Biblia Todo Logo
Bìoball air-loidhne

- Sanasan -

1 ຕີໂມທຽວ 1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ໂດຍ​ຄຳສັ່ງ​ຂອງ​ພຣະເຈົ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລະ ຂອງ​ພຣະຄຣິດເຈົ້າເຢຊູ​ຜູ້​ເປັນ​ຄວາມຫວັງ​ຂອງ​ພວກເຮົາ,

2 ເຖິງ​ຕີໂມທຽວ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມີ​ແກ່​ເຈົ້າ.


ຕີໂມທຽວ​ຖືກ​ກ່າວຫາ​ວ່າ​ຕໍ່ຕ້ານ​ຄູສອນປອມ

3 ຕາມ​ທີ່​ເຮົາ​ໄດ້​ຂໍຮ້ອງ​ເຈົ້າ​ເມື່ອ​ເຮົາ​ໄປ​ຍັງ​ແຂວງ​ມາເກໂດເນຍ​ວ່າ, ໃຫ້​ເຈົ້າ​ຢູ່​ທີ່​ເອເຟໂຊ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ສັ່ງ​ບາງຄົນ​ບໍ່​ໃຫ້​ສອນ​ຫລັກຂໍ້ເຊື່ອ​ທີ່​ຜິດ​ອີກ​ຕໍ່ໄປ

4 ທັງ​ບໍ່​ໃຫ້​ໝົກໝົ້ນ​ຕົນເອງ​ຢູ່​ກັບ​ນິຍາຍ​ຕ່າງໆ ແລະ ເຊື້ອສາຍ​ອັນ​ບໍ່​ຮູ້​ສິ້ນສຸດ. ເຊິ່ງ​ເປັນ​ການ​ຄາດຄະເນ​ໄປ​ຫລາຍ​ກວ່າ​ຈະ​ສົ່ງເສີມ​ກິດຈະການ​ຂອງ​ພຣະເຈົ້າ​ໂດຍ​ຄວາມເຊື່ອ.

5 ເປົ້າໝາຍ​ຂອງ​ຄຳສັ່ງ​ນີ້​ຄື​ຄວາມຮັກ ເຊິ່ງ​ມາ​ຈາກ​ໃຈ​ບໍລິສຸດ, ຈາກ​ຈິດສຳນຶກ​ທີ່​ດີ ແລະ ຈາກ​ຄວາມເຊື່ອ​ຢ່າງ​ຈິງໃຈ.

6 ມີ​ບາງຄົນ​ໄດ້​ຫລົງເສຍໄປ​ຈາກ​ສິ່ງ​ເຫລົ່ານີ້ ແລະ ຫັນ​ໄປ​ເວົ້າ​ແບບ​ໄຮ້ສາລະ.

7 ພວກເຂົາ​ຢາກ​ຈະ​ເປັນ​ຄູສອນກົດບັນຍັດ​ໂດຍ​ທີ່​ບໍ່​ຮູ້​ວ່າ​ຕົນເອງ​ກຳລັງ​ເວົ້າ​ອັນໃດ ຫລື ຢືນຢັນ​ຢ່າງ​ໜັກແໜ້ນ​ເຖິງ​ເລື່ອງ​ອັນໃດ.

8 ພວກເຮົາ​ຮູ້​ຢູ່​ວ່າ​ກົດບັນຍັດ​ນັ້ນ​ດີ​ຖ້າ​ນຳໄປ​ໃຊ້​ໃນ​ທາງ​ທີ່​ຖືກຕ້ອງ.

9 ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ກົດບັນຍັດ​ບໍ່​ໄດ້​ມີ​ເພື່ອ​ຜູ້ຊອບທຳ ແຕ່​ມີ​ເພື່ອ​ຄົນ​ທີ່​ລະເມີດ​ກົດ ແລະ ຄົນ​ທີ່​ກະບົດ, ຄົນອະທຳ ແລະ ຄົນບາບ, ຄົນ​ບໍ່​ບໍລິສຸດ ແລະ ຄົນ​ທີ່​ບໍ່​ເຊື່ອ​ພຣະເຈົ້າ, ຄົນ​ຂ້າ​ພໍ່​ຂ້າ​ແມ່, ຄົນ​ຂ້າ​ຄົນ,

10 ຄົນ​ຜິດສິນທຳທາງເພດ ແລະ ບັນດາ​ຄົນຮັກຮ່ວມເພດ, ຄົນຄ້າຂາຍຂ້າທາດ​ກັບ​ຄົນຂີ້ຕົວະ ແລະ ຄົນ​ໃຫ້​ຄຳພະຍານ​ບໍ່​ຈິງ ແລະ ສິ່ງ​ອື່ນ​ອີກ​ທີ່​ຂັດ​ກັບ​ຄຳສອນ​ອັນ​ມີ​ຫລັກ.

11 ເຊິ່ງ​ສອດຄ່ອງ​ກັບ​ຂ່າວປະເສີດ​ອັນ​ຮຸ່ງເຮືອງ​ຂອງ​ພຣະເຈົ້າ​ຜູ້​ເປັນ​ທີ່​ສັນລະເສີນ, ຄື​ຂ່າວປະເສີດ​ທີ່​ພຣະອົງ​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ​ນີ້.


ພຣະຄຸນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕໍ່​ໂປໂລ

12 ເຮົາ​ຂອບພຣະຄຸນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ຜູ້​ໃຫ້​ກຳລັງ​ແກ່​ເຮົາ, ເພາະ​ພຣະອົງ​ເຫັນ​ວ່າ​ເຮົາ​ສັດຊື່​ຈຶ່ງ​ແຕ່ງຕັ້ງ​ເຮົາ​ໃຫ້​ຮັບໃຊ້​ພຣະອົງ.

13 ເຖິງແມ່ນວ່າ​ຄັ້ງ​ໜຶ່ງ​ເຮົາ​ເຄີຍ​ເປັນ​ຜູ້​ໝິ່ນປະໝາດ​ພຣະອົງ, ເປັນ​ຜູ້ຂົ່ມເຫັງ ແລະ ເປັນ​ຜູ້​ໃຊ້​ຄວາມຮຸນແຮງ, ແຕ່​ພຣະອົງ​ເມດຕາ​ເຮົາ​ເພາະ​ເຮົາ​ໄດ້​ເຮັດ​ໄປ​ດ້ວຍ​ຄວາມບໍ່ຮູ້ ແລະ ບໍ່ເຊື່ອ.

14 ພຣະຄຸນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້​ຖອກເທ​ລົງ​ມາ​ເທິງ​ເຮົາ​ຢ່າງ​ລົ້ນເຫລືອ ພ້ອມ​ດ້ວຍ​ຄວາມເຊື່ອ ແລະ ຄວາມຮັກ​ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ.

15 ນີ້​ເປັນ​ຄຳກ່າວ​ທີ່​ໜ້າເຊື່ອຖື ເຊິ່ງ​ສົມຄວນ​ແກ່​ການ​ຍອມຮັບ​ໂດຍ​ບໍ່​ມີ​ຂໍ້ສົງໄສ​ຄື: ພຣະຄຣິດເຈົ້າເຢຊູ​ໄດ້​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຊ່ວຍ​ຄົນບາບ​ທັງຫລາຍ​ໃຫ້​ລອດພົ້ນ ແລະ ໃນ​ບັນດາ​ຄົນບາບ​ເຫລົ່ານັ້ນ​ເຮົາ​ເປັນ​ຄົນຊົ່ວ​ທີ່ສຸດ.

16 ແຕ່​ເປັນຍ້ອນ​ເຫດຜົນ​ນີ້​ເອງ​ຈຶ່ງ​ເມດຕາ​ເຮົາ​ຜູ້​ເປັນ​ຄົນຊົ່ວ​ທີ່ສຸດ​ໃນ​ບັນດາ​ຄົນບາບ, ເພື່ອ​ພຣະຄຣິດເຈົ້າເຢຊູ​ຈະ​ໄດ້​ສະແດງ​ຄວາມອົດທົນ​ອັນ​ມະຫາສານ​ຂອງ​ພຣະອົງ​ໃຫ້​ເປັນ​ຕົວຢ່າງ​ແກ່​ຄົນ​ທັງປວງ​ທີ່​ຈະ​ເຊື່ອ​ໃນ​ພຣະອົງ ແລະ ຮັບເອົາ​ຊີວິດ​ນິລັນດອນ.

17 ບັດນີ້ ຂໍ​ໃຫ້​ກຽດຕິຍົດ ແລະ ສະຫງ່າລາສີ​ຈົ່ງ​ມີ​ແກ່​ອົງ​ກະສັດ​ຜູ້​ເປັນ​ນິລັນດອນ, ຜູ້​ເປັນ​ອົງ​ອະມະຕະ, ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ, ຜູ້​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ​ເທົ່ານັ້ນ​ຕະຫລອດໄປ​ເປັນນິດ. ອາແມນ.


ຂໍ້ກ່າວຫາ​ຕໍ່​ຕີໂມທຽວ​ໄດ້​ຖືກ​ປ່ຽນ​ໃໝ່

18 ຕີໂມທຽວ​ລູກຊາຍ​ຂອງ​ເຮົາ, ທີ່​ເຮົາ​ກຳລັງ​ສັ່ງ​ເຈົ້າ​ຢ່າງ​ນີ້ ກໍ​ສອດຄ່ອງ​ກັບ​ຄຳ​ເຜີຍ​ພຣະຄຳ​ທີ່​ເຄີຍ​ກ່າວ​ໄວ້​ກ່ຽວກັບ​ເຈົ້າ, ເພື່ອ​ວ່າ​ເມື່ອ​ເຈົ້າ​ລະນຶກ​ເຖິງ​ຄຳ​ເຫລົ່ານັ້ນ ເຈົ້າ​ກໍ​ຈະ​ສູ້ຮົບ​ໄດ້​ດີ,

19 ຈົ່ງ​ຢຶດໝັ້ນ​ໃນ​ຄວາມເຊື່ອ ແລະ ຈິດສຳນຶກ​ອັນ​ດີ ເຊິ່ງ​ມີ​ບາງຄົນ​ໄດ້​ປະຕິເສດ ແລະ ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ຕົນ​ຫລົ້ມ.

20 ໃນ​ທ່າມກາງ​ຄົນ​ເຫລົ່ານີ້​ມີ​ຮີເມນາໂຢ ແລະ ອາເລັກຊັນເດີ, ຜູ້​ທີ່​ເຮົາ​ໄດ້​ມອບ​ໃຫ້​ຊາຕານ​ເພື່ອ​ພວກເຂົາ​ຈະ​ໄດ້​ຮຽນຮູ້​ທີ່​ຈະ​ບໍ່​ໝິ່ນປະໝາດ​ພຣະເຈົ້າ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan