Biblia Todo Logo
Bìoball air-loidhne

- Sanasan -

1 ເປໂຕ 2 - ພຣະຄຳພີລາວສະບັບສະໄໝໃໝ່

1 ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມຄິດຮ້າຍ ແລະ ການຫລອກລວງ​ທຸກຢ່າງ, ຄວາມ​ໜ້າຊື່ໃຈຄົດ, ຄວາມອິດສາ ແລະ ການໃສ່ຮ້າຍປ້າຍສີ​ທຸກຢ່າງ​ອອກໄປ​ຈາກ​ພວກເຈົ້າ.

2 ຈົ່ງ​ເປັນ​ເໝືອນດັ່ງ​ເດັກນ້ອຍເກີດໃໝ່​ທີ່​ກະຫາຍຫາ​ນ້ຳນົມ​ອັນ​ບໍລິສຸດ​ຝ່າຍ​ວິນຍານ, ເພື່ອ​ວ່າ​ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ພວກເຈົ້າ​ໃຫຍ່​ຂຶ້ນ​ໃນ​ຄວາມພົ້ນ​ຂອງ​ພວກເຈົ້າ,

3 ບັດນີ້ ພວກເຈົ້າ​ໄດ້​ຮູ້​ແລ້ວ​ວ່າ​ອົງພຣະຜູ້ເປັນເຈົ້າ​ນັ້ນ​ປະເສີດ.


ສີລາ​ທີ່​ມີຊີວິດ ແລະ ຜູ້​ທີ່​ເລືອກ​ໄວ້

4 ຂະນະ​ທີ່​ພວກເຈົ້າ​ມາ​ຫາ​ພຣະອົງ​ຜູ້​ເປັນ​ສີລາ​ທີ່​ມີຊີວິດ ເຊິ່ງ​ມະນຸດ​ບໍ່ຍອມຮັບ​ແຕ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ແລະ ມີ​ຄ່າ​ສຳລັບ​ພຣະອົງ.

5 ພວກເຈົ້າ​ກໍ​ເໝືອນກັນ ພວກເຈົ້າ​ເປັນ​ເໝືອນ​ສີລາ​ທີ່​ມີຊີວິດ ເຊິ່ງ​ກຳລັງ​ໄດ້​ຮັບ​ການ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍວິນຍານ ເພື່ອ​ເປັນ​ປະໂລຫິດ​ບໍລິສຸດ, ຖວາຍ​ເຄື່ອງບູຊາ​ຝ່າຍວິນຍານ​ທີ່​ພຣະເຈົ້າ​ຍອມຮັບ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ.

6 ເພາະ​ໃນ​ພຣະຄຳພີ​ກ່າວ​ວ່າ: “ເບິ່ງແມ, ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ເມືອງ​ຊີໂອນ, ເປັນ​ຫີນເສົາເອກ​ທີ່​ເລືອກ​ໄວ້​ແລ້ວ ແລະ ລ້ຳຄ່າ, ແລະ ຜູ້​ທີ່​ວາງໃຈ​ໃນ​ພຣະອົງ ຈະ​ບໍ່​ໄດ້​ຮັບ​ຄວາມອັບອາຍ​ຈັກເທື່ອ”.

7 ບັດນີ້ ສຳລັບ​ພວກເຈົ້າ​ຜູ້​ທີ່​ເຊື່ອ, ສີລາ​ນີ້​ແມ່ນ​ລ້ຳຄ່າ. ແຕ່​ສຳລັບ​ບັນດາ​ຜູ້​ທີ່​ບໍ່ເຊື່ອ​ນັ້ນ, “ຫີນ​ທີ່​ຊ່າງກໍ່​ໄດ້​ຖິ້ມ​ແລ້ວ ກໍ​ໄດ້​ກາຍເປັນ​ຫີນເສົາເອກ”,

8 ແລະ, “ເປັນ​ຫີນ​ທີ່​ເຮັດ​ໃຫ້​ຄົນ​ທັງຫລາຍ​ສະດຸດ ແລະ ເປັນ​ຫີນ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມ​ລົງ”. ພວກເຂົາ​ສະດຸດ​ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ນັ້ນ ເຊິ່ງ​ກໍ​ເປັນ​ໄປ​ຕາມ​ທີ່​ພວກເຂົາ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ​ເໝືອນກັນ.

9 ແຕ່​ພວກເຈົ້າ​ເປັນ​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້, ເປັນ​ປະໂລຫິດ​ຫລວງ, ເປັນ​ຊົນຊາດ​ບໍລິສຸດ, ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ, ເພື່ອ​ພວກເຈົ້າ​ຈະ​ໄດ້​ປະກາດ​ຄຳ​ສັນລະເສີນ​ພຣະອົງ​ຜູ້​ເອີ້ນ​ພວກເຈົ້າ​ອອກຈາກ​ຄວາມມືດ​ເຂົ້າ​ສູ່​ຄວາມສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.

10 ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ເປັນ​ຄົນ​ຂອງ​ພຣະເຈົ້າ ແຕ່​ບັດນີ້​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະອົງ, ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ຄວາມເມດຕາ ແຕ່​ບັດນີ້ ພວກເຈົ້າ​ໄດ້​ຮັບ​ຄວາມເມດຕາ​ແລ້ວ.


ດຳເນີນຊີວິດ​ຕາມ​ພຣະເຈົ້າ​ໃນ​ສັງຄົມ​ທີ່​ບໍ່​ເຊື່ອ​ພຣະເຈົ້າ

11 ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຄົນຕ່າງດ້າວ ແລະ ເປັນ​ຄົນຕ່າງຖິ່ນ, ຈົ່ງ​ລະເວັ້ນ​ຈາກ​ຄວາມປາຖະໜາ​ຊົ່ວ ເຊິ່ງ​ຕໍ່ສູ້​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ

12 ຈົ່ງ​ດຳເນີນຊີວິດ​ໃຫ້​ດີ​ໃນ​ທ່າມກາງ​ຄົນບໍ່ເຊື່ອ​ພຣະເຈົ້າ ເຖິງແມ່ນວ່າ​ພວກເຂົາ​ກ່າວຫາ​ພວກເຈົ້າ​ວ່າ​ເຮັດ​ຜິດ, ພວກເຂົາ​ກໍ​ຈະ​ເຫັນ​ການກະທຳ​ທີ່​ດີ​ຂອງ​ພວກເຈົ້າ ແລະ ຖວາຍ​ກຽດ​ພຣະເຈົ້າ​ໃນ​ວັນ​ທີ່​ພຣະອົງ​ມາ​ຢ້ຽມຢາມ​ພວກເຮົາ.

13 ໂດຍ​ເຫັນແກ່​ອົງພຣະຜູ້ເປັນເຈົ້າ ພວກເຈົ້າ​ຈົ່ງ​ຍອມ​ຢູ່​ໃຕ້​ທຸກ​ອຳນາດ​ທີ່​ຕັ້ງຂຶ້ນ​ໃນ​ທ່າມກາງ​ມະນຸດ​ຄື: ບໍ່​ວ່າ​ຈະ​ເປັນ​ກະສັດ​ໃນ​ຖານະ​ຜູ້​ມີ​ອຳນາດ​ສູງສຸດ,

14 ຫລື ບັນດາ​ຜູ້​ປົກຄອງ​ທີ່​ກະສັດ​ໄດ້​ສົ່ງ​ມາ​ເພື່ອ​ລົງໂທດ​ຜູ້​ທີ່​ເຮັດ​ຜິດ ແລະ ຍົກຍ້ອງ​ຜູ້​ທີ່​ເຮັດ​ຖືກຕ້ອງ.

15 ເພາະ​ເປັນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ທີ່​ຈະໃຫ້​ພວກເຈົ້າ​ລະງັບ​ຄຳເວົ້າ​ຂອງ​ຄົນໂງ່​ດ້ວຍ​ການ​ເຮັດດີ

16 ຈົ່ງ​ດຳເນີນຊີວິດ​ເໝືອນດັ່ງ​ຄົນ​ທີ່​ມີ​ເສລີພາບ, ແຕ່​ຢ່າ​ໃຊ້​ເສລີພາບ​ຂອງ​ພວກເຈົ້າ​ເປັນ​ຂໍ້​ອ້າງ​ເພື່ອ​ປົກປິດ​ຄວາມຊົ່ວ, ຈົ່ງ​ດຳເນີນຊີວິດ​ເໝືອນ​ເປັນ​ຂ້າທາດ​ຂອງ​ພຣະເຈົ້າ.

17 ຈົ່ງ​ໃຫ້​ກຽດ​ແກ່​ທຸກຄົນ, ຈົ່ງ​ຮັກ​ບັນດາ​ພີ່ນ້ອງ​ໃນ​ຄວາມເຊື່ອ​ດຽວ​ກັນ, ຈົ່ງ​ຢຳເກງ​ພຣະເຈົ້າ, ຈົ່ງ​ເຄົາລົບນັບຖື​ຜູ້​ມີ​ອຳນາດ​ສູງສຸດ.

18 ຂ້າທາດ​ທັງຫລາຍ​ເອີຍ, ເພາະ​ເຫັນ​ແກ່​ການ​ຢຳເກງ​ພຣະເຈົ້າ​ຈົ່ງ​ຍອມ​ເຊື່ອຟັງ​ນາຍ​ຂອງ​ຕົນ​ດ້ວຍ​ຄວາມເຄົາລົບ, ບໍ່​ແມ່ນ​ແຕ່​ຕໍ່​ນາຍ​ທີ່​ດີ ແລະ ເຫັນອົກເຫັນໃຈ​ເທົ່ານັ້ນ ແຕ່​ຕໍ່​ນາຍ​ທີ່​ໂຫດຮ້າຍ​ດ້ວຍ.

19 ເພາະ​ຜູ້​ທີ່​ຍອມ​ທຸກທໍລະມານ​ຢ່າງ​ບໍ່ຍຸຕິທຳ​ເພາະ​ພວກເຂົາ​ສຳນຶກ​ໃນ​ພຣະເຈົ້າ​ນັ້ນ​ກໍ​ໜ້າ​ຍົກຍ້ອງ.

20 ແຕ່​ຖ້າຫາກ​ພວກເຈົ້າ​ຖືກ​ຂ້ຽນຕີ​ເພາະ​ໄດ້​ເຮັດຜິດ ເຖິງ​ພວກເຈົ້າ​ຍອມ​ທົນ​ກໍ​ຈະ​ນັບ​ເປັນ​ຄວາມດີ​ໄດ້​ຢ່າງໃດ? ແຕ່​ຖ້າ​ພວກເຈົ້າ​ຕ້ອງ​ທົນທຸກ​ເພາະ​ເຮັດດີ ແລະ ພວກເຈົ້າ​ຍອມ​ທົນ​ເອົາ ນີ້​ເປັນ​ສິ່ງ​ທີ່​ໜ້າ​ຍົກຍ້ອງ​ຕໍ່ໜ້າ​ພຣະເຈົ້າ.

21 ພຣະອົງ​ເອີ້ນ​ພວກເຈົ້າ​ມາ​ສູ່​ສະພາບ​ການ​ຢ່າງ​ນີ້​ແຫລະ ເພາະວ່າ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ, ວາງ​ແບບຢ່າງ​ໄວ້​ໃຫ້​ພວກເຈົ້າ ເຊິ່ງ​ພວກເຈົ້າ​ຄວນ​ດຳເນີນ​ຕາມ​ຮອຍ​ຕີນ​ຂອງ​ພຣະອົງ.

22 “ພຣະອົງ​ບໍ່​ໄດ້​ເຮັດ​ບາບ ແລະ ບໍ່​ມີ​ຄຳ​ຫລອກລວງ​ໃນ​ປາກ​ຂອງ​ພຣະອົງ”

23 ເມື່ອ​ພວກເຂົາ​ກ່າວ​ດູຖູກ​ພຣະອົງ, ພຣະອົງ​ກໍ​ບໍ່​ໄດ້​ຕອບໂຕ້, ເມື່ອ​ພຣະອົງ​ທົນທຸກທໍລະມານ, ພຣະອົງ​ກໍ​ບໍ່​ໄດ້​ຂົ່ມຂູ່, ແຕ່​ກົງກັນຂ້າມ, ພຣະອົງ​ໄດ້​ມອບ​ພຣະອົງ​ເອງ​ໄວ້​ກັບ​ພຣະເຈົ້າ​ຜູ້​ພິພາກສາ​ຢ່າງ​ຍຸຕິທຳ.

24 “ພຣະອົງ​ເອງ​ຮັບ​ແບກ​ຄວາມບາບ​ຂອງ​ພວກເຮົາ” ໄວ້​ໃນ​ກາຍ​ຂອງ​ພຣະອົງ​ເທິງ​ໄມ້ກາງແຂນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ຕໍ່​ຄວາມບາບ ແລະ ມີຊີວິດ​ຢູ່​ເພື່ອ​ຄວາມຊອບທຳ ແລະ “ດ້ວຍ​ບາດແຜ​ຂອງ​ພຣະອົງ​ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ”.

25 ເພາະ “ພວກເຈົ້າ​ເປັນ​ເໝືອນດັ່ງ​ແກະ​ທີ່​ຫລົງ​ທາງ”, ແຕ່​ບັດນີ້​ໄດ້​ກັບ​ມາ​ຫາ​ພຣະ​ຜູ້ລ້ຽງ ແລະ ຜູ້​ດູແລ​ຈິດວິນຍານ​ຂອງ​ພວກເຈົ້າ​ແລ້ວ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan