1 ເທສະໂລນິກ 4 - ພຣະຄຳພີລາວສະບັບສະໄໝໃໝ່ດຳເນີນຊີວິດເພື່ອໃຫ້ພຣະເຈົ້າພໍໃຈ 1 ສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ, ພວກເຮົາໄດ້ສັ່ງສອນພວກເຈົ້າແລ້ວວ່າຈະດຳເນີນຊີວິດຢ່າງໃດເພື່ອໃຫ້ພຣະເຈົ້າພໍໃຈ ຕາມຄວາມເປັນຈິງພວກເຈົ້າກໍເຮັດເຊັ່ນນັ້ນຢູ່ແລ້ວ. ບັດນີ້ ພວກເຮົາຂໍຮ້ອງພວກເຈົ້າ ແລະ ຊັກຊວນພວກເຈົ້າໃນພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າໃຫ້ເຮັດສິ່ງນີ້ຫລາຍກວ່າເກົ່າອີກ 2 ເພາະພວກເຈົ້າຮູ້ເຖິງຄຳສັ່ງສອນຕ່າງໆທີ່ພວກເຮົາໄດ້ມອບໃຫ້ແກ່ພວກເຈົ້າໂດຍສິດທິອຳນາດຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ. 3 ພຣະເຈົ້າປະສົງໃຫ້ພວກເຈົ້າໄດ້ຮັບການຊຳລະໃຫ້ບໍລິສຸດຄື: ໃຫ້ພວກເຈົ້າຫລີກເວັ້ນຈາກການຜິດສິນທຳທາງເພດ, 4 ພວກເຈົ້າແຕ່ລະຄົນຈະຕ້ອງຮູ້ຈັກຄວບຄຸມຮ່າງກາຍຂອງຕົນໃນທາງທີ່ບໍລິສຸດ ແລະ ໜ້ານັບຖື, 5 ບໍ່ແມ່ນມົວເມົາໃນລາຄະຕັນຫາເໝືອນຄົນທີ່ບໍ່ຮູ້ຈັກພຣະເຈົ້າ 6 ແລະ ຢ່າໃຫ້ຜູ້ໃດລ່ວງເກີນ ຫລື ເຮັດຜິດຕໍ່ພີ່ນ້ອງໃນເລື່ອງນີ້. ອົງພຣະຜູ້ເປັນເຈົ້າຈະລົງໂທດທຸກຄົນທີ່ເຮັດບາບຢ່າງນັ້ນ ຕາມທີ່ພວກເຮົາໄດ້ບອກ ແລະ ໄດ້ເຕືອນພວກເຈົ້າໄວ້ກ່ອນແລ້ວ. 7 ເພາະພຣະເຈົ້າບໍ່ໄດ້ເອີ້ນພວກເຮົາໃຫ້ເປັນຄົນມີມົນທິນ ແຕ່ໃຫ້ພວກເຮົາດຳເນີນຊີວິດທີ່ບໍລິສຸດ. 8 ເຫດສະນັ້ນ ຜູ້ໃດກໍຕາມທີ່ປະຕິເສດຄຳສອນນີ້ກໍບໍ່ໄດ້ປະຕິເສດມະນຸດແຕ່ປະຕິເສດພຣະເຈົ້າຜູ້ມອບພຣະວິນຍານບໍລິສຸດເຈົ້າຂອງພຣະອົງໃຫ້ແກ່ພວກເຈົ້າທັງຫລາຍ. 9 ບັດນີ້ ພວກເຮົາບໍ່ຈຳເປັນຈະຂຽນເຖິງພວກເຈົ້າກ່ຽວກັບຄວາມຮັກລະຫວ່າງພີ່ນ້ອງ ເພາະພຣະເຈົ້າສອນພວກເຈົ້າເອງໃຫ້ຮັກເຊິ່ງກັນແລະກັນຢູ່ແລ້ວ. 10 ແລະ ຕາມເປັນຄວາມຈິງແລ້ວ ພວກເຈົ້າກໍຮັກຄອບຄົວຂອງພຣະເຈົ້າທັງໝົດທົ່ວແຂວງມາເກໂດເນຍ. ແຕ່ເຖິງຢ່າງໃດກໍຕາມ ພີ່ນ້ອງທັງຫລາຍເອີຍ, ພວກເຮົາຂໍໃຫ້ພວກເຈົ້າຮັກພີ່ນ້ອງໃຫ້ຫລາຍຂຶ້ນອີກ. 11 ແລະ ພວກເຈົ້າຈົ່ງມຸ່ງໝັ້ນວ່າຈະດຳເນີນຊີວິດຢ່າງສະຫງົບຄື: ພວກເຈົ້າຈະຕ້ອງເອົາໃຈໃສ່ທຸລະກິດຂອງຕົນເອງ ແລະ ລົງມືເຮັດວຽກເອງເໝືອນດັ່ງທີ່ພວກເຮົາໄດ້ບອກພວກເຈົ້າໄວ້ແລ້ວນັ້ນ, 12 ເພື່ອວ່າການດຳເນີນຊີວິດປະຈຳວັນຂອງພວກເຈົ້າຈະເປັນທີ່ນັບຖືຂອງຄົນພາຍນອກ ແລະ ເພື່ອວ່າພວກເຈົ້າຈະບໍ່ຕ້ອງເພິ່ງພາຄົນອື່ນ. ຜູ້ເຊື່ອທີ່ຕາຍໄປແລ້ວ 13 ພີ່ນ້ອງທັງຫລາຍເອີຍ, ພວກເຮົາຢາກໃຫ້ພວກເຈົ້າຮູ້ຈັກຄວາມຈິງກ່ຽວກັບຄົນທີ່ລ່ວງລັບໄປແລ້ວນັ້ນ ເພື່ອວ່າພວກເຈົ້າຈະບໍ່ໂສກເສົ້າເສຍໃຈເໝືອນຄົນອື່ນໆຜູ້ທີ່ບໍ່ມີຄວາມຫວັງ. 14 ເພາະພວກເຮົາເຊື່ອວ່າພຣະເຢຊູເຈົ້າໄດ້ຕາຍ ແລະ ໄດ້ເປັນຄືນມາອີກ, ພວກເຮົາຈຶ່ງເຊື່ອວ່າພຣະເຈົ້າຈະນຳເອົາບັນດາຜູ້ທີ່ຫລັບໄປໃນພຣະເຢຊູເຈົ້ານັ້ນມາດ້ວຍກັນກັບພຣະອົງອີກ. 15 ພວກເຮົາຂໍບອກພວກເຈົ້າຕາມຖ້ອຍຄຳຂອງອົງພຣະຜູ້ເປັນເຈົ້າວ່າພວກເຮົາຜູ້ທີ່ຍັງມີຊີວິດ, ຜູ້ທີ່ຍັງຫລືອຢູ່ຈົນເຖິງການກັບມາຂອງອົງພຣະຜູ້ເປັນເຈົ້ານັ້ນ ຈະບໍ່ລ່ວງໜ້າໄປກ່ອນຜູ້ທີ່ຫລັບໄປແລ້ວຢ່າງແນ່ນອນ. 16 ເພາະອົງພຣະຜູ້ເປັນເຈົ້າເອງຈະລົງມາຈາກສະຫວັນດ້ວຍສຽງຄຳສັ່ງດັງກ້ອງ ດ້ວຍສຽງແຫ່ງອັກຄະເທວະດາ ແລະ ດ້ວຍສຽງແກເອີ້ນຂອງພຣະເຈົ້າ ແລ້ວຜູ້ທີ່ຕາຍໃນພຣະຄຣິດເຈົ້າຈະເປັນຄືນມາກ່ອນ. 17 ຫລັງຈາກນັ້ນ, ພວກເຮົາຜູ້ທີ່ຍັງມີຊີວິດ ແລະ ຜູ້ທີ່ຍັງເຫລືອຢູ່ກໍຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນເຫລົ່ານັ້ນ ເພື່ອພົບກັບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ ແລະ ເພື່ອວ່າພວກເຮົາຈະຢູ່ກັບອົງພຣະຜູ້ເປັນເຈົ້າຕະຫລອດໄປເປັນນິດ. 18 ເຫດສະນັ້ນ ຈົ່ງໃຫ້ໜູນໃຈເຊິ່ງກັນແລະກັນດ້ວຍຂໍ້ຄວາມເຫລົ່ານີ້. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.