Biblia Todo Logo
Bìoball air-loidhne

- Sanasan -

1 ເປໂຕ 4 - ພຣະຄຳພີລາວສະບັບສະໄໝໃໝ່


ມີຊີວິດ​ຢູ່​ເພື່ອ​ພຣະເຈົ້າ

1 ເຫດສະນັ້ນ, ເພາະ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ທາງ​ກາຍ​ຂອງ​ພຣະອົງ​ແລ້ວ ພວກເຈົ້າ​ເອງ​ກໍ​ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ດ້ວຍ​ທ່າທີ​ຢ່າງ​ດຽວ​ກັນ. ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ທົນທຸກ​ທາງ​ກາຍ​ກໍ​ຈະ​ເຊົາ​ເຮັດ​ບາບ.

2 ຜົນ​ກໍ​ຄື, ພວກເຂົາ​ຈະ​ບໍ່​ດຳເນີນຊີວິດ​ທີ່​ເຫລືອ​ຢູ່​ໃນ​ໂລກ​ນີ້​ຕາມ​ຄວາມປາຖະໜາ​ຂອງ​ມະນຸດ ແຕ່​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.

3 ເພາະ​ໃນ​ອະດີດ​ພວກເຈົ້າ​ໄດ້​ໃຊ້​ເວລາ​ຫລາຍ​ແລ້ວ​ໃນ​ການ​ເຮັດ​ສິ່ງ​ທີ່​ຄົນບໍ່ເຊື່ອ​ພຣະເຈົ້າ​ເລືອກ​ທີ່​ຈະ​ເຮັດ ຄື​ໄດ້​ດຳເນີນຊີວິດ​ຢູ່​ໃນ​ຄວາມຊົ່ວຊ້າ, ຕັນຫາ, ເມົາເຫລົ້າ, ຮ່ວມເພດກັນ​ເປັນ​ກຸ່ມ, ດື່ມເຫລົ້າ​ຢ່າງ​ໜັກ ແລະ ຂາບໄຫວ້​ຮູບເຄົາລົບ​ອັນ​ໜ້າລັງກຽດ.

4 ພວກເຂົາ​ຈຶ່ງ​ປະຫລາດໃຈ​ທີ່​ພວກເຈົ້າ​ບໍ່​ເຂົ້າ​ຮ່ວມ​ໃນ​ການດຳເນີນຊີວິດ​ແບບ​ຊະຊາຍ ແລະ ດຳເນີນຊີວິດ​ແບບ​ປ່າເຖື່ອນ​ກັບ​ພວກເຂົາ ແລະ ພວກເຂົາ​ຈຶ່ງ​ຫຸ້ມ​ດ່າ​ພວກເຈົ້າ.

5 ແຕ່​ພວກເຂົາ​ຈະ​ຕ້ອງ​ລາຍງານ​ຕໍ່​ພຣະອົງ​ຜູ້​ພ້ອມ​ແລ້ວ​ທີ່​ຈະ​ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ

6 ດ້ວຍ​ເຫດຜົນ​ນີ້​ຂ່າວປະເສີດ​ຈຶ່ງ​ໄດ້​ຖືກ​ປະກາດ​ອອກໄປ​ເຖິງ​ແມ່ນ​ແຕ່​ແກ່​ຄົນ​ທີ່​ຕາຍ​ໄປ​ແລ້ວ, ເພື່ອ​ວ່າ​ພວກເຂົາ​ຈະ​ຖືກ​ຕັດສິນ​ຕາມ​ມາດຕະຖານ​ຂອງ​ມະນຸດ​ທາງ​ຮ່າງກາຍ ແຕ່​ທາງ​ຈິດວິນຍານ​ພວກເຂົາ​ຈະ​ມີຊີວິດ​ຢູ່​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.

7 ເວລາ​ສຸດທ້າຍ​ຂອງ​ສິ່ງ​ທັງໝົດ​ນີ້​ໃກ້​ຈະ​ມາ​ເຖິງ​ແລ້ວ. ເຫດສະນັ້ນ ຈົ່ງ​ມີ​ສະຕິ ແລະ ຮູ້​ຈັກ​ບັງຄັບ​ຕົນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ອະທິຖານ.

8 ເໜືອ​ສິ່ງ​ອື່ນ​ໃດ​ທັງໝົດ, ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຢ່າງ​ເລິກເຊິ່ງ, ເພາະ​ຄວາມຮັກ​ປິດບັງ​ຄວາມບາບ​ຈຳນວນ​ຫລວງຫລາຍ​ໄວ້​ໄດ້.

9 ຈົ່ງ​ຕ້ອນຮັບ​ເຊິ່ງກັນແລະກັນ​ໂດຍ​ບໍ່​ມີ​ການ​ຈົ່ມ.

10 ແຕ່ລະຄົນ​ຄວນ​ໃຊ້​ຂອງປະທານ​ທີ່​ຕົນ​ໄດ້​ຮັບ​ມາ​ນັ້ນ​ຮັບໃຊ້​ຜູ້​ອື່ນ, ບໍລິຫານ​ຂອງປະທານ​ແຫ່ງ​ພຣະຄຸນ​ຂອງ​ພຣະເຈົ້າ​ໃນ​ຮູບແບບ​ຕ່າງໆ​ທີ່​ໄດ້​ຮັບ​ມາ​ຢ່າງ​ສັດຊື່.

11 ຖ້າ​ຜູ້ໃດ​ຈະ​ກ່າວ, ພວກເຂົາ​ກໍ​ຄວນ​ເຮັດ​ເໝືອນ​ເປັນ​ຜູ້​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ. ຖ້າ​ຜູ້ໃດ​ຈະ​ຮັບໃຊ້, ພວກເຂົາ​ກໍ​ຄວນ​ເຮັດ​ດ້ວຍ​ກຳລັງ​ທີ່​ພຣະເຈົ້າ​ໃຫ້, ເພື່ອ​ວ່າ​ພຣະເຈົ້າ​ຈະ​ໄດ້​ຮັບ​ການ​ສັນລະເສີນ​ໃນ​ທຸກສິ່ງ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ. ຂໍ​ໃຫ້​ສະຫງ່າລາສີ ແລະ ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


ທຸກທໍລະມານ​ເພາະ​ເປັນ​ຄຣິສຕຽນ

12 ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ປະຫລາດໃຈ​ກັບ​ການທົດລອງ​ອັນ​ເຈັບປວດ​ທີ່​ພວກເຈົ້າ​ປະເຊີນ​ຢູ່​ເໝືອນ​ກັບ​ວ່າ​ມີ​ສິ່ງ​ແປກປະຫລາດ​ເກີດ​ຂຶ້ນ​ກັບ​ພວກເຈົ້າ.

13 ແຕ່​ຈົ່ງ​ຊື່ນຊົມຍິນດີ​ທີ່​ໄດ້​ຮ່ວມ​ໃນ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ເພື່ອ​ພວກເຈົ້າ​ຈະ​ໄດ້​ຊື່ນຊົມຍິນດີ​ຢ່າງ​ລົ້ນເຫລືອ​ເມື່ອ​ສະຫງ່າລາສີ​ຂອງ​ພຣະອົງ​ມາ​ປາກົດ.

14 ຖ້າ​ພວກເຈົ້າ​ຖືກ​ດູຖູກ​ຍ້ອນ​ນາມ​ຂອງ​ພຣະຄຣິດເຈົ້າ​ພວກເຈົ້າ​ກໍ​ໄດ້​ຮັບ​ພອນ ເພາະ​ພຣະວິນຍານບໍລິສຸດເຈົ້າ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ນັ້ນ​ຢູ່​ກັບ​ພວກເຈົ້າ.

15 ຖ້າ​ພວກເຈົ້າ​ທົນທຸກ ກໍ​ຢ່າ​ໄດ້​ທົນທຸກ​ໃນ​ຖານະ​ທີ່​ເປັນ​ຜູ້ຂ້າຄົນ ຫລື ເປັນ​ຄົນຂີ້ລັກ ຫລື ຄະດີ​ອາຍາ​ປະເພດ​ຕ່າງໆ ຫລື ແມ່ນ​ແຕ່​ເປັນ​ຄົນ​ມັກ​ຫຍຸ້ງ​ເລື່ອງ​ຂອງ​ຜູ້​ອື່ນ

16 ແຕ່​ຖ້າ​ພວກເຈົ້າ​ທົນທຸກ​ໃນ​ຖານະ​ທີ່​ເປັນ​ຄຣິສຕຽນ​ກໍ​ຢ່າ​ໄດ້​ອັບອາຍ, ແຕ່​ຈົ່ງ​ສັນລະເສີນ​ພຣະເຈົ້າ​ທີ່​ພວກເຈົ້າ​ໄດ້​ຮັບ​ການ​ເອີ້ນ​ຕາມ​ນາມ​ນັ້ນ.

17 ເພາະ​ເຖິງ​ເວລາ​ແລ້ວ​ທີ່​ການພິພາກສາ​ຈະ​ເລີ່ມ​ຂຶ້ນ​ທີ່​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ ຖ້າ​ການ​ພິພາກສາ​ເລີ່ມ​ຕົ້ນ​ທີ່​ພວກເຮົາ​ກ່ອນ ແລ້ວ​ຜົນ​ທີ່​ຈະ​ໄດ້​ຮັບ​ຂອງ​ບັນດາ​ຜູ້​ທີ່​ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ຈະ​ເປັນ​ຢ່າງໃດ?

18 ແລະ, “ຖ້າ​ຄົນຊອບທຳ​ຈະ​ໄດ້ຮັບ​ຄວາມພົ້ນ​ກໍ​ຍັງ​ຍາກ, ແລ້ວ​ຄົນອະທຳ​ກັບ​ຄົນບາບ​ຈະ​ເປັນ​ຢ່າງໃດ?”

19 ດັ່ງນັ້ນ ຜູ້​ທີ່​ທົນທຸກ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ກໍ​ຄວນ​ມອບ​ຕົນເອງ​ໄວ້​ກັບ​ພຣະຜູ້ສ້າງ​ຜູ້​ສັດຊື່​ຂອງ​ພວກເຂົາ ແລະ ເຮັດ​ຄວາມດີ​ຕໍ່ໄປ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan