Biblia Todo Logo
Bìoball air-loidhne

- Sanasan -

2 ໂກຣິນໂທ 10 - ພຣະຄຳພີລາວສະບັບສະໄໝໃໝ່


ໂປໂລ​ກ່າວ​ປົກປ້ອງ​ພັນທະກິດ​ຂອງ​ຕົນ

1 ເຮົາ​ຂໍຮ້ອງ​ພວກເຈົ້າ​ດ້ວຍ​ຄວາມຖ່ອມໃຈ ແລະ ອ່ອນ​ສຸພາບ​ຂອງ​ພຣະຄຣິດເຈົ້າ, ເຮົາ​ຄື​ໂປໂລ ຜູ້​ທີ່​ພວກເຈົ້າ​ທັງຫລາຍ​ບອກ​ວ່າ “ຂີ້ຢ້ານ” ເມື່ອ​ຢູ່​ຕໍ່ໜ້າ​ພວກເຈົ້າ ແຕ່ “ກ້າຫານ” ເມື່ອ​ຢູ່​ຫ່າງໄກ​ຈາກ​ພວກເຈົ້າ!

2 ເຮົາ​ຂໍຮ້ອງ​ພວກເຈົ້າ​ວ່າ ເມື່ອ​ເຮົາ​ມາຫາ ເຮົາ​ອາດ​ບໍ່​ກ້າຫານ​ເທົ່າ​ທີ່​ເຮົາ​ຄາດຫວັງ​ວ່າ​ຈະ​ເຮັດ​ຕໍ່​ບາງຄົນ​ທີ່​ຄິດ​ວ່າ​ເຮົາ​ດຳເນີນຊີວິດ​ຕາມ​ມາດຕະຖານ​ຂອງ​ໂລກ​ນີ້.

3 ເພາະ​ເຖິງແມ່ນວ່າ​ພວກເຮົາ​ດຳເນີນຊີວິດ​ຢູ່​ໃນ​ໂລກ​ນີ້ ພວກເຮົາ​ກໍ​ບໍ່​ໄດ້​ຕໍ່ສູ້​ເໝືອນດັ່ງ​ທີ່​ໂລກ​ເຮັດ.

4 ອາວຸດ​ທັງຫລາຍ​ທີ່​ພວກເຮົາ​ໃຊ້​ຕໍ່ສູ້​ບໍ່ແມ່ນ​ອາວຸດ​ຂອງ​ໂລກ. ແຕ່​ໃນ​ທາງ​ກົງກັນຂ້າມ, ເປັນ​ອາວຸດ​ທີ່​ເຕັມ​ໄປ​ດ້ວຍ​ລິດອຳນາດ​ຂອງ​ພຣະເຈົ້າ ເຊິ່ງ​ສາມາດ​ທຳລາຍ​ຄ້າຍອັນເຂັ້ມແຂງ​ທັງຫລາຍ​ໄດ້.

5 ພວກເຮົາ​ທຳລາຍ​ຂໍ້​ໂຕ້ແຍ້ງ ແລະ ທຸກ​ຂໍ້ອ້າງ​ທີ່​ຕັ້ງ​ຕົວ​ຂັດຂວາງ​ຄວາມຮູ້​ຂອງ​ພຣະເຈົ້າ ແລະ ພວກເຮົາ​ປາບ​ທຸກ​ຄວາມຄິດ​ໃຫ້​ຍອມຈຳນົນ​ເຊື່ອຟັງ​ພຣະຄຣິດເຈົ້າ.

6 ແລະ ພວກເຮົາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ລົງໂທດ​ທຸກ​ການກະທຳ​ທີ່​ບໍ່​ເຊື່ອຟັງ ຫລັງຈາກ​ພວກເຈົ້າ​ໄດ້​ເຊື່ອຟັງ​ຢ່າງ​ສົມບູນ​ແລ້ວ.

7 ພວກເຈົ້າ​ກຳລັງ​ຕັດສິນ​ຕາມ​ລັກສະນະ​ພາຍນອກ. ຖ້າ​ຜູ້ໃດ​ໝັ້ນໃຈ​ວ່າ​ຕົນ​ເປັນ​ຄົນ​ຂອງ​ພຣະຄຣິດເຈົ້າ, ກໍ​ຄວນ​ພິຈາລະນາ​ອີກ​ວ່າ​ພວກເຮົາ​ກໍ​ເປັນ​ຄົນ​ຂອງ​ພຣະຄຣິດເຈົ້າ​ຫລາຍ​ກວ່າ​ທີ່​ພວກເຂົາ​ເປັນ​ຢູ່.

8 ດັ່ງນັ້ນ ເຖິງ​ແມ່ນ​ວ່າ​ເຮົາ​ອວດອ້າງ​ຫລາຍ​ເກີນ​ໄປ​ກ່ຽວກັບ​ສິດອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ພວກເຮົາ ເພື່ອ​ເສີມສ້າງ​ພວກເຈົ້າ​ຂຶ້ນ​ແທນທີ່​ຈະ​ດຶງ​ພວກເຈົ້າ​ລົງ​ນັ້ນ, ເຮົາ​ກໍ​ຈະ​ບໍ່​ໄດ້​ລະອາຍ​ໃນ​ເລື່ອງ​ນັ້ນ.

9 ເຮົາ​ບໍ່​ຢາກ​ໃຫ້​ເບິ່ງ​ເໝືອນ​ກັບ​ວ່າ​ກຳລັງ​ພະຍາຍາມ​ຂົ່ມຂູ່​ພວກເຈົ້າ​ດ້ວຍ​ຈົດໝາຍ​ຂອງ​ເຮົາ.

10 ເພາະ​ມີ​ບາງຄົນ​ເວົ້າ​ວ່າ, “ຈົດໝາຍ​ຂອງ​ໂປໂລ​ໜັກແໜ້ນ ແລະ ເດັດດ່ຽວ ແຕ່​ວ່າ​ໃນ​ຕົວ​ເພິ່ນ​ກໍ​ບໍ່​ໜ້າ​ປະທັບໃຈ ແລະ ການເວົ້າ​ຂອງ​ເພິ່ນ​ກໍ​ໃຊ້ການ​ບໍ່​ໄດ້”.

11 ຄົນ​ເຊັ່ນນັ້ນ​ຄວນ​ເຂົ້າໃຈ​ວ່າ​ພວກເຮົາ​ເປັນ​ຢ່າງໃດ​ໃນ​ຈົດໝາຍ​ເມື່ອ​ພວກເຮົາ​ບໍ່​ຢູ່ ພວກເຮົາ​ກໍ​ຈະ​ເປັນ​ຢ່າງນັ້ນ​ໃນ​ການກະທຳ​ເມື່ອ​ພວກເຮົາ​ມາ.

12 ພວກເຮົາ​ບໍ່​ກ້າ​ຈັດ​ອັນດັບ ຫລື ປຽບທຽບ​ພວກເຮົາ​ເອງ​ກັບ​ຄົນ​ທີ່​ຍົກຍ້ອງ​ຕົນເອງ. ເມື່ອ​ພວກເຂົາ​ວັດແທກ​ພວກເຂົາເອງ​ໂດຍ​ພວກເຂົາ​ເອງ ແລະ ປຽບທຽບ​ກັນ​ເອງ, ພວກເຂົາ​ກໍ​ບໍ່​ສະຫລາດ.

13 ເຖິງຢ່າງໃດ​ກໍ​ຕາມ ພວກເຮົາ​ກໍ​ຈະ​ບໍ່​ອວດອ້າງ​ເກີນ​ຂອບເຂດ​ທີ່​ເໝາະສົມ, ແຕ່​ຈະ​ຈໍາກັດ​ການ​ອວດອ້າງ​ຂອງ​ພວກເຮົາ​ໃນ​ຂອບເຂດ​ຂອງ​ການ​ຮັບໃຊ້​ທີ່​ພຣະເຈົ້າ​ໄດ້​ມອບໝາຍ​ໃຫ້​ພວກເຮົາ ຄື​ຂອບເຂດ​ທີ່​ພວກເຈົ້າ​ກໍ​ລວມ​ຢູ່​ໃນ​ນັ້ນ.

14 ພວກເຮົາ​ບໍ່​ໄດ້​ອວດອ້າງ​ຈົນ​ເກີນ​ໄປ ເໝືອນດັ່ງ​ກໍລະນີ​ຖ້າ​ພວກເຮົາ​ບໍ່​ໄດ້​ມາ​ຫາ​ພວກເຈົ້າ, ເພາະວ່າ​ພວກເຮົາ​ໄດ້​ນຳ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ມາ​ເຖິງ​ພວກເຈົ້າ.

15 ທັງ​ພວກເຮົາ​ບໍ່​ໄດ້​ອອກນອກ​ເກີນ​ຂອບເຂດ​ໂດຍ​ການ​ອວດອ້າງ​ຜົນງານ​ທີ່​ຄົນ​ອື່ນ​ເຮັດ​ໄວ້. ຄວາມຫວັງ​ຂອງ​ພວກເຮົາ​ກໍ​ຄື, ໃນ​ຂະນະ​ທີ່​ຄວາມເຊື່ອ​ຂອງ​ພວກເຈົ້າ​ສືບຕໍ່​ໃຫຍ່​ຂຶ້ນ​ນັ້ນ, ຂອບເຂດ​ພາລະກິດ​ຂອງ​ພວກເຮົາ​ທີ່​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ກໍ​ຈະ​ຂະຫຍາຍອອກ​ໄປ​ຢ່າງ​ກວ້າງຂວາງ,

16 ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ປະກາດ​ຂ່າວປະເສີດ​ໃນ​ດິນແດນ​ຕ່າງໆ​ທີ່​ຢູ່​ໄກ​ຈາກ​ພວກເຈົ້າ​ອອກໄປ. ເພາະວ່າ​ພວກເຮົາ​ບໍ່​ຕ້ອງການ​ຈະ​ອວດອ້າງ​ກ່ຽວກັບ​ການງານ​ທີ່​ເຮັດ​ໄວ້​ແລ້ວ​ໃນ​ເຂດແດນ​ຂອງ​ຄົນອື່ນ.

17 ແຕ່, “ຜູ້​ທີ່​ອວດ ຈົ່ງ​ອວດ​ອົງພຣະຜູ້ເປັນເຈົ້າ”.

18 ເພາະ​ບໍ່​ແມ່ນ​ຜູ້ທີ່​ຍົກຍ້ອງ​ຕົນ​ເອງ​ທີ່​ເປັນ​ຜູ້​ທີ່​ໄດ້​ຮັບ​ການ​ຮັບຮອງ, ແຕ່​ແມ່ນ​ຜູ້​ທີ່​ອົງພຣະຜູ້ເປັນເຈົ້າ​ຍົກຍ້ອງ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan