1 ໂຢຮັນ 4 - ພຣະຄຳພີລາວສະບັບສະໄໝໃໝ່ກ່ຽວກັບການປະຕິເສດວິນຍານຕ່າງໆ 1 ເພື່ອນທີ່ຮັກທັງຫລາຍເອີຍ, ຢ່າເຊື່ອໝົດທຸກວິນຍານ ແຕ່ຈົ່ງທົດສອບເບິ່ງວ່າວິນຍານນັ້ນມາຈາກພຣະເຈົ້າ ຫລື ບໍ່, ເພາະມີຜູ້ທຳນວາຍປອມຫລາຍຄົນໄດ້ອອກໄປໃນໂລກ. 2 ນີ້ຄືວິທີທີ່ພວກເຈົ້າສາມາດຮັບຮູ້ພຣະວິນຍານຂອງພຣະເຈົ້າຄື: ທຸກວິນຍານທີ່ຍອມຮັບວ່າພຣະເຢຊູຄຣິດເຈົ້າໄດ້ມາບັງເກີດເປັນມະນຸດກໍມາຈາກພຣະເຈົ້າ, 3 ແຕ່ທຸກວິນຍານທີ່ບໍ່ຍອມຮັບພຣະເຢຊູເຈົ້າກໍບໍ່ໄດ້ມາຈາກພຣະເຈົ້າ. ແຕ່ເປັນວິນຍານຂອງຜູ້ຕໍ່ຕ້ານພຣະຄຣິດເຈົ້າ ເຊິ່ງພວກເຈົ້າໄດ້ຍິນວ່າຈະມາ ແລະ ແມ່ນແຕ່ບັດນີ້ກໍຢູ່ໃນໂລກແລ້ວ. 4 ລູກທີ່ຮັກທັງຫລາຍເອີຍ, ພວກເຈົ້າມາຈາກພຣະເຈົ້າ ແລະ ໄດ້ຊະນະພວກເຂົາເຫລົ່ານັ້ນແລ້ວ, ເພາະວ່າພຣະອົງຜູ້ຢູ່ໃນພວກເຈົ້າກໍຍິ່ງໃຫຍ່ກວ່າຜູ້ນັ້ນທີ່ຢູ່ໃນໂລກ. 5 ພວກເຂົາມາຈາກໂລກ ແລະ ເຫດສະນັ້ນຈຶ່ງເວົ້າຕາມມູມມອງຂອງໂລກ ແລະ ໂລກກໍຟັງພວກເຂົາ. 6 ສ່ວນພວກເຮົາມາຈາກພຣະເຈົ້າ, ຜູ້ໃດກໍຕາມທີ່ຮູ້ຈັກພຣະເຈົ້າກໍຍ່ອມຟັງພວກເຮົາ. ແຕ່ຜູ້ໃດກໍຕາມທີ່ບໍ່ໄດ້ມາຈາກພຣະເຈົ້າຍ່ອມບໍ່ຟັງພວກເຮົາ. ນີ້ຄືວິທີທີ່ພວກເຮົາຮັບຮູ້ວ່າເປັນພຣະວິນຍານແຫ່ງຄວາມຈິງ ແລະ ວິນຍານແຫ່ງຄວາມບໍ່ຈິງ. ຄວາມຮັກຂອງພຣະເຈົ້າ ແລະ ຄວາມຮັກຂອງພວກເຮົາ 7 ເພື່ອນທີ່ຮັກທັງຫລາຍເອີຍ, ໃຫ້ພວກເຮົາຮັກເຊິ່ງກັນແລະກັນ ເພາະຄວາມຮັກມາຈາກພຣະເຈົ້າ. ທຸກຄົນທີ່ຮັກກໍໄດ້ເກີດຈາກພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ. 8 ຜູ້ທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າເພາະພຣະເຈົ້າເປັນຄວາມຮັກ. 9 ນີ້ຄືວິທີທີ່ພຣະເຈົ້າສະແດງຄວາມຮັກຂອງພຣະອົງໃນທ່າມກາງພວກເຮົາທັງຫລາຍຄື: ພຣະອົງໄດ້ສົ່ງພຣະບຸດອົງດຽວຂອງພຣະອົງເຂົ້າມາໃນໂລກເພື່ອພວກເຮົາທັງຫລາຍຈະໄດ້ດຳເນີນຊີວິດຜ່ານທາງພຣະບຸດນັ້ນ. 10 ນີ້ຄືຄວາມຮັກ ບໍ່ແມ່ນວ່າພວກເຮົາໄດ້ຮັກພຣະເຈົ້າ, ແຕ່ພຣະເຈົ້າໄດ້ຮັກພວກເຮົາ ແລະ ໄດ້ສົ່ງພຣະບຸດຂອງພຣະອົງມາເປັນເຄື່ອງບູຊາລຶບລ້າງຄວາມບາບຂອງພວກເຮົາ. 11 ເພື່ອນທີ່ຮັກທັງຫລາຍເອີຍ, ໃນເມື່ອພຣະເຈົ້າຮັກພວກເຮົາຢ່າງນັ້ນແລ້ວ, ພວກເຮົາກໍຄວນຮັກເຊິ່ງກັນແລະກັນເໝືອນກັນ. 12 ບໍ່ມີຜູ້ໃດເຄີຍເຫັນພຣະເຈົ້າ; ແຕ່ຖ້າພວກເຮົາຮັກເຊິ່ງກັນແລະກັນ, ພຣະເຈົ້າກໍດຳລົງຢູ່ໃນພວກເຮົາ ແລະ ຄວາມຮັກຂອງພຣະອົງກໍເຕັມບໍລິບູນໃນພວກເຮົາ. 13 ນີ້ຄືວິທີທີ່ພວກເຮົາຈະຮູ້ວ່າພວກເຮົາດຳເນີນຊີວິດຢູ່ໃນພຣະອົງ ແລະ ພຣະອົງກໍຢູ່ໃນພວກເຮົາຄື: ພຣະອົງໄດ້ໃຫ້ພຣະວິນຍານຂອງພຣະອົງໃຫ້ແກ່ພວກເຮົາ. 14 ພວກເຮົາໄດ້ເຫັນ ແລະ ໄດ້ເປັນພະຍານວ່າພຣະບິດາເຈົ້າໄດ້ສົ່ງພຣະບຸດຂອງພຣະອົງມາເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງໂລກ. 15 ຖ້າຜູ້ໃດຍອມຮັບວ່າພຣະເຢຊູເຈົ້າເປັນພຣະບຸດຂອງພຣະເຈົ້າ ພຣະເຈົ້າກໍດຳລົງຢູ່ໃນຜູ້ນັ້ນ ແລະ ພວກເຂົາກໍຢູ່ໃນພຣະເຈົ້າ. 16 ດັ່ງນັ້ນ ພວກເຮົາຈຶ່ງຮູ້ຈັກ ແລະ ເພິ່ງພາໃນຄວາມຮັກທີ່ພຣະເຈົ້າມີຕໍ່ພວກເຮົາ. ພຣະເຈົ້າເປັນຄວາມຮັກ. ຜູ້ໃດກໍຕາມດຳເນີນຊີວິດຢູ່ໃນຄວາມຮັກກໍດຳເນີນຊີວິດຢູ່ໃນພຣະເຈົ້າ ແລະ ພຣະເຈົ້າຢູ່ພາຍໃນພວກເຂົາ. 17 ນີ້ຄືວິທີທີ່ຈະເຮັດໃຫ້ຄວາມຮັກເຕັມບໍລິບູນໃນທ່າມກາງພວກເຮົາເພື່ອພວກເຮົາຈະມີຄວາມໝັ້ນໃຈໃນວັນພິພາກສາຄື: ໃນໂລກນີ້ພວກເຮົາກໍເປັນເໝືອນພຣະເຢຊູເຈົ້າ. 18 ໃນຄວາມຮັກບໍ່ມີຄວາມຢ້ານ. ແຕ່ຄວາມຮັກທີ່ສົມບູນກໍຂັບໄລ່ຄວາມຢ້ານອອກໄປ ເພາະວ່າຄວາມຢ້ານນັ້ນກ່ຽວຂ້ອງກັບການລົງໂທດ. ຜູ້ທີ່ຢ້ານກໍຍັງບໍ່ມີຄວາມຮັກທີ່ສົມບູນ. 19 ພວກເຮົາຮັກກໍເພາະພຣະອົງໄດ້ຮັກພວກເຮົາກ່ອນ. 20 ຖ້າຜູ້ໃດເວົ້າວ່າ “ຂ້ານ້ອຍຮັກພຣະເຈົ້າ” ແຕ່ຍັງກຽດຊັງພີ່ນ້ອງຂອງຕົນຢູ່ ຜູ້ນັ້ນກໍເປັນຄົນຂີ້ຕົວະ. ເພາະຜູ້ໃດກໍຕາມບໍ່ຮັກພີ່ນ້ອງຂອງຕົນຜູ້ທີ່ຕົນເບິ່ງເຫັນໄດ້ ກໍບໍ່ສາມາດຮັກພຣະເຈົ້າຜູ້ທີ່ຕົນບໍ່ສາມາດເບິ່ງເຫັນໄດ້. 21 ແລະ ພຣະອົງມອບຄຳສັ່ງນີ້ໄວ້ແກ່ພວກເຮົາວ່າ: ຜູ້ທີ່ຮັກພຣະເຈົ້າຕ້ອງຮັກພີ່ນ້ອງຂອງຕົນເໝືອນກັນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.