1 ຕີໂມທຽວ 4 - ພຣະຄຳພີລາວສະບັບສະໄໝໃໝ່ໂປໂລກ່າວຢ້ຳຕີໂມທຽວ 1 ພຣະວິນຍານກ່າວໄວ້ຢ່າງຈະແຈ້ງແລ້ວວ່າ ໃນພາຍຫລັງມາຈະມີບາງຄົນປະຖິ້ມຄວາມເຊື່ອແລ້ວໄປຕິດຕາມວິນຍານຫລອກລວງ ແລະ ສິ່ງຕ່າງໆທີ່ສອນໂດຍພວກຜີມານຮ້າຍ. 2 ການສັ່ງສອນດັ່ງກ່າວແມ່ນມາທາງບັນດາຄົນຂີ້ຕົວະທີ່ໜ້າຊື່ໃຈຄົດ, ຜູ້ທີ່ມີຈິດສຳນຶກທີ່ຕາຍດ້ານ. 3 ພວກເຂົາຫ້າມຄົນທັງຫລາຍແຕ່ງງານ ແລະ ສັ່ງໃຫ້ລະເວັ້ນອາຫານບາງຊະນິດທີ່ພຣະເຈົ້າໄດ້ສ້າງໄວ້ເພື່ອຈະໄດ້ຮັບການໂມທະນາຂອບພຣະຄຸນຈາກບັນດາຜູ້ທີ່ເຊື່ອ ແລະ ຜູ້ທີ່ຮູ້ຈັກຄວາມຈິງ. 4 ເພາະທຸກສິ່ງທີ່ພຣະເຈົ້າສ້າງນັ້ນດີ ແລະ ບໍ່ມີສິ່ງໃດເປັນຂອງຕ້ອງຫ້າມເລີຍຖ້າຮັບເອົາດ້ວຍການໂມທະນາຂອບພຣະຄຸນ, 5 ເພາະວ່າສິ່ງເຫລົ່ານີ້ໄດ້ຜ່ານການຊຳລະແລ້ວດ້ວຍພຣະຄຳຂອງພຣະເຈົ້າ ແລະ ດ້ວຍຄຳອະທິຖານ. 6 ຖ້າເຈົ້າຫາກຊີ້ແຈງສິ່ງເຫລົ່ານີ້ແກ່ພວກພີ່ນ້ອງທັງຫລາຍທີ່ເຊື່ອແລ້ວ, ເຈົ້າກໍຈະເປັນຜູ້ຮັບໃຊ້ທີ່ດີຂອງພຣະຄຣິດເຈົ້າເຢຊູ ເຊິ່ງໄດ້ຮັບການບຳລຸງລ້ຽງໃນຄວາມຈິງແຫ່ງຄວາມເຊື່ອ ແລະ ຫລັກຄຳສອນອັນດີທີ່ເຈົ້າໄດ້ປະຕິບັດຕາມ. 7 ຢ່າໄປກ່ຽວຂ້ອງກັບນິຍາຍອັນໄຮ້ສາລະ ແລະ ນິທານຂີ້ຕົວະຕ່າງໆ ຈົ່ງຝຶກຝົນຕົນເອງໃນທາງຂອງພຣະເຈົ້າກໍດີກວ່າ. 8 ການຝຶກຝົນທາງກາຍນັ້ນມີຄຸນຄ່າຢູ່ສ່ວນໜຶ່ງ ແຕ່ຝຶກຝົນໃນທາງຂອງພຣະເຈົ້າກໍມີຄຸນຄ່າໃນທຸກດ້ານ, ເພາະຮັກສາສັນຍາໄວ້ທັງສຳລັບຊີວິດປັດຈຸບັນ ແລະ ຊີວິດໃນເບື້ອງໜ້າດ້ວຍ. 9 ນີ້ເປັນຄຳກ່າວທີ່ເຊື່ອຖືໄດ້ທີ່ຄວນຈະຮັບໄວ້ໂດຍບໍ່ມີຂໍ້ສົງໄສ. 10 ດ້ວຍເຫດນີ້ທີ່ພວກເຮົາເຮັດວຽກງານໜັກ ແລະ ອົດທົນສູ້ກໍເພາະພວກເຮົາໄດ້ມອບຄວາມຫວັງໄວ້ໃນພຣະເຈົ້າຜູ້ມີຊີວິດຢູ່, ຜູ້ເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງມະນຸດທຸກຄົນ ແລະ ໂດຍສະເພາະບັນດາຜູ້ທີ່ເຊື່ອ. 11 ຈົ່ງແນະນຳ ແລະ ສັ່ງສອນສິ່ງເຫລົ່ານີ້. 12 ຢ່າໃຫ້ຜູ້ໃດດູຖູກເຈົ້າຍ້ອນເຈົ້າຍັງໜຸ່ມ, ແຕ່ຈົ່ງເປັນແບບຢ່າງຕໍ່ຜູ້ທີ່ເຊື່ອທັງຫລາຍໃນດ້ານວາຈາ, ການປະພຶດ, ຄວາມຮັກ, ຄວາມເຊື່ອ ແລະ ຄວາມບໍລິສຸດ. 13 ຈົ່ງອຸທິດຕົນເອງໃນການອ່ານພຣະຄຳພີໃນທີ່ປະຊຸມ, ໃນການເທດສະໜາ ແລະ ໃນການສັ່ງສອນຈົນກວ່າເຮົາຈະມາ. 14 ຢ່າລະເລີຍຕໍ່ຂອງປະທານຂອງເຈົ້າ ເຊິ່ງມອບໃຫ້ແກ່ເຈົ້າຜ່ານຄຳທຳນວາຍເມື່ອຄະນະຜູ້ປົກຄອງໄດ້ວາງມືຂອງພວກເພິ່ນລົງໃສ່ເຈົ້າ. 15 ຈົ່ງໝັ່ນພາກພຽນໃນສິ່ງເຫລົ່ານີ້ ທຸ້ມເທຕົນເອງທັງໝົດໃຫ້ກັບສິ່ງເຫລົ່ານີ້ ເພື່ອວ່າທຸກຄົນຈະເຫັນຄວາມກ້າວໜ້າຂອງເຈົ້າ. 16 ຈົ່ງເອົາໃຈໃສ່ເບິ່ງແຍງຊີວິດ ແລະ ຄຳສອນຂອງເຈົ້າຢ່າງໃກ້ຊິດ. ຈົ່ງບາກບັ່ນໃນສິ່ງເຫລົ່ານີ້, ເພາະຖ້າເຮັດເຊັ່ນນັ້ນແລ້ວ, ເຈົ້າຈະຊ່ວຍທັງຕົນເອງ ແລະ ຜູ້ທີ່ຟັງເຈົ້າໃຫ້ພົ້ນໄດ້. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.