Biblia Todo Logo
Bìoball air-loidhne

- Sanasan -

1 ເທສະໂລນິກ 5 - ພຣະຄຳພີລາວສະບັບສະໄໝໃໝ່


ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ

1 ບັດນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ບໍ່​ຈຳເປັນ​ຕ້ອງ​ຂຽນ​ບອກ​ພວກເຈົ້າ​ກ່ຽວກັບ​ເວລາ ແລະ ວັນ,

2 ເພາະ​ພວກເຈົ້າ​ກໍ​ຮູ້​ດີ​ແລ້ວ​ວ່າ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເໝືອນດັ່ງ​ຂະໂມຍ​ມາ​ໃນ​ເວລາ​ກາງຄືນ.

3 ໃນ​ຂະນະ​ທີ່​ຄົນ​ທັງຫລາຍ​ກຳລັງ​ເວົ້າ​ກັນ​ວ່າ, “ສະຫງົບສຸກ ແລະ ປອດໄພ” ເມື່ອ​ນັ້ນ​ຄວາມພິນາດ​ກໍ​ຈະ​ມາ​ເຖິງ​ພວກເຂົາ​ໃນ​ທັນທີ, ເໝືອນດັ່ງ​ການ​ເຈັບ​ທ້ອງ​ເກີດລູກ​ຂອງ​ແມ່ຍິງ​ຖືພາ ແລະ ພວກເຂົາ​ກໍ​ຈະ​ໜີ​ບໍ່​ພົ້ນ.

4 ແຕ່​ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ບໍ່​ໄດ້​ຢູ່​ໃນ​ຄວາມມືດ, ດັ່ງນັ້ນ ວັນ​ນີ້​ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ປະຫລາດໃຈ​ເໝືອນດັ່ງ​ຂະໂມຍ​ມາ.

5 ພວກເຈົ້າ​ທຸກຄົນ​ເປັນ​ລູກ​ຂອງ​ຄວາມສະຫວ່າງ ແລະ ເປັນ​ລູກ​ຂອງ​ກາງເວັນ. ພວກເຮົາ​ບໍ່​ໄດ້​ເປັນ​ຂອງ​ກາງຄືນ ຫລື ຂອງ​ຄວາມມືດ.

6 ດັ່ງນັ້ນ ຢ່າ​ໃຫ້​ພວກເຮົາ​ເປັນ​ເໝືອນ​ຄົນ​ອື່ນໆ​ທີ່​ນອນຫລັບ​ຢູ່, ແຕ່​ພວກເຮົາ​ຈົ່ງ​ຕື່ນຕົວ ແລະ ມີ​ສະຕິ​ຢູ່.

7 ເພາະ​ຜູ້​ທີ່​ນອນຫລັບ​ກໍ​ຫລັບ​ໃນ​ເວລາ​ກາງຄືນ, ຜູ້​ທີ່​ເມົາເຫລົ້າ​ກໍ​ເມົາ​ໃນ​ເວລາ​ກາງຄືນ.

8 ແຕ່​ເພາະ​ພວກເຮົາ​ເປັນ​ຂອງ​ກາງເວັນ ພວກເຮົາ​ຈົ່ງ​ມີ​ສະຕິ​ຢູ່, ສວມ​ຄວາມເຊື່ອ ແລະ ຄວາມຮັກ​ເປັນ​ເສື້ອເກາະປ້ອງກັນເອິກ​ໄວ້, ມີ​ຄວາມຫວັງ​ໃນ​ຄວາມພົ້ນ​ເປັນ​ໝວກເກາະ.

9 ເພາະ​ພຣະເຈົ້າ​ບໍ່​ໄດ້​ກຳນົດ​ໃຫ້​ພວກເຮົາ​ຕ້ອງ​ປະເຊີນ​ຕໍ່​ຄວາມໂກດຮ້າຍ ແຕ່​ໃຫ້​ຮັບ​ຄວາມພົ້ນ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.

10 ພຣະອົງ​ໄດ້​ຕາຍ​ເພື່ອ​ພວກເຮົາ ເພື່ອ​ວ່າ, ບໍ່​ວ່າ​ພວກເຮົາ​ຍັງ​ມີຊີວິດ​ຢູ່ ຫລື ຕາຍ​ໄປ​ແລ້ວ​ກໍ​ຕາມ, ພວກເຮົາ​ກໍ​ຈະ​ມີຊີວິດ​ຢູ່​ຮ່ວມ​ກັບ​ພຣະອົງ.

11 ເຫດສະນັ້ນ ຈົ່ງ​ໜູນໃຈ​ເຊິ່ງກັນແລະກັນ ແລະ ເສີມສ້າງ​ກັນ​ຂຶ້ນ ເໝືອນດັ່ງ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່.


ຄຳແນະນຳ​ສຸດທ້າຍ

12 ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ໃຫ້​ພວກເຈົ້າ​ນັບຖື​ຜູ້​ທີ່​ເຮັດ​ວຽກ​ໜັກ​ໃນ​ທ່າມກາງ​ພວກເຈົ້າ, ຜູ້​ທີ່​ຫ່ວງໃຍ​ພວກເຈົ້າ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ຜູ້​ທີ່​ຕັກເຕືອນ​ພວກເຈົ້າ.

13 ຈົ່ງ​ຮັກ ແລະ ເຄົາລົບ​ພວກເພິ່ນ​ເຫລົ່ານັ້ນ​ຢ່າງ​ສູງ​ເພາະ​ການງານ​ທີ່​ພວກເພິ່ນ​ໄດ້​ເຮັດ. ຈົ່ງ​ຢູ່​ຮ່ວມກັນ​ຢ່າງ​ສະຫງົບສຸກ.

14 ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ໃຫ້​ພວກເຈົ້າ​ຕັກເຕືອນ​ຜູ້​ທີ່​ຂີ້ຄ້ານ ແລະ ມັກ​ສ້າງ​ຄວາມວຸ້ນວາຍ, ໃຫ້​ໜູນໃຈ​ຜູ້​ທີ່​ທໍ້ໃຈ, ຊ່ວຍເຫລືອ​ຜູ້​ທີ່​ອ່ອນແອ, ອົດທົນ​ກັບ​ທຸກ​ຄົນ.

15 ຢ່າ​ໃຫ້​ມີ​ຜູ້ໃດ​ເຮັດຊົ່ວ​ຕອບແທນ​ການຊົ່ວ, ແຕ່​ຈົ່ງ​ພະຍາຍາມ​ເຮັດດີ​ຕໍ່​ກັນແລະກັນ ແລະ ເຮັດ​ດີ​ຕໍ່​ທຸກ​ຄົນ​ສະເໝີ.

16 ຈົ່ງ​ຊົມຊື່ນ​ຍິນດີ​ຢູ່​ສະເໝີ,

17 ຈົ່ງ​ອະທິຖານ​ຢູ່​ບໍ່​ຂາດ,

18 ຈົ່ງ​ໂມທະນາ​ຂອບພຣະຄຸນ​ໃນ​ທຸກ​ສະຖານະການ ເພາະ​ນີ້​ຄື​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ທັງຫລາຍ​ໃນ​ພຣະຄຣິດເຈົ້າເຢຊູ.

19 ຢ່າ​ຫັກຫ້າມ​ພຣະວິນຍານ,

20 ຢ່າ​ປະໝາດ​ຄຳ​ເຜີຍ​ພຣະຄຳ.

21 ແຕ່​ຈົ່ງ​ທົດສອບ​ທຸກສິ່ງ. ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ດີ.

22 ຈົ່ງ​ປະຕິເສດ​ຄວາມຊົ່ວ​ທຸກ​ຢ່າງ.

23 ຂໍ​ໃຫ້​ພຣະເຈົ້າ​ເອງ​ຜູ້​ເປັນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຊຳລະ​ພວກເຈົ້າ​ໃຫ້​ບໍລິສຸດ​ໃນ​ທຸກ​ດ້ານ. ຂໍ​ໃຫ້​ທັງ​ວິນຍານ, ຈິດໃຈ ແລະ ຮ່າງກາຍ​ຂອງ​ພວກເຈົ້າ​ບໍ່ມີຕຳໜິ​ໃນ​ວັນ​ທີ່​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ.

24 ພຣະອົງ​ຜູ້​ເອີ້ນ​ພວກເຈົ້າ​ນັ້ນ​ສັດຊື່ ແລະ ພຣະອົງ​ຈະ​ກະທຳ​ຕາມ​ທີ່​ໄດ້​ກ່າວ​ໄວ້.

25 ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ.

26 ຈົ່ງ​ທັກທາຍ​ຄົນ​ຂອງ​ພຣະເຈົ້າ​ດ້ວຍ​ການ​ຈູບ​ອັນ​ບໍລິສຸດ.

27 ເຮົາ​ຂໍຮ້ອງ​ພວກເຈົ້າ​ຕໍ່ໜ້າ​ອົງພຣະຜູ້ເປັນເຈົ້າ​ໃຫ້​ອ່ານ​ຈົດໝາຍ​ນີ້​ໃຫ້​ພີ່ນ້ອງ​ທຸກຄົນ​ຟັງ.

28 ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan