1 ຕີໂມທຽວ 6 - ພຣະຄຳພີລາວສະບັບສະໄໝໃໝ່1 ທຸກຄົນທີ່ຢູ່ໃຕ້ແອກແຫ່ງຄວາມເປັນຂ້າທາດຄວນຖືວ່ານາຍຂອງຕົນສົມຄວນໄດ້ຮັບຄວາມເຄົາລົບນັບຖືຢ່າງເຕັມທີ່, ເພື່ອວ່ານາມຂອງພຣະເຈົ້າ ແລະ ຄຳສັ່ງສອນຂອງພວກເຮົາຈະບໍ່ຖືກໝິ່ນປະໝາດ. 2 ສ່ວນບັນດາຄົນທີ່ມີນາຍເປັນຜູ້ທີ່ເຊື່ອກໍບໍ່ຄວນສະແດງຄວາມບໍ່ນັບຖືຕໍ່ພວກເພິ່ນ ເພາະພວກເພິ່ນເປັນຜູ້ທີ່ເຊື່ອດ້ວຍກັນ. ກົງກັນຂ້າມ, ພວກເຂົາສົມຄວນຈະຮັບໃຊ້ນາຍເຫລົ່ານັ້ນໃຫ້ດີຍິ່ງຂຶ້ນເພາະວ່ານາຍຂອງພວກເຂົານັ້ນເປັນທີ່ຮັກຂອງພວກເຂົາເປັນຜູ້ທີ່ເຊື່ອ ແລະ ໄດ້ອຸທິດຕົນເພື່ອສະຫວັດດີການຂອງຂ້າທາດຂອງຕົນ. ເຈົ້າຈົ່ງສັ່ງສອນ ແລະ ເນັ້ນພວກເຂົາໃຫ້ເຮັດສິ່ງເຫລົ່ານີ້. ພວກຄູສອນປອມ ແລະ ການຮັກເງິນ 3 ຖ້າຜູ້ໃດສອນຕ່າງຈາກນີ້ ແລະ ຂັດກັບຄຳສັ່ງສອນອັນຖືກຕ້ອງຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະ ຄຳສອນໃນທາງພຣະເຈົ້າ 4 ຜູ້ນັ້ນກໍອວດໂຕຈອງຫອງ ແລະ ບໍ່ເຂົ້າໃຈສິ່ງໃດເລີຍ. ພວກເຂົາເມົາມົວຢູ່ກັບການຖົກຖຽງກັນ ແລະ ການທະເລາະວິວາດກັນໃນເລື່ອງຄຳເວົ້າຕ່າງໆທີ່ເຮັດໃຫ້ເກີດການອິດສາກັນ, ການຍາດແຍ່ງຊິງດີກັນ, ການເວົ້າຮ້າຍ, ການລະແວງສົງໄສທີ່ຊົ່ວຮ້າຍ 5 ແລະ ການຂັດແຍ້ງກັນຢ່າງບໍ່ມີວັນສິ້ນສຸດໃນທ່າມກາງຜູ້ມີຈິດໃຈເສື່ອມຊາມ, ຜູ້ທີ່ຖືກຍາດຊິງຄວາມຈິງໄປ ແລະ ຜູ້ທີ່ຄິດວ່າທາງຂອງພຣະເຈົ້າເປັນຊ່ອງທາງຫາຜົນປະໂຫຍດໃນດ້ານການເງິນ. 6 ແຕ່ທາງຂອງພຣະເຈົ້າກັບຄວາມພໍໃຈໃນສິ່ງທີ່ຕົນມີກໍເປັນກຳໄລອັນໃຫຍ່ຫລວງ. 7 ເພາະພວກເຮົາບໍ່ໄດ້ຖືສິ່ງໃດເຂົ້າມາໃນໂລກ ແລະ ເມື່ອອອກຈາກໂລກນີ້ໄປກໍເອົາສິ່ງໃດຕິດໂຕໄປບໍ່ໄດ້. 8 ແຕ່ຖ້າພວກເຮົາມີອາຫານ ແລະ ເຄື່ອງນຸ່ງຫົ່ມກໍໃຫ້ພວກເຮົາພໍໃຈກັບສິ່ງເຫລົ່ານັ້ນ. 9 ບັນດາຄົນທີ່ຢາກໄດ້ຄວາມຮັ່ງມີກໍຕົກຢູ່ໃນການລໍ້ລວງ ແລະ ຕົກໃນບ້ວງແຮ້ວຂອງຄວາມປາຖະໜາທີ່ໂງ່ຈ້າ ແລະ ອັນຕະລາຍຫລາຍຢ່າງທີ່ດຶງມະນຸດລົງສູ່ຄວາມຈິບຫາຍ ແລະ ການທຳລາຍ. 10 ເພາະວ່າການຮັກເງິນເປັນຮາກເຫງົ້າຂອງຄວາມຊົ່ວທຸກຢ່າງ. ເພາະການເຫັນແກ່ເງິນນີ້ແຫລະບາງຄົນຈຶ່ງຫລົງອອກໄປຈາກຄວາມເຊື່ອ ແລະ ແທງຕົນເອງດ້ວຍຄວາມເຈັບປວດຫລາຍຢ່າງ. ຄຳຮຽກຮ້ອງຄັ້ງສຸດທ້າຍ 11 ສ່ວນເຈົ້າຜູ້ເປັນຄົນຂອງພຣະເຈົ້າ, ຈົ່ງຫລີກໜີຈາກສິ່ງເຫລົ່ານີ້ທັງໝົດ ແລະ ໄຝ່ຫາຄວາມຊອບທຳ, ທາງຂອງພຣະເຈົ້າ, ຄວາມເຊື່ອ, ຄວາມຮັກ, ຄວາມອົດທົນ ແລະ ຄວາມສຸພາບອ່ອນຫວານ. 12 ຈົ່ງຕໍ່ສູ້ຢ່າງເຂັ້ມແຂງເພື່ອຄວາມເຊື່ອນີ້. ຈົ່ງຢຶດໝັ້ນຊີວິດນິລັນດອນທີ່ໄດ້ເອີ້ນເອົາເຈົ້າເມື່ອເຈົ້າປະກາດຕົນຮັບເຊື່ອຕໍ່ໜ້າພະຍານຫລາຍຄົນ. 13 ໃນຕໍ່ໜ້າພຣະເຈົ້າ ຜູ້ໃຫ້ຊີວິດແກ່ທຸກສິ່ງ ແລະ ຕໍ່ໜ້າພຣະຄຣິດເຈົ້າເຢຊູ ຜູ້ປະກາດຄວາມເຊື່ອຢ່າງໜັກແໜ້ນຂະນະທີ່ເປັນພະຍານຕໍ່ປົນທຽວປີລາດ, ເຮົາຮຽກຮ້ອງເຈົ້າ 14 ໃຫ້ຢຶດຖືຄຳສັ່ງນີ້ໄວ້ບໍ່ໃຫ້ມີຂໍ້ບົກຜ່ອງ ຫລື ບໍ່ມີຕຳໜິຈົນກວ່າພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາຈະມາປາກົດ, 15 ເຊິ່ງພຣະເຈົ້າຈະໃຫ້ການມາປາກົດເປັນໄປໃນເວລາຂອງພຣະອົງ, ພຣະເຈົ້າຜູ້ເປັນທີ່ສັນລະເສີນ ແລະ ເປັນຜູ້ຄອບຄອງແຕ່ພຽງອົງດຽວ, ເປັນກະສັດເໜືອກະສັດທັງຫລາຍ ແລະ ເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ, 16 ອົງດຽວທີ່ເປັນອະມະຕະ ແລະ ດຳລົງຢູ່ໃນຄວາມສະຫວ່າງອັນບໍ່ສາມາດເຂົ້າໄປເຖິງໄດ້, ເປັນອົງທີ່ບໍ່ມີຜູ້ໃດເຄີຍເຫັນ ຫລື ສາມາດເຫັນພຣະອົງໄດ້. ຂໍໃຫ້ກຽດ ແລະ ລິດທານຸພາບຈົ່ງມີແກ່ພຣະອົງຕະຫລອດໄປນິລັນດອນ. ອາແມນ. 17 ຈົ່ງສັ່ງບັນດາຜູ້ທີ່ຮັ່ງມີໃນໂລກປັດຈຸບັນນີ້ບໍ່ໃຫ້ຈອງຫອງ ຫລື ມອບຄວາມຫວັງໄວ້ກັບຊັບສົມບັດ ເຊິ່ງເປັນສິ່ງທີ່ບໍ່ແນ່ນອນ, ແຕ່ໃຫ້ມອບຄວາມຫວັງຂອງພວກເຂົາໄວ້ໃນພຣະເຈົ້າຜູ້ຈັດຕຽມທຸກສິ່ງໃຫ້ພວກເຮົາຢ່າງບໍລິບູນເພື່ອຄວາມປິຕິຍິນດີຂອງພວກເຮົາ. 18 ຈົ່ງສັ່ງພວກເຂົາເຫລົ່ານັ້ນໃຫ້ເຮັດຄວາມດີ, ຮັ່ງມີໃນການເຮັດຄວາມດີ ແລະ ໃຫ້ມີໃຈເອື້ອເຟື້ອເພື່ອແຜ່ ແລະ ເຕັມໃຈທີ່ຈະແບ່ງປັນ. 19 ການເຮັດເຊັ່ນນີ້ພວກເຂົາຈະສະສົມຊັບສົມບັດໄວ້ໃຫ້ຕົນເອງ ເຊິ່ງເປັນຮາກຖານໝັ້ນຄົງສຳລັບຍຸກໜ້າ, ເພື່ອວ່າພວກເຂົາຈະໄດ້ຢຶດເອົາຊີວິດທີ່ເປັນຊີວິດແທ້ຈິງ. 20 ຕີໂມທຽວເອີຍ, ຈົ່ງເບິ່ງແຍງຮັກສາສິ່ງທີ່ໄດ້ຮັບມອບໝາຍໃຫ້ເຈົ້າດູແລ. ຈົ່ງຫັນໜີຈາກການເວົ້າທີ່ບໍ່ເປັນປະໂຫຍດ ແລະ ຄວາມຄິດຂັດແຍ້ງທີ່ເຫັນຜິດວ່າເປັນຄວາມຮູ້, 21 ເຊິ່ງມີບາງຄົນຮັບເອົາໄວ້ ຈຶ່ງໄດ້ຫລົງໄປຈາກຄວາມເຊື່ອ. ຂໍໃຫ້ພຣະຄຸນຈົ່ງດຳລົງຢູ່ກັບພວກເຈົ້າທັງຫລາຍ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.