Biblia Todo Logo
Bìoball air-loidhne

- Sanasan -

1 ເປໂຕ 5 - ພຣະຄຳພີລາວສະບັບສະໄໝໃໝ່


ພວກຜູ້ອາວຸໂສ ແລະ ສະມາຊິກ

1 ເຖິງ​ພວກ​ຜູ້ອາວຸໂສ​ໃນ​ທ່າມກາງ​ພວກເຈົ້າ​ທັງຫລາຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຜູ້ອາວຸໂສ​ດ້ວຍກັນ ແລະ ເປັນ​ພະຍານ​ຄົນ​ໜຶ່ງ​ໃນ​ເລື່ອງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເປັນ​ຜູ້​ໜຶ່ງ​ທີ່​ຈະ​ຮ່ວມ​ໃນ​ສະຫງ່າລາສີ​ທີ່​ຈະ​ມາ​ປາກົດ​ນັ້ນ​ວ່າ:

2 ຈົ່ງ​ລ້ຽງ​ຝູງ​ແກະ​ຂອງ​ພຣະເຈົ້າ​ໃຫ້​ຢູ່​ໃນ​ຄວາມຮັບຜິດຊອບ​ເບິ່ງແຍງ​ຂອງ​ພວກເຈົ້າ, ໃຫ້​ເບິ່ງແຍງ​ພວກເຂົາ​ບໍ່​ແມ່ນ​ຍ້ອນ​ວ່າ​ພວກເຈົ້າ​ຈໍາເປັນ​ຕ້ອງ​ເຮັດ ແຕ່​ຍ້ອນ​ວ່າ​ພວກເຈົ້າ​ເຕັມໃຈ​ທີ່​ຈະ​ເຮັດ​ຕາມ​ທີ່​ພຣະເຈົ້າ​ປະສົງ​ໃຫ້​ພວກເຈົ້າ​ເປັນ, ບໍ່​ແມ່ນ​ເຮັດ​ເພື່ອ​ຫາ​ຜົນປະໂຫຍດ​ດ້ວຍ​ຄວາມບໍ່ສັດຊື່, ແຕ່​ມີ​ຄວາມກະຕືລືລົ້ນ​ທີ່​ຈະ​ຮັບໃຊ້,

3 ບໍ່​ແມ່ນ​ວາງ​ອຳນາດ​ເໜືອ​ບັນດາ​ຜູ້​ທີ່​ມອບໝາຍ​ໃຫ້​ແກ່​ພວກເຈົ້າ, ແຕ່​ໃຫ້​ເປັນ​ແບບຢ່າງ​ແກ່​ຝູງ​ແກະ​ນັ້ນ.

4 ແລະ ເມື່ອ​ຫົວໜ້າ​ຂອງ​ຜູ້ລ້ຽງແກະ​ມາ​ປາກົດ ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ສະຫງ່າລາສີ​ທີ່​ບໍ່​ມີ​ວັນ​ຈາງຫາຍໄປ.

5 ໃນ​ທຳນອງ​ດຽວ​ກັນ​ນີ້ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນ​ກວ່າ, ຈົ່ງ​ຍອມ​ເຊື່ອຟັງ​ບັນດາ​ຜູ້​ທີ່​ອາວຸໂສ​ກວ່າ. ພວກເຈົ້າ​ທຸກຄົນ​ຈົ່ງ​ສວມ​ຄວາມຖ່ອມໃຈ​ຕໍ່​ກັນແລະກັນ ເພາະວ່າ, “ພຣະເຈົ້າ​ຄັດຄ້ານ​ຄົນ​ທີ່​ຈອງຫອງ ແຕ່​ມີ​ພຣະຄຸນ​ໃຫ້​ແກ່​ຄົນ​ທີ່​ຖ່ອມຕົວລົງ”.

6 ເຫດສະນັ້ນ, ພວກເຈົ້າ​ຈົ່ງ​ຖ່ອມໂຕ​ລົງ​ຢູ່​ພາຍໃຕ້​ມື​ອັນ​ມີ​ລິດ​ຂອງ​ພຣະເຈົ້າ ເພື່ອ​ວ່າ​ພຣະອົງ​ຈະ​ຍົກ​ພວກເຈົ້າ​ຂຶ້ນ​ເມື່ອ​ເຖິງ​ເວລາ​ອັນ​ສົມຄວນ.

7 ຈົ່ງ​ປະ​ຄວາມກະວົນກະວາຍ​ຂອງ​ພວກເຈົ້າ​ໄວ້​ກັບ​ພຣະອົງ ເພາະວ່າ​ພຣະອົງ​ຫ່ວງໃຍ​ພວກເຈົ້າ​ຢູ່.

8 ຈົ່ງ​ມີ​ສະຕິ ແລະ ຕື່ນ​ໂຕ​ຢູ່​ສະເໝີ. ເພາະ​ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນວຽນ​ໄປ​ມາ​ເໝືອນ​ໂຕສິງ​ທີ່​ແຜດສຽງ​ຊອກຫາ​ຄົນ​ທີ່​ມັນ​ຈະ​ກັດກິນ​ໄດ້.

9 ຈົ່ງ​ຕໍ່ສູ້​ກັບ​ມານ ດ້ວຍ​ໃຈ​ໝັ້ນຄົງ​ໃນ​ຄວາມເຊື່ອ ເພາະ​ພວກເຈົ້າ​ກໍ​ຮູ້​ວ່າ​ພີ່ນ້ອງ​ຜູ້ທີ່ເຊື່ອ​ໃນ​ທົ່ວ​ໂລກ​ກໍ​ກຳລັງ​ປະສົບ​ກັບ​ຄວາມທຸກທໍລະມານ​ແບບ​ດຽວ​ກັນ​ນີ້.

10 ແລະ ຫລັງ​ຈາກ​ພວກເຈົ້າ​ທົນທຸກ​ຢູ່​ຊົ່ວຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ແຫ່ງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ເອີ້ນ​ພວກເຈົ້າ​ມາ​ສູ່​ສະຫງ່າລາສີ​ອັນ​ນິລັນດອນ​ຂອງ​ພຣະອົງ​ໃນ​ພຣະຄຣິດເຈົ້າ ພຣະອົງ​ເອງ​ຈະ​ຟື້ນຟູ​ພວກເຈົ້າ​ຄືນ​ໃໝ່ ແລະ ໃຫ້​ພວກເຈົ້າ​ເຂັ້ມແຂງ, ໜັກແໜ້ນ ແລະ ໝັ້ນຄົງ.

11 ຂໍ​ໃຫ້​ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


ຄຳທັກທາຍ​ສຸດທ້າຍ

12 ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ຊີລາ ຜູ້​ທີ່​ເຮົາ​ຖື​ວ່າ​ເປັນ​ພີ່ນ້ອງ​ທີ່​ສັດຊື່ ເຮົາ​ຈຶ່ງ​ໄດ້​ຂຽນ​ມາ​ຫາ​ພວກເຈົ້າ​ໂດຍ​ຫຍໍ້​ເພື່ອ​ໜູນໃຈ​ພວກເຈົ້າ ແລະ ເປັນ​ພະຍານ​ວ່າ​ນີ້​ແມ່ນ​ພຣະຄຸນ​ທີ່​ແທ້​ຈິງ​ຂອງ​ພຣະເຈົ້າ. ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ນີ້.

13 ຄຣິສຕະຈັກ​ທີ່​ເມືອງ​ບາບີໂລນ​ຜູ້​ໄດ້​ຮັບ​ການ​ເລືອກ​ດ້ວຍ​ກັນ​ກັບ​ພວກເຈົ້າ​ນັ້ນ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ ແລະ ມາຣະໂກ​ບຸດ​ຂອງ​ເຮົາ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ.

14 ຈົ່ງ​ທັກທາຍ​ກັນ​ດ້ວຍ​ການຈູບ​ແຫ່ງ​ຄວາມຮັກ. ຂໍ​ໃຫ້​ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທຸກຄົນ​ທີ່​ຢູ່​ໃນ​ພຣະຄຣິດເຈົ້າ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan