Biblia Todo Logo
Bìoball air-loidhne

- Sanasan -

1 ເປໂຕ 3 - ພຣະຄຳພີລາວສະບັບສະໄໝໃໝ່


ຜົວ​ເມຍ

1 ໃນ​ທຳນອງ​ດຽວ​ກັນ​ນັ້ນ ເມຍ​ທັງຫລາຍ​ຈົ່ງ​ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ ເພື່ອ​ວ່າ​ຖ້າ​ຜົວ​ບາງຄົນ​ບໍ່​ເຊື່ອຟັງ​ພຣະຄຳ​ຂອງ​ພຣະເຈົ້າ ແຕ່​ການປະຕິບັດ​ຂອງ​ເມຍ​ກໍ​ອາດ​ຊະນະ​ໃຈ​ລາວ​ໂດຍ​ບໍ່​ຕ້ອງ​ເວົ້າ​ຫຍັງ​ຈັກ​ຄຳ.

2 ເມື່ອ​ພວກເຂົາ​ເຫັນ​ຄວາມ​ບໍລິສຸດ ແລະ ຄວາມຢຳເກງ​ພຣະເຈົ້າ​ໃນ​ຊີວິດ​ຂອງ​ພວກເຈົ້າ.

3 ຄວາມງາມ​ຂອງ​ພວກເຈົ້າ​ນັ້ນ​ຈະ​ຕ້ອງ​ບໍ່​ມາ​ຈາກ​ການຕົບແຕ່ງ​ພາຍນອກ​ເຊັ່ນ​ວ່າ: ການ​ເຮັດ​ຊົງຜົມ​ທີ່​ປານີດ, ໃສ່​ເຄື່ອງປະດັບ​ຄຳ ຫລື ເຄື່ອງນຸ່ງ​ທີ່​ງາມ.

4 ແຕ່​ໃຫ້​ເປັນ​ຄວາມງາມ​ທີ່​ຢູ່​ພາຍໃນ ຄື​ຄວາມງາມ​ທີ່​ບໍ່​ເສື່ອມສູນ​ຂອງ​ຈິດໃຈ​ທີ່​ອ່ອນນ້ອມ ແລະ ສະຫງົບ ເຊິ່ງ​ມີ​ຄຸນຄ່າ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຫລາຍ.

5 ເພາະ​ນີ້​ເປັນ​ວິຖີທາງ​ທີ່​ບັນດາ​ຜູ້ຍິງ​ບໍລິສຸດ​ໃນ​ອະດີດ ຜູ້​ທີ່​ມອບ​ຄວາມຫວັງ​ໃຈ​ໄວ້​ໃນ​ພຣະເຈົ້າ​ເຄີຍ​ນຳໃຊ້​ເພື່ອ​ຕົບແຕ່ງ​ຕົນເອງ. ພວກເຂົາ​ຍອມ​ເຊື່ອຟັງ​ຜົວ​ຂອງຕົນ,

6 ເໝືອນດັ່ງ​ນາງ​ຊາຣາ​ທີ່​ໄດ້​ເຊື່ອຟັງ​ອັບຣາຮາມ ແລະ ເອີ້ນ​ເພິ່ນ​ວ່າ​ນາຍ. ຖ້າ​ພວກເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ບໍ່​ຢ້ານກົວ​ຕໍ່​ສິ່ງໃດ ພວກເຈົ້າ​ກໍ​ເປັນ​ລູກຫລານ​ຂອງ​ນາງ​ແລ້ວ.

7 ໃນ​ທຳນອງ​ດຽວ​ກັນ​ນັ້ນ ຝ່າຍ​ຜົວ​ທັງຫລາຍ​ຈົ່ງ​ຢູ່​ກັບ​ເມຍ​ຂອງ​ຕົນ​ດ້ວຍ​ຄວາມ​ເອົາໃຈໃສ່, ຈົ່ງ​ໃຫ້​ກຽດ​ເມຍ​ໃນ​ຖານະ​ເປັນ​ຜູ້​ທີ່​ອ່ອນແອ​ກວ່າ ແລະ ເປັນ​ຜູ້​ທີ່​ຈະ​ຮັບ​ຊີວິດ ເຊິ່ງ​ເປັນ​ຂອງປະທານ​ແຫ່ງ​ພຣະຄຸນ ເພື່ອ​ຈະ​ບໍ່​ມີ​ສິ່ງໃດ​ຂັດຂວາງ​ຄຳອະທິຖານ​ຂອງ​ພວກເຈົ້າ​ທັງ​ສອງ.


ທົນທຸກທໍລະມານ​ຍ້ອນ​ເຮັດ​ດີ

8 ສຸດທ້າຍ​ນີ້, ພວກເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ນ້ຳໜຶ່ງໃຈດຽວກັນ, ຈົ່ງ​ເຫັນອົກເຫັນໃຈກັນ, ຈົ່ງ​ຮັກເຊິ່ງກັນແລະກັນ, ຈົ່ງ​ມີ​ໃຈອ່ອນນ້ອມ ແລະ ຖ່ອມໂຕ.

9 ຢ່າ​ເຮັດ​ຄວາມຊົ່ວ​ຕອບ​ແທນ​ຄວາມຊົ່ວ ຫລື ຢ່າ​ດ່າ​ຕອບແທນ​ຄົນ​ທີ່​ດ່າ. ໃນ​ທາງ​ກົງກັນຂ້າມ, ຈົ່ງ​ຕອບແທນ​ຄວາມຊົ່ວ​ດ້ວຍ​ຄຳອວຍພອນ ເພາະວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຈົ້າ​ໃຫ້​ເຮັດ​ຢ່າງ​ນີ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ພອນ​ເປັນ​ມໍລະດົກ.

10 ເພາະ, “ຜູ້ໃດ​ກໍ​ຕາມ​ຮັກ​ຊີວິດ ແລະ ປາຖະໜາ​ຈະ​ເຫັນ​ວັນ​ທີ່​ດີ ພວກເຂົາ​ຕ້ອງ​ຮັກສາ​ລີ້ນ​ຂອງ​ຕົນ​ໃຫ້​ພົ້ນ​ຈາກ​ຄວາມຊົ່ວ ຮັກສາ​ປາກ​ຂອງ​ຕົນ​ໃຫ້​ບໍ່​ໃຫ້​ເວົ້າ​ຄຳ​ຫລອກລວງ.

11 ພວກເຂົາ​ຕ້ອງ​ຫັນໜີ​ຈາກ​ຄວາມຊົ່ວ ແລະ ເຮັດ​ຄວາມດີ ພວກເຂົາ​ຕ້ອງ​ສະແຫວງຫາ​ສັນຕິສຸກ ແລະ ຕິດຕາມ​ສັນຕິສຸກ​ນັ້ນ.

12 ເພາະ​ຕາ​ຂອງ​ອົງພຣະຜູ້ເປັນເຈົ້າ​ເຝົ້າ​ເບິ່ງ​ຄົນຊອບທຳ ແລະ ຫູ​ຂອງ​ພຣະອົງ​ຮັບ​ຟັງ​ຄຳອະທິຖານ​ຂອງ​ພວກເຂົາ, ແຕ່​ອົງພຣະຜູ້ເປັນເຈົ້າ​ຫັນ​ໜ້າ​ຕໍ່ສູ້​ບັນດາ​ຜູ້​ທີ່​ເຮັດ​ຊົ່ວ”.

13 ຖ້າ​ພວກເຈົ້າ​ກະຕືລືລົ້ນ​ໃນ​ການ​ເຮັດ​ດີ ຜູ້ໃດ​ຈະ​ມາ​ເຮັດ​ຮ້າຍ​ພວກເຈົ້າ​ໄດ້?

14 ແຕ່​ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພວກເຈົ້າ​ກໍ​ໄດ້​ຮັບ​ພອນ. “ຢ່າ​ຢ້ານກົວ​ຕໍ່​ການກະທຳ​ຂອງ​ພວກເຂົາ, ຢ່າ​ວິຕົກ​ກັງວົນໃຈ​ເລີຍ”.

15 ແຕ່​ໃນ​ໃຈ​ຂອງ​ພວກເຈົ້າ​ຈົ່ງ​ເຄົາລົບ​ພຣະຄຣິດເຈົ້າ​ວ່າ​ເປັນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ຕຽມພ້ອມ​ສະເໝີ​ທີ່​ຈະ​ຕອບ​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ເຖິງ​ເຫດຜົນ​ທີ່​ພວກເຈົ້າ​ມີ​ຄວາມຫວັງ​ຢ່າງ​ນີ້. ແຕ່​ຈົ່ງ​ຕອບ​ຢ່າງ​ສຸພາບອ່ອນນ້ອມ ແລະ ໃຫ້ກຽດ.

16 ຈົ່ງ​ຮັກສາ​ຈິດສຳນຶກ​ໃຫ້​ໃສ​ສະອາດ ເພື່ອ​ຜູ້​ທີ່​ກ່າວຮ້າຍ​ຄວາມປະພຶດ​ດີ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ​ນັ້ນ​ຈະ​ໄດ້​ລະອາຍໃຈ​ທີ່​ມາ​ໃສ່ຮ້າຍ​ພວກເຈົ້າ.

17 ເພາະ​ຖ້າ​ເປັນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ໃຫ້​ພວກເຈົ້າ​ທົນທຸກ​ເນື່ອງ​ຈາກ​ການ​ເຮັດດີ​ກໍ​ດີ​ກວ່າ​ທົນທຸກ​ເພາະ​ການ​ເຮັດ​ຊົ່ວ.

18 ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.

19 ໂດຍ​ທາງ​ວິນຍານ​ນັ້ນ ພຣະອົງ​ຍັງ​ໄດ້​ໄປ​ປະກາດ​ແກ່​ວິນຍານ​ທັງຫລາຍ​ທີ່​ຖືກ​ຂັງ​ຄຸກ​ຢູ່​ດ້ວຍ.

20 ໃນ​ອະດີດ​ບໍ່​ເຊື່ອຟັງ ເມື່ອ​ເວລາ​ທີ່​ພຣະເຈົ້າ​ອົດທົນ​ລໍຖ້າ​ໃນ​ສະໄໝ​ຂອງ​ໂນອາ​ຂະນະ​ທີ່​ເພິ່ນ​ສ້າງ​ເຮືອ. ໃນ​ເຮືອ​ນີ້​ມີ​ຄົນ​ທີ່​ຢູ່​ບໍ່​ຫລາຍ ຄື​ແປດ​ຄົນ​ເທົ່ານັ້ນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ນ້ຳ​ຊ່ວຍ​ພວກເຂົາ​ໃຫ້​ລອດ.

21 ແລະ ນ້ຳ​ນີ້​ເປັນ​ສັນຍາລັກ​ການຮັບບັບຕິສະມາ ເຊິ່ງ​ບັດນີ້​ໄດ້​ຊ່ວຍ​ພວກເຈົ້າ​ທັງຫລາຍ​ໃຫ້​ລອດພົ້ນ​ເໝືອນກັນ ບໍ່​ແມ່ນ​ເປັນ​ການ​ກຳຈັດ​ສິ່ງ​ເປື້ອນເປິ​ອອກ​ຈາກ​ຮ່າງກາຍ ແຕ່​ເປັນ​ການ​ປະຕິຍານ​ຕໍ່​ພຣະເຈົ້າ​ວ່າ​ຈະ​ຮັກສາ​ຈິດສຳນຶກ​ທີ່​ດີ. ບັບຕິສະມາ​ໄດ້​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໂດຍ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,

22 ຜູ້​ທີ່​ໄດ້​ເຂົ້າ​ໃນ​ສະຫວັນ ແລະ ບັດນີ້​ກໍ​ນັ່ງ​ຢູ່​ທີ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ໂດຍ​ມີ​ບັນດາ​ເທວະດາ, ຜູ້ມີອຳນາດ ແລະ ອຳນາດ​ທີ່​ຢູ່​ໃຕ້​ພຣະອົງ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan