະຄົນເຫລົ່ານັ້ນເປັນອັກຄະສາວົກປອມ, ເປັນຄົນງານທີ່ລໍ້ລວງ, ເປັນຜູ້ປອມຕົວເປັນອັກຄະສາວົກຂອງພຣະຄຣິດເຈົ້າ. 14 ແລະ ກໍບໍ່ແປກປະຫລາດ, ເພາະຊາຕານເອງກໍຍັງປອມຕົວເປັນເທວະດາແຫ່ງຄວາມສະຫວ່າງໄດ້. 15 ແລ້ວຈຶ່ງບໍ່ແປກປະຫລາດທີ່ຄົນຮັບໃຊ້ຂອງຊາຕານຈະປອມຕົວເປັນຜູ້ຮັບໃຊ້ແຫ່ງຄວາມຊອບທຳດ້ວຍ. ຈຸດຈົບຂອງພວກເຂົາຈະເປັນໄປຕາມການກະທຳທີ່ພວກເຂົາສົມຄວນໄດ້ຮັບ. ໂປໂລອວດເລື່ອງການທົນທຸກຂອງເພິ່ນ 16 ເຮົາຂໍຢ້ຳອີກວ່າ: ຢ່າຄິດວ່າເຮົາເປັນຄົນໂງ່. ແຕ່ຖ້າພວກເຈົ້າຄິດຢ່າງນັ້ນ ກໍຈົ່ງອົດທົນຕໍ່ເຮົາເໝືອນດັ່ງທີ່ພວກເຈົ້າຈະເປັນຄົນໂງ່, ເພື່ອເຮົາຈະໄດ້ອວດຈັກໜ້ອຍໜຶ່ງ. 17 ໃນການອວດຢ່າງໝັ້ນໃຈໃນຕົນເອງຢ່າງນີ້ ເຮົາບໍ່ໄດ້ເວົ້າຕາມແບບຢ່າງຂອງອົງພຣະຜູ້ເປັນເຈົ້າ ແຕ່ເຮົາເວົ້າຢ່າງຄົນໂງ່. 18 ໃນເມື່ອຫລາຍຄົນອວດຕາມແບບຄົນຂອງໂລກ, ເຮົາກໍຈະອວດເໝືອນກັນ. 19 ພວກເຈົ້າທັງຫລາຍຍິນດີອົດທົນກັບຄົນໂງ່ເຫລົ່ານີ້ເນື່ອງຈາກພວກເຈົ້າເປັນຜູ້ສະຫລາດແທ້ນໍ! 20 ແທ້ຈິງແລ້ວ ພວກເຈົ້າທົນຮັບແມ່ນແຕ່ຄົນທີ່ມາເອົາພວກເຈົ້າໄປເປັນຂ້າທາດ ຫລື ຄົນທີ່ຂູດຮີດພວກເຈົ້າ ຫລື ຄົນທີ່ເອົາປຽບພວກເຈົ້າ ຫລື ຄົນທີ່ຍົກຕົນເປັນໃຫຍ່ເໜືອພວກເຈົ້າ ຫລື ຄົນທີ່ຕົບໜ້າພວກເຈົ້າ. 21 ເຮົາລະອາຍທີ່ຕ້ອງຍອມຮັບວ່າເຮົາອ່ອນແອເກີນໄປທີ່ຈະເຮັດຢ່າງນັ້ນ! ຜູ້ໃດກ້າອວດເລື່ອງໃດ ເຮົາຂໍເວົ້າຢ່າງຄົນໂງ່ວ່າ ເຮົາກໍກ້າອວດເລື່ອງນັ້ນເໝືອນກັນ. 22 ພວກເຂົາເປັນຊາວເຮັບເຣີບໍ? ເຮົາກໍເປັນເໝືອນກັນ. ພວກເຂົາເປັນຊາວອິດສະຣາເອນບໍ? ເຮົາກໍເປັນເໝືອນກັນ. ພວກເຂົາເປັນເຊື້ອສາຍຂອງອັບຣາຮາມບໍ? ເຮົາກໍເປັນເໝືອນກັນ. 23 ພວກເຂົາເປັນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າບໍ? (ເຮົາເສຍສະຕິທີ່ເວົ້າແບບນີ້.) ເຮົາເປັນຫລາຍກວ່າພວກເຂົາອີກ. ເຮົາໄດ້ເຮັດວຽກໜັກຫລາຍກວ່າ, ຖືກຂັງຄຸກເລື້ອຍຫລາຍກວ່າ, ຖືກຂ້ຽນຕີຢ່າງໜັກຫລາຍກວ່າ ແລະ ປະເຊີນກັບຄວາມຕາຍຫລາຍເທື່ອ. 24 ເຮົາຖືກພວກຢິວຂ້ຽນຫ້າເທື່ອ ເທື່ອລະສາມສິບເກົ້າບາດ. 25 ເຮົາຖືກຂ້ຽນຕີດ້ວຍໄມ້ແສ້ສາມເທື່ອ, ເຮົາຖືກເອົາຫີນແກວ່ງໃສ່ໜຶ່ງເທື່ອ, ເຮົາປະເຊີນກັບເຮືອແຕກສາມເທື່ອ, ເຮົາແຊ່ຢູ່ກາງທະເລໜຶ່ງຄືນໜຶ່ງວັນ, 26 ເຮົາໄດ້ຍ້າຍທີ່ຢູ່ຕະຫລອດ, ເຮົາໄດ້ຢູ່ໃນອັນຕະລາຍຈາກແມ່ນ້ຳຕ່າງໆ, ໃນອັນຕະລາຍຈາກພວກໂຈນ, ໃນອັນຕະລາຍຈາກພີ່ນ້ອງຢິວຂອງເຮົາເອງ, ໃນອັນຕະລາຍຈາກຄົນຕ່າງຊາດ, ໃນອັນຕະລາຍພາຍໃນເມືອງ, ໃນອັນຕະລາຍພາຍໃນປະເທດ, ໃນອັນຕະລາຍຢູ່ໃນທະເລ ແລະ ໃນອັນຕະລາຍຈາກຜູ້ທີ່ເຊື່ອປອມ. 27 ເຮົາໄດ້ທຳງານໜັກ ແລະ ລຳບາກ, ອົດນອນຢູ່ເລື້ອຍ, ເຮົາຮູ້ຈັກການອົດເຂົ້າຫິວນ້ຳ ແລະ ຂາດອາຫານຢູ່ເລື້ອຍ, ເຮົາຕ້ອງພົບກັບຄວາມໜາວ ແລະ ເປືອຍກາຍ. 28 ນອກຈາກສິ່ງທັງໝົດເຫລົ່ານີ້ແລ້ວ, ເຮົາຍັງໄດ້ປະເຊີນກັບຄວາມກົດດັນຂອງຄວາມຫ່ວງໃຍທີ່ເຮົາມີຕໍ່ຄຣິສຕະຈັກທັງຫລາຍຢູ່ທຸກວັນ. 29 ມີຜູ້ໃດແດ່ທີ່ອ່ອນກຳລັງ ແລ້ວເຮົາບໍ່ຮູ້ສຶກອ່ອນກຳລັງໄປນຳ? ມີຜູ້ໃດແດ່ຖືກຊັກຊວນໃຫ້ເຮັດບາບ ແລ້ວເຮົາບໍ່ຮ້ອນຮົນໃຈ? 30 ຖ້າເຮົາຕ້ອງອວດ ເຮົາກໍຈະອວດເຖິງສິ່ງທີ່ສະແດງຄວາມອ່ອນແອຂອງເຮົາ. 31 ພຣະເຈົ້າ ແລະ ພຣະບິດາຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້ເປັນທີ່ສັນລະເສີນຕະຫລອດນິລັນດອນ ພຣະອົງຮູ້ວ່າເຮົາບໍ່ໄດ້ເວົ້າຕົວະ. 32 ໃນເມືອງດາມັສກັດ ເຈົ້າເມືອງຜູ້ຢູ່ໃຕ້ບັງຄັບບັນຊາຂອງກະສັດອາເຣຕາໄດ້ໃຫ້ທະຫານເຝົ້າຍາມໄວ້ທົ່ວເມືອງເພື່ອຈະຈັບກຸມເຮົາ. 33 ແຕ່ພວກເຂົາເອົາເຮົາໃສ່ກະຕ່າຢ່ອນລົງມາຈາກປ່ອງຢ້ຽມຕາມກຳແພງເມືອງ ແລະ ເຮົາຈຶ່ງຫລຸດພົ້ນຈາກເງື່ອມມືເພິ່ນມາໄດ້. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.