Biblia Todo Logo
Bìoball air-loidhne

- Sanasan -

2 ໂກຣິນໂທ 1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ເຮົາ, ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ທີ່​ເມືອງ​ໂກຣິນໂທ ພ້ອມ​ດ້ວຍ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ​ທຸກຄົນ​ທົ່ວ​ແຂວງ​ອະຂາຢາ:

2 ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.


ສັນລະເສີນ​ພຣະເຈົ້າ​ແຫ່ງ​ການເລົ້າໂລມໃຈ​ທັງປວງ

3 ສັນລະເສີນ​ພຣະເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ພຣະບິດາເຈົ້າ​ແຫ່ງ​ຄວາມເມດຕາ ແລະ ພຣະເຈົ້າ​ແຫ່ງ​ການ​ເລົ້າໂລມໃຈ​ທັງປວງ,

4 ຜູ້​ເລົ້າໂລມໃຈ​ພວກເຮົາ​ໃນ​ຄວາມທຸກລຳບາກ​ທຸກ​ຢ່າງ​ຂອງ​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ສາມາດ​ເລົ້າໂລມໃຈ​ບັນດາ​ຜູ້​ທີ່​ປະສົບ​ກັບ​ຄວາມທຸກລຳບາກ​ໃນ​ເລື່ອງໃດ​ເລື່ອງໜຶ່ງ​ດ້ວຍ​ການເລົ້າໂລມໃຈ​ທີ່​ພວກເຮົາ​ເອງ​ໄດ້​ຮັບ​ຈາກ​ພຣະເຈົ້າ.

5 ເພາະ​ເຊັ່ນດຽວ​ກັນ​ກັບ​ທີ່​ພວກເຮົາ​ຮ່ວມ​ໃນ​ການທົນທຸກ​ຂອງ​ພຣະຄຣິດເຈົ້າ​ຫລາຍ​ເຫລືອລົ້ນ​ຢ່າງໃດ, ການ​ເລົ້າໂລມໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະຄຣິດເຈົ້າ​ກໍ​ຫລາຍ​ເຫລືອລົ້ນ​ຢ່າງນັ້ນ.

6 ຖ້າ​ພວກເຮົາ​ທົນທຸກ, ການທົນທຸກ​ນັ້ນ​ກໍ​ເພື່ອ​ການເລົ້າໂລມໃຈ ແລະ ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ, ຖ້າ​ພວກເຮົາ​ໄດ້ຮັບ​ການ​ເລົ້າໂລມໃຈ ກໍ​ເພື່ອ​ໃຫ້​ພວກເຈົ້າ​ໄດ້​ຮັບ​ການເລົ້າໂລມໃຈ ເຊິ່ງ​ສົ່ງ​ຜົນ​ໃຫ້​ພວກເຈົ້າ​ມີ​ຄວາມພຽນ​ອົດທົນ​ໃນ​ຄວາມທຸກລຳບາກ​ຢ່າງດຽວ​ກັບ​ທີ່​ພວກເຮົາ​ທົນທຸກ​ຢູ່.

7 ແລະ ພວກເຮົາ​ມີ​ຄວາມຫວັງ​ສຳລັບ​ພວກເຈົ້າ​ກໍ​ໝັ້ນຄົງ​ຢູ່, ເພາະ​ວ່າ​ພວກເຮົາ​ຮູ້​ວ່າ​ພວກເຈົ້າ​ຮ່ວມ​ໃນ​ຄວາມທຸກລຳບາກ​ກັບ​ພວກເຮົາ​ຢ່າງໃດ ພວກເຈົ້າ​ກໍ​ຈະ​ຮ່ວມ​ໃນ​ການ​ເລົ້າໂລມໃຈ​ກັບ​ພວກເຮົາ​ເໝືອນກັນ​ຢ່າງນັ້ນ.

8 ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມທຸກລຳບາກ​ທີ່​ພວກເຮົາ​ໄດ້​ປະເຊີນ​ໃນ​ແຂວງ​ເອເຊຍ. ພວກເຮົາ​ຢູ່​ພາຍໃຕ້​ຄວາມກົດດັນ​ອັນ​ໃຫຍ່ ຈົນ​ສຸດ​ຄວາມ​ສາມາດ​ຂອງ​ພວກເຮົາ​ທີ່​ຈະ​ທົນ​ໄດ້, ຈົນ​ວ່າ​ພວກເຮົາ​ໝົດ​ຫວັງ​ທີ່​ຈະ​ເອົາ​ຊີວິດ​ໃຫ້​ພົ້ນ​ໄດ້.

9 ແທ້ຈິງ ພວກເຮົາ​ຮູ້ສຶກ​ວ່າ​ພວກເຮົາ​ໄດ້​ຖືກ​ຕັດສິນ​ປະຫານ​ຊີວິດ​ແລ້ວ. ແຕ່​ສິ່ງ​ນີ້​ເກີດຂຶ້ນ​ກໍ​ເພື່ອ​ບໍ່​ໃຫ້​ພວກເຮົາ​ເພິ່ງພາ​ຕົນເອງ ແຕ່​ໃຫ້​ເພິ່ງພາ​ພຣະເຈົ້າ ຜູ້​ເຮັດ​ໃຫ້​ຄົນຕາຍ​ເປັນຄືນມາ.

10 ພຣະອົງ​ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ອັນຕະລາຍ​ເຖິງ​ແກ່​ຄວາມຕາຍ​ເຊັ່ນນີ້ ແລະ ພຣະອົງ​ຈະ​ປົດປ່ອຍ​ພວກເຮົາ​ອີກ. ພວກເຮົາ​ໄດ້​ຕັ້ງ​ຄວາມຫວັງ​ໄວ້​ໃນ​ພຣະອົງ​ວ່າ ພຣະອົງ​ຈະ​ສືບຕໍ່​ປົດປ່ອຍ​ພວກເຮົາ,

11 ເຊັ່ນ​ດຽວ​ກັບ​ທີ່​ພວກເຈົ້າ​ຊ່ວຍ​ພວກເຮົາ​ໂດຍ​ຄຳອະທິຖານ​ຂອງ​ພວກເຈົ້າ. ແລ້ວ​ຄົນ​ທັງຫລາຍ​ກໍ​ຈະ​ຂອບພຣະຄຸນ​ພຣະເຈົ້າ​ເພາະ​ພວກເຮົາ​ສຳລັບ​ຄວາມກະລຸນາ​ທີ່​ພວກເຮົາ​ໄດ້​ຮັບ ເຊິ່ງ​ເປັນ​ການ​ຕອບ​ຄຳອະທິຖານ​ຂອງ​ຄົນ​ທັງຫລາຍ.


ໂປໂລ​ປ່ຽນ​ແຜນການ

12 ບັດນີ້ ນີ້​ແມ່ນ​ຄວາມອວດອ້າງ​ຂອງ​ພວກເຮົາ​ຄື: ຈິດສຳນຶກ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ ພວກເຮົາ​ໄດ້​ປະພຶດ​ຕົນ​ຢູ່​ໃນ​ໂລກ​ນີ້ ແລະ ໂດຍ​ສະເພາະ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ​ດ້ວຍ​ຄວາມສັດຊື່ ແລະ ຄວາມຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ. ພວກເຮົາ​ບໍ່​ໄດ້​ປະພຶດ​ຕາມ​ປັນຍາ​ຝ່າຍໂລກ ແຕ່​ຕາມ​ພຣະຄຸນ​ຂອງ​ພຣະເຈົ້າ.

13 ເພາະ​ພວກເຮົາ​ບໍ່​ໄດ້​ຂຽນ​ເຖິງ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຈົ້າ​ບໍ່​ສາມາດ​ອ່ານ ຫລື ເຂົ້າໃຈ​ໄດ້. ແລະ ເຮົາ​ຫວັງ​ວ່າ,

14 ໃນ​ເມື່ອ​ພວກເຈົ້າ​ເຂົ້າໃຈ​ພວກເຮົາ​ໃນ​ບາງສ່ວນ​ແລ້ວ, ພວກເຈົ້າ​ຈະ​ເຂົ້າໃຈ​ຢ່າງ​ຄົບຖ້ວນ​ວ່າ ພວກເຈົ້າ​ກໍ​ສາມາດ​ອວດອ້າງ​ເຖິງ​ພວກເຮົາ​ເໝືອນ​ດັ່ງ​ພວກເຮົາ​ຈະ​ອວດອ້າງ​ເຖິງ​ພວກເຈົ້າ​ໃນ​ວັນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ.

15 ເພາະ​ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ນີ້, ເຮົາ​ຈຶ່ງ​ຢາກ​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ​ກ່ອນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ປະໂຫຍດ​ສອງເທົ່າ.

16 ເຮົາ​ຢາກ​ມາ​ຢ້ຽມຢາມ​ພວກເຈົ້າ​ໃນ​ລະຫວ່າງ​ທາງ​ໄປ​ແຂວງ​ມາເກໂດເນຍ ແລະ ຈະ​ມາ​ຫາ​ພວກເຈົ້າ​ອີກ​ເມື່ອ​ກັບມາ​ຈາກ​ແຂວງ​ມາເກໂດເນຍ ແລະ ຫລັງຈາກ​ນັ້ນ ໃຫ້​ພວກເຈົ້າ​ສົ່ງ​ເຮົາ​ເດີນທາງ​ໄປ​ຍັງ​ແຂວງ​ຢູດາຍ.

17 ເມື່ອ​ເຮົາ​ໄດ້​ຕັ້ງໃຈ​ຈະ​ເຮັດ​ຢ່າງ​ນີ້ ເຮົາ​ເຮັດ​ໄປ​ແບບ​ບໍ່​ຈິງຈັງ​ບໍ? ຫລື ເຮົາ​ໄດ້​ວາງແຜນ​ໃນ​ແບບ​ຄົນ​ຂອງ​ໂລກ​ທີ່​ພ້ອມ​ຈະ​ຮັບປາກ​ໄປ​ເທົ່ານັ້ນ​ວ່າ: “ມາ” ແລະ “ບໍ່​ມາ” ບໍ?

18 ແຕ່​ພຣະເຈົ້າ​ສັດຊື່​ແນ່ນອນ​ຢ່າງໃດ ຂໍ້ຄວາມ​ຂອງ​ພວກເຮົາ​ທີ່​ໃຫ້​ແກ່​ພວກເຈົ້າ​ກໍ​ບໍ່ແມ່ນ “ມາ” ແລະ “ບໍ່​ມາ”.

19 ເພາະ​ພຣະບຸດ​ຂອງ​ພຣະເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ຜູ້​ທີ່​ເຮົາ​ກັບ​ຊີລາ ແລະ ຕີໂມທຽວ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ​ບໍ່ແມ່ນ​ທັງ “ຈິງ” ແລະ “ບໍ່ຈິງ” ແຕ່​ໃນ​ພຣະອົງ​ເປັນ “ຈິງ” ສະເໝີ.

20 ເພາະ​ບໍ່​ວ່າ​ພຣະເຈົ້າ​ໄດ້​ເຮັດ​ຄຳສັນຍາ​ໄວ້​ຫລວງຫລາຍ​ເທົ່າໃດ​ກໍ​ຕາມ, ຄຳສັນຍາ​ເຫລົ່ານັ້ນ​ກໍ​ເປັນ “ຈິງ” ໃນ​ພຣະຄຣິດເຈົ້າ. ແລະ ດັ່ງນັ້ນ ໂດຍ​ທາງ​ພຣະອົງ​ພວກເຮົາ​ຈຶ່ງ​ກ່າວ​ຄຳ​ວ່າ “ອາແມນ” ເພື່ອ​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ.

21 ບັດນີ້​ແມ່ນ​ພຣະເຈົ້າ​ທີ່​ເຮັດ​ໃຫ້​ທັງ​ພວກເຮົາ ແລະ ພວກເຈົ້າ​ຕັ້ງໝັ້ນ​ໃນ​ພຣະຄຣິດເຈົ້າ. ພຣະອົງ​ໄດ້​ເຈີມ​ພວກເຮົາ,

22 ໄດ້​ປະທັບຕາ​ສະແດງ​ຄວາມເປັນເຈົ້າຂອງ​ໃສ່​ພວກເຮົາ ແລະ ໄດ້​ມອບ​ພຣະວິນຍານ​ຂອງ​ພຣະອົງ​ໃສ່​ໄວ້​ໃນ​ໃຈ​ພວກເຮົາ​ເປັນ​ເຄື່ອງມັດຈຳ, ເປັນ​ການ​ຮັບປະກັນ​ໃນ​ສິ່ງ​ທີ່​ຈະ​ມາ​ເຖິງ.

23 ເຮົາ​ຂໍຮ້ອງ​ພຣະເຈົ້າ​ໃຫ້​ເປັນ​ພະຍານ​ແກ່​ເຮົາ ແລະ ເຮົາ​ຂໍ​ເອົາ​ຊີວິດ​ຂອງ​ເຮົາ​ເປັນ​ເດີມພັນ​ກ່ຽວກັບ​ເລື່ອງນີ້​ວ່າ​ເຮົາ​ບໍ່​ໄດ້​ກັບໄປ​ທີ່​ເມືອງ​ໂກຣິນໂທ​ນັ້ນ ກໍ​ເພາະ​ເຮົາ​ຢາກ​ສະຫງວນ​ພວກເຈົ້າ​ໄວ້.

24 ພວກເຮົາ​ບໍ່​ໄດ້​ເປັນ​ນາຍ​ຢູ່​ເໜືອ​ຄວາມເຊື່ອ​ຂອງ​ພວກເຈົ້າ, ແຕ່​ເຮົາ​ເຮັດວຽກ​ຮ່ວມ​ກັບ​ພວກເຈົ້າ​ເພື່ອ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ, ເພາະ​ໂດຍ​ຄວາມເຊື່ອ ພວກເຈົ້າ​ຈຶ່ງ​ຕັ້ງໝັ້ນຄົງ​ຢູ່.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan