Biblia Todo Logo
Bìoball air-loidhne

- Sanasan -

1 ໂຢຮັນ 3 - ພຣະຄຳພີລາວສະບັບສະໄໝໃໝ່

1 ເບິ່ງແມ, ຄວາມຮັກ​ທີ່​ພຣະບິດາເຈົ້າ​ມີ​ຕໍ່​ພວກເຮົາ​ທັງຫລາຍ​ນັ້ນ​ຍິ່ງໃຫຍ່​ປານ​ໃດ, ເຊິ່ງ​ພວກເຮົາ​ຄວນ​ຖືກ​ເອີ້ນ​ວ່າ ບັນດາ​ລູກ​ຂອງ​ພຣະເຈົ້າ! ແລະ ພວກເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ. ເຫດຜົນ​ທີ່​ໂລກ​ບໍ່​ຮູ້ຈັກ​ພວກເຮົາ​ກໍ​ເພາະ​ໂລກ​ບໍ່​ຮູ້ຈັກ​ພຣະອົງ.

2 ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ບັດນີ້​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ​ແລ້ວ ແລະ ພວກເຮົາ​ຈະ​ເປັນ​ຢ່າງໃດ​ນັ້ນ​ພວກເຮົາ​ຍັງ​ບໍ່​ທັນ​ຖືກ​ສະແດງ​ໃຫ້​ຮູ້. ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະຄຣິດເຈົ້າ​ມາ​ປາກົດ, ພວກເຮົາ​ຈະ​ເປັນ​ເໝືອນ​ພຣະອົງ ເພາະ​ພວກເຮົາ​ຈະ​ເຫັນ​ພຣະອົງ​ຢ່າງ​ທີ່​ພຣະອົງ​ເປັນ.

3 ທຸກຄົນ​ທີ່​ມີ​ຄວາມຫວັງ​ໃນ​ພຣະອົງ​ຢ່າງ​ນີ້​ຄວນ​ຊຳລະ​ຕົນເອງ​ໃຫ້​ບໍລິສຸດ, ເໝືອນດັ່ງ​ທີ່​ພຣະອົງ​ບໍລິສຸດ.

4 ທຸກຄົນ​ທີ່​ເຮັດ​ບາບ​ກໍ​ລະເມີດ​ກົດບັນຍັດ, ແທ້ຈິງ​ແລ້ວ, ບາບ​ກໍ​ຄື​ການ​ລະເມີດ​ກົດບັນຍັດ.

5 ແຕ່​ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ພຣະອົງ​ໄດ້​ມາ​ປາກົດ​ກໍ​ເພື່ອ​ເອົາ​ຄວາມບາບ​ຂອງ​ພວກເຮົາ​ອອກໄປ. ແລະ ໃນ​ພຣະອົງ​ນັ້ນ​ບໍ່​ມີ​ບາບ​ເລີຍ.

6 ບໍ່​ມີ​ຜູ້ໃດ​ທີ່​ຢູ່ໃນ​ພຣະອົງ​ແລ້ວ​ຍັງ​ເຮັດ​ບາບ​ຕໍ່ໄປ. ບໍ່​ມີ​ຜູ້ໃດ​ທີ່​ເຮັດ​ບາບ​ຕໍ່ໄປ​ແລ້ວ​ໄດ້​ເຫັນ ແລະ ໄດ້​ຮູ້ຈັກ​ພຣະອົງ.

7 ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ປ່ອຍ​ໃຫ້​ຜູ້ໃດ​ມາ​ຊັກຈູງ​ພວກເຈົ້າ​ໃຫ້​ຫລົງຜິດ. ຜູ້​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ເປັນ​ຜູ້ຊອບທຳ ເໝືອນດັ່ງ​ທີ່​ພຣະອົງ​ຊອບທຳ.

8 ຜູ້​ທີ່​ເຮັດບາບ​ກໍ​ມາ​ຈາກ​ມານຮ້າຍ ເພາະ​ມານຮ້າຍ​ເຮັດ​ບາບ​ມາ​ຕັ້ງແຕ່​ປະຖົມມະການ. ເຫດຜົນ​ທີ່​ພຣະບຸດ​ຂອງ​ພຣະເຈົ້າ​ມາ​ປາກົດ​ກໍ​ຄື​ເພື່ອ​ທຳລາຍ​ກິດຈະການ​ຂອງ​ມານຮ້າຍ.

9 ບໍ່​ມີ​ຜູ້ໃດ​ທີ່​ເກີດ​ຈາກ​ພຣະເຈົ້າ​ແລ້ວ​ຍັງ​ເຮັດ​ບາບ​ຕໍ່ໄປ, ເພາະວ່າ​ເມັດພັນ​ຂອງ​ພຣະເຈົ້າ​ດຳລົງ​ຢູ່​ໃນ​ພວກເຂົາ, ພວກເຂົາ​ບໍ່​ສາມາດ​ເຮັດ​ບາບ​ຕໍ່ໄປ​ເພາະ​ພວກເຂົາ​ໄດ້​ເກີດ​ຈາກ​ພຣະເຈົ້າ.

10 ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ຜູ້ໃດ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ຜູ້ໃດ​ເປັນ​ລູກ​ຂອງ​ມານຮ້າຍ​ຄື: ຜູ້ໃດ​ກໍ​ຕາມ​ບໍ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຫລື ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຮັກ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ບໍ່ແມ່ນ​ລູກ​ຂອງ​ພຣະເຈົ້າ.


ເພີ່ມເຕີມ​ກ່ຽວກັບ​ຄວາມຮັກ ແລະ ຄວາມກຽດຊັງ

11 ເພາະ​ນີ້​ເປັນ​ຖ້ອຍຄຳ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ມາ​ຕັ້ງແຕ່​ຕົ້ນ​ຄື: ພວກເຮົາ​ຄວນ​ຮັກ​ເຊິ່ງກັນແລະກັນ.

12 ຢ່າ​ເປັນ​ເໝືອນ​ກາອິນ​ຜູ້​ເປັນ​ຝ່າຍ​ມານຊົ່ວຮ້າຍ ແລະ ໄດ້​ຂ້າ​ນ້ອງຊາຍ​ຂອງ​ຕົນ. ເປັນຫຍັງ​ລາວ​ຈຶ່ງ​ຂ້າ​ນ້ອງຊາຍ? ກໍ​ເພາະ​ການກະທຳ​ຂອງ​ຕົນເອງ​ຊົ່ວຮ້າຍ ແລະ ການກະທຳ​ຂອງ​ນ້ອງຊາຍ​ນັ້ນ​ຊອບທຳ.

13 ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ປະຫລາດໃຈ ຖ້າ​ໂລກ​ນີ້​ກຽດຊັງ​ພວກເຈົ້າ.

14 ພວກເຮົາ​ຮູ້ຈັກ​ແລ້ວ​ວ່າ​ພວກເຮົາ​ໄດ້​ຜ່ານພົ້ນ​ຄວາມຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ, ເພາະວ່າ​ພວກເຮົາ​ຮັກ​ເຊິ່ງກັນແລະກັນ. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຮັກ ຜູ້​ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມຕາຍ.

15 ຜູ້ໃດ​ກໍ​ຕາມ​ທີ່​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ເປັນ​ຜູ້ຂ້າຄົນ ແລະ ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ບໍ່​ມີ​ຜູ້ຂ້າຄົນ​ຜູ້ໃດ​ທີ່​ມີ​ຊີວິດ​ນິລັນດອນ​ເປັນ​ຂອງ​ຜູ້ນັ້ນ.

16 ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ຄວາມຮັກ​ຄື​ອັນໃດ ກໍ​ຄື​ພຣະເຢຊູຄຣິດເຈົ້າ​ສະຫລະ​ຊີວິດ​ຂອງ​ພຣະອົງ​ເພື່ອ​ພວກເຮົາ ແລະ ພວກເຮົາ​ກໍ​ຄວນ​ສະຫລະ​ຊີວິດ​ຂອງ​ພວກເຮົາ​ເພື່ອ​ພີ່ນ້ອງ.

17 ຖ້າ​ຜູ້ໃດ​ມີ​ຊັບສິ່ງຂອງ ແລະ ເຫັນ​ພີ່ນ້ອງ​ຂອງ​ຕົນ​ຂັດສົນ​ແຕ່​ຍັງ​ບໍ່​ສົງສານ​ພວກເຂົາ, ຄວາມຮັກ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃນ​ຜູ້​ນັ້ນ​ໄດ້​ຢ່າງໃດ?

18 ລູກ​ທີ່ຮັກ​ເອີຍ, ຢ່າ​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ຄຳເວົ້າ ແລະ ຄຳປາໄສ​ເທົ່ານັ້ນ ແຕ່​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ການກະທຳ ແລະ ດ້ວຍ​ຄວາມຈິງ.

19 ນີ້​ຄື​ວິ​ທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ພວກເຮົາ​ຢູ່​ຝ່າຍ​ຄວາມຈິງ ແລະ ເຮັດ​ໃຫ້​ໃຈ​ຂອງ​ພວກເຮົາ​ພັກສະຫງົບ​ຕໍ່ໜ້າ​ພຣະເຈົ້າ​ຄື:

20 ຖ້າ​ຫາກ​ໃຈ​ຂອງ​ພວກເຮົາ​ກ່າວໂທດ​ຕົນເອງ, ພວກເຮົາ​ກໍ​ຮູ້​ແລ້ວ​ວ່າ​ພຣະເຈົ້າ​ຍິ່ງໃຫຍ່​ກວ່າ​ໃຈ​ຂອງ​ພວກເຮົາ ແລະ ພຣະອົງ​ຮູ້ຈັກ​ທຸກສິ່ງ.

21 ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຖ້າ​ໃຈ​ຂອງ​ພວກເຮົາ​ບໍ່​ກ່າວໂທດ​ຕົນເອງ, ພວກເຮົາ​ກໍ​ໝັ້ນໃຈ​ຕໍ່ໜ້າ​ພຣະເຈົ້າ

22 ແລະ ໄດ້​ຮັບ​ທຸກສິ່ງ​ທີ່​ພວກເຮົາ​ຂໍ​ຈາກ​ພຣະອົງ, ເພາະ​ພວກເຮົາ​ຖືຮັກສາ​ຄຳສັ່ງ​ຂອງ​ພຣະອົງ ແລະ ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ພໍໃຈ.

23 ແລະ ນີ້​ແມ່ນ​ຄຳສັ່ງ​ຂອງ​ພຣະອົງ​ຄື: ໃຫ້​ເຊື່ອ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ ແລະ ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ພວກເຮົາ​ໄວ້​ນັ້ນ.

24 ຜູ້ໃດ​ທີ່​ຖືຮັກສາ​ຄຳສັ່ງ​ຂອງ​ພຣະເຈົ້າ​ກໍ​ດຳເນີນຊີວິດ​ຢູ່​ໃນ​ພຣະອົງ ແລະ ພຣະອົງ​ກໍ​ຢູ່​ໃນ​ພວກເຂົາ. ນີ້​ແມ່ນ​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ພຣະອົງ​ຢູ່​ໃນ​ພວກເຮົາ​ຄື: ພວກເຮົາ​ຮູ້​ໂດຍ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan