1 ເທສະໂລນິກ 1 - ພຣະຄຳພີລາວສະບັບສະໄໝໃໝ່1 ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງຄຣິສຕະຈັກຂອງຊາວເທສະໂລນິກໃນພຣະເຈົ້າພຣະບິດາ ແລະ ໃນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ: ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຈົ່ງມີແກ່ພວກເຈົ້າທັງຫລາຍ. ໂມທະນາຂອບພຣະຄຸນພຣະເຈົ້າສຳລັບຄວາມເຊື່ອຂອງຊາວເທສະໂລນິກ 2 ພວກເຮົາຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າທຸກຄົນ ແລະ ກ່າວເຖິງພວກເຈົ້າໃນຄຳອະທິຖານຂອງພວກເຮົາຢ່າງຕໍ່ເນື່ອງ. 3 ຕໍ່ໜ້າພຣະເຈົ້າພຣະບິດາຂອງພວກເຮົາ ພວກເຮົາໄດ້ລະນຶກເຖິງການງານຂອງພວກເຈົ້າອັນເກີດມາຈາກຄວາມເຊື່ອ, ການເຮັດວຽກໜັກຂອງພວກເຈົ້າທີ່ເກີດຈາກຄວາມຮັກ ແລະ ຄວາມອົດທົນຂອງພວກເຈົ້າທີ່ໄດ້ຮັບແຮງບັນດານໃຈມາຈາກຄວາມຫວັງໃນພຣະເຢຊູຄຣິດເຈົ້າຜູ້ເປັນອົງພຣະຜູ້ເປັນເຈົ້າຂອງພວກເຮົາ. 4 ພີ່ນ້ອງທັງຫລາຍຜູ້ເປັນທີ່ຮັກຂອງພຣະເຈົ້າເອີຍ, ພວກເຮົາຮູ້ວ່າພຣະອົງໄດ້ເລືອກເອົາພວກເຈົ້າ, 5 ເພາະວ່າຂ່າວປະເສີດຂອງພວກເຮົາທີ່ໄດ້ມາເຖິງພວກເຈົ້າບໍ່ແມ່ນພຽງແຕ່ດ້ວຍຖ້ອຍຄຳເທົ່ານັ້ນ ແຕ່ໄດ້ມາດ້ວຍລິດອຳນາດ, ດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍຄວາມເຊື່ອໝັ້ນອັນເລິກເຊິ່ງ. ພວກເຈົ້າກໍຮູ້ວ່າພວກເຮົາໄດ້ດຳເນີນຊີວິດຢ່າງໃດໃນທ່າມກາງພວກເຈົ້າເພື່ອເຫັນແກ່ພວກເຈົ້າທັງຫລາຍ. 6 ພວກເຈົ້າໄດ້ກາຍເປັນຜູ້ທີ່ເຮັດຕາມແບບຢ່າງຂອງພວກເຮົາ ແລະ ຂອງອົງພຣະຜູ້ເປັນເຈົ້າ, ເພາະພວກເຈົ້າໄດ້ຕ້ອນຮັບເອົາພຣະຄຳໃນທ່າມກາງຄວາມທຸກທໍລະມານຢ່າງໜັກໜ່ວງດ້ວຍຄວາມຊື່ນຊົມຍິນດີທີ່ພຣະວິນຍານບໍລິສຸດເຈົ້າໄດ້ມອບໃຫ້. 7 ດັ່ງນັ້ນ ພວກເຈົ້າຈຶ່ງກາຍເປັນແບບຢ່າງໃຫ້ແກ່ຄົນທີ່ເຊື່ອທັງໝົດໃນແຂວງມາເກໂດເນຍ ແລະ ແຂວງອະຂາຢາ. 8 ພຣະຄຳຂອງອົງພຣະຜູ້ເປັນເຈົ້າໄດ້ດັງອອກຈາກພວກເຈົ້າໄປ ບໍ່ແມ່ນແຕ່ຢູ່ໃນແຂວງມາເກໂດເນຍ ແລະ ໃນແຂວງອະຂາຢາເທົ່ານັ້ນ ຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າກໍໄດ້ກາຍເປັນທີ່ຮູ້ຈັກໄປທົ່ວທຸກຫົນທຸກແຫ່ງ. ເຫດສະນັ້ນ ພວກເຮົາຈຶ່ງບໍ່ຈໍາເປັນຕ້ອງເວົ້າຫຍັງກ່ຽວກັບເລື່ອງນີ້ອີກ, 9 ເພາະພວກເຂົາເອງໄດ້ເວົ້າເຖິງພວກເຈົ້າວ່າພວກເຈົ້າໄດ້ຕ້ອນຮັບພວກເຮົາຢ່າງໃດ. ພວກເຂົາຍັງບອກອີກວ່າພວກເຈົ້າໄດ້ຫັນໜີຈາກຮູບເຄົາລົບມາຫາພຣະເຈົ້າ ເພື່ອຮັບໃຊ້ພຣະເຈົ້າອົງທ່ຽງແທ້ ແລະ ຜູ້ມີຊີວິດຢູ່, 10 ແລະ ຄອຍຖ້າພຣະບຸດຂອງພຣະອົງທີ່ຈະມາຈາກສະຫວັນ, ຜູ້ທີ່ພຣະອົງໄດ້ໃຫ້ເປັນຄືນມາຈາກຕາຍ ຄືພຣະເຢຊູຄຣິດເຈົ້າ, ຜູ້ທີ່ກອບກູ້ເອົາພວກເຮົາທັງຫລາຍໃຫ້ພົ້ນຈາກຄວາມໂກດຮ້າຍທີ່ກຳລັງຈະມາເຖິງ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.