1 ໂຢຮັນ 5 - ພຣະຄຳພີລາວສະບັບສະໄໝໃໝ່ຄວາມເຊື່ອໃນພຣະບຸດຂອງພຣະເຈົ້າ 1 ທຸກຄົນທີ່ເຊື່ອວ່າພຣະເຢຊູເຈົ້າເປັນພຣະຄຣິດເຈົ້າກໍເກີດຈາກພຣະເຈົ້າ ແລະ ທຸກຄົນທີ່ຮັກພຣະບິດາເຈົ້າກໍຮັກລູກຂອງພຣະອົງດ້ວຍ. 2 ນີ້ຄືວິທີທີ່ພວກເຮົາຈະຮູ້ວ່າພວກເຮົາຮັກລູກທັງຫລາຍຂອງພຣະເຈົ້າຄື: ໂດຍການຮັກພຣະເຈົ້າ ແລະ ເຮັດຕາມຄຳສັ່ງຂອງພຣະອົງ. 3 ຕາມຄວາມເປັນຈິງແລ້ວ, ນີ້ເປັນຄວາມຮັກຕໍ່ພຣະເຈົ້າຄື: ການຖືຮັກສາຄຳສັ່ງຂອງພຣະອົງ. ແລະ ຄຳສັ່ງຂອງພຣະອົງກໍບໍ່ເປັນພາລະໜັກ, 4 ເພາະທຸກຄົນທີ່ເກີດຈາກພຣະເຈົ້າກໍມີໄຊເໜືອໂລກ. ແມ່ນແຕ່ຄວາມເຊື່ອຂອງພວກເຮົານີ້ແຫລະກໍແມ່ນໄຊຊະນະທີ່ມີໄຊເໜືອໂລກ. 5 ຜູ້ໃດຈະມີໄຊເໜືອໂລກ? ກໍມີແຕ່ຜູ້ທີ່ເຊື່ອວ່າພຣະເຢຊູເຈົ້າເປັນພຣະບຸດຂອງພຣະເຈົ້າເທົ່ານັ້ນ. 6 ພຣະເຢຊູຄຣິດເຈົ້າຄືຜູ້ທີ່ໄດ້ມາໂດຍນ້ຳ ແລະ ໂດຍໂລຫິດ. ພຣະອົງບໍ່ໄດ້ມາໂດຍນ້ຳພຽງແຕ່ຢ່າງດຽວ, ແຕ່ໂດຍນ້ຳ ແລະ ໂລຫິດ. ແລະ ແມ່ນພຣະວິນຍານບໍລິສຸດເຈົ້າເປັນພະຍານໃຫ້ ເພາະວ່າພຣະວິນຍານບໍລິສຸດເຈົ້າເປັນຄວາມຈິງ. 7 ເພາະມີສາມສິ່ງທີ່ເປັນພະຍານຄື: 8 ພຣະວິນຍານບໍລິສຸດເຈົ້າ, ນ້ຳ ແລະ ໂລຫິດ ແລະ ທັງສາມນີ້ກໍສອດຄ່ອງກັນ. 9 ພວກເຮົາຮັບຄຳພະຍານຂອງມະນຸດ, ແຕ່ຄຳພະຍານຂອງພຣະເຈົ້າກໍຍິ່ງໃຫຍ່ກວ່າເພາະວ່າເປັນຄຳພະຍານຂອງພຣະເຈົ້າ, ເຊິ່ງພຣະອົງໄດ້ໃຫ້ກ່ຽວກັບພຣະບຸດຂອງພຣະອົງ. 10 ຜູ້ໃດກໍຕາມທີ່ເຊື່ອໃນພຣະບຸດຂອງພຣະເຈົ້າກໍຍອມຮັບຄຳພະຍານນີ້. ຜູ້ໃດກໍຕາມທີ່ບໍ່ເຊື່ອພຣະເຈົ້າກໍເຮັດໃຫ້ພຣະອົງເປັນຜູ້ຕົວະ, ເພາະພວກເຂົາບໍ່ເຊື່ອຄຳພະຍານທີ່ພຣະເຈົ້າໄດ້ໃຫ້ກ່ຽວກັບພຣະບຸດຂອງພຣະອົງ. 11 ແລະ ນີ້ແມ່ນຄຳພະຍານຄື: ພຣະເຈົ້າໄດ້ໃຫ້ຊີວິດນິລັນດອນແກ່ພວກເຮົາ ແລະ ຊີວິດນີ້ມີຢູ່ໃນພຣະບຸດຂອງພຣະອົງ. 12 ຜູ້ທີ່ມີພຣະບຸດກໍມີຊີວິດ, ຜູ້ທີ່ບໍ່ມີພຣະບຸດຂອງພຣະເຈົ້າກໍບໍ່ມີຊີວິດ. ສະຫລຸບການຢືນຢັນ 13 ເຮົາຂຽນຂໍ້ຄວາມເຫລົ່ານີ້ມາເຖິງພວກເຈົ້າທັງຫລາຍທີ່ເຊື່ອໃນນາມຂອງພຣະບຸດຂອງພຣະເຈົ້າ ເພື່ອວ່າພວກເຈົ້າຈະໄດ້ຮູ້ວ່າພວກເຈົ້າມີຊີວິດນິລັນດອນ. 14 ນີ້ຄືຄວາມໝັ້ນໃຈທີ່ພວກເຮົາມີເມື່ອເຂົ້າເຝົ້າພຣະເຈົ້າຄື: ຖ້າພວກເຮົາຂໍສິ່ງໃດຕາມຄວາມປະສົງຂອງພຣະອົງ, ພຣະອົງກໍຟັງພວກເຮົາ. 15 ແລະ ຖ້າພວກເຮົາຮູ້ວ່າພຣະອົງຟັງພວກເຮົາ ເມື່ອພວກເຮົາຂໍສິ່ງໃດ ພວກເຮົາກໍຮູ້ວ່າພວກເຮົາຈະໄດ້ຮັບສິ່ງທີ່ພວກເຮົາໄດ້ຂໍຈາກພຣະອົງ. 16 ຖ້າພວກເຈົ້າເຫັນພີ່ນ້ອງຂອງຕົນເຮັດບາບທີ່ບໍ່ນຳໄປສູ່ຄວາມຕາຍ, ພວກເຈົ້າຄວນອະທິຖານຂໍ ແລະ ພຣະເຈົ້າຈະໃຫ້ຊີວິດແກ່ພວກເຂົາ. ເຮົາໝາຍເຖິງບັນດາຄົນທີ່ເຮັດບາບທີ່ບໍ່ນຳໄປສູ່ຄວາມຕາຍ. ບາບທີ່ນຳໄປສູ່ຄວາມຕາຍກໍມີ. ເຮົາບໍ່ໄດ້ກ່າວວ່າພວກເຈົ້າຄວນອະທິຖານຂໍສຳລັບຄົນທີ່ເຮັດບາບຢ່າງນັ້ນ. 17 ການເຮັດຜິດທຸກຢ່າງລ້ວນແຕ່ເປັນບາບ, ແຕ່ບາບທີ່ບໍ່ນຳໄປສູ່ຄວາມຕາຍກໍມີ. 18 ພວກເຮົາຮູ້ວ່າຜູ້ທີ່ເກີດຈາກພຣະເຈົ້າບໍ່ເຮັດບາບຕໍ່ໄປ; ແຕ່ພຣະອົງຜູ້ເກີດຈາກພຣະເຈົ້າຄຸ້ມຄອງພວກເຂົາໄວ້ໃຫ້ປອດໄພ ແລະ ມານຊົ່ວຮ້າຍບໍ່ສາມາດເຮັດອັນຕະລາຍຕໍ່ພວກເຂົາໄດ້. 19 ພວກເຮົາກໍຮູ້ວ່າພວກເຮົາເປັນລູກຂອງພຣະເຈົ້າ ແລະ ທົ່ວໂລກກໍຕົກຢູ່ໃຕ້ການຄວບຄຸມຂອງມານຊົ່ວຮ້າຍ. 20 ພວກເຮົາກໍຮູ້ເໝືອນກັນວ່າພຣະບຸດຂອງພຣະເຈົ້າໄດ້ມາ ແລະ ໄດ້ໃຫ້ຄວາມເຂົ້າໃຈແກ່ພວກເຮົາ, ເພື່ອວ່າພວກເຮົາຈະຮູ້ຈັກພຣະອົງຜູ້ເປັນອົງທ່ຽງແທ້. ແລະ ພວກເຮົາກໍຢູ່ໃນພຣະອົງຜູ້ທ່ຽງແທ້ ຄືຢູ່ໃນພຣະເຢຊູຄຣິດເຈົ້າພຣະບຸດຂອງພຣະອົງ. ພຣະອົງເປັນພຣະເຈົ້າອົງທ່ຽງແທ້ ແລະ ເປັນຊີວິດນິລັນດອນ. 21 ລູກທີ່ຮັກທັງຫລາຍເອີຍ, ຈົ່ງຮັກສາຕົນເອງໃຫ້ພົ້ນຈາກຮູບເຄົາລົບ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.