Biblia Todo Logo
Bìoball air-loidhne

- Sanasan -

1 ເທສະໂລນິກ 2 - ພຣະຄຳພີລາວສະບັບສະໄໝໃໝ່


ພັນທະກິດ​ຂອງ​ໂປໂລ​ທີ່​ເມືອງ​ເທສະໂລນິກ

1 ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ການ​ທີ່​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ​ນັ້ນ​ກໍ​ບໍ່​ໄດ້​ເສຍປະໂຫຍດ.

2 ກ່ອນໜ້າ​ນີ້​ພວກເຮົາ​ໄດ້​ປະເຊີນ​ກັບ​ຄວາມທຸກທໍລະມານ ແລະ ຖືກ​ປະຕິບັດ​ຢ່າງ​ໂຫດຮ້າຍ​ໃນ​ເມືອງ​ຟີລິບປອຍ​ຕາມ​ທີ່​ພວກເຈົ້າ​ຮູ້, ແຕ່​ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ພວກເຮົາ​ຈຶ່ງ​ກ້າ​ທີ່​ຈະ​ປະກາດ​ຂ່າວປະເສີດ​ຂອງ​ພຣະອົງ​ແກ່​ພວກເຈົ້າ​ເຖິງ​ແມ່ນ​ວ່າ​ຖືກ​ຕໍ່ຕ້ານ​ຢ່າງ​ໜັກ​ກໍຕາມ.

3 ເພາະ​ຄຳຮ້ອງຂໍ​ຂອງ​ພວກເຮົາ​ບໍ່​ໄດ້​ມາ​ຈາກ​ຄວາມຜິດພາດ ຫລື ແຮງຈູງໃຈ​ທີ່​ເປື້ອນເປິ ແລະ ພວກເຮົາ​ກໍ​ບໍ່​ໄດ້​ພະຍາຍາມ​ຫລອກລວງ​ພວກເຈົ້າ​ດ້ວຍ.

4 ໃນ​ທາງ​ກົງກັນຂ້າມ ພວກເຮົາ​ປະກາດ​ໃນ​ຖານະ​ຜູ້​ທີ່​ພຣະເຈົ້າ​ເຫັນດີ​ທີ່​ຈະ​ມອບໝາຍ​ຂ່າວປະເສີດ​ໃຫ້. ພວກເຮົາ​ບໍ່​ໄດ້​ພະຍາຍາມ​ເພື່ອ​ໃຫ້​ພໍໃຈ​ມະນຸດ ແຕ່​ເພື່ອ​ໃຫ້​ພຣະເຈົ້າ​ຜູ້​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ພວກເຮົາ​ນັ້ນ​ພໍໃຈ.

5 ພວກເຈົ້າ​ກໍ​ຮູ້​ດີ​ວ່າ​ພວກເຮົາ​ບໍ່​ເຄີຍ​ໃຊ້​ຄຳ​ຍ້ອງ ຫລື ໃສ່​ໜ້າກາກ​ປິດບັງ​ຄວາມໂລບ​ໄວ້ ພຣະເຈົ້າ​ເປັນ​ພະຍານ​ໃຫ້​ພວກເຮົາ​ໄດ້.

6 ພວກເຮົາ​ບໍ່​ໄດ້​ຊອກຫາ​ຄຳຍ້ອງຍໍ​ຈາກ​ມະນຸດ, ບໍ່​ວ່າ​ຈາກ​ພວກເຈົ້າ ຫລື ຈາກ​ຄົນ​ອື່ນ, ເຖິງ​ແມ່ນ​ວ່າ​ໃນ​ຖານະ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ ພວກເຮົາ​ສາມາດ​ໃຊ້​ສິດອຳນາດ​ຂອງ​ພວກເຮົາ​ໄດ້​ກໍ​ຕາມ.

7 ແຕ່​ພວກເຮົາ​ກໍ​ເປັນ​ເໝືອນ​ເດັກ​ນ້ອຍໆ​ເມື່ອ​ຢູ່​ທ່າມກາງ​ພວກເຈົ້າ. ເໝືອນດັ່ງ​ແມ່​ທີ່​ລ້ຽງດູ​ລູກ​ຂອງ​ຕົນ,

8 ດັ່ງນັ້ນ ພວກເຮົາ​ຈຶ່ງ​ຫ່ວງໃຍ​ພວກເຈົ້າ. ເພາະ​ພວກເຮົາ​ຮັກ​ພວກເຈົ້າ​ຫລາຍ, ພວກເຮົາ​ຍິນດີ​ທີ່​ຈະ​ແບ່ງປັນ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ໃຫ້​ແກ່​ພວກເຈົ້າ​ເທົ່ານັ້ນ ແມ່ນແຕ່​ຊີວິດ​ຂອງ​ພວກເຮົາ​ກໍ​ສະຫລະ​ໃຫ້​ໄດ້.

9 ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ໝັ້ນໃຈ​ວ່າ​ພວກເຈົ້າ​ຈື່​ພາລະກິດ​ອັນ​ໜັກໜ່ວງ ແລະ ຄວາມລໍາບາກ​ຂອງ​ພວກເຮົາ, ພວກເຮົາ​ໄດ້​ເຮັດວຽກ​ທັງ​ກາງເວັນ ແລະ ກາງຄືນ​ເພື່ອ​ຈະ​ບໍ່​ເປັນ​ພາລະ​ແກ່​ຜູ້ໃດ​ເລີຍ​ໃນ​ຂະນະ​ທີ່​ພວກເຮົາ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ.

10 ພວກເຈົ້າ​ທັງຫລາຍ​ກໍ​ເປັນ​ພະຍານ​ໄດ້ ແລະ ພຣະເຈົ້າ​ກໍ​ເປັນ​ພະຍານ​ເໝືອນ​ກັນ​ວ່າ​ພວກເຮົາ​ບໍລິສຸດ, ທ່ຽງທຳ ແລະ ບໍ່ມີຕຳໜິ​ເມື່ອ​ພວກເຮົາ​ຢູ່​ທ່າມກາງ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.

11 ເພາະວ່າ​ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ປະຕິບັດ​ຕໍ່​ພວກເຈົ້າ​ແຕ່ລະຄົນ​ເໝືອນດັ່ງ​ພໍ່​ປະຕິບັດ​ຕໍ່​ລູກ​ຂອງ​ຕົນເອງ,

12 ໃຫ້​ກຳລັງໃຈ, ເລົ້າໂລມໃຈ ແລະ ຊຸກຍູ້​ພວກເຈົ້າ​ໃຫ້​ດຳເນີນຊີວິດ​ໃຫ້​ຄູ່ຄວນ​ກັບ​ພຣະເຈົ້າ ຜູ້​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ເຂົ້າ​ມາ​ສູ່​ອານາຈັກ ແລະ ໃນ​ສະຫງ່າລາສີ​ຂອງ​ພຣະອົງ.

13 ແລະ ພວກເຮົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ເພາະ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ເຊິ່ງ​ພວກເຈົ້າ​ໄດ້​ຍິນ​ຈາກ​ພວກເຮົາ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ໄວ້​ເໝືອນດັ່ງ​ເປັນ​ຖ້ອຍຄຳ​ຂອງ​ມະນຸດ​ຜູ້​ໜຶ່ງ ແຕ່​ໄດ້​ຮັບ​ໄວ້​ຕາມ​ທີ່​ເປັນ​ຈິງ​ຄື ເປັນ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ກຳລັງ​ທຳງານ​ຢູ່​ພາຍໃນ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.

14 ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ກໍ​ເໝືອນ​ກັບ​ຄຣິສຕະຈັກ​ທັງຫລາຍ​ຂອງ​ພຣະເຈົ້າ​ທີ່​ແຂວງ​ຢູດາຍ ເຊິ່ງ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ຄື: ພວກເຈົ້າ​ໄດ້​ຮັບ​ຄວາມທຸກລຳບາກ​ຈາກ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຕົນເອງ ເໝືອນ​ທີ່​ຄຣິສຕະຈັກ​ເຫລົ່ານັ້ນ​ໄດ້​ຮັບ​ຄວາມທຸກລໍາບາກ​ຈາກ​ພວກ​ຢິວ,

15 ພວກເຂົາ​ໄດ້​ຂ້າ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ບັນດາ​ຜູ້ທຳນວາຍ ແລະ ໄດ້​ຂັບໄລ່​ພວກເຮົາ​ໃຫ້​ອອກໄປ. ພວກເຂົາ​ເຮັດ​ໃຫ້​ພຣະເຈົ້າ​ບໍ່​ພໍໃຈ ແລະ ເປັນ​ສັດຕູ​ຕໍ່​ທຸກຄົນ

16 ໂດຍ​ການ​ພະຍາຍາມ​ຂັດຂວາງ​ພວກເຮົາ​ຈາກ​ການ​ກ່າວ​ແກ່​ຄົນຕ່າງຊາດ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມພົ້ນ. ດ້ວຍ​ການ​ກະທຳ​ນີ້ ພວກເຂົາ​ໄດ້​ສະສົມ​ຄວາມບາບ​ຂອງ​ພວກເຂົາ​ຂຶ້ນ​ຕະຫລອດ​ຈົນ​ເຖິງ​ຂີດ​ສູງສຸດ. ໃນ​ທີ່​ສຸດ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຈຶ່ງ​ມາ​ເຖິງ​ພວກເຂົາ.


ໂປໂລ​ຢາກ​ພົບ​ຊາວ​ເທສະໂລນິກ

17 ພີ່ນ້ອງ​ທັງຫລາຍ​ເອີຍ, ເມື່ອ​ພວກເຮົາ​ໄດ້​ພັດພາກ​ຈາກ​ພວກເຈົ້າ​ໄປ​ຊົ່ວໄລຍະໜຶ່ງ​ນັ້ນ (ໄປ​ແຕ່​ຮ່າງກາຍ​ສ່ວນ​ໃຈ​ຍັງ​ຢູ່) ດ້ວຍ​ຄວາມປາຖະໜາ​ຢ່າງ​ແຮງກ້າ​ທີ່​ຈະ​ພົບ​ພວກເຈົ້າ ພວກເຮົາ​ຈຶ່ງ​ພະຍາຍາມ​ເຮັດ​ທຸກ​ວິທີທາງ​ທີ່​ຈະ​ພົບ​ກັບ​ພວກເຈົ້າ​ອີກ.

18 ພວກເຮົາ​ຢາກ​ມາ​ຫາ​ພວກເຈົ້າ​ແທ້ໆ. ເຮົາ​ເອງ​ຄື​ໂປໂລ ຢາກ​ຈະ​ກັບ​ມາ​ຫາ​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ ແຕ່​ມານຊາຕານ​ໄດ້​ຂັດຂວາງ​ພວກເຮົາ​ໄວ້.

19 ສິ່ງໃດ​ເປັນ​ຄວາມຫວັງ​ຂອງ​ພວກເຮົາ, ສິ່ງໃດ​ເປັນ​ຄວາມ​ຊື່ນຊົມຍິນດີ​ຂອງ​ພວກເຮົາ ຫລື ເປັນ​ມົງກຸດ​ທີ່​ພວກເຮົາ​ຈະ​ພາກພູມໃຈ​ຕໍ່ໜ້າ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເມື່ອ​ພຣະອົງ​ຈະ​ມາ? ບໍ່​ແມ່ນ​ພວກເຈົ້າ​ບໍ?

20 ພວກເຈົ້າ​ທັງຫລາຍ​ນັ້ນ​ແຫລະ ທີ່​ເປັນ​ກຽດຕິຍົດ ແລະ ເປັນ​ຄວາມ​ຊື່ນຊົມຍິນດີ​ຂອງ​ພວກເຮົາ​ຢ່າງ​ແທ້ຈິງ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan