1 ຕີໂມທຽວ 5 - ພຣະຄຳພີລາວສະບັບສະໄໝໃໝ່ຄຳແນະນຳກ່ຽວກັບແມ່ໝ້າຍ, ຜູ້ອາວຸໂສ ແລະ ຂ້າທາດ 1 ຢ່າຕຳໜິຊາຍຜູ້ອາວຸໂສຢ່າງຮຸນແຮງ, ແຕ່ຈົ່ງຂໍຮ້ອງເພິ່ນເໝືອນດັ່ງເພິ່ນເປັນພໍ່ຂອງເຈົ້າ. ຈົ່ງປະຕິບັດຕໍ່ຊາຍໜຸ່ມທີ່ອາຍຸອ່ອນກວ່າເໝືອນດັ່ງເປັນນ້ອງຊາຍ, 2 ຕໍ່ແມ່ຍິງຜູ້ອາວຸໂສເໝືອນດັ່ງເພິ່ນເປັນແມ່ ແລະ ຕໍ່ຍິງໜຸ່ມທີ່ມີອາຍຸອ່ອນກວ່າເໝືອນດັ່ງເປັນນ້ອງສາວດ້ວຍຄວາມບໍລິສຸດຢ່າງແທ້ຈິງ. 3 ຈົ່ງນັບຖືເອົາໃຈໃສ່ພວກແມ່ໝ້າຍຜູ້ທີ່ຂັດສົນຕາມສົມຄວນ. 4 ແຕ່ຖ້າແມ່ໝ້າຍຄົນໃດມີລູກ ຫລື ຫລານ ກ່ອນອື່ນໝົດຈະຕ້ອງໃຫ້ລູກຫລານເຫລົ່ານັ້ນໄດ້ຮຽນຮູ້ປະຕິບັດຕາມຫລັກຂອງສາສະໜາໂດຍການເອົາໃຈໃສ່ເບິ່ງແຍງຄອບຄົວຂອງຕົນເອງອັນເປັນການຕອບແທນແກ່ພໍ່ແມ່ ແລະ ພໍ່ຕູ້ແມ່ຕູ້, ເພາະການເຮັດເຊັ່ນນີ້ເປັນທີ່ພໍໃຈພຣະເຈົ້າ. 5 ແມ່ໝ້າຍຜູ້ທີ່ຂັດສົນແທ້ໆ ແລະ ຖືກປະໃຫ້ຢູ່ຄົນດຽວນັ້ນກໍໃຫ້ລາວຕັ້ງຄວາມຫວັງໄວ້ໃນພຣະເຈົ້າ ແລະ ສືບຕໍ່ອະທິຖານ ແລະ ຮ້ອງຂໍຕໍ່ພຣະເຈົ້າທັງກາງເວັນ ແລະ ກາງຄືນໃຫ້ຊ່ວຍເຫລືອ. 6 ແຕ່ແມ່ໝ້າຍທີ່ດຳເນີນຊີວິດຢູ່ເພື່ອຫາຄວາມສະໜຸກສະໜານນັ້ນກໍຕາຍແລ້ວທັງເປັນ. 7 ຈົ່ງສັ່ງສອນຄົນທັງຫລາຍເຖິງສິ່ງເຫລົ່ານີ້ດ້ວຍ, ເພື່ອວ່າຈະບໍ່ມີຜູ້ໃດຖືກຕຳໜິໄດ້. 8 ຖ້າຜູ້ໃດບໍ່ອຸດໜູນລ້ຽງດູຍາດພີ່ນ້ອງຂອງຕົນໂດຍສະເພາະຄົນໃນຄອບຄົວຂອງຕົນເອງ ຜູ້ນັ້ນກໍໄດ້ປະຕິເສດຄວາມເຊື່ອແລ້ວ ແລະ ຮ້າຍກວ່າຄົນທີ່ບໍ່ເຊື່ອອີກ. 9 ຢ່າບັນທຶກຊື່ແມ່ໝ້າຍຄົນໃດລົງໃນທະບຽນຂອງພວກແມ່ໝ້າຍ ເວັ້ນໄວ້ແຕ່ນາງຈະມີອາຍຸເກີນຫົກສິບປີ ແລະ ສັດຊື່ຕໍ່ຜົວຂອງນາງ 10 ແລະ ເປັນຜູ້ທີ່ມີຊື່ສຽງໃນການເຮັດຄວາມດີ, ເຊັ່ນວ່າລ້ຽງດູລູກໆ, ມີນ້ຳໃຈຕ້ອນຮັບແຂກ, ລ້າງຕີນໃຫ້ບັນດາຄົນຂອງພຣະເຈົ້າ, ຊ່ວຍເຫລືອບັນດາຜູ້ທີ່ຍາກຈົນ ແລະ ອຸທິດຕົນເອງໃນການເຮັດດີທຸກຢ່າງ. 11 ສ່ວນພວກແມ່ໝ້າຍທີ່ຍັງໜຸ່ມຢູ່ນັ້ນ ຢ່າບັນທຶກພວກເຂົາລົງໃນທະບຽນ, ເພາະເມື່ອຄວາມປາຖະໜາທາງຮ່າງກາຍຂອງພວກເຂົາເອົາຊະນະການອຸທິດຕົນຂອງພວກເຂົາແກ່ພຣະຄຣິດເຈົ້ານັ້ນ, ພວກເຂົາກໍຢາກແຕ່ງງານອີກ. 12 ອັນເປັນເຫດໃຫ້ພວກເຮົາຖືກພິພາກສາເພາະລະເມີດຄຳປະຕິຍານຂອງຕົນທີ່ໃຫ້ໄວ້ແຕ່ທຳອິດ. 13 ນອກຈາກນີ້ ພວກເຂົາຈະມີນິໄສຂີ້ຄ້ານທຽວໄປເຮືອນນັ້ນເຮືອນນີ້ ແລະ ບໍ່ພຽງແຕ່ພວກເຂົາກາຍເປັນຄົນຂີ້ຄ້ານເທົ່ານັ້ນແຕ່ຍັງມັກເວົ້າຂວັນນິນທາ ແລະ ມັກຫຍຸ້ງເລື່ອງຄົນອື່ນ ເວົ້າສິ່ງທີ່ບໍ່ຄວນເວົ້າ. 14 ດັ່ງນັ້ນ ເຮົາຈຶ່ງຂໍແນະນຳບັນດາແມ່ໝ້າຍໜຸ່ມໃຫ້ແຕ່ງງານ, ໃຫ້ມີລູກ, ໃຫ້ເບິ່ງແຍງເຮືອນຂອງຕົນ ແລະ ເພື່ອບໍ່ໃຫ້ສັດຕູມີໂອກາດໃສ່ຮ້າຍປ້າຍສີໄດ້. 15 ແທ້ຈິງແລ້ວກໍມີແມ່ໝ້າຍບາງຄົນໄດ້ຫລົງຕິດຕາມມານຊາຕານໄປແລ້ວ. 16 ຖ້າແມ່ຍິງຄົນໃດທີ່ເປັນຜູ້ທີ່ເຊື່ອມີແມ່ໝ້າຍຢູ່ໃນການເບິ່ງແຍງຂອງນາງ ນາງກໍຄວນສືບຕໍ່ຊ່ວຍເຫລືອພວກເຂົາ ແລະ ຢ່າປ່ອຍພວກເຂົາໃຫ້ເປັນພາລະຂອງຄຣິສຕະຈັກ, ເພື່ອວ່າຄຣິສຕະຈັກຈະສາມາດຊ່ວຍເຫລືອບັນດາແມ່ໝ້າຍຜູ້ທີ່ຂັດສົນແທ້ໆ. 17 ພວກຜູ້ປົກຄອງທີ່ບໍລິຫານກິດຈະການຂອງຄຣິສຕະຈັກໄດ້ດີກໍສົມຄວນໄດ້ຮັບກຽດເປັນສອງເທົ່າ, ໂດຍສະເພາະບັນດາຜູ້ທີ່ເຮັດໜ້າທີ່ເທດສະໜາ ແລະ ສັ່ງສອນ. 18 ເພາະພຣະຄຳພີກ່າວວ່າ, “ຢ່າເອົາປອກສຸບໃສ່ປາກງົວໃນຂະນະທີ່ມັນກຳລັງນວດເມັດພືດຢູ່” ແລະ “ຄົນງານກໍສົມຄວນໄດ້ຮັບຄ່າຈ້າງຂອງຕົນ”. 19 ຢ່າຮັບເອົາຄຳກ່າວຫາໃສ່ຜູ້ປົກຄອງຄົນໃດເວັ້ນແຕ່ຈະມີພະຍານສອງ ຫລື ສາມຄົນ. 20 ແຕ່ບັນດາຜູ້ປົກຄອງຜູ້ທີ່ເຮັດບາບນັ້ນເຈົ້າຈົ່ງກ່າວຕັກເຕືອນຕໍ່ໜ້າຄົນທັງຫລາຍ, ເພື່ອວ່າຄົນອື່ນໆຈະໄດ້ລະວັງ. 21 ເຮົາຮຽກຮ້ອງເຈົ້າຕໍ່ໜ້າພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູ ແລະ ຕໍ່ໜ້າບັນດາເທວະດາທີ່ໄດ້ເລືອກໄວ້, ໃຫ້ຢຶດຖືຄຳແນະນຳເຫລົ່ານີ້ໂດຍບໍ່ລຳອຽງ ແລະ ຢ່າເຮັດສິ່ງໃດດ້ວຍຄວາມລໍາອຽງ. 22 ຢ່າຟ້າວວາງມືໃສ່ຜູ້ໃດ, ແລະ ຢ່າມີສ່ວນຮ່ວມໃນຄວາມບາບຂອງຄົນອື່ນ. ຈົ່ງຮັກສາຕົນເອງໃຫ້ບໍລິສຸດ. 23 ຕັ້ງແຕ່ນີ້ໄປ ຢ່າດື່ມແຕ່ນ້ຳ, ຈົ່ງປົນເຫລົ້າອະງຸ່ນເລັກນ້ອຍ ເພາະຍ້ອນກະເພາະອາຫານຂອງເຈົ້າ ແລະ ຄວາມເຈັບປ່ວຍທີ່ເຈົ້າເປັນຢູ່ເລື້ອຍໆນັ້ນ. 24 ຄວາມບາບຂອງບາງຄົນກໍປາກົດແຈ້ງນຳໜ້າພວກເຂົາໄປສູ່ສະຖານທີ່ແຫ່ງການພິພາກສາ, ສ່ວນຄວາມບາບຂອງບາງຄົນກໍຕາມພວກເຂົາມາໃນພາຍຫລັງ. 25 ໃນທຳນອງດຽວກັນນັ້ນ ການເຮັດດີຍ່ອມປາກົດແຈ້ງ ແລະ ເຖິງແມ່ນວ່າການເຫລົ່ານັ້ນບໍ່ປາກົດແຈ້ງກໍບໍ່ສາມາດເຊື່ອງໄວ້ໄດ້ຕະລອດໄປ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.