1 ເປໂຕ 1 - ພຣະຄຳພີລາວສະບັບສະໄໝໃໝ່1 ຈົດໝາຍສະບັບນີ້ຈາກເຮົາເປໂຕ ຜູ້ເປັນອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ, ເຖິງບັນດາຜູ້ທີ່ພຣະເຈົ້າໄດ້ເລືອກໄວ້, ເຊິ່ງເປັນຄົນຕ່າງຖິ່ນທີ່ກະຈັດກະຈາຍໄປທົ່ວແຂວງປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບິທີເນຍ, 2 ເປັນຜູ້ທີ່ໄດ້ເລືອກໄວ້ຕາມທີ່ພຣະເຈົ້າພຣະບິດາເຈົ້າຮູ້ລ່ວງໜ້າແລ້ວຜ່ານທາງການຊຳລະໃຫ້ບໍລິສຸດຂອງພຣະວິນຍານ, ເພື່ອໃຫ້ເຊື່ອຟັງພຣະເຢຊູຄຣິດເຈົ້າ ແລະ ໄດ້ຮັບການຊິດໃສ່ດ້ວຍໂລຫິດຂອງພຣະອົງ: ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຈົ່ງມີແກ່ພວກເຈົ້າຢ່າງລົ້ນເຫລືອ. ສັນລະເສີນພຣະເຈົ້າສຳລັບຄວາມຫວັງອັນມີຊີວິດຢູ່ 3 ສັນລະເສີນພຣະເຈົ້າພຣະບິດາຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ດ້ວຍຄວາມເມດຕາອັນຍິ່ງໃຫຍ່ຂອງພຣະອົງ ພຣະອົງໄດ້ໃຫ້ພວກເຮົາໄດ້ບັງເກີດໃໝ່ເຂົ້າໃນຄວາມຫວັງອັນມີຊີວິດຢູ່ຜ່ານທາງການເປັນຄືນມາຈາກຕາຍຂອງພຣະເຢຊູຄຣິດເຈົ້າ, 4 ແລະ ເຂົ້າໃນມໍລະດົກອັນບໍ່ມີວັນເສື່ອມສູນ, ບໍ່ເປື່ອຍເນົ່າ ຫລື ບໍ່ຈາງຫາຍໄປ. ມໍລະດົກນີ້ໄດ້ຮັກສາໄວ້ໃນສະຫວັນເພື່ອພວກເຈົ້າ. 5 ຜູ້ທີ່ພຣະເຈົ້າໄດ້ປົກປ້ອງໄວ້ດ້ວຍລິດອຳນາດຂອງພຣະອົງຜ່ານທາງຄວາມເຊື່ອ ຈົນເຖິງຄວາມພົ້ນ ເຊິ່ງພ້ອມແລ້ວທີ່ຈະເປີດເຜີຍໃນຍຸກສຸດທ້າຍ. 6 ພວກເຈົ້າຊື່ນຊົມຍິນດີຢ່າງໃຫຍ່ໃນສິ່ງທັງໝົດນີ້, ເຖິງແມ່ນວ່າໃນຂະນະນີ້ພວກເຈົ້າຕ້ອງທົນທຸກກັບຄວາມໂສກເສົ້າໃນການທົດລອງທຸກຢ່າງຊົ່ວຂະນະໜຶ່ງ 7 ສິ່ງເຫລົ່ານີ້ມີມາກໍເພື່ອພິສູດວ່າພວກເຈົ້າມີຄວາມເຊື່ອແທ້, ຄວາມເຊື່ອນີ້ລ້ຳຄ່າຍິ່ງກວ່າຄຳ ເຊິ່ງສາມາດເສື່ອມສູນໄປເຖິງແມ່ນວ່າໄດ້ຖືກຫລອມດ້ວຍໄຟ ຄວາມເຊື່ອນີ້ກໍ່ໃຫ້ເກີດຄຳສັນລະເສີນ, ສະຫງ່າລາສີ ແລະ ກຽດຕິຍົດເມື່ອພຣະເຢຊູຄຣິດເຈົ້າຈະມາປາກົດ. 8 ເຖິງແມ່ນວ່າພວກເຈົ້າຍັງບໍ່ເຫັນພຣະອົງ, ແຕ່ກໍຮັກພຣະອົງ ແລະ ແມ່ນແຕ່ໃນເວລານີ້ພວກເຈົ້າບໍ່ເຫັນພຣະອົງ ແຕ່ກໍເຊື່ອໃນພຣະອົງ ແລະ ເຕັມດ້ວຍຄວາມຍິນດີອັນຍິ່ງໃຫຍ່ຈົນບໍ່ສາມາດຈະບັນລະຍາຍໄດ້, 9 ເພາະພວກເຈົ້າກຳລັງໄດ້ຮັບຜົນສຸດທ້າຍຂອງຄວາມເຊື່ອຂອງພວກເຈົ້າ ຄືຄວາມພົ້ນແຫ່ງຈິດວິນຍານຂອງພວກເຈົ້າ. 10 ກ່ຽວກັບເລື່ອງຄວາມພົ້ນນີ້, ບັນດາຜູ້ທຳນວາຍຜູ້ທີ່ໄດ້ກ່າວເຖິງພຣະຄຸນທີ່ຈະມາເຖິງພວກເຈົ້ານັ້ນກໍໄດ້ຄົ້ນຄວ້າຢ່າງຕັ້ງໃຈ ແລະ ດ້ວຍຄວາມເອົາໃຈໃສ່ທີ່ສຸດ. 11 ພວກເພິ່ນພະຍາຍາມຄົ້ນຫາວ່າສິ່ງທີ່ພຣະວິນຍານຂອງພຣະຄຣິດເຈົ້າທີ່ຢູ່ໃນພວກເພິ່ນໄດ້ບົ່ງໄວ້ນັ້ນຈະເກີດຂຶ້ນເມື່ອໃດ ແລະ ຈະເກີດຂຶ້ນຢ່າງໃດ ເມື່ອພຣະອົງໄດ້ທຳນວາຍເຖິງຄວາມທຸກທໍລະມານຂອງພຣະຄຣິດເຈົ້າ ແລະ ເຖິງສະຫງ່າລາສີທີ່ຈະຕາມມານັ້ນ. 12 ພວກເພິ່ນໄດ້ຮັບການເປີດເຜີຍວ່າສິ່ງຕ່າງໆທີ່ໄດ້ທຳນວາຍເຖິງນັ້ນ ບໍ່ແມ່ນເພື່ອເປັນການຮັບໃຊ້ພວກເພິ່ນເອງແຕ່ເພື່ອພວກເຈົ້າ, ບັດນີ້ ບັນດາຜູ້ປະກາດຂ່າວປະເສີດໄດ້ກ່າວເຖິງສິ່ງຕ່າງໆເຫລົ່ານີ້ແກ່ພວກເຈົ້າແລ້ວໂດຍທາງພຣະວິນຍານບໍລິສຸດເຈົ້າທີ່ໄດ້ສົ່ງມາຈາກສະຫວັນ. ແມ່ນແຕ່ພວກເທວະດາກໍຍັງປາຖະໜາຈະເຂົ້າໃຈສິ່ງເຫລົ່ານີ້. ຈົ່ງບໍລິສຸດ 13 ເຫດສະນັ້ນ ຈົ່ງຕຽມຄວາມຄິດຈິດໃຈໃຫ້ພ້ອມ ແລະ ມີສະຕິ, ຈົ່ງຕັ້ງຄວາມຫວັງໄວ້ເທິງພຣະຄຸນທີ່ຈະມາເຖິງພວກເຈົ້າເມື່ອພຣະເຢຊູຄຣິດເຈົ້າມາປາກົດ. 14 ໃນຖານະລູກທີ່ເຊື່ອຟັງ, ຢ່າດຳເນີນຕາມຄວາມປາຖະໜາຊົ່ວທີ່ພວກເຈົ້າເຄີຍມີເມື່ອເວລາທີ່ພວກເຈົ້າໃຊ້ຊີວິດໃນຄວາມໂງ່ນັ້ນ. 15 ແຕ່ພວກເຈົ້າຈົ່ງບໍລິສຸດໃນການກະທຳທຸກຢ່າງ ເໝືອນດັ່ງພຣະອົງຜູ້ເອີ້ນເອົາພວກເຈົ້ານັ້ນບໍລິສຸດ. 16 ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ: “ຈົ່ງບໍລິສຸດ, ເພາະເຮົາບໍລິສຸດ”. 17 ເມື່ອພວກເຈົ້າຂໍຕໍ່ພຣະບິດາເຈົ້າຜູ້ຕັດສິນການກະທຳຂອງແຕ່ລະຄົນໂດຍບໍ່ເລືອກໜ້າຜູ້ໃດ ກໍຈົ່ງດຳເນີນຊີວິດໃນຖານະທີ່ເປັນຄົນຕ່າງດ້າວດ້ວຍຄວາມຢຳເກງ. 18 ເພາະພວກເຈົ້າກໍຮູ້ແລ້ວວ່າ ພຣະອົງໄດ້ໄຖ່ພວກເຈົ້າໃຫ້ພົ້ນຈາກວິຖີຊີວິດອັນບໍ່ມີປະໂຫຍດ ເຊິ່ງພວກເຈົ້າໄດ້ສືບທອດມາຈາກບັນພະບຸລຸດຂອງພວກເຈົ້ານັ້ນ ບໍ່ໄດ້ໄຖ່ດ້ວຍສິ່ງທີ່ເສື່ອມສູນໄປເຊັ່ນເງິນ ຫລື ຄຳ, 19 ແຕ່ດ້ວຍໂລຫິດອັນລ້ຳຄ່າຂອງພຣະຄຣິດເຈົ້າ ຜູ້ເປັນລູກແກະທີ່ບໍ່ມີຕຳໜິ ຫລື ຂໍ້ບົກຜ່ອງໃດໆ. 20 ພຣະອົງໄດ້ເລືອກພຣະຄຣິດເຈົ້າໄວ້ຕັ້ງແຕ່ກ່ອນສ້າງໂລກ ແຕ່ໄດ້ໃຫ້ພຣະຄຣິດເຈົ້າປາກົດໃນວາລະສຸດທ້າຍນີ້ເພື່ອເຫັນແກ່ພວກເຈົ້າທັງຫລາຍ. 21 ໂດຍທາງພຣະອົງພວກເຈົ້າຈຶ່ງເຊື່ອໃນພຣະເຈົ້າ ຜູ້ບັນດານໃຫ້ພຣະຄຣິດເຈົ້າເປັນຄືນມາຈາກຕາຍ ແລະ ມອບສະຫງ່າລາສີໃຫ້ແກ່ພຣະອົງ. ດັ່ງນັ້ນແຫລະ ຄວາມເຊື່ອ ແລະ ຄວາມຫວັງຂອງພວກເຈົ້າຈຶ່ງຢູ່ໃນພຣະເຈົ້າ. 22 ບັດນີ້ ເມື່ອພວກເຈົ້າໄດ້ຊຳລະໂຕໃຫ້ບໍລິສຸດດ້ວຍການເຊື່ອຟັງຄວາມຈິງ ເພື່ອວ່າພວກເຈົ້າຈະຮັກເຊິ່ງກັນແລະກັນດ້ວຍຈິງໃຈແລ້ວ ກໍຈົ່ງຮັກກັນໃຫ້ເລິກສຸດໃຈ. 23 ເພາະພວກເຈົ້າໄດ້ບັງເກີດໃໝ່ແລ້ວ, ບໍ່ແມ່ນເກີດຈາກເມັດພັນອັນເສື່ອມສູນໄດ້ ແຕ່ຈາກເມັດພັນອັນບໍ່ມີເສື່ອມສູນ ຜ່ານທາງພຣະຄຳຂອງພຣະເຈົ້າອັນມີຊີວິດ ແລະ ຕັ້ງໝັ້ນຄົງຖາວອນ. 24 ເພາະວ່າ, “ມະນຸດທຸກຄົນນັ້ນເປັນເໝືອນດັ່ງຕົ້ນຫຍ້າ ແລະ ສະຫງ່າລາສີທັງໝົດຂອງພວກເຂົາກໍເປັນເໝືອນດັ່ງດອກຫຍ້າຕາມທົ່ງນາ, ຕົ້ນຫຍ້າຫ່ຽວແຫ້ງໄປ ແລະ ດອກມັນກໍຫລົ່ນລົງ, 25 ແຕ່ພຣະຄຳຂອງອົງພຣະຜູ້ເປັນເຈົ້າຕັ້ງໝັ້ນຄົງຢູ່ຕະຫລອດໄປ”. ແລະ ນີ້ຄືຖ້ອຍຄຳທີ່ໄດ້ປະກາດແກ່ພວກເຈົ້າແລ້ວ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.