Biblia Todo Logo
Bìoball air-loidhne

- Sanasan -

1 ເທສະໂລນິກ 3 - ພຣະຄຳພີລາວສະບັບສະໄໝໃໝ່

1 ດັ່ງນັ້ນ ເມື່ອ​ພວກເຮົາ​ທົນ​ຕໍ່ໄປ​ບໍ່​ໄດ້ ພວກເຮົາ​ຈຶ່ງ​ຄິດ​ວ່າ​ເປັນ​ການ​ສົມຄວນ​ທີ່​ຈະ​ປ່ອຍ​ພວກເຮົາ​ໄວ້​ຕາມ​ລຳພັງ​ທີ່​ນະຄອນ​ອາແຖນ.

2 ພວກເຮົາ​ໄດ້​ສົ່ງ​ຕີໂມທຽວ​ຜູ້​ເປັນ​ນ້ອງຊາຍ​ຂອງ​ພວກເຮົາ ແລະ ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ພຣະເຈົ້າ​ໃນ​ການເຜີຍແຜ່​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ມາ​ເສີມສ້າງ ແລະ ໜູນໃຈ​ພວກເຈົ້າ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ.

3 ເພື່ອ​ບໍ່​ໃຫ້​ຜູ້ໃດ​ຫວັ່ນໄຫວ​ໄປ​ກັບ​ການ​ກົດຂີ່ຂົ່ມເຫັງ​ເຫລົ່ານີ້. ພວກເຈົ້າ​ກໍ​ຮູ້​ດີ​ແລ້ວ​ວ່າ​ພວກເຮົາ​ຖືກ​ກຳນົດ​ໄວ້​ແລ້ວ​ເພື່ອ​ການ​ນັ້ນ.

4 ໃນ​ຄວາມເປັນຈິງ​ແລ້ວ, ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ​ນັ້ນ ພວກເຮົາ​ກໍ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ​ວ່າ​ພວກເຮົາ​ຈະ​ຖືກ​ກົດຂີ່ຂົ່ມເຫັງ ແລ້ວ​ກໍ​ເປັນ​ຈິງ​ຕາມ​ນັ້ນ​ດັ່ງ​ທີ່​ພວກເຈົ້າ​ຮູ້​ດີ​ຢູ່​ແລ້ວ.

5 ດ້ວຍເຫດນີ້ ເມື່ອ​ເຮົາ​ບໍ່​ສາມາດ​ທົນ​ຕໍ່ໄປ​ໄດ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ຕີໂມທຽວ​ມາ​ເບິ່ງ​ຄວາມເຊື່ອ​ຂອງ​ພວກເຈົ້າ. ເຮົາ​ຢ້ານ​ວ່າ​ຜູ້ທົດລອງ​ໄດ້​ລໍ້ລວງ​ພວກເຈົ້າ​ໃນ​ທາງໃດ​ທາງໜຶ່ງ​ແລ້ວ ແລະ ການເຮັດວຽກ​ໜັກ​ຂອງ​ພວກເຮົາ​ກໍ​ອາດ​ຈະ​ເສຍປະໂຫຍດ.


ບົດລາຍງານ​ທີ່​ໜູນໃຈ​ຂອງ​ຕີໂມທຽວ

6 ແຕ່​ບັດນີ້ ຕີໂມທຽວ​ກໍ​ໄດ້​ກັບ​ມາ​ເຖິງ​ພວກເຮົາ​ແລ້ວ ແລະ ເພິ່ນ​ໄດ້​ນຳ​ເອົາ​ຂ່າວດີ​ກ່ຽວກັບ​ຄວາມເຊື່ອ ແລະ ຄວາມຮັກ​ຂອງ​ພວກເຈົ້າ. ເພິ່ນ​ໄດ້​ບອກ​ພວກເຮົາ​ວ່າ​ພວກເຈົ້າ​ໄດ້​ລະນຶກ​ເຖິງ​ພວກເຮົາ​ໃນ​ດ້ານ​ດີ​ຢູ່​ສະເໝີ ແລະ ຢາກ​ເຫັນ​ໜ້າ​ພວກເຮົາ​ເໝືອນດັ່ງ​ທີ່​ພວກເຮົາ​ຢາກ​ເຫັນ​ໜ້າ​ພວກເຈົ້າ​ເໝືອນກັນ.

7 ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ໃນ​ການທົນທຸກ ແລະ ການ​ຖືກ​ຂົ່ມເຫັງ​ທຸກຢ່າງ​ຂອງ​ພວກເຮົາ ພວກເຮົາ​ໄດ້​ຮັບ​ການ​ໜູນໃຈ​ຈາກ​ພວກເຈົ້າ​ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ.

8 ບັດນີ້ ພວກເຮົາ​ມີຊີວິດ​ຊີວາ​ແທ້ໆ ເພາະ​ພວກເຈົ້າ​ຕັ້ງ​ໝັ້ນຄົງ​ໃນ​ອົງພຣະຜູ້ເປັນເຈົ້າ.

9 ພວກເຮົາ​ຈະ​ສາມາດ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢ່າງໃດ​ຈຶ່ງ​ຈະ​ສົມ​ກັບ​ຄວາມຊື່ນຊົມຍິນດີ​ທັງຫລາຍ​ທີ່​ພວກເຮົາ​ມີ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ພວກເຮົາ​ເພາະ​ຍ້ອນ​ພວກເຈົ້າ?

10 ທັງ​ກາງເວັນ ແລະ ກາງຄືນ​ພວກເຮົາ​ໄດ້​ອະທິຖານ​ຢ່າງ​ຈິງຈັງ​ທີ່ສຸດ​ເພື່ອ​ຂໍ​ໃຫ້​ພວກເຮົາ​ໄດ້​ພົບ​ພວກເຈົ້າ​ອີກ ແລະ ຈະ​ໄດ້​ເພີ່ມເຕີມ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ສ່ວນ​ທີ່​ຍັງ​ຂາດ​ຢູ່​ນັ້ນ.

11 ບັດນີ້ ຂໍ​ພຣະເຈົ້າ​ພຣະບິດາເຈົ້າ ແລະ ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປີດ​ທາງ​ໃຫ້​ແກ່​ພວກເຮົາ​ທີ່​ຈະ​ໄດ້​ມາ​ພົບ​ພວກເຈົ້າ.

12 ຂໍ​ອົງພຣະຜູ້ເປັນເຈົ້າ​ເຮັດ​ໃຫ້​ຄວາມຮັກ​ຂອງ​ພວກເຈົ້າ​ເພີ່ມພູນ​ຂຶ້ນ​ຈົນ​ໄຫລລົ້ນ​ໄປ​ເຖິງ​ກັນແລະກັນ ແລະ ໄປ​ເຖິງ​ຄົນ​ອື່ນໆ ເໝືອນດັ່ງ​ທີ່​ພວກເຮົາ​ຮັກ​ພວກເຈົ້າ.

13 ຂໍ​ພຣະອົງ​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ເພື່ອວ່າ​ພວກເຈົ້າ​ຈະ​ບໍ່ມີຕຳໜິ ແລະ ບໍລິສຸດ​ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ​ປາກົດ​ພ້ອມ​ກັບ​ຜູ້​ບໍລິສຸດ​ທັງປວງ​ຂອງ​ພຣະອົງ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan