Biblia Todo Logo
Bìoball air-loidhne

- Sanasan -

1 ຕີໂມທຽວ 2 - ພຣະຄຳພີລາວສະບັບສະໄໝໃໝ່


ຄຳແນະນຳ​ກ່ຽວກັບ​ການນະມັດສະການ

1 ດັ່ງນັ້ນ, ກ່ອນອື່ນໝົດ​ເຮົາ​ຈຶ່ງ​ຂໍຮ້ອງ​ໃຫ້​ທູນຂໍ, ອະທິຖານ, ອ້ອນວອນ ແລະ ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ເພື່ອ​ຄົນ​ທັງປວງ,

2 ເພື່ອ​ກະສັດ​ທັງຫລາຍ ແລະ ບັນດາ​ຜູ້​ມີ​ອຳນາດ​ທັງໝົດ, ເພື່ອ​ວ່າ​ພວກເຮົາ​ທັງຫລາຍ​ຈະ​ໄດ້​ຢູ່​ຢ່າງ​ສະຫງົບສຸກ ແລະ ດຳເນີນຊີວິດ​ຢ່າງ​ງຽບໆ​ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ ແລະ ໃນ​ຄວາມບໍລິສຸດ​ທຸກຢ່າງ.

3 ການກະທຳ​ເຊັ່ນ​ນີ້​ເປັນ​ສິ່ງ​ທີ່​ດີ ແລະ ເປັນ​ທີ່​ພໍໃຈ​ພຣະເຈົ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,

4 ຜູ້​ປະສົງ​ໃຫ້​ທຸກຄົນ​ໄດ້​ຮັບ​ຄວາມພົ້ນ ແລະ ໄດ້​ມາ​ຮູ້ຈັກ​ຄວາມຈິງ.

5 ດ້ວຍວ່າ ມີ​ພຣະເຈົ້າ​ອົງ​ດຽວ ແລະ ມີ​ຜູ້ກາງ​ແຕ່​ຜູ້​ດຽວ​ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ, ຄື​ພຣະຄຣິດເຈົ້າເຢຊູ​ຜູ້​ເປັນ​ມະນຸດ,

6 ຜູ້​ສະຫລະ​ພຣະອົງ​ເອງ​ເພື່ອ​ເປັນ​ຄ່າໄຖ່ບາບ​ສຳລັບ​ມະນຸດ​ທັງປວງ. ເຊິ່ງ​ບັດນີ້​ໄດ້​ເປັນ​ພະຍານ​ແລ້ວ​ໃນ​ເວລາ​ທີ່​ເໝາະສົມ.

7 ແລະ ເພື່ອ​ຈຸດປະສົງ​ນີ້ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປະກາດ ແລະ ເປັນ​ອັກຄະສາວົກ, ເຮົາ​ກຳລັງ​ເວົ້າ​ຄວາມຈິງ, ເຮົາ​ບໍ່​ໄດ້​ເວົ້າ​ຕົວະ ແລະ ເຮົາ​ເປັນ​ຄູສອນ​ທີ່​ແທ້ຈິງ ແລະ ສັດຊື່​ຂອງ​ບັນດາ​ຄົນຕ່າງຊາດ.

8 ເຫດສະນັ້ນ ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທີ່​ຢູ່​ທົ່ວທຸກບ່ອນ​ອະທິຖານ, ຍົກ​ມື​ອັນ​ບໍລິສຸດ​ຂຶ້ນ​ໂດຍ​ປາດສະຈາກ​ຄວາມໃຈຮ້າຍ ຫລື ການຜິດຖຽງ​ກັນ.

9 ເຮົາ​ຍັງ​ຢາກ​ໃຫ້​ແມ່ຍິງ​ແຕ່ງໂຕ​ສຸພາບ, ດ້ວຍ​ຄວາມສຸພາບຮຽບຮ້ອຍ ແລະ ເໝາະສົມ, ບໍ່​ແມ່ນ​ປະດັບ​ຕົນເອງ​ດ້ວຍ​ຊົງຜົມ​ທີ່​ປານີດ ຫລື ດ້ວຍ​ຄຳ ຫລື ດ້ວຍ​ໄຂ່ມຸກ ຫລື ດ້ວຍ​ເຄື່ອງນຸ່ງ​ລາຄາ​ແພງ,

10 ແຕ່​ດ້ວຍ​ການກະທຳ​ທີ່​ດີ ເຊິ່ງ​ເໝາະສົມ​ກັບ​ແມ່ຍິງ​ຜູ້​ທີ່​ປະກາດ​ຕົນ​ວ່າ​ນະມັດສະການ​ພຣະເຈົ້າ.

11 ແມ່ຍິງ​ຄວນ​ຮຽນຮູ້​ຢ່າງ​ງຽບໆ ແລະ ຍອມຈໍານົນ​ທຸກ​ປະການ.

12 ເຮົາ​ບໍ່​ອະນຸຍາດ​ໃຫ້​ແມ່ຍິງ​ສັ່ງສອນ ຫລື ມີ​ສິດອຳນາດ​ເໜືອ​ຜູ້ຊາຍ ແຕ່​ໃຫ້​ນາງ​ມິດງຽບ​ຢູ່.

13 ເພາະ​ພຣະເຈົ້າ​ສ້າງ​ອາດາມ​ກ່ອນ ຫລັງຈາກນັ້ນ​ຈຶ່ງ​ສ້າງ​ເອວາ.

14 ແລະ ອາດາມ​ບໍ່​ໄດ້​ຖືກ​ຫລອກລວງ, ແຕ່​ແມ່ນ​ແມ່ຍິງ​ນັ້ນ​ທີ່​ຖືກ​ຫລອກລວງ ແລະ ກາຍເປັນ​ຄົນບາບ.

15 ແຕ່​ແມ່ຍິງ​ກໍ​ຈະ​ພົ້ນ​ໄດ້​ໂດຍ​ການເກີດລູກ ຖ້າ​ພວກເຂົາ​ຫາກ​ຍັງ​ດຳເນີນ​ຢູ່​ໃນ​ຄວາມເຊື່ອ, ຄວາມຮັກ ແລະ ຄວາມບໍລິສຸດ​ດ້ວຍ​ຄວາມເໝາະສົມ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan